ຣັຖບານ ສເນີອຸທິຍານ ແຫ່ງຊາຕຫີນໜາມໜໍ່ ເປັນມໍຣະດົກໂລກ
2024.03.12
ຣັຖບານໄດ້ສົ່ງເອກກະສານເຖິງ ອົງການ ຢູເນສໂກ (UNESCO) ໃນການສເນີ ອຸທິຍານແຫ່ງຊາຕ ຫີນໜາມໜໍ່ ເຂົ້າເປັນພື້ນທີ່ມໍຣະດົກໂລກ ທາງທັມມະຊາຕ ແຫ່ງທຳອິດ ຂອງປະເທດລາວການສເນີຊື່ ຄັ້ງນີ້ແມ່ນໄດ້ຜ່ານເກນມາຕຖານ ດ້ານວິຊາການທັງໝົດແລ້ວ ລະຫວ່າງນີ້ທາງພາກສ່ວນທີກ່ຽວຂ້ອງ ໄດ້ປະຊຸມປຶກສາຫາລື ເພື່ອກຽມພ້ອມສຳລັບຂະບວນການ ປະເມີນຂັ້ນຕໍ່ໄປ.
ດັ່ງເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 12 ມີນາ 2024ນີ້ວ່າ:
“ແມ່ນແລ້ວເພາະວ່າເພິ່ນສເນີເປັນມໍຣະດົກໂລກ ເພາະວ່າເອກກະສານ ແມ່ນຍັງຄົບໝົດແລ້ວ ເພິ່ນມາປະຊຸມກ່ຽວກັບວຽກໂຕນີ້ ນີ້ແຫຼະ ປະຊຸມວັນທີ 11-12 ນີ້ແຫຼະ.”
ອຸທິຍານແຫ່ງຊາຕຫີນໜາມໜໍ່ ຕັ້ງຢູ່ໃນເຂດເມືອງບົວລະພາ ແຂວງຄຳມ່ວນ ມີພື້ນທີ່ຊາຍແດນຕິດຕໍ່ກັບອຸທິຍານແຫ່ງຊາຕ ຟອງຍາ-ແກບາງຂອງວຽດນາມ ເຊິ່ງໄດ້ຮັບສະຖານະເປັນ ມໍຣະດົກໂລກທາງທັມມະຊາຕ ຕັ້ງແຕ່ປີ 2003 ໃນການສເນີຊື່ຄັ້ງນີ້ ໄດ້ຮັບຄວາມຮ່ວມມື ຈາກວຽດນາມ ຫາກອຸທິຍານແຫ່ງຊາຕຫີນໜາມໜໍ່ ຮັບສະຖານະເປັນມໍຣະດົກໂລກ ຈະເຮັດໃຫ້ພື້ນທີ່ອະນຸຮັກ ທັງສອງລວມກັນ ແລະກາຍເປັນບໍລິເວນພູຫີນປູນ ຂະໜາດໃຫຍ່ທີ່ສຸດໃນໂລກ.
ໃນເຂດອຸທິຍານແຫ່ງຊາຕມີ 19 ບ້ານ ທີ່ຕັ້ງຢູ່ໃນເຂດອຸທິຍານດັ່ງກ່າວ ໂດຍສ່ວນຫຼາຍປະຊາຊົນ ເປັນກຸ່ມຊົນເຜົ່າ ເຊິ່ງການສເນີຊື່ມໍຣະດົກໂລກເທື່ອນີ້ ບໍ່ໄດ້ມີການໂຍກຍ້າຍປະຊາຊົນ ອອກຈາກພື້ນທີ່ຍ້ອນອຸທິຍານ ໃຊ້ລະບົບການຈັດການພື້ນທີ່ ຢູ່ອາໃສ ແລະພື້ນທີ່ປ່າໄມ້ແບບມີສ່ວນຮ່ວມໂດຍໃຫ້ປະຊາຊົນແຕ່ລະບ້ານມີສ່ວນຮ່ວມໃນການກວດກາລາດຕະເວັນລວມເຖິງຕິດຕາມຊີວະນາ ໆ ພັນຕ່າງ ໆ ໃນແຕ່ລະບ້ານການໃຊ້ການຈັດການແບບມີສ່ວນຮ່ວມນີ້ຖືກນໍາໄປເປັນຈຸດເດັ່ນໃນການສເນີຊື່ເປັນມໍຣະດົກໂລກຄັ້ງນີ້ນຳ. ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ເມືອງບົວລະພາແຂວງຄຳມ່ວນທ່ານກ່າວໃນມື້ດຽວກັນວ່າ.
“ບໍ່ບໍ່ມີເຂດໃດ ຕ້ອງຍ້າຍອອກເລີຍ ເພາະວ່າເພິ່ນເຮັດລະບົບ ປະຕິບັດການຄຸ້ມຄອງ ຮ່ວມກັນລະຫວ່າງປະຊາຊົນ ກັບອຳນາດການປົກຄອງ. ມັນເປັນການສເນີ ເປັນມໍຣະດົກ ແຫ່ງທຳອິດ ຂອງໂລກທີ່ວ່າ ໃຊ້ລະບົບການຄຸ້ມຄອງ ຮ່ວມກັນ ມີຫຼັກໆມັນກໍເປັນຂອງອຸທິຍານເນາະ. ບັນດາອຳນາດການປົກຄອງ ຢູ່ຂັ້ນທ້ອງຖິ່ນ ຢູ່ໃນເມືອງ ຫຼືວ່າແຂວງ ຫຼືວ່າຜະແນກການຕ່າງໆ ຂັ້ນບ້ານນຳ.”
ການສເນີຊື່ອຸທິຍານຫີນໜາມໜໍ່ ເປັນມໍຣະດົກໂລກ ເປັນຄວາມຮ່ວມມືລະຫວ່າງ ຣັຖບານລາວ ແລະລັດຖະບານເຢັຍຣະມັນ ທີ່ໃຫ້ທືນສນັບສນູນ ຜ່ານໂຄງການ ຈີໄອແຊັດ ໂພຣແຟັບ ( GIZ-ProFEB) ຫຼືໂຄງການປົກປັກຮັກສາ ແລະນໍາໃຊ້ລະບົບນິເວດ ປ່າໄມ້ ແລະຊີວະນາໆພັນ ແບບຍືນຍົງໂດຍໄດ້ສນັບສນູນ ໃນການພັທນາ ໃນທຸກດ້ານເປັນຕົ້ນ ດ້ານການທ່ອງທ່ຽວ ແລະການສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນ.
ການສເນີຊື່ ເປັນມໍຣະດົກໂລກນີ້ໄດ້ຮັບຄວາມສົນໃຈ ຈາກຜູ້ປະກອບການທຸຣະກິຈ ໃນພື້ນທີ່ຫຼາຍຍ້ອນຫາກອຸທິຍານ ໄດ້ຮັບສະຖານະເປັນມໍຣະດົກໂລກ ຈະເຮັດໃຫ້ນັກທ່ອງທ່ຽວ ຮູ້ຈັກອຸທິຍານຫີນໜາມໜໍ່ ແລະເມືອງບົວລະພາ ຫຼາຍຂຶ້ນນຳໄປສູ່ການຍົກລະດັບ ການທ່ອງທ່ຽວແລະການພັທນາ ເມືອງນຳດ້ວໍຍ.
ດັ່ງເຈົ້າຂອງເຮືອນພັກ ຢູ່ເມືອງບົວລະພາ ແຂວງຄຳມ່ວນກ່າວວ່າ:
“ໄດ້ຍິນຢູ່ໃດມື້ໃດເຂົາເຈົ້າຊິເປີດງານຫັ້ນເນາະ ຈັກວັນທີ່ເທົ່າໃດຂ້ອຍບໍ່ຈື່ຊໍ້າ. ໄດ້ຍິນຢູ່ ເຂົາເວົ້າປີກາຍນີ້ແຫຼະ ບໍ່ດົນປານໃດດອກ ບາງເທື່ອມັນຊິຈະເຣີນຄັກກ່ວານີ້ ອີກຂ້ອຍວ່າ ມັນເກີດແບບນັ້ນໃດ ຂ້ອຍຄິດວ່າມັນຊິຈະເຣີນກ່ວານີ້ຫັ້ນນ່າ. ເອົາຄວາມຈະເຣີນມາກກ່ວາເກົ່າ. ດຽວນີ້ມັນກໍຍັງບໍ່ປານໃດ ຄົນກໍມີຢູ່ກໍບໍ່ຫຼາຍປານໃດຫັ້ນນ່າ ແມ່ນແຫຼະບາງເທື່ອ ແຂກຄົນກໍຊິເຂົ້າມາຫຼາຍກ່ວານີ້ ອີກຫັ້ນນ່າ.”
ຜູ້ປະກອບການເຮືອນພັກ ຢູ່ບ້ານໜອງປີງ ເມືອງບົວລະພາແຂວງຄໍາມ່ວນ ກໍໄດ້ຍີນຂ່າວການສເນີ ຊື່ມໍຣະດົກໂລກນຳກັນ ແຕ່ກໍຍັງບໍ່ຮູ້ວ່າເມື່ອໃດຊິໄດ້ຮັບສະຖານະ ຫາກໄດ້ຮັບສະຖານະມໍຣະດົກໂລກ ລາວກໍຄິດວ່າຈະຊ່ອຍເຮັດໃຫ້ຄົນຮູ້ຈັກຫຼາຍຂຶ້ນ ຊ່ອຍໃຫ້ການຄຸ້ມຄອງສັດປ່າ ແລະຊີວະນາໆພັນ ໃນເຂດອຸທິຍານເຂັ້ມແຂງຂຶ້ນ ແລະຊ່ອຍສົ່ງເສີມເສດຖະກິຈ ໃຫ້ຊາວບ້ານໃນພື້ນທີ່ອຸທິຍານ ນຳດ້ວຍ. ປັດຈຸບັນກຸ່ມແມ່ຍິງໃນເຂດບ້ານໜອງປີງ ເຊິ່ງເປັນບ້ານທີ່ຢູ່ໃນເຂດອຸທິຍານ ຫີນໜາມໜໍ່ໄດ້ເຣີ່ມທົດລອງ ເປີດເຮືອນພັກໃຫ້ນັກທ່ອງທ່ຽວ ເຊົ່າແລ້ວ.
ດັ່ງນາງກ່າວວ່າ:
“ກໍເຮັດໃຫ້ຄົນຮູ້ຈັກຫຼາຍແລ້ວ ກໍການຄຸ້ມຄອງສັດປ່າ ອິຫຍັງຕ່າງໆ ມັນກໍຈະແໜ້ນໜາ ຂຶ້ນກຳລັງທົດລອງໃຫ້ເຊົ່າໃຫ້ສະຫະພັນ ແມ່ຍິງ ຢູ່ໃນບ້ານໜອງປິງເຮັດເຮຶອນພັກ ອັນນີ້ຂະບໍ່ມີການສັມປະທານ ໃນເຂດອຸທິຍານນີ້ ສຳລັບທ່ອງທ່ຽວ ມີແຕ່ໃຫ້ປະຊາຊົນໃຫ້ຊາວບ້ານເຮັດ.”
ຣັຖບານລາວມີຄວາມພະຍາຍາມ ໃນການຜັກດັນໃຫ້ອຸທິຍານແຫ່ງຊາຕ ຫີນໜາມໜໍ່ ເປັນມໍຣະດົກໂລກທາງທັມມະຊາຕ ມາຕັ້ງແຕ່ປີ 2007 ເຊິ່ງໃນຂະນະນັ້ນ ຍັງມີສະຖານະເປັນປ່າສະຫງວນຢູ່. ຕໍ່ມາໃນປີ 2020 ກໍໄດ້ມີຄວາມພະຍາຍາມສເນີ ອີກຄັ້ງໜຶ່ງແຕ່ເນື່ອງດ້ວຍສະຖານະການ ໂຄວິດ-19 ແລະ ຄວາມພ້ອມດ້ານເອກກະສານ ທີ່ຣັຖບານຕ້ອງການປັບປ່ຽນ ແຜນການສເນີຝ່າຍດຽວ ໄປເປັນການສເນີຮ່ວມກັບຣັຖບານວຽດນາມ ຈຶ່ງເຮັດໃຫ້ຕ້ອງເລື່ອນກຳນົດ ການອອກໄປອີກຈົນມາຮອດປັດຈຸບັນ ຈຶ່ງໄດ້ສເນີຊື່ສຳເຣັດ.
ອຸທິຍານແຫ່ງຊາຕຫີນໜາມໜໍ່ ແມ່ນໜື່ງໃນປ່າຫີນບູນທີ່ໃຫຍ່ ທີ່ສຸດໃນໂລກ ໂດຍມີເນື້ອທີ່ 94,121ເຮັກຕ້າຣ໌ ອຸດົມສົມບູນ ດ້ວຍພັນໄມ້ ຫຼາຍຊະນິດ ແລະ ຍັງເປັນແຫຼ່ງອາໄສຂອງສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຫຼາຍຊະນິດເປັນຕົ້ນ ຊ້າງປ່າຫຼາຍຮ້ອຍໂຕ, ເສືອ, ກວາງ, ສະນີ ແລະ ນິມ. ສໍາລັບສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈໃນເຂດອຸທິຍານແຫ່ງຊາຕ ຫີນໝາມໜໍ່ ປະກອບມີ ຖໍ້ານໍ້າລອດເຊບັ້ງໄຟ, ນໍ້າຕົກຕາດສຽງລື, ນໍ້າຕົກຕາດ ສອງຊູ້, ຜາກຸດ ລວມເຖິງເສັ້ນທາງ ປວັດສາດໂຮຈິມິນ.