ລາວ-ຈີນ ລົງນາມສຶກສາ ໂຄງການຫຼຸດຜ່ອນ ອາຍພິດເຮືອນແກ້ວ
2023.12.07

ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ (MOU) ກັບບໍຣິສັດ ເສສວນຫົວໂຖ ພັທນາເຕັກໂນໂລຊີ ກາກບອນຈໍາກັດ ແລະບໍຣິສັດ ຄັງຮົວລົງທຶນລາວ ຈໍາກັດ ຂອງຈີນ ກ່ຽວກັບການສຶກສາ ຄວາມເປັນໄປໄດ້ ໃນການສ້າງໂຄງການຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຍ້ອນການຕັດໄມ້ທໍາລາຍປ່າ ແລະການຊຸດໂຊມ ຂອງປ່າໄມ້ໃນລາວ.
ໂຄງການດັ່ງກ່າວ ມີເປົ້າໝາຍຈັດຕັ້ງປະຕິບັດ ຢູ່ໃນປ່າສງວນແຫ່ງຊາຕ ຍອດນໍ້າໂມ-ພູສາມສຸມ ແຂວງຊຽງຂວາງ ແລະປ່າປ້ອງກັນແຫ່ງຊາຕ ແຫລ່ງ ນໍ້າຊັນ-ນໍ້າເຜືອກ ຢູ່ແຂວງຊຽງຂວາງ ແລະແຂວງໄຊສົມບູນ ລວມເນື້ອທີ່ທັງໝົດປະມານ 140,000 ເຮັກຕ້າຣ໌ ທີ່ມີການຕັດໄມ້ທໍາລາຍປ່າ ແລະມີອາຍພິດເຮືອນແກ້ວ.
ດັ່ງເຈົ້າໜ້າທີ່ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ທັນວານີ້ວ່າ:
“ໂຕກ່ຽວກັບອາຍພິດເຮືອນແກ້ວຫັ້ນນ່າ ມັນຫ້າມຕັດໄມ້ທໍາລາຍປ່າ ເຂົາກະອະນຸຮັກຫລາຍຂຶ້ນມາຫັ້ນນ່າເນາະ ວຽກໂຄນີ້ເພິ່ນກະໃຫ້ຄວາມສໍາຄັນຫລາຍເນາະ ສະກັດກັ້ນການບຸກລຸກທໍາລາຍປ່າ ເຂດສງວນ 3 ປະເພດປ່າ ປະຊາຊົນກະບຸກລຸກ ຍ້ອວ່າປະຊາຊົນເຮົາຍັງບໍ່ທັນເຂົ້າໃຈກ່ຽວກັບ ການບຸກລຸກທໍາລາຍປ່າໄມ້ ເຮັດບຸກເບີກປ່າ.”
ການປ່ອຍອາຍພິດເຮືອນແກ້ວ ຍ້ອນການຕັດໄມ້ທໍາລາຍປ່າ ຈະເຮັດໃຫ້ລາວມີຄວາມສ່ຽງຕໍ່ການທີ່ຈະໄດ້ຮັບຜົລກະທົບແຮງ ຍ້ອນສະພາບດິນຟ້າອາກາດ ຈະເກີດການປ່ຽນແປງ ໂດຍຄາດວ່າ ອູນຫະພູມຈະເພີ່ມຂຶ້ນ 2-3 ອົງສາໃນປີ 2050 ແລະປະຣິມານນໍ້າຝົນ ຈະເພີ່ມຂຶ້ນ 10 ຫາ 30%.
ກະຊວງກະສິກໍາ ແລະປ່າໄມ້ ຣາຍງານວ່າ ຣະຫວ່າງປີ 2014 ແລະປີ 2022 ປ່າໄມ້ໃນລາວຖືກທໍາລາຍ ຫລາຍກວ່າ 320,000 ເຮັກຕ້າຣ໌ ຊຶ່ງສ່ວນຫລາຍແມ່ນຢູ່ພາກເໜືອ ຂອງປະເທດ ທີ່ມີໄຟໄໝ້ປ່າຫລາຍ ຮວມທັງການຈູດປ່າ ເຮັດໄຮ່ປູກເຂົ້າ, ມັນຕົ້ນ, ສາລີ, ຢາງພາຣາ ແລະຈູດປ່າເພື່ອຂຍາຍພື້ນທີ່ ລ້ຽງສັດ.
ເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ ແຂວງໄຊສົມບູນ ກ່າວວ່າ ບັນຫາການປ່ອຍອາຍພິດເຮືອນແກ້ວ ຍ້ອນການຕັດໄມ້ທໍາລາຍປ່າ ແລະການຊຸດໂຊມຂອງປ່າໄມ້ໃນລາວ ເປັນບັນຫາທີ່ຣັຖບານ ໃຫ້ຄວາມສໍາຄັນຫລາຍ ແລະພະຍາຍາມສະກັດກັ້ນ ຮວມທັງການຈູດປ່າເຮັດໄຮ່ ລ່າເນື້ອ ເພື່ອບໍ່ໃຫ້ປ່າໄມ້ຖືກທໍາລາຍໜັກໄປກວ່າເກົ່າ, ບໍ່ໃຫ້ຄວາມຮ້ອນເພີ່ມຂຶ້ນ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ເຂົາກະຖືສໍາຄັນເດ້ ເຣື່ອງຄວາມຮ້ອນເພີ່ມຂຶ້ນສູງ ມົລພິດຕາມມາ ຄວາມຮ້ອນເພີ່ມຂຶ້ນ ພວກທໍາມາຫາກິນ ຈູດປ່າ ລ່າເນື້ອນີ້ ບາງທ້ອງຖີ່ນມີ ປະຕິເສດບໍ່ໄດ້ເນາະ ເນື້ອທີ່ດິນປ່າໄມ້ ມາເຮັດທໍາການຜລິດນີ້ແຫລະດຽວນີ້ນ່າ.”

ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ສເນີຢູ່ໃນກອງປະຊຸມສໄມສາມັນເທຶ່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 27 ມິຖຸນາທີ່ຜ່ານມາ ໃຫ້ຣັຖບານແກ້ໄຂບັນຫາຊາວບ້ານ ຢູ່ແຂວງໄຊສົມບູນ ຖາງປ່າ, ຈູດປ່າ ທີ່ນັບມື້ຈະເພີ່ມຂຶ້ນ. ແຂວງໄຊສົມບູນ ມີ 98 ບ້ານ. ໃນນັ້ນມີ 56 ບ້ານ, 1,200 ປາຍຄອບຄົວ ໄດ້ຖາງປ່າ ທັງປ່າປ້ອງກັນ, ປ່າຜລິດ ແລະປ່າສງວນ ເພື່ອທໍາການກະເສດ. ສະເພາະ 6 ເດືອນຕົ້ນປີ 2023 ນີ້ ປ່າໄມ້ຖືກທໍາລາຍໄປແລ້ວປະມານ 3,600 ປາຍເຮັກຕ້າຣ໌.
ແລະເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຊຽງຂວາງ ກໍເວົ້າວ່າ ບັນຫາທີ່ວ່ານັ້ນ ບໍ່ໄດ້ເກີດຈາກການຖາງປ່າ, ຈູດປ່າ ຂອງຊາວບ້ານເທົ່ານັ້ນ ແຕ່ການພັທນາໂຄງການຂນາດໃຫຍ່ ເຊັ່ນ ການສ້າງເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ກໍທໍາລາຍປ່າໄມ້ເປັນຈໍານວນຫລວງຫລາຍ ທີ່ເຮັດໃຫ້ອາຍພິດເຮືອນແກ້ວເພີ່ມຂຶ້ນ.
ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ທັນວານີ້ວ່າ ມີຫລາຍບໍຣິສັດ ມາຂຸດຄົ້ນແຮ່ທອງ ຢູ່ປ່າສງວນຫລາຍ ຈົນພະນັກງານບໍ່ສາມາດຄຸ້ມຄອງໄດ້ໝົດ, ມີຄວາມຫຍຸ້ງຍາກ.
“ປ່າສງວນຢູ່ພີ້ຫັ້ນ ມັນຫລາຍບໍຣິສັດນ່າ ມາຂຸດຄົ້ນແຮ່ທອງ ແລ້ວກະໄປບຸກລຸກຫັ້ນຫລາຍນ່າດຽວນີ້ຫັ້ນ ການຄຸ້ມຄອງກະມີຄວາມຫຍູ້ງຍາກ ແລ້ວກະພະນັກງານເຮົາໄປຄຸ້ມຄອງ ມັນກະບໍ່ຮອດ. ໂອ໋... ມັນຫລາຍໂພດແລ້ວກະຫລາຍຈຸດ ຫລາຍເສັ້ນທາງ ຈັກຜູ້ໃດຈູດຜູ້ໃດເຮັດຫຍັງ ກະຫ້າມບໍ່ໄດ້ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງຢູ່ແຂວງຊຽງຂວາງ ເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງການປ່ອຍອາຍພິດເຮືອນແກ້ວຢູ່ລາວວ່າ ເປັນເຣື່ອງທີ່ເຂົ້າໃຈຍາກສໍາລັບປະຊາ ຊົນລາວ. ແຕ່ສິ່ງສໍາຄັນ ທີ່ປະຊາຊົນເຂົ້າໃຈຢ່່າງເລິກເຊິ່ງ ກໍຄື ທາງການລາວ ອະນຸຍາດໃຫ້ນັກລົງທຶນ ເຂົ້າມາພັທນາໂຄງການຂນາດໃຫຍ່ ທີ່ຍາດແຍ່ງເອົາດິນ ແລະກວມເອົາປ່າໄມ້ທັມມະຊາຕ ທີ່ຊາວບ້ານເຄີຍທໍາມາຫາກິນໄປໝົດ, ເຮັດໃຫ້ຊາວບ້ານບໍ່ມີທາງເລືອກອື່ນ ຈຶ່ງຈໍາເປັນຈູດປ່າ, ຖາງປ່າ ພໍມີພື້ນທີ່ທໍາມາຫາກິນ.
“ເຂດນີ້ມັນສໍາຄັນວ່າ ມັນບໍ່ມີພື້ນທີ່ດິນ ທີ່ວ່າສາມາດບຸກເບີກເປັນໄຮ່ ເປັນນາຫັ້ນໄດ້ນັ້ນ ມັນເປັນເຂດພູສູງເດ໋. ເອີ... ຕໍ່ໜ້ານີ້ ເຂົາຕັນເຂື່ອນນໍ້າງື່ມ 3 ນີ້ກະແຮງຊີ້ອັນນັ້ນແຫລະເຂົາກະຊິບຸກລຸກປ່າ ໄປຕລອດຫັ້ນແຫລະ ຄັນວ່າບໍ່ເຮັດພັດບໍ່ມີເຂົ້າກິນເດ້.”
ແລະຊາວບ້ານຜູ້ນຶ່ງ ຢູ່ແຂວງໄຊສົມບູນ ກໍເວົ້າໃນມື້ດຽວກັນນີ້ວ່າ ຫາກທາງການຈັດສັນທີ່ດິນຢ່າງພຽງພໍ ໃຫ້ຊາວບ້ານ ທໍາມາຫາກິນ ຫລືບໍ່ຍາດແຍ່ງເອົາທີ່ດິນ ຂອງຊາວບ້ານ ໃຫ້ໂຄງການຂນາດໃຫຍ່ ເຊັ່ນ ເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ຊາວບ້ານກໍຈະບໍ່ຈູດປ່າ, ຖາງປ່າ.
“ພື້ນທີ່ທໍາການຜລິດຂອງປະຊາຊົນ ບໍ່ມີແລ້ວເນາະ ປະຊາຊົນຈໍາເປັຍຕ້ແງໄດ້ບຸກລູກປ່າໄມ້ ເຣື່ອງໂຄງການເຂົ້າມາພັທນາ ແລ້ວເຮັດໃຫ້ຶມີຜົລກະທົບ ເກີດມີບັນຫາແນວນີ້ ຊິມີແຜນແນວໃດ ປະຊາຊົນກະຕ້ອງໄດ້ດີ້ນຮົນເພື່ອຄວາມຢູ່ລອດ.”
ການຮ່ວມມືກັນ ລະຫວ່າງທາງການລາວ ແລະບໍຣິສັດເອກະຊົນຈີນ ກ່ຽວກັບການສຶກສາ ຄວາມເປັນໄປໄດ້ ໃນການສ້າງໂຄງການຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ແມ່ນສອດອງກັບສົນທິສັນຍາສາກົລ ວ່າດ້ວຍ ການປ່ຽງແປງຂອງດິນຟ້າອາກາດ. ກິຈກັມ ທີ່ຈະເຮັດຮ່ວມກັນນັ້ນ ກໍຈະມີການຄຸ້ມຄອງ ແລະປົກປັກຮັກສາປ່າໄມ້, ການສ້າງສູນຮຽນຮູ້, ສ້າງແລວກັນໄຟ, ການກວດກາ ລາຕເວນ, ການກໍານົດເຂດແດນ, ການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ.
ຈາກການສໍາຣວດ ຂອງກະຊວງກະສິກັມ ແລະປ່າໄມ້ ປີ 2023, ໃນປີ 1940 ປ່າໄມ້ໃນລາວ ປົກຫຸ້ມປະມານ 70% ຂອງເນື້ອທີ່ທົ່ວປະເທດ. ມາຮອດປີ 2018 ເນື້ອທີ່ປ່າໄມ້ ຍັງເຫລືອພຽງແຕ່ 40% ແລະກໍຄ່ອຍໆຫລຸດລົງໃນແຕ່ລະປີ ແລະໃນຣະຫວ່າງປີ 2013-2022 ທາງການລາວ ໃຫ້ສັມປະທານທີ່ດິນປ່າໄມ້ ທີ່ສະພາແຫ່ງຊາຕ ຮັບຮອງ 306 ໂຄງການ ກວມເອົາເນື້ອທີ່ ປະມານ 610,149 ເຮັກຕ້າຣ໌.