ຊາວບ້ານ ກັງວົນ ເຣື່ອງສານເຄມີ ໃນສວນກ້ວຍ
2019.10.21
ຊາວໄຮ່ຊາວສວນ 1300 ປາຍຄົນ ຢູ່ບ້ານຊົມຊື່ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຂັດຂ້ອງ ທີ່ບໍຣິສັດ ປູກກ້ວຍຈີນ ບັງຄັບໃຫ້ ພວກເຂົາເຈົ້າ ທີ່ຍ່າງຜ່ານ ສວນກ້ວຍ ໄປເຮັດໄຮ່ ເຮັດສວນນັ້ນ ຕ້ອງເອົາ ຕີນຈຸ່ມ ນໍ້າຢາເຄມີກ່ອນ ເພື່ອບໍ່ໃຫ້ ຕົ້ນກ້ວຍ ຕິດພະຍາດ ຫ່ຽວເຫລືອງ, ອີງຕາມ ຄໍາເວົ້າ ຂອງຊາວກະສິກອນ ບ້ານຊົມຊື່ນ ຕໍ່ ອາຣ ແອັຟ ເອ (RFA) ໃນມື້ວັນທີ 21 ຕຸລານີ້:
“ສິໄປໄຮ່ໄປສວນ ຕ້ອງໄປຜ່ານ ສວນກວ້ຍຫັ້ນ ກໍໄດ້ລົງ ເອົາຕີນໄປຢຽບນໍ້າຢາ ຜ່ານເຂົ້າໄປ ເຂົາເຮັດນ່າ ເຂົາບໍ່ໃຫ້ເຮົາ ໄປຕາມລໍາພັງ ອັນນີ້ ເຂົາວ່າຢ້ານເຮົານີີ້ ມີເຊື້ອພະຍາດຫ່ຽວເຫລືອ ຂອງກ້ວຍຫັ້ນ ໄປຕິດ ຢູ່ສ່ວນກ້ວຍເພິ່ນ ເພິ່ນຕ້ອງລັດ ຢູ່ຫັ້ນແຫລະ ລັດດ່ານ ຢູ່ຫັ້ນເນາະ ເຮົາບໍ່ໄປຢຽບຫັ້ນ ເພິ່ນກໍບໍ່ໃຫ້ ເຂົ້າເດັດຂາດ.”
ທ່ານກ່າວຕື່ມວ່າ ເຫດຜົນ ທີ່ຊາວກະສິກອນ ຂັດຂ້ອງນັ້ນ ກໍຍ້ອນບໍ່ຮູ້ວ່ ນໍ້າຢາເຄມີ ທີ່ພວກເຂົາເຈົ້າ ຕ້ອງໄດ້ເອົາ ຕີນຈຸ່ມນັ້ນ ເປັນນໍ້າຢາ ທີ່ຣັຖບານ ອະນຸຍາດ ຫລືບໍ່, ພວກເຂົາເຈົ້າ ອ່ານບໍ່ໄດ້ ຍ້ອນມັນເປັນ ພາສາຈີນ ແລະ ທັງເສັຽເວລາທຽວ ໄປ-ມາ ເຮັດໄຮ່ເຮັດສວນ ຍ້ອນຕ້ອງໄດ້ ຍ່າງເວີ້ງ ຍ່າງໄກ ເພາະທາງບໍຣິສັດ ໄດ້ເຮັດຮົ້ວກັ້ນ ແລະ ຈ້າງຄົນຍາມ ຕລອດ 24 ຊົ່ວ ໂມງ.
ທາງຜ່ານ ສວນກ້ວຍນັ້ນ ເປັນເສັ້ນທາງດຽວ ທີ່ຊາວສວນ ຕ້ອງໄດ້ຜ່ານ ເພື່ອໄປ ເຮັດຮົ້ວເຮັດສວນ ທຸກມື້ ດັ່ງນັ້ນ ຈຶ່ງຢາກສເນີໃຫ້ ທາງພາກສ່ວນກ່ຽວຂ້ອງ ຊ່ອຍແກ້ໄຂ ກ່ອນທີ່ ຈະເກີດບັນຫາ ແລ້ວຈະແກ້ໄຂບໍ່ໄດ້. ທີ່ຜ່ານມາ ອໍານາດການປົກຄອງບ້ານ ໄດ້ສເນີ ບັນຫາດັ່ງກ່າວ ເຖິງຂັ້ນເມືອງ ແລະ ຂັ້ນແຂວງແລ້ວ ແຕ່ຂັ້ນເທິງ ກໍບອກວ່າ ບໍ່ໃຫ້ວິຕົກກັງວົນ ດັ່ງທີ່ ທ່ານກ່າວວ່າ:
“ມີແຕ່ ເພິ່ນມາວ່າ ເຮົາຊໍ້າ ບໍ່ໃຫ້ເຮົາ ວິຕົກກັງວົນ ມີແຕ່ວ່າ ເພິ່ນກໍວ່າ ສ້າງຄວາມ ໝັ້ນໃຈ ບໍ່ມີບັນຫາແນວນີ້ ເຮົາກໍຄືວ່າ ນັ້ນແຫລະ ກໍຢູ່ໄປວັນໆ ຫັ້ນເນາະ.”
ສວນກ້ວຍຈີນ ແຫ່ງນີ້ ໄດ້ຮັບອະນຸຍາດ ຈາກຂັ້ນແຂວງ ໃຫ້ປູກກ້ວຍ ໃນເນື້ອທີ່ 800 ເຮັກຕ້າຣ໌ ເຣີ່ມມາ ແຕ່ວັນທີ 9 ເມສາ 2018, ມີສັນຍາເຊົ່າດິນ ປະຊາຊົນປູກ ເຮັກຕ້າຣ໌ ລະ 7 ແສນກີບ ເປັນເວລາ 15 ປີ, ປັດຈຸບັນ ກ້ວຍເຣີ່ມອອກເຄືອ ແລະ ຈະຂາຍໄດ້ ໃນທ້າຍປີນີ້.
ເວົ້າສະເພາະ ສວນກ້ວຍຈີນ ຢູ່ບ້ານທ່າເຮືອ ເມືອງບໍລິຄັນ ຄືກັນນັ້ນ ຊາວບ້ານ ກໍພາກັນ ກັງວົນ ເຣື່ອງການໃຊ້ສານເຄມີ ອັນຕຣາຍ ທີ່ອາດສົ່ງ ຜົລກະທົບ ສິ່ງແວດລ້ອມ ຕໍ່ຄົນ ແລະ ສັດລ້ຽງ ພາຍ ຫລັງ ທີ່ຄົນຈີນ ສັມປະທານ ດິນປູກກ້ວຍ ຈາກຄົນລາວ ເຈົ້າຂອງເດີມ ແຕ່ເດືອນຕຸລາ 2019 ຫາ ເດືອນຕຸລາ 2025 ຈໍານວນ 600 ເຮັກຕ້າຣ໌.