ເຣື້ອງທີ່ເກັບບັນທຶກໄວ້
2022-08-22
ຊາວ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ຮ່ອງລະບາຍນໍ້າຕັນ, ນໍ້າຖ້ວມຂັງເປັນເວລາດົນ, ຫລັງຈາກຝົນຕົກ ຊຶ່ງທາງການຕຣຽມຈະຂຶ້ນແຜນ ຂໍງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານີ້ ທັງໃນສະເພາະໜ້າ ແລະແບບຖາວອນ ຂະນະທີ່ ປະຊາຊົນ ຍັງມີຄວາມຫຍຸ້ງຍາກ ຈາກນ້ຳຖ້ວມຂັງຢູ່.
2022-08-19
ເຂື່ອນໄຟຟ້າຫຼາຍແຫ່ງ ປ່ອຍນໍ້າ ອອກຈາກເຂື່ອນ ແລະ ແຈ້ງໃຫ້ຊາວບ້ານ ທີ່ອາສັຍຢູ່ລຸ່ມ ເຂື່ອນໄຟຟ້າ ກະຕຣຽມ ຄວາມພ້ອມຮັບມື ເຫດສຸກເສີນ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນເຂື່ອນໄຊຍະບູຣີ, ເຂື່ອນນໍ້າອູ, ເຂື່ອນນໍ້າລີກ ແລະ ເຂື່ອນນໍ້າຄານ.
2022-08-18
ຊາວບ້ານຜູ້ປູກຜັກ ຕາມແຄມຂອງ ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເລັ່ງເກັບກ່ຽວຜົລຜລິຕ ກ່ອນກຳນົດ ເຖິງແມ່ນວ່າ ຈະຂາດທຶນກໍຕາມ ຍ້ອນນ້ຳຂອງ ຂຶ້ນສູງ 9.44 ແມັດ ສົ່ງຜົລໃຫ້ນ້ຳຖ້ວມ ພືດຜັກ ທີ່ປູກຢູ່ແຄມຂອງ, ຂະນະທີ່ພາກສ່ວນກ່ຽວຂ້ອງ ຍັງບໍ່ມີນະໂຍບາຍ ຊ່ອຍເຫຼືອ ຊາວບ້ານເທື່ອ.
2022-08-18
ຫຼັງຈາກ ສານປົກຄອງສູງສຸດ ຂອງໄທຍ ມີຄໍາສັ່ງຍົກຟ້ອງ ກໍຣະນີ ເຄືອຂ່າຍຊາວໄທຍ 8 ແຂວງລຸ່ມນໍ້າຂອງ ທີ່ຮ້ອງຟ້ອງ 5 ໜ່ວຍງານ ຂອງພາກສ່ວນຣັຖ ໃນປະເທດໄທຍ ທີ່ກ່ຽວຂ້ອງກໍຣະນີ ສັນຍາການຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ, ຂະນະທີ່ເຄື່ອຂ່າຍ ຍັງຈະຄັດຄ້ານ ການສ້າງເຂື່ອນອື່ນໆ ໃນລາວຕໍ່ໄປ.
2022-08-18
ຊາວບ້ານຢູ່ລຸ່ມເຂື່ອນນ້ຳລີກ 1 ແລະ 2 ໃນເມືອງເຟືອງ ແຂວງວຽງຈັນ ເລັ່ງມ້ຽນສິ່ງຂອງໄປໄວ້ບ່ອນສູງ ແລະປິດແຫລ່ງທ່ອງທ່ຽວ ເພື່ອເຝົ້າລະວັງນ້ຳຖ້ວມ ຈາກການລະບາຍນ້ຳ ຂອງເຂື່ອນນ້ຳລີກ 1 ແລະ 2 ໃນວັນທີ 18 ສິງຫານີ້ ອີງຕາມຂໍ້ມູນຈາກ ກະຊວງພລັງງານ ແລະບໍ່ແຮ່.
2022-08-17
ບັນຫາ ການລັກລອບ ລະເບີດປາ ໃນແມ່ນໍ້າຂອງ ໂດຍສະເພາະ ເຂດບ້ານອ່າງນ້ອຍ ແລະບ້ານອ່າງສັມມະນາ ທີ່ມີການໃຫ້ສັມປະທານ ການລະເບີດພູ ຂອງນັກລົງທຶນໄທຍ ແລະນັກລົງທຶນຈີນ ຊຶ່ງທາງພາກສ່ວນທີ່ຂ້ອງ ຍັງບໍ່ມີວິທີການ ແກ້ໄຂບັນຫາເທື່ອ.
2022-08-17
ເກີດບັນຫາ ນາຍທຶນຈີນ ຍາດເອົາດິນ ທຳການກະເສຕ ຂອງຊາວບ້ານ ບ້ານແກ້ງໄມ້ເຮັ້ຍ ປະມານ 20 ຄອບຄົວ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ຮວມເກືອບ 90 ເຮັກຕ້າຣ໌ ຂະນະທີ່ ອຳນາດການປົກຄອງທ້ອງຖິ່ນ ມີສ່ວນຮູ້ເຫັນ ເປັນໃຈ ກັບນາຍທຶນຈີນ, ອີງຕາມຂໍ້ມູນ ຈາກກຸ່ມຜູ້ເສັຍຫາຍ.
2022-08-17
ສານປົກຄອງກາງຂອງໄທຍ ໄດ້ນັດອ່ານຄຳພິພາກສາ ຂອງສານປົກຄອງສູງສຸດ ໂດຍໄດ້ຢືນຕາມຄຳພິພາກສາ ຂອງສານປົກຄອງຊັ້ນຕົ້ນ ຄືໃຫ້ຍົກຟ້ອງ ກໍຣະນີເຄືອຂ່າຍ ຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ຟ້ອງຮ້ອງ ສັນຍາການ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ຂອງ 5 ໜ່ວຍງານ ທີ່ກ່ຽວຂ້ອງ ຂອງພາກຣັຖໃນປະເທດໄທຍ.
2022-08-16
ເສັ້ນທາງພູເກົ້າຫຼັກ ລະຫວ່າງເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພຣະບາງ ຍັງພົບບັນຫາດິນເຈື່ອນ ບໍຣິເວັນຈຸດໂຄ້ງມື້ໃດມີຝົນຕົກໜັກ ເສັ້ນທາງດັ່ງກ່າວ ກໍຈະໝື່ນ ແລະມີສະພາບດິນເຈື່ອນ ຕາມຂອບທາງ ເຮັດໃຫ້ຜູ້ເດີນທາງສ່ຽງ ເປັນອັນຕະຣາຍຕໍ່ຊີວິຕ.
2022-08-16
ພາກປະຊາສັງຄົມ ລາວ-ໄທຍ ຢາກເຫັນແມ່ນໍ້າຂອງ ມີຄວາມຍືນຍົງ ຮຽກຮ້ອງ ໃຫ້ຢຸດການກໍ່ສ້າງເຂື່ອນ ໄຟຟ້າ ໃສ່ແມ່ນໍ້າຂອງເພີ່ມຕື່ມ ຊຶ່ງຈະສົ່ງຜົລກະທົບກັບ ວິຖີຊີວິຕຂອງຊາວບ້ານ ລວມເຖິງ ສະພາບແວດລ້ວມ ແລະສັງຄົມ.
2022-08-15
ຫລາຍເຂື່ອນ ຢູ່ພາກເໜືອຂອງລາວ ປ່ອຍນໍ້າເພີ່ມຂຶ້ນ ໃນໄລຍະຝົນຕົກໜັກ ສົ່ງຜົລກະທົບ ຕໍ່ຜົລຜລິຕ ແລະເຂົ້າໃນນາຂອງປະຊາຊົນ ໂດຍສະເພາະ ເຂື່ອນໄຊຍະບູຣີ ຄາດວ່າ ໃນວັນທີ 13 ແລະ 14 ສິງຫາ ປະຣິມານນໍ້າໄຫລຜ່ານ ປະມານ 9,000-10,000 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ທ້າຍເຂື່ອນນີ້ ມີລະດັບນໍ້າເພີ່ມຂຶ້ນຫຼາຍ.
2022-08-12
ຕລາດຫລັກ 8 ບ້ານອຸດົມວິໄລ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ໄໝ້ໃນມື້ວັນທີ 11 ສິງຫານີ້ ແຕ່ 3 ໂມງເຊົ້າ ເຖິງ 6 ໂມງເຊົ້າຈຶ່ງມອດໄດ້ ເສັຍຫາຍໜັກ, ແຕ່ຍັງບໍ່ຮູ້ຈໍານວນ ແລະສາເຫດຂອງໄຟໄໝ້ນັ້ນເທື່ອ.
2022-08-12
ຈັດກອງປະຊຸມ ຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທຍ ໃນການສະກັດກັ້ນ ການຄ້າສັດປ່າ ຜິດກົດໝາຍ ຂ້າມຊາຍແດນ ທີ່ພໍ່ຄ້າຊາວຈີນ ແລະວຽດນາມ ຮັບຊື້ໃນລາຄາສູງ ຈຶ່ງເປັນທີ່ດຶງດູດ ໃຫ້ຊາວບ້ານ ພາກັນລ້າສັດປ່າຫ່ວງຫ້າມ ຂາຍຂ້າມຊາຍແດນ.
2022-08-12
ເກີດພັຍນ້ຳຖ້ວມຢ່າງໜັກ ໃນຫຼາຍແຂວງຂອງລາວ ຊຶ່ງເຫດເກີດມາຈາກ ພະຍຸດີເພຣສຊັນ, ສ້າງຄວາມເສັຽຫາຍ ເປັນວົງກວ້າງ ກັບຊັພສິນ, ເຮືອນຊານ, ໄຮ່ນາ, ຮົ້ວສວນ ແລະປະຊາຊົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ກັບອຸທົກກະພັຍ ໃນຄັ້ງນີ້.
2022-08-11
ບໍຣິສັດ ຂອງນັກລົງທຶນຈີນ ຈົກຖນົນ-ຕັດທາງທຽວ ຈົນຊາວບ້ານ ໃຊ້ທຽວໄປທຳມາຫາກິນບໍ່ໄດ້ ໃນເຂດບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ແຂວງຄຳມ່ວນ, ແຕ່ບັນຫາດັ່ງກ່າວນີ້ ກໍພວມຢູ່ໃນຂັ້ນຕອນການປະຊຸມ ເພື່ອຫາທາງແກ້ໄຂ ໃຫ້ຊາວບ້ານກັບໄປຫາກິນໄດ້ຄືນ.