ຊາວບ້ານ ຢູ່ເມືອງສັງທອງ ກັງວົນການຂຸດຄົ້ນແຮ່ຄຳ ກະທົບຊຸມຊົນ

ຈຳປາທອງ
2024.02.28
ຊາວບ້ານ ຢູ່ເມືອງສັງທອງ ກັງວົນການຂຸດຄົ້ນແຮ່ຄຳ ກະທົບຊຸມຊົນ ນີ້ແມ່ນຮູບປະກອບ: ຫ້ວຍນ້ຳແຫ່ງນຶ່ງ ໃນເມືອງສັງທອງທີ່ປົນເປື້ອນ ເນື່ອງຈາກການຂຸດຄົ້ນແຮ່ຄຳໃນເຂດດັ່ງກ່າວ.
Courtesy Photo

ຊາວບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ຫລືພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ ກວດກາໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ແສງຍົງບໍ່ແຮ່ ຈໍາກັດ ທີ່ຂຸດຄົ້ນຢູ່ໃກ້ກັບເຂດຊົມຊົນ ແລະພື້ນທີ່ ທໍາການກະເສດ ຂອງປະຊາຊົນ.

ຊາວບ້ານນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ກຸມພານີ້ວ່າ ໂຄງ ການດັ່ງກ່າວ ຂຸດຄົ້ນແບບບໍ່ໄດ້ມາຕຖານ, ເຮັດໃຫ້ຊາວບ້ານກັງວົນວ່າ ອາດຈະມີນໍ້າເປື້ອນ, ນໍ້າເສັຍ ຊຶມ ແລະໄຫລລົງໃສ່ແຫລ່ງນໍ້າທໍາມະຊາດ ແລະການປູກເຂົ້າ ແລະເຮັດສວນ ຈະປູກບໍ່ໄດ້ ຫລືບໍ່ງາມຄືເກົ່າ.

ຂະເຈົ້າເວົ້າຢູ່ວ່າ ສຽງປາກຊາວບ້ານຫັ້ນແຫລະ ຂະເຈົ້າກະເຮັດນາບໍ່ໄດ້ ເຮັດສວນ ເພາະວ່າປູກແລ້ວມັນກະບໍ່ງາມ ແລ້ວກະຂະເຈົ້າກະບໍ່ໄດ້ຫາປູຫາປາອິຫຍັງດອກ ຫາກແຕ່ວ່າມັນເປັນນາຫັ້ນນະ ທີ່ວ່າຢູ່ຕີນພູຫັ້ນນະ ໃກ້ໆກັບເຂົາເຈົ້າເຮັດ (ບໍ່ແຮ່) ຫັ້ນນະ.

ຊາວບ້ານຫ້ວຍຄໍາ ອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນັ້ນວ່າ ນັບຕັ້ງແຕ່ບໍຣິສັດນີ້ ເຂົ້າມາສໍາປະທານ ຂຸດຄົ້ນແຮ່ຄໍາມານີ້ ແມ່ນມີຜົລກະທົບ ເຮັດໃຫ້ສະພາບແວດລ້ອມ ແລະປ່າໄມ້ ຄ່ອຍໆປ່ຽນແປງໄປ ແລະຮຸນແຮງຂື້ນ, ເນື້ອທີ່ປ່າໄມ້ຫລຸດລົງ, ມີສຽງດັງລົບກວນ, ມີຂີ້ຝຸ່ນຫລາຍ, ດິນ ແລະແຫລ່ງນໍ້າທໍາມະຊາດ ປົນເປື້ອນໄປດ້ວຍສານພິດເຄມີ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ ກວດກາໂດຍດ່ວນ ເພື່ອແກ້ໄຂ.

ແມ່ນແຫລະ ຜົລກະທົບຫລາຍແນວນໍ ປະຊາຊົນຢູ່ພາຍໃນບ້ານຫັ້ນກະໄດ້ຮັບຜົລກະທົບ ໂອ້...ເປັນງົວເປັນຄວາຍກະຍັງຕາຍ ຂະເຈົ້າກໍມາເອົາຂໍ້ມູນວ່າ ມີຜົລກະທົບບໍ່ ກະຣາຍງານໄປຕາມຈິງ ວ່າມັນມີນໍ ເຮົາກະບໍ່ໄດ້ໃສ່ຮ້າຍປ້າຍສີອິຫຍັງນໍ.

ຊາວບ້ານຫ້ວຍຄໍາອີກຜູ້ນຶ່ງ ກໍເວົ້າວ່າ ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍານີ້ ໄດ້ປ່ອຍນໍ້າເປື້ອນ ນໍ້າເສັຍ ລົງໃສ່ແຫລ່ງນໍ້າທໍາມະຊາດ ທີ່ຢູ່ໃກ້ກັບເຂດຊຸມຊົນ.

“ມັນກະກະທົບແດ່ ແຕ່ໜ້ອຍນຶ່ງ ບໍ່ ບໍ່ໄດ້ລົງນໍ້າຂອງໃດ໋ ລົງຫ້ວຍຊື່ໆ.”

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການຊັພຍາກອນທໍາມະຊາດ ແລະສິ່ງ ແວດລ້ອມ ເມືອງສັງທອງ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຫາກຊາວບ້ານ ມີຄວາມກັງວົນໃຈ ຫລືໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນຄົ້ນ ແລະປຸງແຕ່ງແຮ່ຄໍາ ທີ່ວ່າເຮັດບໍ່ໄດ້ມາດຕະຖານນັ້ນ ກໍໃຫ້ຊາວບ້ານສເນີບັນຫາມາ ຫລືຮຽກຮ້ອງໄປຫາພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຂໍໃຫ້ເພີ່ນລົງໄປຕິດຕາມ ກວດກາ ດັ່ງທີ່ນາງເວົ້າວ່າ:

ຂຽນຄໍາຮ້ອງຂື້ນມາເລີຍກະໄດ້ເຈົ້າ ເພີ່ນຈະລົງໄປກວດກາໂຕຈິງ ໂດຍ ແຕ່ວ່າຊິໄປມື້ໃດ ຈັ່ງໃດ ກະຂຶ້ນຢູ່ໃນແຜນຂອງເພິ່ນ. ເຈົ້າ.

ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ແສງຍົງບໍ່ແຮ່ ຈໍາກັດ ຊຶ່ງເປັນບໍຣິສັດຂອງນັກລົງທຶນລາວ ໄດ້ເຊັນສັນຍາສໍາປະທານ ກັບທາງການລາວ ໃນມື້ວັນທີ 3 ພຶສພາ 2022. ແຕ່ບໍ່ມີການເປີດເຜີຍເຖິງ ມູນຄ່າການລົງທຶນ, ເນື້ອທີ່ສໍາປະທານ ແລະໄລຍະສໍາປະທານ ວ່າຈັກປີກັນແທ້.

ນັບແຕ່ປີ 2021 ມາຮອດເດືອນພຶສພາ 2023 ຣັຖບານລາວ ໄດ້ອະນຸມັດໃຫ້ບໍຣິສັດ ຂຸດຄົ້ນ ແລະສົ່ງແຮ່ທາດ ແບບທົດລອງອອກທັງໝົດ 93 ບໍຣິສັດ ຊຶ່ງສ່ວນໃຫຍ່ ເປັນບໍຣິສັດຈີນ ແລະວຽດນາມ. ບໍຣິສັດເຫລົ່ານັ້ນ ໄດ້ມອບພັນທະໃຫ້ຣັຖບານລາວ 97.07 ລ້ານໂດລ້າຣ໌ສະຫະຣັຖ ແລະ 548.84 ຕື້ກີບ, ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແມ່ນໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະພາກສ່ວນທາງການ ທີ່ກ່ຽວຂ້ອງ ກໍບໍ່ໄດ້ຕິດຕາມ ກວດກາຢ່າງໃກ້ຊິດ ຈົນກາຍເປັນບັນຫາ ຮຸນແຮງຂື້ນນັບມື້.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະຊຸມສໄມ ສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 7 ພຶສຈິກາ 2023 ຕອນນຶ່ງວ່າ:

ບັນຫາທີ່ເອົາໃຈໃສ່ແກ້ໄຂ ທີ່ຮັດກຸມໃນການຕິດຕາມ ຄຸ້ມຄອງ ດໍາເນີນການຂຸດຄົ້ນໂຕຈິງ ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ ທັງກາຍ ເປັນຊ່ອງວ່າງເປີດທາງໃນການຕົກລົງ ຂຸດຄົ້ນບາງແຮ່ທາດແບບຊະຊາຍ ຈົນຄວບຄຸມບໍ່ໄດ້ ສ້າງຜົລກະທົບໃຫຍ່ຫລວງຕໍ່ສິ່ງແວດລ້ອມ ຄຸມເຄືອຊັພຍາກອນທີ່ມີຄ່າຂອງຊາດ ແລະທີ່ສໍາຄັນ ແມ່ນເປັນການຍາກທີ່ຈະກໍານົດໄດ້ ເຖິງຜູ້ຮັບຜິດຊອບ ຕໍ່ຜົລເສັຍຫາຍທີ່ເກີດຂຶ້ນ.

ທ່ານກ່າວຕື່ມວ່າ ສ່ວນຫລາຍ ໂຄງການທີ່ໄດ້ຮັບອະນະຍາດຂຸດຄົ້ນ ບໍ່ມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ບົດສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈ- ເຕັກນິກ, ແຜນປິດ-ເປີດບໍ່ ແລະອື່ນໆ ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະຄວຮັບຜິດຊອບ ຕໍ່ຜົລໄດ້-ຜົລເສັຍ ຂອງແຕ່ລະໂຄງການ ທີ່ເຮັດແບບທົດລອງ ເກືອບວ່າ ບໍ່ສາມາດກວດສອບໄດ້ຕາມກົດໝາຍ.

ອີງຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ໃນເດືອນກັນຍາ 2023 ມາຮອດປັດຈຸບັນນີ້ ສປປລາວ ມີໂຄງການລົງທຶນຂຸດຄົ້ນແຮ່ທາດ ແລະກິຈການໂຮງງານປຸງແຕ່ງແຮ່ທາດ ຈໍານວນ 1,143 ບໍຣິສັດ ແລະ 1,336 ໂຄງການຢູ່ທົ່ວປະເທດ. ປະເທດລາວ ມີແຮ່ທາດຕ່າງໆ ຢູ່ 570 ຈຸດ ໃນເນື້ອທີ່ 162,104 ກິໂລຕາແມັດ ຫລືເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ.

ແຮ່ທາດ ທີ່ຣັຖບານລາວ ອະນຸມັດໃຫ້ມີການຂຸດຄົ້ນຫລາຍກວ່າໝູ່ ຄື ແຮ່ຄໍາ, ທອງ, ເງິນ, ກົ່ວ, ເຫລັກ, ຖ່ານຫີນ, ຫີນກາວ, ແກ້ວປະເສີດ, ເກືອກາລີ ແລະແຮ່ທາດອື່ນໆ ທີ່ມີຄຸນຄ່າສູງອີກຫລາຍຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.