ຈະພັທນາ ໄຟຟ້າພະລັງງານລົມ 1,200 ເມກະວັຕ ທີ່ເມືອງເຊໂປນ
2024.02.26
ຣັຖບານລາວ ແລະ ບໍຣິສັດ ສະຫວັນວາຍຸ ພະລັງງານສະອາດ ຈຳກັດ ຫຼື Savan Vayu Renewable Energy ໄດ້ຮ່ວມກັນມືກັນ ເຊັນສັນຍາ ພັທນາໂຄງການ ຫຼື Project Development Agreement (PDA) ໃນໂຄງການໄຟຟ້າ ພະລັງງານລົມ ທີ່ມີກຳລັງຕິດຕັ້ງ 1,200 ເມກະວັຕ ຢູ່ເຂດຈຸດສຸມລາໂກ, ເມືອງເຊໂປນ ແຂວງສວັນນະເຂດ ໃນມື້ວັນທີ 14 ກຸມພາ 2024 ທີ່ຜ່ານມານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອຜລິຕໄຟຟ້າ ສົ່ງໄປຂາຍ ໃຫ້ກັບປະເທດວຽດນາມ.
ຂະນະທີ່ ເຈົ້າໜ້າທີ່ ທີ່ຮູ້ຈັກ ກ່ຽວກັບວຽກງານ ພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວວ່າ ການເຊັນສັນຍາ ພັທນາໂຄງການ ຫຼື PDA ໃນຄັ້ງນີ້, ເປັນພຽງສັນຍາວ່າ ໂຄງການດັ່ງກ່າວ ຖືກຢັ້ງຢືນວ່າ ຈະໄດ້ຮັບການພັທນາ ຢ່າງແນ່ນອນ, ແຕ່ຍັງບໍ່ສາມາດກໍ່ສ້າງໄດ້ ເນື່ອງຈາກ ຍັງຕ້ອງມີການເຊັນສັນຍາ ສັມປະທານ ກັບຣັຖບານລາວ ແລະ ເຊັນສັນຍາຊື້-ຂາຍໄຟຟ້າ ຫຼື PPA ກັບປະເທດວຽດນາມກ່ອນ ຈຶ່ງຈະເຣີ່ມ ດຳເນີນການກໍ່ສ້າງໄດ້, ແຕ່ຄາດວ່າ ພາຍໃນປີ 2024 ນີ້ ຈະສຳເຣັດທຸກຂັ້ນຕອນ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກຸມພາ ທີ່ຜ່ານມານີ້ວ່າ:
“ຍັງບໍ່ທັນໄດ້ກໍ່ສ້າງ ມັນຕ້ອງມີ PPA ກ່ອນ. ຖືວ່າຈັບຈອງກັນ ໃນການພັທນາ ມັນຈະມີສັນຍາສັມປະທານ, ສັນຍາຊື້-ຂາຍໄຟ ຫັ້ນ ເຂົາເຈົ້າຈຶ່ງສາມາດ ກໍ່ສ້າງໄດ້, ຍັງຕົກລົງກັນ ຍັງບໍ່ທັນໄດ້. ຫຼັກໆແມ່ນ ຈະສົ່ງໄປວຽດນາມ ຄັນເຣີ່ມກະມີແຕ່ຈະເຣີ່ມ ຄືກັບພື້ນຖານໂຄງຮ່າງຊື່ໆ ບໍ່ສາມາດໃຫ້ກໍ່ສ້າງໄດ້.”
ສຳລັບໂຄງການໄຟຟ້າ ພະລັງງານລົມ ດັ່ງກ່າວນີ້ ແມ່ນມີການສຶກສາ, ສຳຣວດຄວາມເປັນໄປໄດ້ ໃນການພັທນາ ຕັ້ງແຕ່ວັນທີ 9 ກັນຍາ 2022 ທີ່ຜ່ານມາ, ໂຄງການດັ່ງກ່າວນີ້ ຈະນຳໃຊ້ເນື້ອທີ່ທັງໝົດ 28,513 ເຮັກຕ້າຣ໌ ຢູ່ເຂດຈຸດສຸມລາໂກ, ເມືອງເຊໂປນ ແຂວງສວັນນະເຂດ, ເຊິ່ງຢູ່ຕິດກັບຊາຍແດນ ຂອງປະເທດວຽດນາມ.
ເຖິງວ່າໂຄງການໄຟຟ້າ ພະລັງງານລົມ ດັ່ງກ່າວນີ້, ຈະມີການສຶກສາ, ສຳຣວດຄວາມເປັນໄປໄດ້ ໃນການພັທນາແລ້ວ, ແຕ່ກະຍັງບໍ່ທັນມີ ການເປີດເຜີຍຣາຍງານ ເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ໃຫ້ສັງຄົມຮັບຮູ້ວ່າ ຈະມີປ່າໄມ້ ແລະ ຊາວບ້ານ ໄດ້ຮັບຜົລກະທົບ ຫຼາຍ-ໜ້ອຍປານໃດ.
ທາງດ້ານເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າ ເຂດທີ່ບໍຣິສັດ ຈະເຂົ້າໄປພັທນາ ໂຄງການໄຟຟ້າ ພະລັງງານລົມ ແມ່ນເປັນເຂດ ທີ່ຢູ່ຫ່າງໄກເຂດຊຸມຊົນ ແລະ ຕັ້ງຢູ່ເທິງພູສູງ ຄາດວ່າ ຈະບໍ່ມີຊາວບ້ານ ໄດ້ຮັບຜົລກະທົບຮຸນແຮງ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ພື້ນທີ່ມັນຢູ່ຈອມພູໂລດແຫຼະ, ມັນເປັນ 10-20 ກິໂລແມັຕ, ຄວາມມັນຫ່າງອັນນັ້ນ. ຄັນວ່າບໍ່ໄດ້ມີຜົລກະທົບ ຄັນບໍ່ມີ ການໂຍກຍ້າຍປະຊາຊົນ ນີ້, ກະຊິໄຄກວ່າສ້າງເຂື່ອນດອກ ເພາະວ່າ ມັນບໍ່ໄດ້ໃຊ້ແນວອື່ນນ່າ. ມີແຕ່ຕັ້ງ ໃຫ້ມັນປິ່ນເອງມັນເນາະ.”
ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າ ເຂດຈຸດສຸມລາໂກ ແມ່ນເປັນເຂດພູສູງ ຫາກຈະເຂົ້າໄປ ພັທນາໂຄງການໄຟຟ້າ ພະລັງງານລົມ ແລະ ຕັ້ງເສົາກັງຫັນລົມ ຂນາດໃຫຍ່ ກະຕ້ອງໄດ້ຕັດໄມ້-ຖາງປ່າ ເປັນຈຳນວນຫຼາຍສົມຄວນ ຈຶ່ງຈະເຂົ້າໄປດຳເນີນການ ຕັ້ງໂຄງການໄດ້, ເຊິ່ງຣາຍລະອຽດ ຜົລກະທົບດ້ານສິ່ງແວດລ້ອມ ຍັງບໍ່ລະອຽດປານໃດ ຍັງຕ້ອງມີການສຶກສາເພີ່ມຕື່ມ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ເພາະວ່າ ທາງມັນຊິເຂົ້າໄປ ມັນກະກວ້າງ ທາງພູນີ້, ຮວ້າຍ! ມັນກະຕ້ອງໄດ້ຕັດອອກກວ້າງໆ ແລ້ວມັນຈັ່ງໄປໄດ້. ມັນຍັງບໍ່ທັນສຳເຣັດໂຕນີ້ ມັນຍັງໄດ້ລົງໄປອີກ.”
ສ່ວນຊາວບ້ານ ຜູ້ນຶ່ງ ໃນເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າ ຫາກເປັນໂຄງການໄຟຟ້າ ພະລັງງານລົມ ທີ່ຕິດພັນ ກັບການທ່ອງທ່ຽວ ແລະ ບໍ່ໄດ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຮຸນແຮງ ກໍຈະສນັບສນູນ ໃຫ້ມີການພັທນາ ເພາະຊາວບ້ານໃນເມືອງເຊໂປນ ກໍຢາກເຫັນບ້ານ-ເມືອງ ໄດ້ຮັບການພັທນາ ທີ່ດີຂຶ້ນ ແລະ ມີໄຟຟ້າໃຊ້ ຢ່າງທົ່ວເຖິງ. ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ແຖວຊາຍແດນວຽດນາມ ກັງຫັນລົມນ່າ. ໂອ້, ເພິ່ນຍິນດີໄດ໋ ເພິ່ນໃຫ້ເຮັດໄດ໋ ພະລັງງານ ເພິ່ນອະນຸຍາດໂລດແລ້ວ ໂຕນີ້, ຍັງບໍ່ມີໃຜມາເຮັດໄດ໋ ໂຕນີ້ໄດ໋. ເຂົາເຈົ້າເວົ້າງ່າຍຢູ່ດອກ.”
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ກ່າວວ່າ ຫາກໂຄງການໄຟຟ້າ ພະລັງງານລົມ ຈະເຂົ້າມາພັທນາໂຄງການ ຢູ່ເຂດຈຸດສຸມລາໂກ ໃນເມືອງເຊໂປນ ກໍຄວນຈະຕ້ອງ ໄດ້ມີການສຶກສາ ແລະ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ກ່ອນຈະເຣີ່ມກໍ່ສ້າງ, ໂດຍສະເພາະ ເຣື່ອງການຕັດໄມ້, ທຳລາຍປ່າ, ການສູນເສັຽ ເນື້ອທີ່ທຳການຜລິຕ ຂອງຊາວບ້ານ ເພື່ອບໍ່ໃຫ້ເກີດບັນຫາ ຫຼືຂໍ້ຂັດແຍ້ງຂຶ້ນ ໃນອະນາຄົດ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ບໍ່ແມ່ນອື່ນດອກ ຄືໂຄງການມາ ກະຕ້ອງເກັບກັມດ້ານຜົລກທົບ ໃຫ້ມັນລະອຽດ ຂໍ້ມູນບໍ່ມີ, ບໍ່ໄດ້. ເພື່ອຫຍັງ ກະເພື່ອບໍ່ໃຫ້ມີ ຜົລກະທົບນຳຫຼັງ. ຈຸດສຳຄັນແມ່ນ ເຮົາແກ້ບັນຫາ ແຕ່ທຳອິດນີ້ ມັນຈຶ່ງໄດ້. ຖ້າວ່າບັນຫາ ມັນເກີດຂຶ້ນມານຳຫຼັງ, ຫັ້ນນ່າ ມັນຊິຍາກເຮົາ.”
ສຳລັບການພັທນາ ໂຄງການໄຟຟ້າ ພະລັງງານລົມ ຢູ່ເຂດຈຸດສຸມລາໂກ, ເມືອງເຊໂປນ ແຂວງສວັນນະເຂດ ທີ່ກວມເອົາເນື້ອທີ່ ທັງໝົດ 28,513 ເຮັກຕ້າຣ໌ ມີກຳລັງຕິດຕັ້ງ 1,200 ເມກະວັຕ ມູລຄ່າການລົງທຶນ ປະມານ 2 ຕື້ 159 ລ້ານໂດລ້າຣ໌ສະຫະຣັຖ ນີ້, ຄາດຄະເນວ່າ ຈະເຣີ່ມການຜລິຕໄຟຟ້າ ໄດ້ ຢ່າງເປັນທາງການ ໃນປີ 2026.
ໂຄງການໄຟຟ້າ ພະລັງງານລົມ ດັ່ງກ່າວນີ້, ແມ່ນເປັນການຮ່ວມມື ໃນຂແນງການພະລັງງານ ຂອງປະເທດລາວ ກັບປະເທດວຽດນາມ ທີ່ເຊັນຮ່ວມກັນ ໃນປີ 2016 ວ່າດ້ວຍການຮ່ວມມື ເພື່ອພັທນາໂຄງການໄຟຟ້າ ຢູ່ປະເທດລາວ, ເປັນການເຊື່ອມຕໍ່ ລະບົບສາຍສົ່ງ ແລະ ການຊື້-ຂາຍ ພະລັງງານ ລະຫວ່າງ 2 ປະເທດ ໃນຊຸມປີ 2020 ເຖິງ 2030, ໂດຍປະເທດລາວ ມີສັນຍາຂາຍໄຟຟ້າ ໃຫ້ປະເທດວຽດນາມ ຈຳນວນ 5,000 ເມກະວັຕ.