ເຂື່ອນຈີນ ໃນແມ່ນ້ຳຂອງປ່ອຍນ້ຳ ໂດຍບໍ່ແຈ້ງເຕືອນ

ໄຊຍາ
2024.03.01
ເຂື່ອນຈີນ ໃນແມ່ນ້ຳຂອງປ່ອຍນ້ຳ ໂດຍບໍ່ແຈ້ງເຕືອນ ຈຸດກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ ເຂື່ອນຫຼວງພຣະບາງ ເທິງແມ່ນ້ຳຂອງ ແຂວງຫຼວງພຣະບາງ ທີ່ບໍຣິສັດ ຊໍການຊ່າງ (ລາວ) ຈຳກັດ ພວມທຳການກໍ່ສ້າງ (TS). ເດືອນກັນຍາ ປີ 2023.
RFA

ເມື່ອບໍ່ດົນມານີ້ເຂື່ອນໄຟຟ້າ Tuoba ທີ່ມີກຳລັງຕິດຕັ້ງ 1,400 ເມກະວັດ ໃນແຂວງຢູນນານ ປະເທດຈີນ ໄດ້ປ່ອຍນໍ້າກະທັນຫັນ ຈົນເຮັດໃຫ້ລະດັບນໍ້າຂອງ ສູງຂຶ້ນ 0.70 ແມັດ ທີ່ເມືອງຊຽງແສນປະເທດໄທຍ, ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່ອນໄຫຼລົງໄປຫາເມືອງປາກແບງ ແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ສະມາຄົມເດີນເຮືອ ແຂວງບໍ່ແກ້ວ ກ່າວວ່າ ໄລຍະທ້າຍເດືອນກຸມພາ ທີ່ຜ່ານມາລະດັບນໍ້າຂອງ ຢູ່ເມືອງຕົ້ນເຜິ້ງ ແລະເມືອງຊຽງແສນ ທີ່ເພີ່ມສູງຂຶ້ນ ປະມານແມັດປາຍ ເຊິ່ງສັນນິຖານວ່າ ຈະເປັນການປ່ອຍນໍ້າ ຂອງເຂື່ອນໄຟຟ້າ ຢູ່ປະເທດຈີນ ແຕ່ສະມາຄົມເດີນເຮືອ ແລະຊາວບ້ານ ໃນພື້ນທີ່ແຄມນໍ້າຂອງ ບໍ່ໄດ້ຮັບການແຈ້ງເຕືອນໄຟໃດໆ ຈາກພາກສ່ວນທີ່ກ່ຽວຂ້ອງ.

ດັ່ງເຈົ້າໜ້າທີ່ ສະມາຄົມເດີນເຮືອແຂວງບໍ່ແກ້ວ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 01 ມີນານີ້ວ່າ:

“ມັນຂຶ້ນໜ້ອຍດຽວແລ້ວເຂົາກາປິດແລ້ວເດ້. ຂຶ້ນແມັດປາຍແລ້ວກາແຫ້ງແລ້ວບໍ່ໆ ເຂົ້າບໍ່ແຈ້ງເຮົາໃດກາເບິ່ງລະດັບນໍ້າ ຈັ່ງຊີ້ ບາງທີເຂົາແຈ້ງໄປທາງກົມແລ້ວ ຫຼືວ່າກົມບໍ່ແຈ້ງເຮົາເບາະ ຫຼືຈັ່ງໃດ.”

ເຈົ້າໜ້າທີ່ເດີນເຮືອ ກ່າວຕື່ມວ່າ ໄລຍະຜ່ານມາເວລາທີ່ເຂື່ອນໄຟຟ້ານໍ້າຂອງ ໃນປະເທດຈີນຈະເປີດ-ປິດການປ່ອຍນໍ້າ ບໍ່ເຄີຍໄດ້ຮັບການແຈ້ງເຕືອນໄພ ຈັກເທື່ອ ມີແຕ່ສັງເກດລະດັບນໍ້າຂອງເອົາເອງ, ຖ້າເປັນໄປໄດ້ກາຢາກໃຫ້ທາງການລາວ ແຈ້ງໄພລ່ວງໜ້າປະມານ 2-3 ມື້ຈະເປັນເລື່ອງທີ່ດີ ເພາະຊາວບ້ານ, ຊາວປະມົງ ແລະ ສະມາຄົມເດີນເຮືອ ກໍຈະໄດ້ກຽມພ້ອມຮັບມື.

ຊາວບ້ານຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າຖ້າລະດັບນໍ້າຂອງ ເພີ່ມສູງຂຶ້ນໃນໄລຍະດູແລ້ງ ສ່ວນຫຼາຍຈະເປັນການເດີນເຮືອສິນຄ້າ ຂອງຈີນເຊິ່ງຊາວບ້ານ ບໍ່ເຄີຍໄດ້ຮັບການແຈ້ງເຕືອນໄພ ໃດໆ ມີແຕ່ສັງເກດລະດັບນໍ້າ ເອົາເອງ ໂດຍໃນໄລຍະທ້າຍເດືອນກຸມພາ ທີ່ຜ່ານມານີ້ລະດັບນໍ້າຂອງ ໄດ້ເພີ່ມສູງຂຶ້ນປະມານແມັດປາຍ ເຊິ່ງມາພ້ອມກັບການຂົນສົ່ງສິນຄ້າ ຂອງເຮືອຈີນທີ່ມາຈອດທຽບທ່າ ຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວນີ້.

ດັ່ງຊາວບ້ານ ເມືອງຕົ້ນເຜິ້ງ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ແມ່ນໆ ເຂົາປ່ອຍໃຫ້ເຮືອນຈີນລົງມາແລ້ວ ດຽວນີ້ເຂົາອັດອີກແລ້ວ. ເລີ່ມແລ້ວ. ແລ້ວອັດ ແລ້ວ ເອີ ເລີ່ມຫຼຸດລົງແລ້ວ ໂອ້ໄທເຮົາບໍ່ໄດ້ຮັບໃດ.”

ຊາວໄທຢູ່ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທກ່າວວ່າ ຕອນນີ້ລະດັບນໍ້າຂອງເລີ້ມ ຫຼຸດລົງແລ້ວ ຫຼຸດລົງ ເປັນປົກກະຕິຕາມລະດູການ ຫຼັງຈາກລະດັບນໍ້າຂອງ ເພີ່ມສູງຂຶ້ນໃນໄລຍະທ້າຍເດືອນກຸມພາ ທີ່ຜ່ານມາ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າ ໃນປະເທດຈີນ ແຕ່ບໍ່ໄດ້ຮັບຜົນກະທົບຫຍັງ. ສ່ວນໜັງສືແຈ້ງເຕືອນໄພ ເລື່ອງການປ່ອຍນໍ້າຂອງ ເຂື່ອນໄຟຟ້າໃນປະເທດຈີນນັ້ນ ຍັງບໍ່ເຄີຍໄດ້ເຫັນໜັງສື ແຈ້ງເຕືອນໄພ ຈັກເທື່ອຈົນມາຮອດປັດຈຸບັນນີ້ ມີແຕ່ເຈົ້າໜ້າທີ່ທ້ອງຖິ່ນ ແລະ ຊາວບ້ານໃນພື້ນ ທີ່ພາກັນສັງເກດ ແລະກ່າວເຕືອນກັນເອງ.

ດັ່ງຊາວໄທ ຢູ່ເມືອງຊຽງແສນ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

(ພາສາໄທຍ) “ບໍ່ໄດ້ຂ່າວເລີຍຊ່ວງນີ້ ມັນນໍ້າຂ້ອນຂ້າງແຫ້ງ ຊ່ວງນີ້ນໍ້າແຫ້ງຢູ່. ຖ້າເຂົາແຈ້ງການ່າຈະແຈ້ງຕໍ່ຫ້ອງການເຈົ້າທ່າເຮືອ (ແຂວງຊຽງຮາຍ) ສ່ວນຫຼາຍກໍຈະບໍ່ໄດ້ຍິນຂ່າວສານ (ການເຕືອນໄພ/ໜັງສືເຕືອນ) ຫຍັງຈັກຢ່າງເລີຍ.”

ເຈົ້າໜ້າທີ່ ຜະແນກຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມແຂວງບໍ່ແກ້ວກ່າວວ່າ ບໍ່ໄດ້ຮັບໜັງສືແຈ້ງເຕືອນໄພ ເລື່ອງການປ່ອຍນໍ້າຂອງເຂື່ອນໄຟຟ້າ ໃນຈີນໂດຍໃນໄລຍະທີ່ຜ່ານມາ ກາບໍ່ເຄີຍໄດ້ຮັບການແຈ້ງເຕືອນໄພ ເຊັ່ນດຽວກັນ ແຕ່ບາງເທື່ອຫາກໄດ້ຮັບການແຈ້ງເຕືອນໄພ ຈາກທາງການລາວຂັ້ນສູນກາງ ກໍຈະໃຊ້ວິທີການຂີ່ລົດຈັກ ແລ້ວປະກາດຜ່ານລຳໂພງ ໄປຕາມບ້ານຕ່າງໆ ໃຫ້ກຽມພ້ອມຮັບມືກັບລະດັບນໍ້າຂອງສູງຂຶ້ນ.

ດັ່ງເຈົ້າໜ້າທີ່ ຜະແນກຊັບພະກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ຍານາງກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ບໍ່ໆ ບໍ່ເຫັນ (ໜັງສືແຈ້ງເຕືອນ) ອັນນີ້ສະເພາະເຂື່ອນນໍ້າຂອງຄັນຈະເຈົ້າຊິປ່ອຍນໍ້າ ຂະເຈົ້າຊິຂີ່ລົດແລ້ວກາເປີດລຳໂພງ ໂຄສະນາເລາະເລີຍ ຕັ່ງແຕ່ມາຢູ່ນີ້ບໍ່ເຄີຍເຫັນ (ໜັງສືແຈ້ງເຕືອນ) ຈັກເທື່ອ. ບໍ່ມີ!”

ຊາວແຂວງຫຼວງພຣະບາງ ທີ່ເຮັດວຽກຂັບເຄື່ອນທາງດ້ານສິ່ງແວດລ້ອມ-ສັງຄົມ ຢູ່ໃນປັດຈຸບັນກ່າວວ່າກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ມີລາຍງານລະດັບນໍ້າຂອງ ຜ່ານເວັບໄຊຂອງກະຊວງ ແລະຄະນະກຳມະການ ແມ່ນໍ້າຂອງ ແຕ່ບໍ່ໄດ້ລາຍງານເຂື່ອນແຫ່ງໃດ ຈະເປີດ-ປິດການປ່ອຍນໍ້າ.

ສ່ວນເລື່ອງແຈ້ງການແຈ້ງເຕືອນໄພ ລ່ວງໜ້ານັ້ນໄລຍະທີ່ຜ່ານມາ ເຄີຍເວົ້າກັນຫຼາຍຮອບແລ້ວວ່າ ຖ້າເຂື່ອນໄຟຟ້າ ນໍ້າຂອງ ຈະປ່ອຍນໍ້າລົງທ້າຍເຂື່ອນບໍ່ວ່າ ຈະປະລິມານຫຼາຍ-ໜ້ອຍເທົ່າໃດ ກໍຈະຕ້ອງແຈ້ງເຕືອນໄພ ລ່ວງໜ້າເພື່ອໃຫ້ຊາຊົນທີ່ອາໃສ ຢູ່ລຸ່ມເຂື່ອນ ໄດ້ກຽມພ້ອມຮັບມືແຕ່ການປະຕິບັດໂຕຈິງ ພັດບໍ່ໄດ້ມີການແຈ້ງເຕືອນໄພໃດໆ.

ດັ່ງນັ້ນລັດຖະບານລາວ ຕ້ອງໄດ້ຫາລືກັນຢ່າງຈິງຈັງ ກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະ ຄະນະກຳມະການແມ່ນໍ້າ ຂອງສາກົນ ແລະເຮັດວຽກຢ່າງມີປະສິທິພາບສູງຂຶ້ນ ຫາກເຂື່ອນໄຟຟ້າ ນໍ້າຂອງປ່ອຍນໍ້າ ກໍຈະຕ້ອງມີການແຈ້ງເຕືອນໄພ ລ່ວງໜ້າໃຫ້ກັບປະຊາຊົນລຸ່ມນໍ້າຂອງ ຮັບຮູ້ ແລະກຽມພ້ອມຮັບມືຢ່າງໄວວາ.

ດັ່ງຊາວແຂວງຫຼວງພຣະບາງ ເຮັດວຽກຂັບເຄື່ອນ ສິ່ງແວດລ້ອມ-ສັງຄົມ ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ທາງກົມນໍ້າ ກະຊວງຊັບພະຍາກອນ ມີເວັບໄຊ Real-time ຢູ່ຕະຫຼອດວ່າ ຊັ້ນແຕ່ວ່າລະດັບການສົ່ງຂໍ້ມູນ ໃຫ້ຊຸມຊົນນີ້ອ້າຍກາບໍ່ຮູ້ຄືກັນວ່າ ເພິ່ນໃຊ້ລະບົບໃດລັດຖະບານລາວ ມັນກາຢາກຍາກໃດ ຢູ່ໃນບໍລິບົດຂອງລາວນີ້ເພາະວ່າ ພາກລັດຖະບານນີ້ເຮົາສະເໜີຫຍັງໄປ ເຂົາເວົ້າແຕ່ເລື່ອງງົບປະມານໂລດຫັ້ນນ່າ ວ່າງົບປະມານ ບໍ່ມີແນວນັ້ນແນວນີ້.”

ຄະນະກໍາມະການ ແມ່ນໍ້າຂອງສາກົນ ໄດ້ແບ່ງປັນຂໍ້ມູນໃຫ້ກັບວິທະຍຸເອເຊັຍເສຣີ ຜ່ານທາງອີເມລໃນວັນທີ 1 ມີນາ 2024 ວ່າ ຈີນໃຫ້ຂໍ້ມູນທີ່ໃກ້ຄຽງແບບ Real-time ແກ່ MRC ເຊິ່ງໄດ້ຮັບການອັບເດດ ເປັນປະຈຳທາງເວັບໄຊ “monitoring.mrcmekong.org” ຈາກຂໍ້ມູນຫຼ້າສຸດ ຍັງຄົງຢູ່ໃນເກນການປະຕິບັດງານ ປົກກະຕິ ໃນລະດູແລ້ງ. ໃນປັດຈຸບັນ MRC ຍັງບໍ່ພົບຂໍ້ກັງວົນໃດໆ ທີ່ຕ້ອງດຳເນີນທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.