ງົວຊາວບ້ານ ທີ່ເຂົ້າສວນກ້ວຍ ຂອງຫວຽດນາມ ຖືກກັກ-ປັບໃໝ

ພອນ ພູມມີທອນ
2024.06.06
ງົວຊາວບ້ານ ທີ່ເຂົ້າສວນກ້ວຍ ຂອງຫວຽດນາມ ຖືກກັກ-ປັບໃໝ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນການລ້ຽງງົວລາດ ຂອງຊາວບ້ານຕາມທຳມະຊາດ. ວັນທີ 2 ສິງຫາ 2023.
RFA

ປັດຈຸບັນ ສວນກ້ວຍຂອງບໍລິສັດ ພັດທະນາກະສິກໍາ ຮ່ວາງແອງ ອັດຕະປື ຈໍາກັດ ຂອງນັກລົງທຶນຫວຽດນາມ ທີ່ຕັ້ງຢູ່ເຂດບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ແກ້ໄຂບັນຫາງົວ ແລະ ຄວາຍ ຂອງຊາວບ້ານ ທີ່ເຂົ້າໃນຂອບເຂດ ຂອງສວນກ້ວຍ ດ້ວຍການໃຫ້ພະນັກງານ ຂັງສັດລ້ຽງຂອງຊາວບ້ານໄວ້ ພ້ອມທັງປັບໃໝ ເຈົ້າຂອງສັດລ້ຽງ ເປັນເງິນຈໍານວນ 5 ແສນກີບຕໍ່ໂຕ ເພື່ອແລກກັບ ການປ່ອຍສັດລ້ຽງອອກ, ເຮັດໃຫ້ຊາວບ້ານບໍ່ພໍໃຈ ແລະ ບາງຄົນກໍໄດ້ລະບາຍຄວາມອຶດອັດໃຈ ຜ່ານທາງສື່ສັງຄົມ ອອນລາຍ.

ດັ່ງ ຊາວບ້ານ ນາງນຶ່ງ ໄດ້ກ່າວຜ່ານສື່ສັງຄົມອອນລາຍ ໃນຕອນນຶ່ງວ່າ:
ກ້ວຍວຽດໄລ່ງົວເຂົ້າຂັງໄວ້ ປັບໃໝໂຕ 5 ແສນ ສວນກ້ວຍວຽດນີ້ ບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ງົວໃຜ ຄວາຍໃຜ ໄລ່ເຂົ້າໝົດ ວ່າແຕ່ມາມໍ່.”
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາຊາວບ້ານຄົນດັ່ງກ່າວນີ້ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ຍັງບໍ່ສາມາດຕິດຕໍ່ໄປຫານາງໄດ້ ໂດຍກົງເທື່ອ.
ໃນຂະນະທີ່ຊາວບ້ານ ຢູ່ບ້ານຫາດຊັນ ທ່ານນຶ່ງ ກ່າວວ່າ ສວນກ້ວຍຂອງຫວຽດນາມດັ່ງກ່າວ ໄດ້ມີການກັກຂັງງົວ-ຄວາຍ ແລະ ປັບໃໝເຈົ້າຂອງງົວ-ຄວາຍ ແທ້ ຄັນປ່ອຍໃຫ້ງົວ-ຄວາຍເຂົ້າໄປໃນເຂດສວນກ້ວຍ ບໍ່ເຊັ່ນນັ້ນ ກໍຈະບໍ່ປ່ອຍສັດຄືນໃຫ້ ແຕ່ທ່ານກໍບໍ່ຮູ້ລາຍລະອຽດຢ່າງຄັກແນ່ວ່າ ມີຊາວບ້ານ ໄດ້ເສັຍຄ່າປັບໃໝດັ່ງກ່າວນັ້ນ ຈໍານວນຈັກຄົນແລ້ວ.

ດັ່ງທ່ານກ່າວ່າ:
ບໍ່ໄກປານໃດດອກ ຄືວ່າມີຢູ່ໄດ໋ ຫວ່າງແລ້ວນີ້ກະເຄີຍໄດ້ຍິນຢູ່ ໄດ້ຍິນວ່າງົວເຂົ້າໄປແລ້ວ ເຂົາເຈົ້າກັກໄວ້ນ່າ ບໍ່ ເພິ່ນບໍ່ໄດ້ລ້ອມຮົ້ວ ພິ່ນຈົກຄອງນ່າ ຈັ່ງວ່າແຫລະຂ້ອຍກະຍັງບໍ່ຈັກ ໄດ້ຍິນຢູ່ ໄດ້ຍິນຂ່າວ.
ໃນຂະນະດຽວກັນ ຊາວບ້ານອີກທ່ານນຶ່ງ ຍືນຍັນວ່າ ສວນກ້ວຍດັ່ງກ່າວ ມີການປັບໃໝເຈົ້າຂອງງົວ-ຄວາຍ ໂຕລະ 5 ແສນກີບແທ້ ຄັນປ່ອຍໃຫ້ສັດລ້ຽງເຂົ້າໄປຂອບເຂດສວນກ້ວຍ ແຕ່ກໍບໍ່ຮູ້ຄັກແນ່ວ່າ ທີ່ໄດ້ຕັ້ງກົດລະບຽບປັບໃໝດັ່ງກ່າວນັ້ນ ໄດ້ຜ່ານການເຫັນດີ ຈາກທາງຂັ້ນເມືອງແລ້ວ ຫລືບໍ່ ຫລືວ່າ ມີການຕັ້ງກົດຂຶ້ນມາເອງ.

ດັ່ງ ທ່ານກ່າວວ່າ:

ແມ່ນລະ ໃໝໂຕລະ 5 ແສນກີບ ອໍອ ອັນນີ້ເລື້ອງບໍຣິຫານ ນ້ອງຈະບໍ່ຮູ້ເນາະ ເປັນບັນຫາສ່ວນຫລາຍ ຄົນວຽດ.
ທາງດ້ານພະນັກງານສວນກ້ວຍ ຂອງບໍລິສັດດັ່ງກ່າວ ໄດ້ຊີ້ແຈງວ່າ ການທີ່ທາງບໍລິສັດ ໄດ້ຕັ້ງກົດລະບຽບຂຶ່ນມານັ້ນ ກໍໄດ້ຜ່ານການຮັບຮູ້ ຈາກທາງຂັ້ນແຂວງ ແລະ ຂັ້ນເມືອງແລ້ວ ແຕ່ບໍ່ແມ່ນວ່າ ຈະປັບໃໝ ເຈົ້າຂອງງົວ-ຄວາຍ ທຸກຄົນທີ່ປ່ອຍໃຫ້ສັດລ້ຽງເຂົ້າມາ ໃນເຂດສວນກ້ວຍ, ເຊິ່ງສໍາລັບຜູ້ທີ່ປ່ອຍສັດລ້ຽງ ເຂົ້າມາໃນສວນກ້ວຍ ເປັນເທື່ອທໍາອິດ ກໍຈະຖືກຕັກເຕືອນ ແລະ ນໍາສັດລ້ຽງກັບໄປເຮືອນ, ແຕ່ຄັນຍັງເຮັດແນວດັ່ງກ່າວ ຢູ່ເລື້ອຍໆ ແລະສົ່ງຜົນໃຫ້ເກີດຄວາມເສຍຫາຍ ຕໍ່ສວນກ້ວຍ ກໍຈະກັກຂັງສັດລ້ຽງເຫລົ່ານັ້ນ ຈະປັບໃໝຕາມລະບຽບ ທີ່ວ່ານັ້ນ.

ດັ່ງ ທ່ານກ່າວວ່າ:
ກະຍັງບໍ່ທັນໄດ້ຫລາຍ ເພິ່ນກະປັບ 2-3 ເທື່ອ ບາງທີມັນເຂົ້າຫລາຍໆໂຕ ເພິ່ນກະປັບແບບ 5 ແສນ ລ້ານນຶ່ງຊື່ໆ ບາງເທື່ອ 10 ໂຕ 15 ໂຕ ເຮົາກະບໍ່ໄດ້ແບບວ່າ ຕ້ອງເປັນໂຕລະ 5 ແສນ ເຂົາກະບໍ່ມີເງິນຈ່າຍ ຊາວບ້ານເຮົາ ມາເອົາ ເຮົາກະເທື່ອທໍາອິດຕັກເຕືອນ ຄັນຍັງເຂົ້າມາອີກ ແລ້ວເປັນງົວ-ຄວາຍ ຂອງເຈົ້າຂອງເກົ່າ ປັບຕາມກົດລະບຽບເລີຍ.
ສ່ວນເຈົ້າໜ້າທີ່ເມືອງໄຊເສດຖາ ນາງນຶ່ງ ກໍຍືນຍັນວ່າ ການທີ່ບໍລິສັດດັ່ງກ່າວ ໄດ້ຕັ້ງກົດລະບຽບ ຂຶ້ນມານັ້ນ ກໍໄດ້ຜ່ານການຮັບຮູ້ ຈາກທາງການເມືອໄຊເສດຖາ ແລະ ມີເອກກະສານຢ່າງຖືກຕ້ອງ ເຊິ່ງທາງເມືອງຫາກໍເຫັນດີ ໃຫ້ຈັດຕັ້ງປະຕິບັດ ຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ ເປັນຕົ້ນມາ, ແຕ່ໃນໄລຍະທີ່ຜ່ານມາ ກໍບໍ່ໄດ້ຮັບລາຍງານ ຢ່າງຄັກແນ່ວ່າ ມີຊາວບ້ານໄດ້ເສັຍເງິນຄ່າປັບໃໝນັ້ນ ຫລືບໍ່.

ດັ່ງ ນາງກ່າວວ່າ:
ເຂົາກັກງົວ-ຄວຍ ຫັ້ນບໍ່ ເພິ່ນກໍກໍາລັງປະກາດຫວ່າງນີ້ໆນ່າ ປະມານເດືອນແລ້ວນີ້ ເຫັນແຈ້ງການຂອງເພິ່ນຫັ້ນ ອອກຈາກຫ້ອງວ່າການເພິ່ນ ປະມານເດືອນແລ້ວນີ້ແຫລະ ທາງຫ້ອງການເຫັນແຈ້ງການອອກຢູ່ ຈັກເພິ່ນໄດ້ໄປເສຍເງິນແລ້ວບໍ່ ຍັງບໍ່ຮູ້ນ່າ.

ອີງຕາມເອກະສານ ຂອງບໍລິສັດ ພັດທະນາກະສິກໍາ ຮ່ວາງແອງ ອັດຕະປື ຈໍາກັດ ທີ່ໄດ້ສະເໜີໄປຍັງ ຫ້ອງວ່າການ ປົກຄອງແຂວງອັດຕະປື ເມື່ອວັນທີ 9 ມີນາ 2024 ໄດ້ລະບຸຕອນນຶ່ງວ່າ ຫ້າມ ບໍ່ໃຫ້ ບັນດາຄອບຄົວອ້ອມຂ້າງໂຄງການ ປ່ອຍສັດລ້ຽງ ງົວ-ຄວາຍ ແບ້ ແລະ ອື່ນໆ ເຂົ້າໃນຂອບເຂດດິນຂອງໂຄງການ ຢ່າງເດັດຂາດ, ຖ້າກວດພົບ ຈະຖືກຈັບຂັງ ແລະ ປັບໃໝ  5 ແສນກີບຕໍ່ໂຕ ແລະ ຄັນບໍ່ຍອມເສັຍຄ່າປັບໃໝ ກໍຈະດໍາເນີນການກັກຂັງສັດລ້ຽງຕໍ່ໄປ ແລະ ຈະບໍ່ຮັບຜິດຊອບ ຄັນເກີດສັດລ້ຽງຕາຍ ຫລື ລົ້ມປ່ວຍ ແລະ ສໍາລັບຄອບຄົວ ທີ່ພະຍາຍາມມ້າງຮົ້ວ ແລະ ຮ່ອງລະບາຍນ້ໍາ ໃນ ຂອບເຂດສວນກ້ວຍ ກໍຈະຖືກຮ້ອງຟ້ອງ ແລະ ດໍາເນີນຄະດີຕາມກົດໝາຍ.
ອີງຕາມໜັງສືແຈ້ງການ ຂອງຫ້ອງວ່າການເມືອງໄຊເສດຖາ ລົງວັນທີ 28 ມີນາ 2024 ກໍໄດ້ລະບຸວ່າ ທາງການບໍ່ໄດ້ອະນຸຍາດ ໃຫ້ຊາວບ້ານນໍາສັດລ້ຽງ ຢູ່ໃນຂອບເຂດ ສໍາປະທານ ຂອງບໍລິສັດດັ່ງກ່າວ ແລະ ຄັນມີຜູ້ຝ່າຝືນ ຫລື ປ່ອຍໃຫ້ສັດລ້ຽງເຂົ້າໄປ ໃນເຂດຂອງສວນກ້ວຍແຫ່ງດັ່ງກ່າວ ກໍຈະກັກຂັງສັດລ້ຽງນັ້ນ ແລະ ປັບໃໝເຈົ້າຂອງສັດລ້ຽງ ຈໍານວນ 5 ແສນກີບຕໍ່ໂຕ ອີກທັງຈະບໍ່ຮັບຜິດຊອບ ຄັນສັດລ້ຽງຕາຍ ໃນລະຫວ່າງຖືກກັກຂັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.