ກາສີ-ເມືອງນານ ຖນົນ ຕັດຂາດ

ອຸ່ນແກ້ວ ສຸກສະຫວັນ
2020.08.24
f-road ເກີດເຫດດິນເຈື່ອນ ຢູ່ເສັ້ນທາງ ກາສີ-ເມືອງນານ ຢູ່ເມືອງກາສີ ແຂວງວຽງຈັນ ຍ້ອນ ຝົນຕົກໜັກ ເຮັດໃຫ້ຊາວບ້ານ ບໍ່ສາມາດ ຂີ່ລົດຜ່ານ ໄປ-ມາ ໄດ້.
ນັກຂ່າວພົລເມືອງ

ໃນວັນທີ 20 ສິງຫາ ເກີດດິນເຈື່ອນຢູ່ເສັ້ນທາງ ກາສີ-ເມືອງນານ ຢູ່ເມືອງກາສີ ແຂວງວຽງຈັນຍ້ອນຝົນຕົກໜັກເຮັດໃຫ້ຊາວບ້ານບໍ່ສາມາດ ຂີ່ລົດຜ່ານໄປ-ມາ ໄດ້ ແລະ ທາງການຍັງບໍ່ທັນລົງມາສ້ອມແປງ. ຄົນຂັບລົດບັນທຸກຜູ້ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ສິງຫາ ວ່າ:

"ທາງເໜືອ ຢູ່ເຂດແຂວງວຽງຈັນ ຫາ ຫລວງພະບາງ ດິນຖະລົ່ມພໍຝົນຕົກໜັກເດເຂົ້າກຳລັງເອົາລົດໄປ ເອົາດິນ ອອກສອງມື້ເຖິງໄປໄດ້ບ່ອນ ບ່ອນ ຂອບທາງຢູ່ລາວນີ້ ມັນບໍ່ມີກັນ ເຈື່ອນ ແຄມທາງເດ້."

ທ່ານກ່າວຕື່ມວ່າ ເສັ້ນທາງກາສີ-ເມືອງນານ ນອກຈາກເກີດດິນເຈື່ອນແລ້ວ ຍັງທີທາງບາງບ່ອນເປັນຫຼຸບ ເປັນຂຸມເປັນບໍ່ ແລະບາງຈຸດກໍມີນຳ ຖ້ວມຂັງ. ຊາວບ້ານ ທ່ານນຶ່ງ ຢູ່ເມືອງກາສີ ກ່າວວ່າ ມີດິນເຈື່ອນຖົມ ທາງຍ້ອນຝົນຕົກ ໜັກ ແລະ ເຮັດໃຫ້ ລົດບໍ່ສາມາດແລ່ນ ຜ່ານໄດ້:"

"ກ້ອນຫິນ ເປັນກ້ອນຫິນຕົກລົງ ດິນ ກໍເຈື່ອນຊ້ວງຝົນຈະເກີດ ຕະຫຼອດເລີຍ ລົດໄປບໍ່ໄດ້ ຜ່ານບໍ່ໄດ້ ຍັງ ຍັງ ຍັງບໍ່ມີເລີຍ."

ທ່ານກ່າວຕື່ມວ່າ ຖ້າຜູ້ໃດຈະໄປມາລະຫວ່າງ ກາສີ-ເມືອງນານ ຕ້ອງສ່ຽງໄປໃຊ້ເສັ້ນທາງອື່ນກ່ອນ ແຕ່ກໍເຮັດໃຫ້ເສັຍເວລາຫຼາຍຍ້ອນມັນ ອ້ອມ.

ຊາວບ້ານອີກທ່ານນຶ່ງ ຢູ່ເມືອງພູຄຸນ ກ່າວວ່າ ຍັງເກີດມີດິນເຈື່ອນ ຢູ່ເຂດ ເສັ້ນທາງແຕ່ເມືອງກາສີ - ພູຄູນ:

"ຢູ່ທາງນ້ຳອຸ່ນ ທາງກາສີ ຂຶ້ນມາພູຄຸນ ຄື ດິນມັນເຈື່ອນລົງມາທັບ ທາງ ມັນເປັນຂາດຂາດ ຫັ້ນແຫຼະຝົນຕົກມັນ ກໍເສັຽຫາຍ ຕະຫຼອດ ເມື່ອກ່ອນ ມັນເປັນທາງຍ່າງ ພໍຫີນ ມັນທັບລົງ ແລ້ວມັນກໍ ເຈື່ອນລົງໄປ ສິວ່າ ທາງບ່າງມັນບໍ່ມີແລ້ວ ມັນຂາດແລ້ວ.

ທ່ານ ກ່າວຕື່ມວ່າ ນອກຈາກດິນເຈື່ອນແລ້ວ ທາງຫຼາຍບ່ອນ ຍັງເປັນຂຸມ ເປັນບໍ່ ມີນ້ຳຂັງຊ່ວງໜ້າຝົນ ກໍມີຂີ້ຕົມ ເຖີງວ່າທາງການຈະມີ ການລົງມາ ຊ່ອມແປງ ແຕ່ທາງກໍຍັງເປ່ເພ ໃນຍາມຝົນ. ເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ວຽງຈັນ ກ່າວວ່າ ໄດ້ ຕຽມການລົງໄປສ້ອມແປງແລ້ວ ແລະ ຄາດວ່າ ຈະໃຊ້ເວລາ 1-2 ວັນ:

"ມີດິນເຈື່ອນ ຍ້ອນວ່າ ຝົນຕົກໜັກ ລົດຍັງຜ່ານບໍ່ໄດ້ ຕອນນີ້ ທາງຜແນກ ໄດ້ປະສານຊ່າງໃຫ້ລົງໄປຊ້ອມແປງແລ້ວ ຄິດວ່າ ໜ້າຈະໃຊ້ ເວລາສອງມື້ໜ້ານະເສັດ."

ວັນທີ 20 ສິງຫາ 2020 ຢູ່ບ້ານນ້ຳອຸ່ນ ເມືອງກາສີ ແຂວງວຽງຈັນ ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ພາບດິນເຈື່ອນ ເຮັດໃຫ້ຊາວບ້ານໃຊ້ເສັ້ນ ທາງບໍ່ໄດ້ ຕ້ອງລໍຖ້າທາງການສ້ອມແປງກ່ອນ ຊຶ່ງກ່ອນໜ້ານີ້ ເກີດເຫດດິນເຈື່ອນ ຢູ່ເສັ້ນທາງກາສີ-ເມືອງນານຫຼາຍຄັ້ງ ເຖີງວ່າທາງການເຂົ້າ ມາສ້ອມແປງ ແຕ່ໃນເວລາຝົນຕົກ ກໍມີເຫດການຄືເກົ່າເກີດຂຶ້ນອີກ.

ໃນເດືອນສິງຫາ 2019 ລົດນັກທ່ອງທ່ຽວຈີນຕົກເຫວ ຢູ່ເສັ້ນທາງຕັດໃໝ່ກາສີ-ເມືອງນານຢູ່ເຂດບ້ານນາ ເມືອງນານແຂວງຫຼວງພະບາງ ສົ່ງຜົນໃຫ້ມີຄົນຈີນເສັຽຊີວິດຄາທີ່ 13 ຄົນ ແລະບາດເຈັບ 31 ຄົນ ແລະໃນເດືອນມີນາ ປີ 2019 ລົດນັກທ່ອງທ່ຽວໄທ ໄປຫຼວງພະບາງ ກໍເກີດອຸບັດຕິເຫດ ຢູ່ເສັ້ນທາງດັ່ງກ່າວ ເຮັດໃຫ້ມີຜູ້ເສັຍຊີວິດ 5 ຄົນ.

ເສັ້ນທາງກາສີ ເມືອງນານ ຖືກສ້າງຂຶ້ນເປັນເສັ້ນທາງຍຸທສາດ ທາງທະຫານ ມາໄດ້ 5 ແລ້ວ, ມີມູນຄ່າ ການກໍ່ສ້າງ 600 ຕື້ ກີບ, ແຕ່ຕໍ່ມາ ຜູ້ຂັບຂີ່ລົດທົ່ວໄປ ເລີ່ມຫັນມາໃຊ້ເສັ້ນທາງນີ້ຫຼາຍຂຶ້ນ ເພາະວ່າຈະປະຢັດເວລາ 3-4 ຊົ່ວໂມງ ໂດຍສະເພາະ ການເດີນທາງແຕ່ ນະຄອນ ຫລວງວຽງຈັນ ໄປຫາ ແຂວງຫລວງພະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.