ໂຮງງານ ຜລິດແປ້ງມັນຕົ້ນຂອງຈີນ ຢູ່ປາກລາຍ ປ່ອຍນໍ້າເສັຽ ລົງແມ່ນໍ້າຂອງ
2024.03.15
ຊາວບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ເວົ້າໃນມື້ວັນທີ 15 ມີນານີ້ວ່າ ໂຮງງານຜລິດແປ້ງມັນຕົ້ນແຫ່ງນຶ່ງຂອງນັກລົງທຶນຈີນ ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ໄດ້ປ່ອຍນໍ້າເສັຽ-ນໍ້າເປື້ອນ ອອກຈາກໂຮງງານ ລົງໃສ່ແມ່ນໍ້າຂອງ ເຮັດໃຫ້ນໍ້າໃນບໍລິເວນດັ່ງກ່າວ ຂຸ່ນຜິດປົກກະຕິ ແລະມີກິ່ນເໝັນ ເຮັດໃຫ້ຊາວ ບ້ານເດືອດຮ້ອນ ເພາະບໍ່ສາມາດໃຊ້ນໍ້າໃນເຂດນັ້ນໄດ້ ສໍາລັບຊີວິດປະຈໍາວັນ.
ຊາວບ້ານ ທີ່ຢູ່ໃກ້ຄຽງເຂດນັ້ນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມີນານີ້ວ່າ ທາງໂຮງງານນັ້ນ ໄດ້ຕໍ່ທໍ່ລະບາຍນໍ້າເສັຽ ລົງໃສ່ແມ່ນໍ້າຂອງຫລາຍແທ້ ເຮັດໃຫ້ນໍ້າຈົນດໍາ ຂຽວ, ເໝັນ ຈົນບໍ່ມີປາຢູ່ໃນເຂດດັ່ງກ່າວ ແລະວ່າ ບັນຫານີ້ ໄດ້ເກີດຂື້ນມາດົນແລ້ວ ແຕ່ກໍບໍ່ເຫັນພາກສ່ວນໃດ ລົງມາກວດກາ ແກ້ໄຂ.
“ຢູ່ເຂດນັ້ນປາມັນກະບໍ່ໄດ້ໄປມໍ່ແລ້ວ ມັນປ່ອຍນໍ້າດໍາໝົດ ມັນປ່ອຍລົງບ່ອນເໜືອໂຮງງານນໍ້າເໝັນນໍ້າຂຽວນ່າ ເຮົາໄປເຫັນໂຕຈິງ ມັນກະຢູ່ໄກນໍ້າຂອງຢູ່ ແຕ່ມັນເຈາະທໍ່ລົງໄປໃສ່ແມ່ນໍ້າຂອງງໝົດນ່າ ມັນປ່ອຍມາຫລາຍປີແລ້ວກໍ໋ ແຕ່ວ່າຜ່ານມາຫັ້ນກະບໍ່ມີພາກສ່ວນໃດທີ່ມາ ເວົ້າເລີຍນ່າເນາະ.”
ຊາວບ້ານ ທີ່ຢູ່ໃກ້ຄຽງເຂດນັ້ນອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ໂຮງງານດັ່ງກ່າວ ໄດ້ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງແທ້ ປ່ອຍອອກບາດດຽວ ປະມານ 2 ຊົ່ວໂມງແລ້ວກໍເຊົາ ເຮັດໃຫ້ນໍ້າໃນແມ່ນໍ້າຂອງຢູ່ເຂດນັ້ນຂຸ່ນ ແລະມີກິ່ນເໝັນ.
“ກະປ່ອຍລົງນໍ້າຂອງໝົດ ຄືເຂົາເຈົ້າປ່ອຍຊີ້ນ່າ ປ່ອບປະມານ 2 ຊົ່ວໂມງບາດດຽວແລ້ວມັນກະເຊົາ ແຕ່ວ່າປາລິມານນໍ້າທີ່ເຂົາປ່ອຍລົງມາ ມັນບໍ່ໄດ້ຫລາຍຫັ້ນນ່າ ບໍ່ໄດ້ປ່ອຍໝົດມື້ ກໍປົກກະຕິຢູ່ ທາງໃຕ້ມາກະປົກກະຕິ.”
ແລະຊາວບ້ານອີກຜູ້ນຶ່ງ ກໍເວົ້າເຖິງໂຮງງານດັ່ງກ່າວວ່າ ແຕ່ກ່ອນ ໄດ້ປ່ອຍນໍ້າເສັຽລົງໃສ່ນໍ້າຂອງ ໃນປະລິມານຫລາຍແທ້ ແຕ່ໃນໄລຍະນີ້ ກໍເຫັນວ່າ ມີການກັກນໍ້າເສັຽ ບໍ່ໃຫ້ໄຫລລົງໃສ່ນໍ້າຂອງຫລາຍ ກິ່ນເໝັນ ກໍໜ້ອຍລົງ.
“ແຕ່ກີ້ແທ້ກໍເອົາລົງແທ້ ດຽວນີ້ຄືວ່າເຂົາເຈົ້າເຮັດເປັນແກັດເປັນຫຍັງແລ້ວບໍ່ ເຂົາເຈົ້າກະບາງທີກະເອົາປ່ອຍລົງແນ່ ບາງທີກະເຮັດແກັດແລ້ວຕີ໋ ແຕ່ກີ້ແທ້ປ່ອຍລົງຫລາຍ ດຽວນີ້ເປັນແກັດໝົດແລ້ວຕີ໋ ກະບໍ່ເໝັນແລ້ວ.”
ກ່ຽວກັບເຣື່ອງໂຮງງານຜລິດແປ້ງມັນຕົ້ນຂອງຈີນ ປ່ອຍນໍ້າເສັຽລົງໃສ່ນໍ້າຂອງນັ້ນ ເຈົ້າໜ້າທີ່ຢູ່ເມືອງປາກລາຍ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ມີນານີ້ວ່າ ມີແທ້ ແຕ່ເປັນໂຮງງານຂອງຈີນ ຊຶ່ງຕັ້ງຢູ່ເຂດເມືອງຊະນະຄາມ ແຂວງວຽງຈັນ ປ່ອຍນໍ້າເສັຍລົງໃສ່ນໍ້າຂອງ. ສ່ວນໂຮງງານຜລິດແປ້ງມັນຕົ້ນຂອງຈີນ ຢູ່ບ້ານ ນໍ້າຊົ້ງ ນັ້ນ ບໍ່ໄດ້ປ່ອຍນໍ້າເສັຽລົງໃສ່ນໍ້າຂອງ.
“ໂຮງງານຜລິດມັນຕົ້ນເນາະ ກະຂໍ້ມູນ ບໍ່ໄດ້ຄວາມຈິງເນາະ ເຂົາເຈົ້າວ່າຈັ່ງຊີ້ເດີ ປະຊາຊົນຢູ່ເຂດບ້ານພີ້ ບ້ານຫ້ວຍເຕົ່າ ບໍ່ແມ່ນນໍ້າຊົ້ງ ເຂົາເຈົ້າຢູ່ຄົກເຂົ້າດໍ ໂຮງງານມັນຕົ້ນໂຕນີ້ບໍ່ແມ່ນນໍ້າຊົ້ງ ກໍໄດ້ບອກອ້າຍນ້ອງໄປເກັບກໍາ ເບິ່ງໂຕຈິງເບິ່ງດູ໋.”
ແຕ່ເຖິງຢ່າງໃດກໍຕາມ ພະນັກງານ ຢູ່ໂຮງງານຜລິດແປ້ງມັນຕົ້ນສໍາເລັດຮູບ ຂອງຈີນ ຢູ່ບ້ານນໍ້າຊົ້ງ ກໍເວົ້າວ່າ ແຕ່ກ່ອນທາງໂຮງງານ ກໍໄດ້ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງແທ້ ແຕ່ປັດຈຸບັນ ທາງໂຮງງານ ກໍກໍາລັງປັບປຸງ ແລະປ້ອງກັນບໍ່ໃຫ້ນໍ້າເສັຽ ໄຫລລົງໃສ່ນໍ້າຂອງອີກ ພາຍຫລັງທີ່ໄດ້ມີການປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ.
“ອໍ ມີໆ ອໍ ດຽວນີ້ກໍາລັງແກ້ຢູ່ ແກ້ໄຂຕາມຫລັງ. ອໍ ບັນຫານ້ອຍບັນຫານ້ອຍເນາະ. ຫ້ອງການກໍເຂົ້າໃຈດີແລ້ວ ບໍ່ເປັນຫຍັງ.”
ເມື່ອກ່ອນໜ້ານີ້ ຄືແຕ່ມື້ວັນທີ 2 ຫາວັນທີ 5 ກຸມພາທີ່ຜ່ານມາ ໄດ້ມີຝຸງປາຕາຍ ແບບຜິດທໍາມະຊາດ ຢູ່ໜອງນໍ້າແຫ່ງນຶ່ງ ໃນເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ຊຶ່ງຊາວບ້ານທີ່ເຫັນເຫດການ ຄາດວ່າ ເປັນຍ້ອນໂຮງງານຜລິດແປ້ງມັນ ຕົ້ນແຫ່ງນຶ່ງຂອງຈີນ ທີ່ເປັນຂອງກຸ່ມບໍລິສັດ LS ການກະເສດ (LS Agricultural Group) ຈໍາກັດຜູ້ດຽວ ຊຶ່ງຢູ່ໃນເຂດບ້ານດຽວກັນນີ້ ໄດ້ປ່ອຍນໍ້າເສັຽລົງໃສ່ໜອງທໍາມະຊາດ. ແຕ່ທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ຊີ້ແຈງວ່າ ບໍ່ທັນໄດ້ຮັບຣາຍງານກ່ຽວກັບບັນຫານັ້ນເທື່ອ ແລະຍັງບໍ່ທັນໄດ້ລົງໄປຕິດຕາມແກ້ໄຂ.
ສໍາລັບບັນຫານັກລົງທຶນຈີນ ໄດ້ສ້າງຜົລກະທົບຕໍ່ຊາວບ້ານ ແລະສິ່ງແວດລ້ອມ ກໍຍັງມີປາກົດໃຫ້ເຫັນຢູ່ເລື້ອຍ ເປັນຕົ້ນ ຊາວບ້ານຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ຢູ່ຕິດກັບຫ້ວຍມັນ ຈໍານວນ 34 ບ້ານ ໄດ້ຮັບຜົລກະທົບໂດຍກົງ ແລະທາງອ້ອມ ຍ້ອນໂຄງການຂຸດຄົ້ນແຮ່ທາດຫາຍາກ ຂອງບໍລິສັດຈີນ ປ່ອຍນໍ້າເປື້ອນ ນໍ້າເສັຽທີ່ປົນເປື້ອນສານພິດເຄມີ ລົງໃສ່ຫ້ວຍມັນ ຈົນເຮັດໃຫ້ປາຕາຍ, ຊາວບ້ານບໍ່ມີ ນໍ້າ ສໍາລັບການປູກຝັງ ແລະລ້ຽງສັດ ມາຕັ້ງແຕ່ວັນທີ 22 ກຸມພາ 2024. ປັດຈຸບັນ ທາງການແຂວງຫົວພັນ ໄດ້ສັ່ງໂຈະ ບໍ່ໃຫ້ມີການຂຸດຄົ້ນແຮ່ທາດຫາຍາກ ຂອງບໍລິສັດຈີນນັ້ນແລ້ວ.