ດິນເຈື່ອນທັບ ເສັ້ນທາງພູເກົ້າຫຼັກ ເມືອງກາສີ-ເມືອງນານ

ໄຊຍາ
2022.08.16
ດິນເຈື່ອນທັບ ເສັ້ນທາງພູເກົ້າຫຼັກ ເມືອງກາສີ-ເມືອງນານ ຮູບໂຕຢ່າງ: ການກໍ່ສ້າງເສັ້ນທາງ ເມືອງກາສີ ຫາ ເມືອງນ່ານ
RFA

ໃນໄລຍະຣະດູຝົນ ເສັ້ນທາງພູເກົ້າຫຼັກ ລະຫວ່າງເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພຣະບາງ ຍັງພົບບັນຫາດິນເຈື່ອນ ບໍຣິເວັນຈຸດໂຄ້ງມື້ໃດມີຝົນຕົກໜັກ ເສັ້ນທາງດັ່ງກ່າວ ກໍຈະໝື່ນ ແລະມີສະພາບດິນເຈື່ອນ ຕາມຂອບທາງ ເຮັດໃຫ້ຜູ້ເດີນທາງສ່ຽງ ເປັນອັນຕະຣາຍຕໍ່ຊີວິຕ.

ຣົຖບັນທຸກສ່ວນໃຫຍ່ ຈະໃຊ້ເສັ້ນທາງນີ້ຂົນສົ່ງຂຶ້ນ ເໜືອເປັນຫຼັກກໍຈະບໍ່ສາມາດສັນຈອນ ໄປມາໄດ້ສະດວກ ຫາກເມື່ອເກີດອຸປັດຕິເຫດ ຜູ້ໃຊ້ຣົຖໃຊ້ຖນົນຈະໂທຫາໝູ່ຄູ່ ເພື່ອຊ່ອຍເຫຼືອກັນເອງກ່ອນ ກ່ວາເຈົ້າໜ້າທີ່ຈະມາ ກໍໃຊ້ເວລາດົນພໍສົມຄວນ ຫຼາຍຄົນກໍຢາກໃຫ້ທາງການ ແກ້ໄຂແປງທາງໃຫ້ໄດ້ມາຕຖານ. ດັ່ງຜູ້ຂັບຣົຖບັນທຸກ ທີ່ໃຊ້ເສັ້ນທາງດັ່ງກ່າວກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫານີ້ວ່າ:

ພູເກົ້າຫຼັກ ບໍ່ເປັນທຽວແລ້ວຍາມນີ້ນ່າ ມັນຝົນຕົກຢູ່ຕລອດນ່າ ຢູ່ຫັ້ນນ່າມັນຊັນຫີນບໍ່ຈັບກ້ອນ ລະມັນເຈື່ອນມັນລາດຢາງໝົດ ແລ້ວດິນເຈື່ອນລົງມາໃສ່ ມັນກາເປັນທາງຂີ້ດິນແດງ ຄືເກົ່າຣົຖນ້ອຍຂຶ້ນໄດ້ ແຕ່ຣົຖພວງຣົດລາກນີ້ຂຶ້ນຍາກ ພາດນີ້ແມ່ນຕາຍເລີຍ ຢູ່ຫັ້ນບໍ່ໄດ້ຫຍັງຈັກຄົນ ກໍຢາກໃຫ້ແກ້ໄຂ ໃຫ້ມັນດີຂຶ້ນຫັ້ນແລ້ວ ແກ້ມັນຍາກຫັ້ນແລ້ວ ທາງຍັງແລ່ນຄຶຄະຢາກໃຫ້ແປງໃຫ້ມັນດີຫັ້ນແລ້ວ.

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນບໍ່ກ້າໃຊ້ເສັ້ນທາງນີ້ ຕ້ອງປ່ຽນໄປໃຊ້ເສັ້ນທາງເມືອງພູຄູນ ແຂວງຫຼວງພຣະບາງ ແທນໂດຍຍອມເສັຽເວລາດົນກ່ວາ ທາງພູເກົ້າຫຼັກ ແຕ່ໄດ້ຄວາມປອດພັຍກວ່າ.

ໄລຍະໃດທີ່ຝົນຕົກໜັກ ເສັ້ນທາງພູເກົ້າຫຼັກ ຈະບໍ່ສາມາດເດີນທາງໄດ້ເລີຍ ຫຍຸ້ງຍາກລຳບາກແຮງສະພາບເສັ້ນທາງ ມີດິນເຈື່ອນ ແລະທາງໝື່ນຊຶ່ງວັນທີ 15 ສິງຫາ 2022 ຜ່ານມາ ເສັ້ນທາງພູເກົ້າຫຼັກຈຸດນຶ່ງຂາດ ມັກຈະມີນໍ້າໄຫຼລົງມາຣົຖ ບໍ່ສາມາດແລ່ນໄປໄດ້ ແຕ່ຫຼ້າສຸດ ຣົຖບໍ່ສາມາດແລ່ນໄປໄດ້ແລ້ວ ເຫັນເຈົ້າໜ້າທີ່ ນຳຣົຖຍົກມາໄວ້ ບໍຣິເວນນັ້ນ ເພື່ອຊ່ອຍເຫຼືອ ຣົຖທີ່ໄປຄາ ຫຼືຕິດໄປບໍ່ໄດ້.

ດັ່ງຜູ້ໃຊ້ເສັ້ນທາງ ເຂດພູເກົ້າຫຼັກ ອີກທ່ານນຶ່ງກໍໄດ້ກ່າວວ່າ:

ບ່ອນພູເກົ້າຫຼັກຫັ້ນແຫຼະ ບ່ອນຂຶ້ນໄປມັນມີບ່ອນດຽວຫັ້ນແຫຼະ ບ່ອນທີ່ວ່າມັກຈະມີນໍ້າໄຫຼ ມາຫັ້ນນ່າຄັນຝົນຕົກ ມັນກໍໄປບໍ່ໄດ້ທາງມັນເຈື່ອນໝົດແລ້ວຫັ້ນນ່າ ມື້ວານທາງຂາດເດີ້ໄປບໍ່ໄດ້ ເບາະມື້ໄປໜ້າຈະໄດ້ແລ້ວຝົນບໍ່ຕົກແຕ່ວ່າ ຖ້າໄປຄາຢູ່ເຂົາກໍມີຣົຖດຶງແຕ່ວ່າ ໄປທາງພູຄູນເດີ້ປອດພັຍແຕ່ວ່າ ມັນຈະໃຊ້ເວລາ.

ນອກຈາກເສັ້ນທາງ ພູເກົ້າຫຼັກຍັງມີເສັ້ນທາງເມືອງກາສີ ຫາວັງວຽງນໍາດ້ວຍ ເປັນຂຸມເປັນບໍ່ໃຫຍ່ ແຮງເຂົ້າສູ່ຣະດູຝົນຍາມໃດ ຣົຖແລ່ນໄປມາຍາກລຳບາກຫຼາຍ ເຈົ້າໜ້າທີ່ບໍ່ເຫັນແກ້ໄຂຈິງຈັງໄດ້ເທື່ອ. ຜູ້ໃຊ້ເສັ້ນທາງທ່ານນີ້ ກ່າວຕື່ມອີກວ່າ.

ທາງວັງວຽງໄປກາສີຫັ້ນ ແຖວນັ້ນແຮງໂພດຣົຖນີ້ ມາບໍ່ໄດ້ເລີຍ ມາຮອດນັ້ນມາຮອດຫັ້ນ ກໍໄດ້ຄ່ອຍຄານມາມັນກໍຍັງວ່າ ໄດ້ດາດທ້ອງຣົຖເພາະມັນຂຸມໃຫຍ່ໂພດ ແຕ່ວ່າຢາກໃຫ້ແກ້ໄຂກໍຄືຖົມຂຸມ ແລະກໍເອົາຢາງໝາກຕອຍ ມາໃສ່ເອົາໝາກຫີນ ທີ່ວ່າອັນນັ້ນນມາໃສ່ມັນກາສິດີຢູ່.

ປັດຈຸບັນເສັ້ນທາງພູເກົ້າຫຼັກ ກໍຍັງມີຣົຖສັນຈອນໄປມາຢູ່ຕລອດ ແລະມື້ໃດມີຝົນຕົກໜັກ ກໍຈະມີຄວາມສ່ຽງອັນຕຣາຍ ໂດຍສະເພາະຈຸດໂຄ້ງ ຈະມີດິນເຈື່ອນບາງຈຸດ ມີນໍ້າໄຫຼຕາມເສັ້ນທາງເຮັດໃຫ້ ທາງໝື່ນ.

ສ່ວນອຸປັດຕິເຫດ ທີ່ຜ່ານມາໃນປີ 2021 ມີຣົຖເກີດອຸປັດຕິເຫດ ຢູ່ເຂດພູເກົ້າຫຼັກຫຼາຍກ່ວາ 100 ຄົນ ແລະ ມີຜູ້ເສັຽຊີວິຕ 40-50 ຄົນ ສາເຫດ ສ່ວນໃຫຍ່ແມ່ນແຫກໂຄ້ງ.

ດັ່ງເຈົ້າທີ່ທີ່ເຮັດວຽກ ກ່ຽວກັບການກວດກາເສັ້ນທາງ ເຂດພູເກົ້າຫຼັກທີ່ຂໍສງວນຊື່ ແລະຕຳແຣ່ງກໍໄດ້ກ່າວວ່າ:

ປີກາຍນີ້ສຣຸບ ອຸປັດຕິເຫດນີ້ຫຼາຍ 100 ຄັນແລ້ວເດ້ ສ່ວນຫຼາຍນີ້ແມ່ນຣົຖເສັຽຫຼັກ ແມ່ນແຫກໂຄ້ງແຫຼະເສັຽຊີວິຕ ກໍປະມານ 40-50 ແລ້ວເດ້ ວິທີແກ້ໄຂຈະປ່ຽນແປງໃໝ່ ເສັ້ນທາງມັນໝື່ນ ປູຢາງກໍຢາງໝື່ນ ອັນນຶ່ງ ເຕືອນໃຫ້ຣົຖທຸກຄັນ ທີ່ໄດ້ແລ່ນທາງນັ້ນ ຕ້ອງລະມັດລະວັງ.

ກ່ຽວກັບບັນຫາດັ່ງກ່າວ ຕາມເສັ້ນທາງພູເກົ້າຫຼັກ ບ່ອນທີ່ເປັນຈຸດສ່ຽງອັນຕຣາຍ ກໍມີແກ້ໄຂເປັນໄລຍະພໍໃຫ້ຣົຖ ສັນຈອນໄປມາໄດ້ ຫຼັງໝົດຝົນ ເຈົ້າໜ້າທີ່ກໍມີແຜນ ຈະສ້ອມແປງໃຫຍ່ເກີດຂຶ້ນ.

ດັ່ງເຈົ້າໜ້າທີ່ໂຍທາ ແຂວງຫຼວງພຣະບາງ ທີ່ຂໍສງວນຊື່ ແລະຕຳແໜ່ງກໍໄດ້ກ່າວວ່າ:

ເຮົາກໍໄດ້ມີຣົຖປະຈຳທາງຢູ່ຫັ້ນແຫຼະ ແກ້ໄຂເປັນໄລຍະໄລຍະຢູ່ ຫຼັງຈາກມັນວິດຝົນ ກໍຊິໄດ້ສ້ອມແປງໃຫຍ່ແຫຼະ ປັດຈຸບັນນີ້ກໍພໍແກ້ໄຂໃຫ້ຣົຖສັນຈອນ ໄປມາໄດ້ຫັ້ນນ່າ.

ສ່ວນເສັ້ນທາງ ລະຫວ່າງເມືອງກາສີ ຫາ ເມືອງວັງວຽງ ເຈົ້າໜ້າທີ່ກໍຍັງບໍ່ທັນແກ້ໄຂໄດ້ເຊັ່ນກັນ ເຈົ້າໜ້າທີ່ຈະແກ້ໄຂພໍໃຫ້ຣົຖແລ່ນ ໄປມາໄດ້ ແຕ່ພາຍຫຼັງໝົດຝົນ ກໍມີແຜນຈະສ້ອມແປງ ປູຢາງໃໝ່.

ດັ່ງເຈົ້າໜ້າທີ່ ໂຍທາທິການ ແຂວງວຽງຈັນທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:

ໝາຍຄວາມວ່າ ໃນຊ່ວງຣະດູຝົນນີ້ ເຮົາຈະບໍ່ສາມາດປູຢາງໄດ້ເທື່ອເນາະ ມີແຕ່ວ່າບ່ອນໃດມັນເປ ມັນເພກໍມີແຕ່ເອົາຫີນ ເອົາດິນທາບຂຸມໄປກ່ອນຫັ້ນນ່າ ຊໍາຊາມັນວິດຝົນຈັ່ງຊິໄດ້ຂູດຮື້ ປູຢາງໃໝ່ບາງຊ່ວງ.

ນອກຈາກນີ້ຣະຫວ່າງວັນທີ 15 ສິງຫາ 2022 ການສັນຈອນເສັ້ນທາງ 13 ເໜືອເຂດຜ່ານເມືອງປາກອູ ແຂວງຫຼວງພຣະບາງ ກໍເກີດດິນ ແລະຫີນເຈື່ອນຕັນທາງ ເຂດຜາລາຍ ເຮັດໃຫ້ການສັນຈອນຕິດຂັດ ຍ້ອນໄດ້ຮັບຜົລກະທົບ ຈາກນໍ້າຖ້ວມນໍ້າປ່າໄຫຼຊຸ ອີງຕາມການຣາຍງານ ຂອງທ່ານ ແກ່ນຄຳ ຄຳພັນ ເຈົ້າເມືອງປາກອູ ກໍໄດ້ເລັ່ງໃຫ້ເຈົ້າໜ້າທີ່ ລົງແກ້ໄຂແລ້ວພົບດິນເຈື່ອນ 2-3 ຈຸດ.

ໃນວັນທີ 13 ສິງຫາ 2022 ກໍມີດິນເຈື່ອນຢູ່ບ້ານບັງກະໂລ ເມືອງພູຄູນ ແຂວງຫຼວງພຣະບາງ ເຮືອນປະມານ 1 ຫຼັງໄດ້ຮັບຄວາມເສັຽຫາຍ ຫຼາຍພໍສົມຄວນ ບໍຣິເວນຫ້ອງຄົວຫຼຸບລົງໄປ ແຕ່ບໍຣິເວນອື່ນຍັງປົກກະຕິ ເຈົ້າໜ້າທີ່ກໍໃຫ້ຄອບຄົວ ດັ່ງກ່າວລະມັດລະວັງຕື່ມ ບໍ່ໝັ້ນໃຈກໍໃຫ້ຍ້າຍໄປຢູ່ກັບຍາຕິພີ່ນ້ອງກ່ອນ ສ່ວນຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ມີພຽງລົງເກັບກຳຂໍ້ມູນ ໃນເບື້ອງຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.