ທາງການເມືອງຊຳເໜືອ ແຂວງຫົວພັນ ລົງກວດກາສາເຫດປາຕາຍ

ໄຊຍາ
2024.02.26
ທາງການເມືອງຊຳເໜືອ ແຂວງຫົວພັນ ລົງກວດກາສາເຫດປາຕາຍ ນີ້ເປັນພຽງຮູບປະກອບ: ຊາວບ້ານກຳລັງເກັບປາຕາຍ ຈຳນວນຫຼາຍ ຈາກນ້ຳງາ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ.
Courtesy Photo

ເມື່ອບໍ່ດົນມານີ້ມີຜູ້ໃຊ້ເຟສບຸກຊື່ ຕານດີບີດີ ໄດ້ເຜີຍແຜ່ພາບວີດີໂອຜ່ານເຟສບຸກ ສ່ວນໂຕທີ່ໄດ້ພົບເຫັນປາຕາຍ ຢູຫ້ວຍມັນທີ່ເປັນແຫຼ່ງນໍ້າ ຕາມທຳມະຊາດ ຢູ່ເຂດບ້ານເມືອງແວ່ນ ແລະ ບ້ານສົບແວ່ນ ເມືອງຊໍາເໜືອ ແຂວງຫົວພັນ ໂດຍຜູ້ໃຊ້ເຟສບຸກໄດ້ເວົ້າວ່າ ມີບໍລິສັດຈີນເຂົ້າມາຂຸດຄົ້ນແຮ່ທາດ ແລະໄດ້ປ່ອຍນໍ້າເສັຍລົງສູ່ແຫຼ່ງນໍ້າທຳມະຊາດ ຈົນເຮັດໃຫ້ປາຕາຍເປັນຈຳນວນຫຼາຍ ແລະໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງ ຕິດຕາມ-ກວດກາຢ່າງຮີບ ດ່ວນເພາະຊາວບ້ານ ໃນພື້ນທີ່ໄດ້ຮັບຜົນກະທົບຢ່າງໜັກ.

ດັ່ງຜູ້ໃຊ້ເເຟສບຸກກ່າວວ່າ:

“ບໍລິສັດຈີນມາສໍາປະທານ ຂຸດຄົ້ນບໍ່ແຮ່ເນາະ ກາຖືວ່າມຜົນສະທ້ອນອັນໜັກໜ່ວງ ໄຫຼລົງມາຖືວ່າສັດນໍ້ານີ້ເນາະ. ປາເປັນປູກາຖືວ່າຕາຍໝົດ ເສັຍຫາຍໜັກໜ່ວງ ຖືວ່າປູ-ປາຕາຍຫຼາຍເນາະ. ຕັ້ງແຕ່ຍອດຫ້ວຍມັນລົງມາຮອດສົບແວ່ນພາກສ່ວນທີ່ກ່ຽວຂ້ອງ ພາກລັດຂັ້ນເທິງເບາະ ຈົງອຳນວຍຄວາມສະດວກໃຫ້ຂ້າພະເຈົ້າເນາະ. ທີ່ອາໄສຢູ່ແຖວນີ້ກາຖືວ່າມີຜົນກະທົບ ມີຜົນສະທ້ອນຢ່າງໜັກໜ່ວງ ຖ້າແກ້ໄຂໄດ້ຢາກໃຫ້ແກ້ໄຂໃຫ້ຂ້າພະເຈົ້າແດ່.”

ສ່ວນຊາວບ້ານໃນເມືອງຊໍາເໜືອ ແຂວງຫົວພັນກ່າວວ່າ ໄດ້ພົບເຫັນປາຕາຍເປັນຈໍານວນຫຼາຍແທ້ ຕາມທີ່ມີຊາວບ້ານໄດ້ເຜີຍແຜ່ພາບວິດີໂອ ຜ່ານສື່ສັງຄົມອ໋ອນລາຍ ແຕ່ບໍ່ຮູ້ສາເຫດທີ່ຈະແຈ້ງວ່າ ປາຕາຍຍ້ອນສາເຫດໃດ ສະນັ້ນແລ້ວຈຶ່ງຢາກໃຫ້ພາກສ່ວນ ກ່ຽວຂ້ອງໄດ້ລົງພື້ນ ທີ່ຕິດຕາມ-ກວດກາເພື່ອຫາສາເຫດດຳເນີນການແກ້ໄຂ ຢ່າງຮີບດ່ວນ ເພື່ອບໍ່ໃຫ້ເກີດຜົນກະທົບຮຸນແຮງ ຕໍ່ສິ່ງແວດລ້ອມ-ສັງຄົມ.

ດັ່ງຊາວບ້ານ ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 26 ກຸມພາ ນີ້ວ່າ:

“ແມ່ນແຫຼະໆ ປາຕາຍແບບເນົ່າເປັນເບື່ອລະແບບບໍ່ເປັນຕາເອົານ່າ ເພາະວ່າປານີ້. ມັນຕາຍເປັນມັນຕາຍເປັນວົງກ້ວາງ. ມັນບໍ່ໄດ້ຕາຍຢູ່ບ່ອນດຽວຈຸດດຽວຫັ້ນແຫຼະ ຖ້າວ່າມີຜູ້ມາກວດກາຊິດີເພາະວ່າ ຖ້າເອົາໄວ້ດົນນີ້ຢ້ານມັນເປັນອັນອື່ນ.”

ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເມືອງ ຊໍາເໜືອ ແຂວງຫົວພັນ ກ່າວວ່າ ອຳນາດການປົກຄອງເມືອງ ໄດ້ຮັບຮູ້ກ່ຽວກັບເລື່ອງດັ່ງກ່າວແລ້ວ ແລະໄດ້ສັ່ງການໃຫ້ຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຂັ້ນເມືອງ ລົງພື້ນທີ່ໄປຕິດຕາມ-ກວດກາສາເຫດປາຕາຍ ຢູ່ຫ້ວຍມັນ ເຂດບ້ານເມືອງແວ່ນ ແລະ ບ້ານສົບແວ່ນວ່າເກີດຈາກ ສາເຫດໃດແທ້ ແລະຈະແກ້ໄຂບັນຫາແນວໃດຕໍ່ໄປ.

ສ່ວນກໍລະນີ ທີ່ຜູ້ໃຊ້ເຟສບຸກລາຍດັ່ງກ່າວ ທີ່ກ່າວອ້າງວ່າມີບໍລິສັດຈີນ ຂຸດຄົ້ນແຮ່ທາດໄດ້ປ່ອຍນໍ້າເສັຍ ລົງສູ່ແຫຼ່ງນໍ້າທຳມະຊາດນັ້ນ ຍັງບໍ່ສາມາດສະຫຼຸບໄດ້ຈົນກວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະສະຫຼຸບຫາສາເຫດ ແທ້ຈິງ ໄດ້ເຊິ່ງປັດຈຸບັນກຳລັງຢູ່ລະຫວ່າງການບລົງພື້ນທີ່ຕິດຕາມ-ກວດກາ.

ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສລີ ໃນມື້ດຽວກັນນີ້ວ່າ:

“ເຈົ້າເມືອງຊີ້ນໍາໃຫ້ຫ້ອງການຊັບພະຍາກອນ ທໍາມະຊາດແລະສິ່ງແວດລ້ອມ ລົງໄປເອົາຂໍ້ມູນແຕ່ມາເບິ່ງກາຄືນໍ້າເສັຍຂອງແຮ່ທາດ ຂອງຈີນຫັ້ນເດຈີນສຳປະທານຫັ້ນນ່າ ລະເຂົາປ່ອຍນໍ້າເສັຍເບາະ ປ່ອຍນໍ້າເສັຍລົງຮ່ອງນໍ້າກາຊິແມ່ນແນວນັ້ນເບາະ ແຕ່ວ່າລາຍລະອຽດຂໍ້ມູນລະອຽດ ກາຍັງບໍ່ທັນຮູ້ປະຊາຊົນເຂົາເວົ້າເຂົາບາອ່າງນໍ້າເສັຍນັ້ນ ລົງເຮັດໃຫ້ປາຕາຍນັ້ນ.”

ທາງດ້ານເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ເມືອງຊໍາເໜືອ ແຂວງຫົວພັນກ່າວວ່າ ເລື່ອງການກວດສຸກຂະພາບ ຂອງຊາວບ້ານໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກປາຕາຍຫຼື ອາດຈະມີການປົນເປື້ອນ ສານເຄມີນັ້ນ. ປັດຈຸບັນຍັງບໍ່ໄດ້ແຈ້ງ ການໃຫ້ລົງພື້ນທີ່ ໄປກວດເທື່ອ ແລະໃນໄລຍະຜ່ານມາກໍບໍ່ເຄີຍໄດ້ໄປກວດກາສຸກ ຂະພາບຂອງຊາວບ້ານ ທີ່ອາໄສຢູ່ໃນເຂດການຂຸດຄົ້ນແຮ່ທາດ ຈັກເທື່ອ.

ດັ່ງເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສລີ ໃນມື້ດຽວກັນນີ້ວ່າ:

“ເມືອງເຮົາຍັງບໍ່ທັນເຫັນແຈ້ງການນະ ເຈົ້າຜ່ານມາຍັງບໍ່ທັນໄດ້ລົງເທື່ອເດີ້. ເຈົ້າເພາະວ່າເມືອງເຮົາຫາກໍເຫັນຊຸດນີ້ເນາະ ຊຸດກ່ອນໆ ຫັ້ນຄືວ່າມັນຢູ່ເມືອງຊໍາໃຕ້ ແມ່ນເບາະປາຕາຍຫັ້ນນ່າ ແມ່ນແຫຼະ ເມືອງຊໍາເໜືອ ຫາກາເຫັນເທື່ອນີ້ຊິນ່າ.”

ເຈົ້າໜ້າທີ່ຜະແນກ ພະລັງງານ ແລະບໍ່ແຮ່ ແຂວງຫົວພັນ ກ່າວວ່າຍັງບໍ່ສາມາດສະຫຼຸບ ສາເຫດທີ່ແທ້ຈິງໄດ້ວ່າ ສາເຫດທີ່ປາຕາຍນັ້ນ ເກີດຈາກສາເຫດໃດແທ້ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກຳລັງລົງພື້ນທີ່ໄປຕິດຕາມ-ກວດກາ ເພື່ອນໍາປາຕາຍ ແລະແຫຼ່ງນໍ້າທີ່ພົບປາຕາຍ ມາວິເຄາະ ຫາສາເຫດເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ຜະແນກພະລັງງານ ແລະບໍ່ແຮ່ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ປັດຈຸບັນນີ້ນໍ້າກາແຫ້ງຫຼາຍ ບໍ່ແນ່ໃຈຕ້ອງໄດ້ວິເຄາະວິໄຈວ່າ ມັນຕາຍຍ້ອນຫຍັງ ຂະເຈົ້າກາຍັງບໍ່ໄດ້ວິໄຈວ່າ ເປັນຍ້ອນອີ່ຫຍັງນ່າລົງໄປຢູ່ລົງໄປຢູ່.”

ເມື່ອກາງປີ 2023 ທີ່ຜ່ານມານີ້ ແຂວງຫົວພັນ ກໍໄດ້ເກີດເຫດມີປາຕາຍ ເປັນຈໍານວນຫຼາຍກະຈາຍຢູ່ຫຼາຍເມືອງລວມທັງໝົດ 4 ຈຸດ ຄື ລໍານໍ້າແອດ ເມືອງແອດ, ລໍານໍ້າສີມ ເມືອງວຽງໄຊ, ລໍານໍ້າຊໍາ ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ເຊິ່ງແຕ່ລະຈຸດກໍມີການສັນນິຖານ ເຖີງສາເຫດຂອງປາຕາຍ ແຕກຕ່າງກັນໄປ.

ໂດຍຂໍ້ສັນນິຖານ ສາເຫດປາຕາຍ ຢູ່ລໍານໍ້າສີມ ເມືອງວຽງໄຊ ເຫັນວ່າປາຕາຍຍ້ອນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າສີມ ທີ່ມີການລ້າງອຸໂມງເຊິ່ງອາດຈະມີສານເຄມີ ຮົ່ວໄຫຼຈົນເຮັດໃຫ້ປາຕາຍ. ສ່ວນລໍານໍ້າແອດ ຢູ່ເມືອງແອດ ແລະ ລຳນໍາຊໍາ ຢູ່ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ໄດ້ມີການສັນນິຖານວ່າ ອາດຈະເກີດຈາກໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ທີ່ຢູ່ລະຫວ່າງການກໍ່ສ້າງ. ເຖິງວ່າທາງການແຂວງຫົວພັນຈະໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ໄປຕິດຕາມ-ກວດກາ ຫາສາເຫດແທ້ຈິງ ແລ້ວແຕ່ມາຮອດປັດຈຸບັນທາງການແຂວງຫົວພັນ ກໍບໍ່ໄດ້ມີການເປີດເຜີຍ ຜົນການຕິດຕາມ-ກວດກາ ເຖິງສາເຫດທີ່ແທ້ຈິງ ໃຫ້ສັງຄົມໄດ້ຮັບຮູ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.