ການສ້າງເຂື່ອນໄຟຟ້າ ຂອງບໍຣິສັດວຽດນາມ ຢູ່ແຂວງອັດຕະປື ບໍ່ສຳເຣັດຕາມເປົ້າໝາຍ

ພິທີວາງສີລາຣຶກ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A, ເມືອງສນາມໄຊ ແຂວງອັດຕະປື ວັນທີ 10 ເດືອນກໍຣະກະດາ ປີ 2020.
ພິທີວາງສີລາຣຶກ ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A, ເມືອງສນາມໄຊ ແຂວງອັດຕະປື ວັນທີ 10 ເດືອນກໍຣະກະດາ ປີ 2020. (ຂໍຂອບໃຈຮູບພາບຈາກ: Song Da 6 Joint Stock Company)

0:00 / 0:00

ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ມີບໍຣິສັດ V&H Corporation ຂອງວຽດນາມ ເປັນຜູ້ລົງທຶນ ແລະບໍລິສັດ Song Da 6 Joint Stock ຂອງວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າການລົງທຶນ 152.88 ລ້ານໂດລ້າຣ໌ສະຫະຣັຖ, ໄດ້ເຣີ່ມກໍ່ສ້າງມາຕັ້ງແຕ່ຕົ້ນປີ 2021 ແລະມີກໍາໜົດຈະສ້າງແລ້ວ ໃນປີ 2023 ທີ່ຜ່ານມາ, ແຕ່ໂຄງການດັ່ງກ່າວ ໄດ້ຊະລໍການກໍ່ສ້າງ ອອກໄປໂດຍບໍ່ມີກໍານົດ ມາແຕ່ປີ 2023 ເນື່ອງຈາກບໍຣິສັດຜູ້ລົງທຶນ ແລະບໍລິສັດຮັບເຫມົາກໍ່ສ້າງ ຂາດທຶນຢ່າງຫນັກ, ອີງຕາມຄໍາເວົ້າຂອງເຈົ້າຫນ້າທີ່ພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້.

" ເຊກອງຕອນລຸ່ມກະຍຸຕິມາອີກລະເດ ແຕ່ເງິນເໜັງຕີງມາກະຍຸຕິໄປ ເຂົາຍັງຊະລໍເບິ່ງ ເພາະເງິນມັນເໜັງຕີງໄປເລີຍ ໄປເຮັດອິຫຍັງກະບໍ່ໄດ້ ມັນແຮງອີ່ຫຼີຫັ້ນແລ້ວ ທໍາມະດາວ່າປີ 2024 ສໍາເລັດໝົດ ມັນບໍ່ແລ້ວໆ 2026-2027 ກະຍັງບໍ່ແລ້ວ ຄົນບໍ່ໄດ້ເຄື່ອນໄຫວ ບາດນີ້ທາງລັດຖະບານເພິ່ນກະຢາກໃຫ້ເຮັດໄວໆເລັ່ງດ່ວນ ມັນກະບໍ່ໄດ້ ແລ້ວກະເຮັດ ສັ່ງບໍ່ໄດ້ແລ້ວ ມັນບໍ່ມີເງິນມາເຮັດ ."

ທ່ານກ່າວຕື່ມວ່າ ການກໍ່ສ້າງໂຄງການດັ່ງກ່າວ ຄືບຫນ້າໄປແລ້ວ ຫລາຍກວ່າ 70%. ສ່ວນເລື່ອງເງິນຄ່າຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສູນເສຽທີ່ດິນ ທໍາການກະເສດ ແມ່ນຍັງບໍ່ທັນໄດ້ຈ່າຍໃຫ້ເທື່ອ, ມາຮອດມື້ນີ້ ທາງບໍຣິສັດເຈົ້າຂອງໂຄງການ ກໍຍັງມິດງຽບຢູ່, ບໍ່ຮູ້ວ່າ ຈະຈ່າຍໃຫ້ເມື່ອໃດ.

ອີງຕາມຣາຍງານ ຂອງສື່ມວນຊົນວຽດນາມ ໃນມື້ວັນທີ 8 ມີນາ 2024 ນີ້ແລ້ວແມ່ນວ່າ ບໍລິສັດ Song Da 6 Joint Stock ທີ່ເປັນຜູ້ຮັບເຫມົາກໍ່ສ້າງ ຂາດ ທຶນເຖິງ 150 ພັນລ້ານດົງ ຫລືປະມານ 6 ລ້ານໂດລ້າຣ໌ສະຫະຣັຖ ໃນປີ 2023 ຄືຫລຸດລົງ 23% ຈາກປີ 2022.

ບໍຣິສັດກໍ່ສ້າງນີ້ ບໍ່ສາມາດຫາເງິນທຶນໄດ້. ດັ່ງນັ້ນ ຈຶ່ງເຮັດໃຫ້ວຽກງານກໍ່ສ້າງເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ໃນລາວ ແລະ ໂຄງການເຂື່ອນໄຟຟ້າ Dak Mi 1 ໃນແຂວງ Kon Tum ຢູ່ຫວຽດນາມ ເລື່ອນກໍານົດການກໍ່ສ້າງອອກໄປ ແລະທາງບໍຣິສັດ ຍັງແບກຮັບພາລະຂອງຕົ້ນທຶນ ໃນການກໍ່ສ້າງ ທີ່ເພີ່ມສູງຂຶ້ນ ແບບບໍ່ຄາດຄິດມາກ່ອນ.

ສ່ວນບໍຣິສັດ V&H Corporation ຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ກໍມີບັນຫາດ້ານການເງິນ ມາຕັ້ງແຕ່ມາໄລຍະ ການລະບາດຂອງໂຄວິດ-19, ແຕ່ທາງບໍຣິສັດ ບໍ່ໄດ້ເປີດເຜີຍເຣື່ອງຈໍານວນເງິນໃຫ້ຮູ້.

ໂຄງການດັ່ງກ່າວ ມີຜົນກະທົບຕໍ່ຊາວບ້ານ ເຮັດໃຫ້ສູນເສຽທີ່ດິນ ທັງແບບຖາ ວອນ ແລະແບບຊົ່ວຄາວ ໃນເນື້ອທີ່ປະມານ 192,000 ຕາແມັດ ຢູ່ 5 ບ້ານ, ຈຳນວນ 163 ຄອບຄົວ ໃນເມືອງສະໜາມໄຊ ຄືບ້ານຄັນໝາກນາວ 26 ຄອບ ຄົວ, ບ້ານຫາດຊາຍສູງ 52 ຄອບຄົວ, ບ້ານນໍ້າກົງ 35 ຄອບຄົວ, ບ້ານຫາດຍາວ 30 ຄອບຄົວ ແລະບ້ານມິດສໍາພັນ 20 ຄອບຄົວ, ອີງຕາມການປະເມີນຜົນກະທົບ ຕໍ່ສັງຄົມ ຂອງທາງການແຂວງອັດຕະປື.

ຊາວບ້ານຜູ້ນຶ່ງ ຢູ່ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບ ສູນເສຽທີ່ດິນໃຫ້ແກ່ໂຄງການນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ຕົນບໍ່ໄດ້ຮູ້ເຣື່ອງທີ່ທາງບໍຣິສັດຜູ້ລົງທຶນ ຂາດເງິນທຶນ ໃນການກໍ່ສ້າງ ແຕ່ກໍສັງເກດເຫັນວ່າ ມີຄົນງານເຮັດວຽກໜ້ອຍລົງ ບໍ່ຫລາຍຄືແຕ່ກ່ອນ. ສ່ວນເຣື່ອງເງິນຄ່າຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບນັ້ນ ມາເຖິງປັດຈຸບັນ ກໍຍັງມິດງຽບຢູ່ ບໍ່ມີການກ່າວເຖິງແຕ່ຢ່າງໃດ.

" ຍັງບໍ່ທັນຍິນຂ່າວວ່າຈັ່ງໃດ ເຂົາກະມີຄົນຢູ່ ແຕ່ວ່າເຂົາເຮັດບາງເລັກໜ້ອຍ ແຕ່ວ່າບໍ່ມີຄົນງານຫລາຍຄືແຕ່ກ່ອນນະເຈົ້າ ດຽວນີ້ບໍ່ຄ່ອຍເຫັນ ມິດແລ້ວ (ເງິນຊົດເຊີຍ) ຊ່ວງຫລັງໆມານີ້ຄືວ່າບໍ່ໄດ້ຍິນແລ້ວ ມິດ ຈັກເປັນຈັ່ງໃດ ກະບໍ່ຮູ້ ແຕ່ວ່າເຂົາແຈ້ງຂ່າວວ່າ ຊີໂຈະ ຫລືວ່າຊິເຮັດຕໍ່ ກະຍັງບໍ່ທັນຮູ້ຄືກັນ ."

ແລະຊາວບ້ານອີກຜູ້ນຶ່ງ ຢູ່ເມືອງດຽວກັນນີ້ ກໍເວົ້າເຖິງເຣື່ອງ ທີ່ບໍລິສັດຜູ້ລົງທຶນ ຂາດທຶນຢ່າງໜັກ ຈົນບໍ່ສາມາດດໍາເນີນການກໍ່ສ້າງໂຄງການໄດ້ນັ້ນວ່າ ສ່ວນໂຕແລ້ວ ກໍຢາກໃຫ້ທາງບໍລິສັດ ເລັ່ງຫາເງິນທຶນ ມາສືບຕໍ່ໂຄງການດັ່ງກ່າວ ໃຫ້ໄວທີ່ສຸດ ຍ້ອນເປັນໂຄງການ ທີ່ໄດ້ກໍ່ສ້າງໄປຫລາຍສົມຄວນແລ້ວ ຫາກຈະປ່ອຍຖິ້ມຮ້າງໄປລ້າໆ ກໍຈະເຮັດໃຫ້ຊາວບ້ານເສຽຜົນປໂຍດ ແລະອາດຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ໃນອະນາຄົດ.

ສ່ວນເຣື່ອງເງິນຄ່າຊົດເຊີຍຄວາມເສັຍຫາຍ ມາເຖິງປັດຈຸບັນ ປະຊາຊົນກໍຍັງບໍ່ທັນມີວິແວວວ່າ ເມື່ອໃດຈະໄດ້ຈາກບໍລິສັດຜູ້ລົງທຶນ ແລະທາງການແຂວງອັດຕະປື ກໍບໍ່ໄດ້ເວົ້າເຖິງ ມິດງຽບໄປເລີຍ ດັ່ງຊາວບ້ານຜູ້ນຶ່ງ ເວົ້າຕໍ່ວິທະຍຸເອເຊຍເສຣີ ໃນມື້ດຽວກັນນີ້ວ່າ:

" ໂຈະກະບໍ່ຢາກໃຫ້ໂຈະແລ້ວ ຢາກໃຫ້ເຮັດເລີຍແຫລະມັນໄດ້ຫລາຍແລ້ວເດ ມັນເສັຍຫາຍຫລາຍແລ້ວເດ ດິນດອນກະດີ (ເງິນຊົດເຊີຍ) ເພິ່ນກະວ່າຊົດເຊີຍຢູ່ ເພີ່ນໄດ້ສໍາຫລວດຄັກແນ່ແລ້ວ ອັນໂຕເພີ່ນວ່າຊິໄດ້ນີ້ ແຕ່ວ່າເງິນຄໍາຫັ້ນ ບໍ່ທັນໄດ້ໃດ໋ ."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ເວົ້າວ່າ ບໍລິສັດ Song Da 6 Joint Stock ຂອງຫວຽດນາມ ໄດ້ເຮັດໜັງສືຊີ້ແຈງ ກ່ຽວກັບສະຖານະການ ທີ່ເກີດຂຶ້ນນັ້ນ ມາຍັງກະຊວງພະລັງງານ ແລະບໍ່ແຮ່ຂອງລາວແລ້ວ.

ໃນເບື້ອງຕົ້ນ ບໍລິສັດດັ່ງກ່າວ ຢືນຢັນວ່າ ຈະພະຍາຍາມຊອກຫາເງິນທຶນ ໃຫ້ໄດ້ໄວທີ່ສຸດ ເພື່ອສືບຕໍ່ໂຄງການດັ່ງກ່າວ ໃຫ້ສໍາເລັດ. ແຕ່ໃນລະຫວ່າງທີ່ລໍຖ້ານີ້ ທາງບໍລິສັດ ຕ້ອງເຮັດບົດຣາຍງານຄວາມຄືບໜ້າ ກ່ຽວກັບການດໍາເນີນວຽກງານຕ່າງໆ ເປັນຕົ້ນ ບົດຣາຍງານການເງິນ, ບົດຣາຍງານແຜນການກໍ່ສ້າງ ເພື່ອແຈ້ງໃຫ້ກະຊວງພະລັງງານ ແລະບໍ່ແຮ່ ຮັບຮູ້ນໍາດ້ວຍ.

ຖ້າຫາກທາງບໍຣິສັດ ບໍ່ສາມາດຊອກຫາເງິນທຶນ ມາດໍາເນີນການກໍ່ສ້າງໄດ້ ກໍຈະມີການປຶກສາຫາລືກັນຕື່ມ ກັບພາກສ່ວນທີ່ກ່ຽວຂ້ອງ.

ດັ່ງທີ່ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

" ຂະເຈົ້າກໍເຮັດໜັງສືສະເໜີເຂົ້າມາໃນກະຊວງວ່າ ຈະບໍ່ມີການກໍ່ສ້າງ ນ່າຈະເລີ່ມກໍ່ສ້າງໄດ້ປີຕໍ່ໄປ ຫລື ສອງປີຂ້າງໜ້າ ແຕ່ວ່າຕ້ອງໄດ້ເຮັດບົດລາຍງານ 3 ເດືອນເທື່ອນຶ່ງນໍວ່າ ຄວາມຄືບໜ້າໃນການເຮັດເອກກະສານຕ່າງໆຂອງໂຄງການ ."

ໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ຫລື Song Da Downstream Hydropower Project - ຂະໜາດ 86 ເມກະວັດ, ມູນຄ່າ 152,88 ລ້ານໂດລ້າຣ໌ສະຫະຣັຖ, ເປັນເຂື່ອນຝາຍນໍ້າລົ້ນ ໂດຍແມ່ນບໍຣິສັດເອກກະຊົນວຽດ ນາມ ຄືບໍຣິສັດ V&H Corporation ເປັນຜູ້ລົງທຶນ ແລະບໍຣິສັດ Song Da 6 Joint Stock ເປັນຜູ້ກໍ່ສ້າງ. ໄຟຟ້າທີ່ຈະຜະລິດໄດ້ທັງໝົດ ຈະຂາຍໃຫ້ກັມພູຊາ ແລະຣັຖວິສາຫະກິຈໄຟຟ້າວຽດນາມ.