ເຈົ້າຂອງສວນມັນຕົ້ນ ຢູ່ເມືອງສນາມໄຊ ທີ່ຖຶກບໍຣິສັດ ປູກກ້ວຍຂອງຈີນບຸກລຸກ ຍັງບໍ່ໄດ້ຄ່າຊົດເຊີຍ

ພອນ ພູມມີທອນ
2023.09.27
ເຈົ້າຂອງສວນມັນຕົ້ນ ຢູ່ເມືອງສນາມໄຊ ທີ່ຖຶກບໍຣິສັດ ປູກກ້ວຍຂອງຈີນບຸກລຸກ ຍັງບໍ່ໄດ້ຄ່າຊົດເຊີຍ ສວນມັນຕົ້ນ ຢູ່ເມືອງສນາມໄຊ ທີ່ຖຶກບໍຣິສັດ ປູກກ້ວຍຂອງຈີນບຸກລຸກ ຍັງບໍ່ໄດ້ຄ່າຊົດເຊີຍ.
ນັກຂ່າວ ພົລເມືອງ

ຊາວບ້ານຕະມໍຍອດ ເມືອງສະນາມໄຊ ແຂວງອັດຕະປື ຈຳນວນ 4 ຄອບຄົວ ທີ່ເສັຽດິນປູກມັນຕົ້ນ ທັງໝົດປະມານ 5 ເຮັກຕ້າຣ໌ ໃຫ້ບໍຣິສັດປູກກ້ວຍ ຂອງຈີນແຫ່ງນຶ່ງ ເມື່ອປະມານເດືອນມິຖຸນາ ທີ່ຜ່ານມາ ແລະ ຍັງບໍ່ໄດ້ຮັບຄ່າສົດເຊີຍ ຈາກບໍຣິສັດດັ່ງກ່າວເທື່ອ ໂດຍທາງບໍຣິສັດດັ່ງກ່າວ ໄດ້ສັ່ງໃຫ້ຄົນງານບຸກເບີກເນື້ອທີ່ປູກມັນຕົ້ນ ຂອງຊາວບ້ານ ໂດຍທີ່ບໍ່ໄດ້ຮັບການຍິນຍອມ ຈາກເຈົ້າຂອງດິນ ທັ້ງທີ່ມີໃບຕາດິນຄັກແນ່.

ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 27 ກັນຍາ ນີ້ວ່າ:

“ເພິ່ນຕັດທາງດິນໄປຫັ້ນນ່າ ຜ່າເຄິ່ງເລີຍ ແລ້ວກະດຸດມັນຕົ້ນອອກ ສ່ວນນຶ່ງເພິ່ນເຮັດແລ້ວ ກະເພິ່ນບໍ່ສົນກັບເຈົ້າຂອງເລີຍຫັ້ນນ່າ. ເປັນດິນແບບມີເອກະສານແລ້ວ ຫັ້ນນ່າ. ເຂດແຖວຫັ້ນ ເພິ່ນວ່າ ຊິເອົາໝົດຫັ້ນນນ່າ ແຕ່ວ່າເອົາ ໂດຍແບບບໍ່ຍືນຍອມ ຈາກຜູ້ກ່ຽວນ່າ ຈາກເຈົ້າຂອງດິນຫັ້ນນ່າ. ຢາກຮ້ອງຄ່າຊົດເຊີຍຫັ້ນແຫລະ.”

ທ່ານ ກ່າວຕື່ມວ່າ ຫລັງຈາກເກີດເຫດການດັ່ງກ່າວຂຶ້ນ ທ່ານ ແລະ ຜູ້ເສັຍຫາຍອີກ 3 ຄອບຄົວ ກໍໄດ້ສົ່ງເອກກະສານຄຳຮ້ອງ ໄປຍັງຫລາຍພາກສ່ວນ ຢູ່ເມືອງສນາມໄຊ ເພື່ອຮຽກຮ້ອງໃຫ້ມີການແກ້ໄຂ ເຣື່ອງຄ່າຊົດເຊີຍ ແຕ່ມາຮອດປັຈຸບັນ ກໍຍັງບໍ່ມີຄວາມຄືບໜ້າ ແລະ ບໍຣິສັດຈີນດັ່ງກ່າວ ບໍ່ໄດ້ຕິດຕໍ່ຫາເຈົ້າຂອງທີ່ດິນອີກເລີຍ.

ໃນຂະນະທີ່ຊາວບ້ານ ອີກນາງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການບຸກເບີກເນື້ອທີ່ ຂອງບໍຣິສັດປູກກ້ວຍດັ່ງກ່າວ ຢືນຢັນວ່າ ຊາວບ້ານໄດ້ຂຽນໃບຮ້ອງ ໄປຫາຂັ້ນເມືອງ ລວມທັງສະພາຂັ້ນເມືອງແລ້ວ ເພື່ອຂໍໃຫ້ດຳເນີນແກ້ໄຂ ເຣື່ອງຄ່າຊົດເຊີຍ ແຕ່ກໍຍັງມິດຢູ່.

ດັ່ງ ຍານາງ ກ່າວວ່າ:

“ກໍຢຽບ ບ່ອນມັນເຮົາປູກແລ້ວຫັ້ນ ເຮັດເສັ້ນທາງ ບຸກເບີກແລ້ວໄປອິຫຍັງ ຍັງມາອີກ ກະສເນີຂຶ້ນຂັ້ນເມືອງແລ້ວ ແລ້ວກະຜ່ານສະພາເມືອງ ກະຄືມິດຢູ່.”

ສ່ວນ ຊາວບ້ານອີກທ່ານນຶ່ງ ກ່າວວ່າ ກ່ອນທີ່ບໍຣິສັດຈີນດັ່ງກ່າວ ບຸກເບີກເນື້ອທີ່ປູກມັນຕົ້ນ ໄດ້ມີການເຈຣະຈາ ເຣື່ອງຄ່າຊົດເຊີຍກັບເຈົ້າຂອງດິນ ໂດຍຕົກລົງກັນວ່າ ຈະຈ່າຍຄ່າຊົດເຊີຍ ໃນລາຄາ 150 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ສຸດທ້າຍ ລັກໄປບຸກເບີກກ່ອນ, ອີກທັງ ບໍ່ເຈຣະຈາເຣື່ອງຄ່າຊົດເຊີຍ.

ດັ່ງ ທ່ານ ກ່າວວ່າ:

“ຂັ້ນຕອນທຳອິດຫັ້ນ ເພິ່ນກໍຕົກລົງກັນແລ້ວວ່າ ຊິໃຫ້ເນາະ ບາດຫລັງຈາກຕົກລົງກັນແລ້ວ ໄປສ້າງບົດບັນທຶກ ກະບໍ່ໃຫ້ທາງບໍຣິສັດຫັ້ນແຕະຕ້ອງ ໄລ່ຄ່າຊົດເຊີຍໃຫ້ກັນ. ບາດນີ້ ມັນບໍ່ຮອດຂັ້ນຕອນຫັ້ນນ່າ ໄປເຮັດກ່ອນອີກ ໄປເບີກໃໝ່ອີກ.”

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງສນາມໄຊ ແລະ ອຳນາດການປົກຄອງ ເມືອງສນາມໄຊ ເພື່ອສອບຖາມ ຄວາມຄືບໜ້າຂອງກໍຣະນີດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະຊີ້ແຈງຣາຍລະອຽດ ຜ່ານທາງໂທຣະສັບ. ເຈົ້າໜ້າທີ່ ເມືອງສນາມໄຊ ທ່ານນຶ່ງ ຍອມຮັບວ່າ ປັດຈຸບັນ ມີນັກລົງທຶນຈີນ ຈຳນວນຫລາຍບໍຣິສັດ ໄດ້ເຂົ້າມາລົງທຶນປູກກ້ວຍ ຢູ່ເມືອງສນາມໄຊ ແຕ່ບໍ່ມີໂຕເລກຢ່າງລະອຽດວ່າ ຈັກບໍຣິສັດ ແລະ ສວນກ້ວຍຈີນ ຫລາຍແຫ່ງ ໄດ້ກວມເອົາດິນປູກມັນຕົ້ນ ຂອງຊາວບ້ານ, ສ່ວນກໍຣະນີ ທີ່ບໍ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານນັ້ນ ທ່ານເອງ ບໍ່ຮູ້ ຣາຍລະອຽດ ຢ່າງຄັກແນ່.

ດັ່ງທ່ານກ່າວວ່າ:

“ບາງທີ ເຂົາແກ້ແລ້ວ ບໍ່ຈື່ແຫລະ ແມ່ນໆ ຫລາຍໆ ກວມພື້ນທີ່ ເອອ ກະຍັງມີຢູ່ດອກ.”

ສ່ວນຊາວບ້ານໃກ້ຄຽງ ທ່ານນຶ່ງເຫັນວ່າ ທຸກມື້ນີ້ບໍຣິສັດຈີນ ເຂົ້າມາລົງທຶນປູກກ້ວຍ ຢູ່ເມືອງສນາມໄຊ ຫຼາຍຂຶ້ນເລື້ອຍໆ ມີທັງເຂົ້າມາສັມປະທານທີ່ດິນ ຂອງຣັຖ, ເຊົ່າທີ່ດິນຊາວບ້ານ ລວມເຖິງເອົາທີ່ດິນຊາວບ້ານ.

ດັ່ງທ່ານກ່າວວ່າ:

“ຢູ່ແຖວ ຕະມໍຍອດນີ້ ນ່າຈະບໍ່ມີຫລາຍໄດ່ປູກກ້ວຍນ່າ ຢູ່ເຂດນອກຫັ້ນມາຫລາຍນ່າ. ກ້ວຍຈີນນ່າ ເປັນດິນປະຊາຊົນເເດ່. ດິນຣັຖແດ່. ຣັຖບານອະນຸຍາດໃຫ້ເຮັດຫັ້ນນ່າ.”

ເຖິງຢ່າງໃດກໍຕາມ ສຳລັບ ບໍຣິສັດຈີນ ທີ່ໄດ້ເຂົ້າມາລົງທຶນປູກກ້ວຍ ຢູ່ເມືອງສນາມໄຊ ບາງບໍຣິສັດ ໄດ້ສ້າງຜົລກະທົບ ຕໍ່ຊາວບ້ານ ເປັນຕົ້ນ ເມື່ອວັນທີ 14 ພຶສພາ ທີ່ຜ່ານມານີ້ ພະນັກງານຊາວຈີນ ຂອງບໍຣິສັດ ສີຊິນ ພັທນາກະສິກັມ ຈຳກັດຜູ້ດຽວ ຂອງນັກລົງທຶນຈີນ ໄດ້ບຸກລຸກທີ່ດິນ ຂອງຊາວບ້ານ ຢູ່ບ້ານໜອງຫີນ ເມືອງສນາມໄຊ ພ້ອມທັງ ນຳຣົຖຈົກດິນ ມາບຸກເບີກທີ່ດິນຂອງຊາວບ້ານ ທີ່ເປັນເນື້ອທີ່ປູກມັນຕົ້ນ ແບບບໍ່ໄດ້ຂໍອະນຸຍາດ ຈາກເຈົ້າຂອງດິນ ເພື່ອທຳການບຸກເບີກເນື້ອທີ່ ສຳລັບປູກກ້ວຍຫອມ ແລະ ຖົ່ວລຽນ ແຕ່ມີຊາວບ້ານ ເຈົ້າຂອງດິນ ຈຳນວນ 2 ຄົນ ບໍ່ຍອມໃຫ້ມີການບຸກເບີກ ຈຶ່ງຖືກຄົນຈີນກຸ່ມດັ່ງກ່າວ ທຳຮ້າຍຮ່າງກາຍ ພ້ອມທັງໃຊ້ປືນນາບຄູ່ ອີກຍັງໄດ້ທຸບໂທຣະສັບ ຂອງຊາວບ້ານ ທີ່ຖ່າຍວີດີໂອ ເຫດການດັ່ງກ່າວໄວ້.

ຫລັງຈາກນັ້ນ ມາຮອດທີ່ 17 ພຶສພາ ປີ 2023 ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ອອກແຈ້ງການໄປຍັງ ບໍຣິສັດ ສີຊິນ ພັທນາກະສິກັມ ຈຳກັດ ຂອງນັກລົງທຶນຈີນ ແລະ ບໍຣິສັດ ກອງແກ້ວ ພັທນາກະສິກັມ ຈຳກັດ ໃຫ້ໂຈະຊົ່ວຄາວ ການບຸກເບີກເນື້ອທີ່ຊາວບ້ານ ຢູ່ບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສນາມໄຊ ເພື່ອເຮັດການປູກກ້ວຍຫອມ ແລະ ໝາກຖົ່ວລຽນ ໃນເນື້ອທີ່ 300 ເຮັກຕ້າຣ໌ ເພື່ອແກ້ໄຂຂໍ້ຂັດແຍ່ງ ໃຫ້ສຳເຣັດກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.