ປະຊາຊົນລາວ ທີ່ຖືກຜົລກະທົບ ມັກບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ
2024.03.15

ໃນຮອບຫຼາຍປີ ທີ່ຜ່ານມານີ້ ພໍ່ແມ່ປະຊາຊົນໃນປະເທດລາວ ປະສົບບັນຫາດ້ານພັຍພິບັດຫຼາຍແນວ ໂດຍສະເພາະ ພັຍນໍ້າຖ້ວມ ແລະພັຍແລ້ງ ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີແຜນປ້ອງກັນທີ່ຊັດເຈນ ແລະວ່ອງໄວ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຫຼາຍ ໂດຍບໍ່ໄດ້ຮັບຄ່າຊົດເຊີຍທີ່ເໝາະສົມ.
ດັ່ງຊາວນາ ທີ່ເຄີຍໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມໂດຍຕຣົງ ຢູ່ເມືອງຫຼາ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມີນາ 2024 ນີ້ວ່າ:
“ກໍຫາກມີ ບາງພາກສ່ວນ ທີ່ວ່າຖ້ວມຜ່ານມາຫັ້ນ ເງິນທີ່ເຂົາມາທົດແທນຫັ້ນ ຜູ້ຖ້ວມຫຼາຍ ກໍໄດ້ຫຼາຍ ຜູ້ຖ້ວມໜ້ອຍກໍໄດ້ໜ້ອຍ ອ່າ ບໍ່ພຽງພໍ ໂອ້ ນາຂ້ອຍນີ້ ມູນຄ່ານີ້ ເກືອບ 10 ລ້ານ ເງິນກີບນີ້ ໄດ້ເທົ່າໄດ້ ເຂົ້າ 20 ປາຍໂລ ແລ້ວກັລເຄື່ອງນຸ່ງຫັ້ນ ເຂົາມາບໍຣິຈາກຫັ້ນ ຖືກ 3 ຜືນເທົ່ານັ້ນແລະໂອ້ ເງິນກີບກໍບໍ່ໄດ້ຈັກກີບນີ້ ເອີ່ ລໍາບາກໂອ້ ຢູ່ລາວນີ້ ເຂົາບໍ່ແຈ້ງເຕືອນນ່າ ຄັນວ່າ ມັນເກີດອຸບັດຕິເຫດ ເກີດພັຍນໍ້າຖ້ວມນີ້ ເຂົາຍັງມາຕາມທີ່ຫຼັງ ມາກໍຄືວ່າ ມາຈົດມາແຕ້ມຫັ້ນແຫຼະ ໃຜເສັຍຫາຍເທົ່າໃດໆ ລະກໍມີແຕ່ເຂົ້າ ຂ້ອຍເວົ້າຫັ້ນແຫຼະ ເຂົາເອົາມານ່າ ມາໃຫ້ນ່າ ກໍມາຍາຍກັນ."
ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກແຈ້ງເຕືອນພັຍພິບັດ ໃຫ້ແກ່ພໍ່ແມ່ປະຊາຊົນ ແຕ່ສ່ວນຫຼາຍ ແມ່ນເປັນການແຈ້ງເຕືອນ ທາງສື່ສັງຄົມອ໋ອນລາຍນ໌ ໃນໄລຍະໃກ້ ເກີດເຫດພັຍພິບັດ ເຮັດໃຫ້ພໍ່ແມ່ປະຊາຊົນສ່ວນໃຫຍ່ ທີ່ບໍ່ທັນໃຊ້ສື່ສັງຄົມອ໋ອນລາຍນ໌ ແລະອາສັຍຢູ່ໃນ ພື້ນທີ່ເຂດນອກ ບໍ່ທັນໄດ້ຮັບຮູ້ຂໍ້ມູນຂ່າວສານ ສ່ວນຜູ້ທີ່ເຂົ້າເຖິງການແຈ້ງເຕືອນ ກໍຕຣຽມໂຕບໍ່ທັນ ຍ້ອນແຈ້ງເຕືອນທີ່ວ່ານີ້ ຈໍ້ ໄລຍະເວລາທີ່ກໍາລັງຈະເກີດເຫດພັຍພິບັດ.
ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມໂຄຍຕຣົງ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນເຂົ້າ ເປັນນໍ້ານີ້ແຫຼະ ຂອງຢູ່ຂອງກິນ ແມ່ນ ມັນບໍ່ມີບ່ອນຕັ້ງຢູ່ຫັ້ນແຫຼະເນາະ ຍ້າຍບ່ອນໃໝ່ ບໍ່ທັນປານໃດ ກໍບໍ່ທັນແຫຼະ (ການຊ່ອຍເຫຼືອ) ກໍໄດ້ແຕ່ກິນເນາະ ເຮືອນມັນກໍ ຫາສ້າງເອງ ສັງກະສອກ ສັງກະສີ ໂຕທີ່ວ່າ ມຸງກັນຝົນ ເພິ່ນບໍ່ໄດ້ຊ່ອຍເລີຍ ໂຕນີ້ ບໍ່ມີແຈ້ງການຫຍັງເລີຍ (ບ້ານຂອງຂະເຈົ້າ) ກໍບໍ່ໄກນ່່າ ແມ່ນແຫຼະ ແຮງກໍເພາະວ່າ 10 ປີແລ້ວ ມັນຄົບຮອບ ມັນເຄີຍຖ້ວມມາແບບນີ້ແຫຼະ ຜ່ານມາ 10 ປີແລ້ວ ມັນຈັ່ງມາຖ້ວມອີກ ຮຸນແຮງແບບນີ້ຫັ້ນນ່າ ມັນກັບມາອີກຫັ້ນນ່າ ອໍ ເປັນນໍ້າປ່າຊື່ໆ ນໍ້າມາແຕ່ພູ ຝົນມັນຕົກມາແລ້ວ ກໍມາທາງພູຜາມາ."
ຂະນະດຽວກັນ ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດຮູບແບບຕ່າງໆ ພັດບໍ່ທັນໄດ້ຮັບການຊ່ອຍເຫຼືອ ຫຼືຄ່າຊົດເຊີຍຕາມທີ່ພວກຂະເຈົ້າຄວນໄດ້ຮັບ ເຮັດໃຫ້ພາຍຫຼັງເກີດພັຍພິບັດ ພວກຂະເຈົ້າຕົກຢູ່ໃນສະພາບຄວາມທຸກຍາກຫຼາຍກ່ອນເກົ່າ ແລະຈໍາເປັນຕ້ອງໄດ້ດີ້ນຮົນເພື່ອຊ່ອຍໂຕເອງ ແລະຄອບຄົວ ໃຫ້ມີສະພາບຄວາມເປັນຢູ່ທີ່ດີຂຶ້ນ ທັງນີ້ ຜູ້ທີ່ໃຫ້ການຊ່ອຍເຫຼືອຫຼັກ ແມ່ນເປັນພາກເອກະຊົນ ບໍ່ແມ່ນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ.
ດັ່ງຊາວກະສິກອນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມໂດຍຕຣົງ ຢູ່ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງ ກ່າວວ່າ:
“ເດືອນ 9 ເດືອນ 10 ບາງປີ (ທີ່ມີການແຈ້ງເຕືອນລ່ວງໜ້າ ຈາກທາງການ) ແມ່ນ ເສັຍຫາຍໜ້ອຍນຶ່ງ ນາ ກັບສວນ ບໍ່ມີເດ້ ສະເພາະບາງປີ (ການແຈ້ງເຕືອນ) ກໍມີແຕ່ເບິ່ງ ນໍາໂທຣະສັບ ເປັນເຄື່ອງຂອງ ແລ້ວກະເງິນນໍາ ຊິໃຫ້ພຽງພໍນີ້ ກໍບໍ່ພຽງພໍແລ້ວ ແມ່ນ ຊ່ອຍຕອນນັ້ນ ແມ່ນອັນນ່າ ພາກເອກະຊົນ ໜ່ວຍງານຣັຖ ຊ່ອຍເງິນໜ້ອຍດຽວ."
ສໍາລັບພັຍພິບັດ ທີ່ເກີດຂຶ້ນ ພາຍໃນຫຼາຍເມືອງ ແລະຫຼາຍແຂວງຂອງປະເທດລາວ ສ່ວນຫຼາຍ ແມ່ນເປັນພັຍພິບັດນໍ້າຖ້ວມ ລະຫວ່າງເດືອນສິງຫາ ຫາເດືອນຕຸລາ ຂອງທຸກປີ ທັງນີ້ ບັນຫານໍ້າຖ້ວມທາງພາກເໜືອ ແມ່ນເກີດຈາກນໍ້າປ່າໄຫຼຊຸ ສ່ວນທາງພາກໃຕ້ ແມ່ນເກີດຈາກ ການປ່ອຍນໍ້າຂອງໂຄງການເຂື່ອນໄຟຟ້າພະລັງງານນໍ້າ ເຊິ່ງພັດຍັງບໍ່ທັນມີລະບົບ ແຈ້ງເຕືອນພັຍ ທີ່ເປັນຮູບປະທັມເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການປ້ອງກັນພັຍພິບັດ ທ່ານນຶ່ງ ກ່າວວ່າ:
“ມັນກະ ຄໍາວ່າ ພັຍພິບັດ ມັນກໍໄປເປັນເຂດ ເປັນບ່ອນຫັ້ນແຫຼະ ສ່ວນໃຫຍ່ ກໍນໍ້າຖ້ວມພາກເໜືອ ພາກໃຕ້ກໍມີ ເຂດອຸດົມໄຊ, ໄຊຍະບູຣີ ທີ່ຜ່ານມາ ຫຼວງພຣະບາງກໍມີ ແມ່ນໆ ນໍ້າໄຫຼຊຸແຮງ ແມ່ນແຫຼະ ພາກໃຕ້ ກໍເຊກອງ, ອັດຕະປື ລັກສະນະແບບເຂື່ອນ ປ່ອຍນໍ້າເຂື່ອນມາ ລັກສະນະແນວນີ້ ພັຍແລ້ງນີ້ ບໍ່ຊ່າງຊິວ່າ ຄັນຍາມແລ້ງ ມັນກໍແລ້ງກັນເບິດ ທຸກເຂດທຸກບ່ອນຫັ້ນແຫຼະ ອ່າ ເດືອນ 9 ເດືອນ 10 ນີ້ແຫຼະ ແລ້ວກໍເດືອນ 8 ແມ່ນໆໆ ພື້ນທີ່ການກະສເດ ສ່ວນຫຼາຍກໍພື້ນທີ່ ການກະເສດ ກໍບ້ານເຮືອນ ປະຊາຊົນເປ່ເພ ພື້ນຖານໂຄງຮ່າງ ຖນົນຫົນທາງຫັ້ນແຫຼະ ຍັງບໍ່ທັນ ມີລະບົບແຈ້ງເຕືອນຄັກແນ່ ບໍ່ທັນມີ ແມ່ນໆໆ ກະມີ ຄະນະຄຸ້ມຄອງພັຍພິບັດເພິ່ນ."
ຫຼ້າສຸດນີ້, ໃນຮອບປີ 2023 ທີ່ຜ່ານມາ ພັຍພິບັດນໍ້າຖ້ວມ ໃນປະເທດລາວ ບໍ່ທັນໄດ້ເກີດຂຶ້ນ ແຕ່ສະເພາະໃນພື້ນທີ່ທາງພາກເໜືອ ແລະພາກໃຕ້ເທົ່ານັ້ນ ແຕ່ຍັງເກີດຂຶ້ນຢູ່ພາຍໃນແຂວງພາກກາງຂອງປະເທດນໍາ.
ດັ່ງນັກວິຊາການ ທີ່ເຮັດວຽກກ່ຽວກັບ ແຜນຮັບມືດ້ານພັຍພິບັດ ທ່ານນຶ່ງ ກ່າວວ່າ:
“ໃນໄລຍະປີ ຄືຜ່ານມາເນາະ ໃນປີ 2023 ຜ່ານມາ ທີ່ວ່າ ເປັນເຫດການໃຫຍ່ເນາະ ທີ່ວ່າຮຸນແຮງກໍຊິແມ່ນ ເຂົາເອີ້ນວ່າ ເປັນນໍ້າຖ້ວມຊຸຫັ້ນນ່າ ອ່າ ຢູ່ທາງພາກ ອ່າ ພາກກາງ ແຂງມີແຂວງ ບໍຣິຄໍາໄຊ, ຄໍາມ່ວນ ແລ້ວກໍແຂວງສວັນນະເຂດ ແມ່ນໆ ທີ່ຈິງຫັ້ນແມ່ນ ມັນຈະຢູ່ທາງພາກເໜືອເນາະ ທີ່ວ່າ ເປັນເຂດພູດອຍເນາະ ແຕ່ວ່າປີນີ້ ກະປະກົດວ່າ ຢູ່ທາງພາກກາງເຮົາຫັ້ນ ກໍມີຄືກັນເນາະ ໂອ້ ສາເຫດກໍຍ້ອນ ສະພາບນີ້ແຫຼະເນາະ ສະພາບການປ່ຽນແປງດິນຟ້າອາກາດນີ້ແຫຼະ."
ໃນຮອບປີ 2023, ໄດ້ມີເຫດການພັຍພິບັດເກີດຂຶ້ນ ເປັນຕົ້ນ: ເຫດໄຟໄໝ້ລາມປ່າ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ເຂດພູພະນັງ ນະຄອນຫຼວງວຽງຈັນ, ລົມພາຍຸພັດ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະນໍ້າຖ້ວມຂັງ ອີກທັງ ໃນໄລຍະທ້າຍເດືອນກໍຣະກະດາ ຫາເດືອນສິງຫາ ທີ່ຜ່ານມາ ມີ 12 ແຂວງ ໄດ້ຮັບຜົລກະທົບ ຈາກລົມພະຍຸພັດ, ມີດິນເຊາະເຈື່ອນ ແລະເຫດນໍ້າຖ້ວມ ເຊິ່ງໄດ້ສ້າງຜົລເສັຍຫາຍເປັນຈໍານວນຫຼາຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບແຜນຮັບມືດ້ານພັຍພິບັດ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ມີນໍ້າ ມີຝົນເນາະ ທີ່ວ່າ ຕົກຍາວນານ ຕົກແຮງເນາະ ເອີ່ ແລ້ວກໍເຮັດໃຫ້ດິນເຊາະເຈື່ອນ ແມ່ນຫຍັງຕ່າງໆເນາະ ແມ່ນແລ້ວ ຣະດູ ເປັນຊ່ວງຣະດູຝຢນ ຣະດູມໍຣະສຸມນີ້ແຫຼະ ອ່າຖ້າລອງລົງມາ ຈາກນໍ້າຖ້ວມເນາະ ກໍຊິມີເປັນອັນນ່າ ດິນເຈື່ອນເນາະ, ດິນເຈື່ອນ ດິນສະໄລ້ ອ່າ ມັນກໍເຄີຍ ດິນສະໄລ້ ມັນກໍບາງເທື່ອ ມັນກໍຈະບໍ່ມີນໍ້າຖ້ວມເນາະ ມັນຈະເປັນດິນສະໄລ້ຊື່ໆ ຍ້ອນວ່າ ບາງເທື່ອ ເຂດສັນພູ ເຂດຫຍັງທີ່ວ່າ ມັນຊັນ ມັນຫຍັງຫຼາຍ ແຕ່ວ່າມັນມີຝົນຕົກມາຫຼາຍມື້ຈັ່ງຊີ້ນ່າ ມັນກໍ ຈະບໍ່ມີນໍ້າເນາະ ແຕ່ວ່າ ມັນຊິເປັນດິນເຊາະເຈື່ອນ ລົງມາທັບຫົນທາງ ລົງມາທັບແມ່ນຫຍັງ."
ໃນໄລຍະບໍ່ດົນມານີ້, ທ່ານ ພົລເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກຣັຖຕຣີ ກະຊວງປ້ອງກັນປະເທດ ແລະປະທານຄະນະກັມມະການ ຄຸ້ມພັຍພິບັດຂັ້ນສູນກາງ ໄດ້ກ່າວໃນກອງປະຊຸມ ຄະນະກັມມະການຄຸ້ມຄອງ ພັຍພິບັດທົ່ວປະເທດ ປະຈໍາປີ 2023 ແລະທິດທາງແຜນການ ປີ 2024 ວ່າ ໃນຮອບປີທີ່ຜ່ານມາ ມີເຫດພັຍພິບັດເກີດຂຶ້ນ ທັງໝົດ 76 ຄັ້ງ ສົ່ງຜົລກະທົບ ຢູ່ 16 ແຂວງ, 125 ເມືອງ, 937 ບ້ານ, 33,585 ຄອບຄົວ, 107,334 ຄົນ, ມີຜູ້ເສັຍຊີວິດ 10 ຄົນ ແລະເຮືອນຖືກເສັຍຫາຍ 14 ຄັ້ງ ນອກນີ້ ຍັງສົ່ງຜົລກະທົບ ຕໍ່ພື້ນຖານໂຄງຮ່າງ, ເນື້ອທີ່ທໍາການຜລິດຂອງປະຊາຊົນ, ຖນົນຫົນທາງ, ໂຮງຮຽນ, ໂຮງໝໍ ລວມເຖິງ ສົມບັດຂອງຣັຖ ແລະເອກະຊົນ ມູນຄ່າ 1,114 ຕື້ປາຍກີບ.
ທ່ານກ່າວອີກວ່າ ສໍາລັບປີ 2024 ນີ້, ຄະນະກັມມະການຄຸ້ມຄອງພັຍພິບັດ ຢູ່ແຕ່ລະຂັ້ນເມືອງ ຈະດໍາເນີນການ ວຽກງານປ້ອງກັນ, ຄວບຄຸມ ແລະຟື້ນຟູພັຍພິບັດ ພ້ອມຍົກລະດັບ ວຽກງານເຕືອນພັຍ ເພື່ອໃຫ້ສັງຄົມຮັບຮູ້ ຂໍ້ມູນຂ່າວສານຢ່າງວ່ອງໄວ ແລະຊັດເຈນ ໂດຍການສ້າງສູນຂໍ້ມຸນຂ່າວສານ ຊັພຍາກອນນໍ້າແຫ່ງຊາຕ, ປັບປຸງ ສະຖານີອຸຕຸນິຍົມ ແລະສະຖານີອຸທົກກະສາດ, ກໍ່ສ້າງສູນຂໍ້ມູນແຜ່ນດິນໄຫວແຫ່ງຊາຕ ແລະສະຖານີ ຕິດຕາມຜ່ານດິນໄຫວ.