ລົດຂົນຊີມັງ ຢຽບງົວ ຢູ່ເມືອງເຟືອງ ຕາຍ 14 ໂຕ ຢູ່
2024.05.24
ລົດຂົນຊີມັງ ຢຽບງົວຊາວບ້ານ 14 ໂຕ ຕາຍຄາທີ່ ໃນຕອນເຊົ້າ ເວລາປະ ມານ 5 ຂອງວັນທີ 18 ພຶດສະພານີ້ ຢູ່ເຂດບ້ານນາແຂງ ເມືອງເຟືອງ ແຂວງວຽງຈັນ ຍ້ອນຄົນຂັບລົດ ແນມບໍ່ເຫັນງົວ ທີ່ນອນຕາມທາງຖະໜົນ ຍ້ອນມັນມີ ໝອກໜາພໍສົມຄວນ, ເປັນບ່ອນທາງໂຄ້ງ ແລະຢຽບເບກບໍ່ທັນ.
ດັ່ງປະຊາຊົນບ້ານນາແຂງ ເມືອງເຟືອງ ນາງນຶ່ງເວົ້າຕໍ່ວິທຍະເອເຊັຍເສຣີ ໃນມື້ວັນທີ 24ພຶດສະພານີ້ວ່າ:
“ແບບມັນເປັນທາງໂຄ້ງຫັ້ນະ ແລ້ວເວລາໂຕງົວມັນມານອນຢູ່ແລ້ວ ເວລາລາວແລ່ນລົດໄປ ມັນ ມັນບໍ່ທັນ ລາວແກ່ຊີມັງໜັກຫັ້ນນະ ມັນເບກບໍ່ທັນ ກໍເລີຍວ່າ ໄດ້ຢຽບເລີຍຫັ້ນນະ.”
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ອໍານາດການປົກຄອງບ້ານນາແຂງ ເມືອງເຟືອງ ກ່າວໃນມື້ດຽວກັນນັ້ນວ່າ ຕາມການສອບຖາມເບື້ອງຕົ້ນ ລົດຂົນຫີນ ທີ່ຢຽບງົວຕາຍນັ້ນ ບໍ່ແມ່ນລົດຂອງຄົນຈີນ, ເປັນລົດຂອງຄົນລາວ, ຜູ້ຂັບລົດຄັນນັ້ນ ເປັນຄົນເມືອງປາກລາຍ ແຂວງໄຊຍະບູລີ, ເຂົາມັກຂົນຊີມັງ ຜ່ານທາງສາຍນີ້ ໄປຂາຍໃນເຂດເມືອງປາກລາຍ ເປັນປະຈໍາ. ແລະວ່າ ບ່ອນທີ່ລົດຢຽບງົວຝູງນັ້ນຕາຍ ເປັນບ່ອນທາງໂຄ້ງ ຄົນຂັບຕ້ອງໄດ້ເປີດໄຟຕາຕໍ່າ ຍ້ອນລະວັງຢ້ານມີລົດສວນມາ ເພື່ອບໍ່ໃຫ້ເກີດອຸບັດຕິເຫດ ແລະເມື່ອໄປຫວິດທາງໂຄ້ງນັ້ນແລ້ວ ຈຶ່ງໄດ້ເປີດໄຟສູງ ພໍດີໄປຕໍາງົວ ທີ່ນອນຢູ່ກາງທາງຖະໜົນ ເພາະຢຽບເບກບໍ່ທັນ.
ເລື່ອງການທົດແທນຄວາມເສຍຫາຍ ໄດ້ໄກ່ເກ່ຍກັນແລ້ວ ລະຫວ່າງຄົນຂັບລົດຂົນຫີນ ແລະເຈົ້າຂອງງົວ ໂດຍທີ່ເຈົ້າຂອງງົວ ຮັບຈ່າຍເງິນໃຫ້ຂົນຂັບລົດ 10 ລ້ານກີບ ຕາມທີ່ເຈົ້າຂອງລົດຮ້ອງຂໍ ຍ້ອນວ່າ ລົດເພໜັກພໍສົມຄວນ. ສ່ວນວ່າງົວທີ່ຕາຍ ແມ່ນເຈົ້າຂອງງົວເອົາໄປຂາຍ ແລະຢາຍໝູ່ກິນ.
“ທາງເຈົ້າຂອງລົດ ຂອງຄົນລາວເດ້ ຢູ່ປາກລາຍ ແລະກໍທາງເຈົ້າຂອງງົວເພິ່ນ ກໍລົມກັນແບບຄອບຄົວ ກໍບໍ່ໄດ້ຮອດການຈັດຕັ້ງຂັ້ນເທິງ ຄວາມເສັຽຫາຍຂອງລົດກໍມີການເປ່ເພ ຕາແຕກ ແລະກໍກັນຊົນ ໜ້າກາກຫລຸບເຂົ້າໄປ ແລ້ວເພິ່ນໃຫ້ຮຽກຮ້ອງໃຫ້ທາງເຈົ້າຂອງສັດນີ້ຊ່ວຍ 10 ລ້ານ ທາງເຈົ້າຂອງສັດກໍສົມຍອມໃຫ້ ຫັ້ນນ່າ.”
ທ່ານກ່າວຕື່ມອີກວ່າ ການທີ່ງົວໄປນອນຢູ່ຕາມກາງທາງຖະໜົນ ແມ່ນເປັນຍ້ອນຊາວບ້ານຍັງເຖືເບົາເລື່ອງການລ້ຽງງົວກັນຢູ່ຫລາຍ, ບໍ່ເອົາງົວເຂົ້າຄອກ, ບໍ່ກໍາກັບນໍາ, ມັກປ່ອຍງົວໄປຊະຊາຍ ເຖິງມີແຈ້ງການໄປແລ້ວ ໃຫ້ກໍາກັບສັດລ້ຽງຂອງຕົນ, ຖ້າເກີດອຸບັດຕິເຫດ ເຈົ້າຂອງງົວຕ້ອງຮັບຜິດຊອບ ຄວາມເສັຍຫາຍ ແຕ່ຊາວບ້ານຢູ່ເຂດນອກ ກໍຍັງກໍຍັງຖືເບົາຢູ່.
“ເຮົາກໍແຈ້ງເນາະ ທາງບ້ານທາງເມືອງເພິ່ນກໍແຈ້ງເນາະ ທາງບ້ານທາງເມືອງເພິ່ນກໍແຈ້ງການ ຢູ່ຕະຫລອດວ່າໃຫ້ຜູ້ໃດລ້ຽງສັດ ກໍ ກະຕ້ອງແມ່ນຮັບຜິດຊອບເອົາເຂົ້າຂັງເຂົ້າຮົ້ວ ແຕ່ພໍ່ແມ່ປະຊາຊົນຢູ່ເຂດນອກໝູ່ເຮົາ ແມ່ນວ່າຖືເບົາຫັ້ນແຫລະ ປ່ອຍປະຊຸຊະຊາຍ.”
ກ່ຽວກັບເລື່ອງລົດຢຽບງົວຕາຍ 14 ໂຕ ໃນເຂດດັ່ງກ່າວຄັ້ງນີ້ ກໍມີການເວົ້າກັນຫລາຍ ເພາະມັນໄດ້ເກີດຂື້ນຫລາຍເທື່ອແລ້ວ ແຕ່ມັນບໍ່ຫລາຍໂຕເທົ່າຄັ້ງນີ້, ບາງເທື່ອກໍໂຕນຶ່ງສອງໂຕ.
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານ ທີ່ຢູ່ຕາມເຂດນອກ ກໍຍັງບໍ່ກໍາກັບນໍາສັດລ້ຽງ ລວມທັງງົວຂອງຕົນ, ປ່ອຍໄປຊະຊາຍຢູ່. ດັ່ງນັ້ນຈຶ່ງເຮັດໃຫ້ເກີດມີເຫດການ ລົດຕໍາງົວ, ລົດຢຽບງົວຢູ່ ດັ່ງເຫດການລົດຢຽບງົວຕາຍຫລາຍເຖິງ 14 ໂຕຄັ້ງນີ້ ທີ່ຊາວບ້ານຢູ່ເມືອງເຟືອງ ນາງນຶ່ງເວົ້າວ່າ:
“ລົດຕໍາງົວ ນາແຂງເດີ 14 ເບາະ ປົກກະຕິຫັ້ນບໍ່ເຫັນຕໍາຫລາຍປານນີ້ ແລ້ວສ່ວນຫລາຍກໍ ເຈົ້າຂອງງົວຜິດ ຕ້ອງຄວບຄຸມສັດເຮົາເອງ ເຂົາເຈົ້າປ່ອຍອອກຈາກທາງຫລັກ ແລ້ວແຕ່ມັນຈະໄປຊີ້ນ່າ ອັນທີ່ຈິງແລ້ວສ່ວນຫລາຍແມ່ນເຫັນເຈົ້າຂອງງົວ ຕ້ອງຮັບຜິດຊອບຫລືວ່າ ແປງລົດອີ່ຫຍັງໃຫ້ຫັ້ນນ່າ.”
ເວົ້າເຖິງວ່າ ໃຜຜິດ ໃຜຖືກ ໃນເຫດການລົດຢຽບງົວຕາຍ ທີ່ວ່ານັ້ນ ປະຊາຊົນຢູ່ເມືອງເຟືອງ ອີກນາງນຶ່ງ ກໍເວົ້າວ່າ ຄວາມຈິງແລ້ວ ກໍຜິດທັງສອງຝ່າຍ ເພາະຄົນຂັບລົດ ບໍ່ລະມັດລະວັງ ບໍ່ເບິ່ງທາງໃຫ້ດີ ແລະເຈົ້າຂອງງົວ ກໍບໍ່ກໍາກັບງົວຂອງຕົນໃຫ້ດີ, ປ່ອຍໄປຊະຊາຍ ແລະວ່າ ຄວາມເສັຍຫາຍທີ່ເກີດຂື້ນ ຄວນຈະຮັບຜິດຊອບຄົນລະເຄິ່ງ ຈຶ່ງຈະຍຸຕິທໍາ ດັ່ງທີ່ນາງເວົ້າວ່າ:
“ກະຜິດທັງ 2 ຄົນຫັ້ນແລະເນາະ ເພາະວ່າ ສັດລ້ຽງຂະເຈົ້າກະແຈ້ງ ເຈົ້າຂອງກໍຕ້ອງໄດ້ດູແລສັດລ້ຽງ ອັນນີ້ປະໃຫ້ໄປນອນຢູ່ຫົນທາງ ຄັນຄົນລ້ຽງງົວບໍ່ປະງົວໄປຊະຊາຍ ມັນກໍບໍ່ເປັນ ແລ້ວ ບັດລົດ ມັນກໍແລ່ນມາ ບໍ່ເບິ່ງດີເບາະ ຄືວ່າຕໍາຫລາຍປານນັ້ນ ຄົນຂັບລົດກໍຂາດຕົກບົກຜ່ອງແດ່ ບໍ່ລະວັງແດ່.”
ບັນຫາລົດຕໍາງົວ ລົດຢຽບງົວຕາຍ ຢູ່ຕາມທ້ອງຖະໜົນ ບໍ່ໄດ້ເກີດຂື້ນຢູ່ແຕ່ໃນເຂດບ້ານນາແຂງ ເມືອງເຟືອງ ແຂວງວຽງຈັນ ເທົ່ານັ້ນ, ຢູ່ເຂດອື່ນໆ ກໍໄດ້ເກີດຂື້ນເຊັ່ນກັນ. ໃນປີ 2023 ທີ່ຜ່ານມາ ຢູ່ທາງດ່ວນ ແຂວງວຽງຈັນ ກໍມີລົດຕໍາງົວຕາຍຢູ່ທ້ອງຖະໜົນ ຊຶ່ງຫາເຈົ້າຂອງສັດ ມາຮັບຜິດຊອບບໍ່ໄດ້.
ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຄືດັ່ງກ່າວ ທາງການກໍໄດ້ອອກແຈ້ງການ ຫ້າມບໍ່ໃຫ້ປ່ອຍສັດລ້ຽງ ທັງສັດໃຫຍ່ ແລະສັດນ້ອຍ ໄປຊະຊາຍ, ແຕ່ຊາວບ້ານກໍບໍ່ສົນໃຈນໍາພໍເທົ່າໃດ ດັ່ງນັ້ນຈຶ່ງເຮັດໃຫ້ເກີດມີອຸບັດຕິເຫດເລື້ອຍມາ.
ນອກຈາກແຈ້ງການທີ່ວ່ານັ້ນແລ້ວ ກົດໝາຍວ່າດ້ວຍທາງລົດໄຟ ມາດຕາ 137 ກໍໄດ້ລະບຸວ່າ ຫ້າມບຸກຄົນ, ນິຕິບຸກຄົນ ຫລືການຈັດຕັ້ງ ລ້ຽງ ປ່ອຍ ແລະເຄື່ອນຍ້າຍສັດລ້ຽງ ຕາມທາງລົດໄຟ ຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ເກີດອັນຕະລາຍ ຕໍ່ລົດໄຟ ແລະຜູ້ໂດຍສານ ຍ້ອນວ່າ ທີ່ຜ່ານມາ ມີສັດລ້ຽງຂອງຊາວບ້ານ ເຂົ້າໄປໃນເຂດທາງລົດໄຟລາວ-ຈີນ ມາແລ້ວ.