ທາງການລາວ ບໍ່ອະນຸຍາດໃຫ້ ເຄື່ອນຍ້າຍຖ່ານດຳ
2022.01.25

ໃນວັນທີ 17 ມົກກະຣາ 2022 ກະຊວງກະສິກັມ ແລະປ່າໄມ້ ອອກແຈ້ງການໃຫ້ຢຸດຕິອະນຸ ຍາດເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກໄປຕ່າງປະເທດ ເພື່ອຮັກສາປ່າໄມ້. ກ່ຽວກັບເຣື່ອງນີ້ທີ່ ຜ່ານມາມີປະກົດການສົ່ງຖ່ານດຳ ຈາກແຂວງບໍຣິຄຳໄຊອອກໄປຈີນ ຈຳນວນຫຼາຍ ແລະສ່ວນຫຼາຍເປັນຖ່ານດຳ ທີ່ໄດ້ຮັບໂຄຕ້າຈາກທາງການລາວແລ້ວ ເປັນຕົ້ນເປັນຖ່ານດຳຈາກໄມ້ອຸດສາຫະກັມ ທີ່ໂຮງງານປູກເອງແລະຈາກໄມ້ເສດເຫຼືອຈາກຜລິດໄມ້ແປຮູບ ເອົາມາເຜົາເປັນຖ່ານດຳ ບໍ່ແມ່ນຖ່ານດຳ ທີ່ໄດ້ຈາກໄມ້ທັມມະຊາຕ ແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າແຂວງ ບໍຣິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມົກກະຣາ ນີ້ວ່າ:
“ແຂວງເຮົາມີແຕ່ວ່າ ຕ້ອງເປັນຖ່ານດຳທີ່ມີໂຄຕ້າ ແລະເປັນຖ່ານດຳທີ່ສວນປູກ ບໍ່ແມ່ນໄມ້ທັມມະຊາຕເນາະຈະເປັນຖ່ານດຳທີ່ຜລິດຈາກສວນປູກໄມ້ ປະຊາຊົນເຂົາເຈົ້າປູກເອງເປັນສວນຂອງໂຕເອງຫຼືວ່າຈະເປັນໂຮງງານ ທີ່ມີສວນປູກເປັນຂອງໂຕເອງ ເປັນຖ່ານດຳທີ່ເປັນໄມ້ ເສດຈາກໂຮງງານເຫຼືອຈາກຜລິດໄມ້ແປຮູບມາເຜົາເປັນຖ່ານ ກໍສາມາດເອົາອອກໄດ້ສ່ວນຫຼາຍ ສົ່ງອອກໄປຈີນກັບວຽດເນາະ.”
ສ່ວນຢູ່ແຂວງວຽງຈັນ ກໍເຄີຍມີການລັກລອບຂົນຖ່ານດຳ ໄປຂາຍຢູ່ໄທຍແຕ່ບໍ່ມີຂໍ້ມູນກ່ຽວກັບ ການສົ່ງອອກຖ່ານດຳໄປໄທຍຄັກແນ່, ປັດຈຸບັນພາຍຫຼັງແຈ້ງການຢຸດຕິ ອະນຸຍາດເຄື່ອນຍ້າຍຖ່ານດຳໄປຕ່າງປະເທດອອກມາທາງເຈົ້າໜ້າທີ່ ກ່ຽວຂ້ອງກໍຕຣຽມດຳເນີນການກວດກາ ແລະ ຂື້ນບັນຊີໂຮງງານຜລິດຖ່ານ, ເຕົາເຜົາຖ່ານ ຖ້າມີການອະນຸຍາດສ້າງຕັ້ງ ແລະດຳເນີນກິຈການ,ແຕ່ບໍ່ມີແຫຼ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງແລະຖືກຕ້ອງຕາມກົດໝາຽ ແມ່ນຈະຕ້ອງໄດ້ໂຈະການຜລິດສຳລັບ ໂຮງງານຜລິດຖ່ານເຕົາເຜົາຖ່ານນັ້ນ ໆ .
ດັ່ງເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ສ່ວນຫຼາຍ ເຂົາເຈົ້າລັກອອກລັກເອີຍໄປຫັ້ນເນາະ ໃຫ້ທາງການເຮົາສົ່ງອອກນີ້ ບໍ່ມີເນາະໄລຍະຜ່ານມາຫັ້ນ, ໄທຍເຮົາຊິໄດ້ລົງເນາະເວົ້າເຣື່ອງການກວດກາ ບັນດາໂຮງງານເພື່ອວ່າເອົາສະຖິຕິເນາະ ເພາະໄທຍເຮົາຕ້ອງໄດ້ດັດສົມຄືນໃໝ່ທີ່ອະນຸຍາດແລ້ວເດ້ ສ້າງຕັ້ງແນວໃດບໍ່ໄດ້ມາຕຖານແນວໃດ ໄທເຮົາຊິໄດ້ສັ່ງຢຸດຕິໃນຕໍ່ໜ້ານີ້.”
ການຂົນສົ່ງຖ່ານດຳ ຈາກລາວໄປຕ່າງປະເທດ ຈະຜ່ານຈຸດຕ່າງໆ ເຊັ່ນສະຖານີຣົຖໄຟດ່ານສາກົລດ່ານປະເພນີແລະອື່ນໆ . ຫາກເວົ້າສະເພາະດ່ານສາກົລ ກໍຈະເລັ່ງໃສ່ດ່ານຊາຍແດນສາກົລບໍ່ເຕັນເມືອງຫຼວງນໍ້າທາ ແຂວງນໍ້າທາ ເນື່ອງຈາກເປັນດ່ານທີ່ມີຊາຍແດນ ຕິດຈອດກັບຈີນ ແລະມີການຂົນສົ່ງຖ່ານດຳອອກໄປຈີນໂດຍ ຜ່ານດ່ານສາກົລບໍ່ເຕັນ, ຂະນະດຽວກັນທີ່ຜ່ານມາຫຼາຍບໍຣິສັດ ແມ່ນໄດ້ດຳເນີນເອກະສານ ຜ່ານທາງສູນກາງແລ້ວຈຶ່ງເຮັດໃຫ້ ສາມາດຂົນສົ່ງຖ່ານດຳຜ່ານບໍ່ເຕັນ ໄດ້ເລິີຍບໍ່ຕ້ອງຜ່ານແຂວງແລະເຮັດໃຫ້ແຂວງ ບໍ່ສາມາດຮີບໂຮມສະຖິຕິການສົ່ງອອກ ຖ່ານດຳຈາກລາວຜ່ານດ່ານບໍ່ເຕັນໄດ້ຈຳນວນເທົ່າໃດໃນແຕ່ລະປີ.
ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າແຂວງຫຼວງນໍ້າທາກ່າວໃນມື້ດຽວກັນວ່າ:
“ເອກະສານເຂົາປະກອບມາ ແຕ່ພຸ້ນແລ້ວຄັນວ່າໂຕນີ້ ມີສິດທິພິເສດບໍ່ເຂົາໄປສະພາແລ້ວ ແລ້ວບໍ່ໄດ້ເຮັດຢູ່ເຮົາເດ້.”
ພາຍຫຼັງທີ່ມີແຈ້ງການຢຸດຕິ ອະນຸຍາດເຄື່ອນຍ້າຍຖ່ານດຳ ໄປຕ່າງປະເທດອອກມາກໍເຮັດໃຫ້ ຖ່ານດຳທີ່ກຳລັງຖືກຂົນສົ່ງ ຈາກແຂວງສວັນນະເຂດມານະຄອນຫຼວງວຽງຈັນ ຕິດຄ້າງຢູ່ແຂວງບໍຣິຄຳໄຊ ຈຳນວນ 3 ຄັນຣົຖໃຫຍ່ເປັນເວລາ 7 ມື້ແລ້ວ ເນື່ອງຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍຣິຄຳໄຊກັກຖ່ານດຳນັ້ນໄວ້ຂະນະທີ່ຖ່ານທັງໝົດນີ້ ແມ່ນມີເອກະສານຈາກ ທາງການເພື່ອຂົນສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ຢ່າງຖືກຕ້ອງແລ້ວຈຶ່ງເຮັດໃຫ້ພໍ່ຄ້າຖ່ານດຳ ໄດ້ຮັບຄວາມຫຍຸ້ງຍາກ ຄືເຂົາເຈົ້າຕ້ອງເສັຽຄ່າຣົຖຄັນໃຫຍ່ທີ່ຮັບຈ້າງຂົນຖ່ານດຳມື້ລະ 5 ແສນກີບລ້າໆ ຍ້ອນບໍ່ສາມາດຂົນຖ່ານດຳ ທັງໝົດໄປໃສມາມາໃສໄດ້.
ດັ່ງພໍ່ຄ້າຂາຍຖ່ານດຳ ຢູ່ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຫຍຸ້ງຍາກທີ່ສຸດແຫຼະ ຕອນນີ້ສົ່ງຜົລກະທົບກໍຄືເຣື່ອງທຶນຮອນ ຂອງເຮົານີ້ແຫຼະນອນຢູ່ໃນຫັ້ນແຫຼະ ທຶນຮອນທີ່ເຮົາ ນຳໃຊ້ເຂົ້າໃນການຊື້ສີນຄ້າຫັ້ນແຫຼະ ມັນກໍບໍ່ມີຊິເດີນຕໍ່ແລ້ວຄ່າຣົຖກໍໄລ່ເອົາ ມື້ນຶ່ງ 5 ແສນ ຈົນມາຮອດປັດຈຸບັນກໍ 7 ມື້ແລ້ວ.”
ທ່ານກ່າວຕື່ມວ່າຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ອະນຸຍາດໃຫ້ຖ່ານດຳທີ່ມີເອກະສານ ຖືກຕ້ອງສາມາດເຮັດການຄ້າ-ຂາຍພາຍໃນ ໄດ້ບໍ່ຄວນກັກຖ່ານດຳເພື່ອລໍຖ້າກວດສອບ ຫຼາຍຂັ້ນຕອນຍ້ອນມີເອກະສານຖືກຕ້ອງແລ້ວ ແລະຈະບໍ່ເຮັດໃຫ້ພໍ່ຄ້າ ຂາຍຖ່່ານດຳເສັຽເງິນ ລ້າກັບຄ່າເຊົ່າຣົຖໃຫຍ່ເພື່ອຂົນສົ່ງຖ່ານ.
ຂະນະດຽວກັນ ຕລາດ ການຄ້າ-ຂາຍຖ່ານດຳພາຍໃນປະເທດລາວ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນກໍເຣີ່ມຊົບເຊົາລົງ ພໍ່ຄ້າທີ່ຮັບຊື້ຖ່ານດຳມາຂາຍ ຢູ່ພາຍໃນກໍໄດ້ສັ່ງຖ່ານດຳຈາກຕ່າງ ແຂວງມາຂາຍພາຍໃນຫຼຸດລົງເຫຼືອເດືອນລະ 10 ປາຍຕັນເທົ່ານັ້ນ ຂະນະທີ່ຜ່ານມາກ່ອນທີ່ ຍັງບໍ່ມີແຈ້ງການ ຢຸດຕິອະນຸຍາດເຄື່ອນຍ້າຍຖ່ານດຳໄປຕ່າງປະເທດ ອອກມານັ້ນແມ່ນມີຖ່ານ ດຳຂາຍພາຍໃນເດືອນລະ 50 ຕັນເຮັດໃຫ້ປັດຈຸບັນຣາຍໄດ້ ຈາການຂາຍຖ່ານດຳຫຼຸດລົງໄປຫຼາຍ. ດັ່ງນັ້ນພໍ່ຄ້າທີ່ຂາຍຖ່ານດຳ ຈຶ່ງຫັນໄປຂາຍຖ່ານຂາວອັດແທ່ງ ຈາກຂີ້ເລື່ອຍແທນເນື່ອງຈາກ ຖືກກົດໝາຽຕາມຄຳສັ່ງ ຂອງຂັ້ນເທີງ.
ດັ່ງພໍ່ຄ້າຂາຍຖ່ານດຳ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວມື້ດຽວກັນວ່າ:
“ກໍຫຍຸ້ງຍາກຫັ້ນແຫຼະ ເພິ່ນບໍ່ໃຫ້ຂາຍມັນກໍບໍ່ໄດ້ຂາຍຂາຍ ສະເພາະຢູ່ພາຍໃນມັນກໍບໍ່ໄດ້ຂາຍ ພໍປານໃດດຽວນີ້ຫັນມາອັດຖ່ານນີ້ ດຽວນີ້ເພິ່ນກໍຍັງໃຫ້ສົ່ງຢູ່ເດ້ ກໍອັດຖ່ານເປັນເສຕຖ່ານ ເວລາທີ່ເຂົາເຈົ້າເຜົາເຕົາແລ້ວມີເສຕຖ່ານມຸ່ນໆ ນ້ອຍໆ ນັ້ນເດ້.”
ທ່ານກ່າວຕື່ມວ່າ ນະຄອນຫຼວງວຽງຈັນ ຖືວ່າເປັນອີກນຶ່ງທີ່ມີການນຳເຂົ້າ ຖ່ານດຳຈາກຕ່າງແຂວງໃນນັ້ນຖ່ານດຳ ຈຳນວນນຶ່ງແມ່ນຖືກ ຊື້-ຂາຍ ເພື່ອຊົມໃຊ້ກັນພາຍໃນ, ອີກຈຳນວນນຶ່ງ ແມ່ນຖືກສົ່ງອອກໄປຕ່າງປະເທດ ໂດຍສະເພາະປະເທດຈີນ ແລະວຽດນາມ ແຕ່ພາຍຫຼັງທີ່ມີແຈ້ງການຢຸດຕິ ອະນຸຍາດເຄື່ອນຍ້າຍຖ່ານດຳໄປຕ່າງປະເທດ ອອກມາກໍເຮັດໃຫ້ການສົ່ງອອກ ຖ່ານດຳໄປຕ່າງປະເທດນັ້ນ ແມ່ນຕ້ອງໄດ້ຢຸດຕິລົງຫາກມີການຂົນສົ່ງ ຖ່ານດຳໄປຕ່າງປະເທດ ແທ້ກໍຈະເປັນການລັກລອບ ໂດຍການໃຊ້ເສັ້ນສາຍທີ່ມີຂອງໃຜລາວ ແລະສົ່ງຜົລໃຫ້ລາຄາຖ່ານດຳ ທີ່ຖືກລັກລອບໄປຂາຍຢູ່ຕ່າງປະເທດ ແມ່ນມີລາຄາແພງເຖິງຕັນລະ 3 ລ້ານກີບ. ຂະນະທີ່ລາຄາພາຍໃນ ຂາຍຢູ່ທີ່ຕັນລະ 1.2 ລ້ານກີບ.
ດ່ັງທ່ານໄດ້ກ່າວວ່າ.
“ແຕ່ວ່າລາຄາສົ່ງອອກ ມັນແພງແຕ່ວ່າ ລາຄາພາຍໃນເຂົາມາກົດລົງເດ້ ກົດຜູ້ຜລິດນີ້ແຫຼະກົດຜູ້ເຜົາຖ່ານນີ້ແຫຼະຖືກກົດລາຄາ ເຂົາກໍຈະຕ້ອງໄດ້ໄປຈ່າຍໃຫ້ ເຈົ້າຜູ້ທີ່ເຂົາເຊັນໃຫ້ອອກວ່າຊັ້ນແມະ.”
ອີງຕາມແຈ້ງການ ຂອງກະຊວງກະສິກັມ ແລະປ່າໄມ້ ສະບັບເລຂທີ 0117 ລົງວັນທີ 14 ມົກກະຣາ 2022 ເຣື່ອງໃຫ້ຢຸດຕິ ການອອກອະນຸຍາດເຄື່ອນຍ້າຍ ຖ່ານດຳ ເພື່ອສົ່ງອອກໄປຕ່າງປະເທດ ແມ່ນຍັງຣະບຸເຖິງສາເຫຕ ທີ່ເຮັດໃຫ້ຕ້ອງຢຸດຕິ ການສົ່ງອອກຖ່ານດຳ ດັ່ງກ່າວກໍຍ້ອນວ່າ ໃນໄລຍະຜ່ານມາມີຫຼາຍທ້ອງຖິ່ນ ໄດ້ອອກອະນຸຍາດເຄື່ອນຍ້າຍ ຖ່ານດຳຊຶ່ງອ້າງວ່າ ແມ່ນຖ່ານດຳທີ່ຜລິດຈາກໄມ້ປູກ ແຕ່ເມື່ອຜ່ານການກວດກາໂຕຈິງ ເຫັນວ່າມີການສວຍໂອກາດເກັບ ຊື້ຖ່ານດຳທີ່ຜລິດຈາກໄມ້ທັມມະຊາຕຈາກເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດ ສ້າງຕັ້ງປະປົນກັນໄປນຳ ຊຶ່ງເປັນການລະເມີດກົດໝາຽ ວ່າດ້ວຍປ່າໄມ້ ແລະເປັນການທັມລາຍ ປ່າໄມ້ຢ່າງໜັກໜ່ວງ.