ສັດປ່າ ຫວງຫ້າມ ຖືກລັກລອບ ສົ່ງຂາຍໃຫ້ ຊາວຕ່າງປະເທດ
2022.08.12

ທາງການແຂວງບໍ່ແກ້ວ ແລະແຂວງຊຽງຮາຍຂອງໄທຍ ໄດ້ຈັດກອງປະຊຸມຮ່ວມມືສອງຝ່າຍ ເພື່ອປາບປາມການຄ້າຂາຍສັດປ່າ ຜິດກົດໝາຍ ໂດຍສະເພາະລະຫວ່າງຊາຍແດນ ຂອງສອງປະເທດ ໃນມື້ວັນທີ 5 ສິງຫານີ້ ຍ້ອນວ່າ ທີ່ຜ່ານມາຍັງມີ ຂະບວນການລັກລອບ ຄ້າຂາຍສັດປ່າ ຈາກລາວໄປໄທຍ ເພື່ອສົ່ງຕໍ່ໄປປະເທດຈີນຢູ່ ທັງສັດເປັນ ແລະຊິ້ນສ່ວນສັດປ່າ ທີ່ຕ້ອງຫ້າມ ເຊັ່ນ ໝີ, ເສືອ, ລິິ່ນ ເປັນຕົ້ນ.
ປີ 2021 ທີ່ຜ່ານມາ ທາງການແຂວງບໍ່ແກ້ວ ໄດ້ສະກັດກັ້ນບໍ່ໃຫ້ເອົາລູກໝີເປັນ 1 ໂຕ ທີ່ຄົນລາວກໍາລັງຕຣຽມລັກເອົາຂ້າມໄປຝັ່ງໄທຍ ແລະຈະສົ່ງຕໍ່ໄປປະເທດຈີນ, ໄດ້ນໍາຕົວຜູ້ກ່ຽວໄປດໍາເນີນຄະດີ ແລະສົ່ງລູກໝີໃຫ້ສູນ ອະນຸຮັກໝີຢູ່ແຂວງຫລວງພຣະບາງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ສິງຫານີ້.
“ຜ່ານການສືບສວນ ສອບສວນ ຜ່ານມານີ້ ສ່ວນໃຫຍ່ກໍແມ່ນ ຢາກເອົາເຂົ້າເສືອນ້ອຍຈັ່ງຊີ້ນ່າ. ປີນຶ່ງ, 2 ປີຈະຈັບໄດ້ເທື່ອນຶ່ງ. ມັນມີພວກນາຍທຶນຫັ້ນແຫລະສັ່ງ ພວກຊາວບ້ານນີ້ກະໄປລ້າມາ ປີທີແລ້ວບໍ໋. ເຂົາລັກຂ້າໝີໂຕນຶ່ງບໍ໋ ມັນຍັງບໍ່ຕາຍ ພວກເຮົາຈັບໄດ້ ແລະເຮົາສົ່ງໄປສວນສັດ ຢູ່ຫລວງພຣະບາງນີ້.”
ທ່ານກ່າວຕື່ມວ່າ ເຫິງໆຈຶ່ງຈະຈັບການລັກລອບ ຄ້າສັດປ່າທີ່ວ່ານັ້ນໄດ້ເທື່ອນຶ່ງ, ມັນມີຈໍານວນໜ້ອຍ. ແຕ່ມາໃນປີ 2022 ນີ້ ຍັງກວດບໍ່ພົບຂະບວນການ ລັກຄ້າຂາຍສັດປ່ານັ້ນ ແຕ່ກໍເຊື່ອວ່າຍັງມີຂະບວນການນັ້ນຢູ່ ຊຶ່ງທາງການແຂວງບໍ່ແກ້ວ ແລະແຂວງຊຽງຮາຍຂອງໄທຍ ກໍໄດ້ປະສານງານ ແລະຮ່ວມມືກັນສະກັດກັ້ນ ເພື່ອບໍ່ໃຫ້ພວກລັກຄ້າຂາຍສັດປ່າໜີໄປໄດ້.
“ການກວດກາຮ່ວມກັນເດ໋ ດຽວນີ້ພວກເຮົາໄດ້ສ້າງເປັນລະບົບ ເຄືອຊ່າຍ ຣາຍງານຊຶ່ງກັນ ແລະກັນເດ໋ ສົມມຸດວ່າ ທາງຝັ່ງລາວເນາະ ມັນຕຣຽມຈະຂ້າມຝັ່ງໄທຍບໍ່ ເຮົາກໍໄດ້ແຈ້ງ ສົມມຸດວ່າເມືອງຕົ້ນເຜິ້ງ ກັບຊຽງແສນຈັ່ງຊີ້ນ່າ.”
ກ່ຽວກັບເຣ່ືອງທີ່ວ່ານີ້ ພໍ່ຄ້າຮັບຊື້-ຂາຍຊາກສັດປ່າຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ສິງຫານີ້ວ່າ ຍັງມີການລັກເຮັດກັນຢູ່ ຍ້ອນວ່າມັນໄດ້ເງິນຫລາຍ.
“ສ່ວນຫລາຍຄົນຈີນ ຄົນວຽດນາມ ສັ່ງລິ່ນ. ເຂົາເຈົ້າກໍເອົາໄປເຮັດຢາເດ໋. ເອົາມາແຕ່ປ່າເລີຍ ທັມຊາຕເລີຍ. ໂອ໊ ແຕ່ວ່າກໍໄດ້ລັກເຮັດເດ໊. ເຂົາເຈົ້າກວດ, ເຂົາວ່າໂຕເປັນໆໄປ ໂລ 5 ແສນກີບ ເຂົາກະເອົາເລືອດໄປດອງເຫລົ້າ. ເອົາບີໄປດອງເຫລົ້າ ເກັດມັນຕົກເປັນເງິນບາທໄທຍ ໂລນຶ່ງກໍ 7-8 ພັນ.”
ທ່ານກ່າວຕື່ມວ່າ ສໍາລັບໝີ, ຄົນຈີນ ແລະຄົນວຽດນາມ ແມ່ນນິຍົມກັນຫລາຍ, ໂຕນຶ່ງມີລາຄາບໍ່ຕໍ່າກວ່າ 10,000 ປາຍບາທ, ຮູ້ວ່າເຂົາເຈົ້າລັກລ່າເອົາຢູ່ ຊຶ່ງຢູ່ພາກເໜືອຂອງລາວມີ ເຊັ່ນແຂວງອຸດົມໄຊ, ບໍ່ແກ້ວ ແລະແຂວງໄຊຍະບູຣີ.
“ໂຕໝີສ່ວນຫລາຍ ເຫັນເຂົາໄດ້ລູກມັນ ເຂົາເຈົ້າຍິງແມ່ມັນ ແລ້ວເຂົາເຈົ້າເອົາລູກມັນນ່າ ລູກມັນຍັງນ້ອຍຢູ່ເດ໋. ເຫັນຢູ່ເຂດພາກເໜືອນ່າຍັງຫລາຍ ໂຕໝີນ່າສ່ວນຫລາຍ ເຂົາເຈົ້າຈະເອົາບີ ເອົາໄປເຮັດຢານ່າ ກິນເນື້ອບໍ່ ອັນນີ້ກໍບໍ່ແນ່ໃຈ ຕົກເປັນເງິນໄທຍກໍໝື່ນປາຍ ເຂົາຂາຍຍົກເດ້. ຢູ່ຫັ້ນນ່າ ບໍ່ແກ້ວ, ອຸດົມໄຊ, ຊໍາເໜືອ, ໄຊຍະບູຣີ ຫລາຍ.”
ພໍ່ຄ້າຜູ້ນີ້ເວົ້າວ່າ ເຣື່ອງຊ່ອງທາງການລັກລອບຂົນສັດປ່າ ແລະຊິ້ນສ່ວນສັດປ່າທີ່ຫວງຫ້າມ ອອກຈາກປະເທດລາວໄປຝັ່ງໄທຍ ບາງເທື່ອກໍເອົາຂ້າມນໍ້າຂອງ ໂດຍອາສັຍເຮືອຄົນຮູ້ຈັກກັນ ຫລືຄົນຫາປາຊ່ອຍສົ່ງຂຶ້ນຝັ່ງ ແລ້ວຄົນຝັ່ງໄທຍມາຮັບເອົາໄປຕໍ່.
ພ້ອມກັນນັ້ນ ພໍ່ຄ້າຮັບຊື້-ຂາຍ ຊາກສັດປ່າອີກຜູ້ນຶ່ງກໍເວົ້າວ່າ ນອກຈາກນັ້ນ ຍັງມີການລັກຊື້-ຂາຍ ເຂົາຄວາຍດ່ອນ ໄປປະເທດຈີນ ຊຶ່ງສ່ວນໃຫຍ່ເອົາໄປເຮັດເຄື່ອງປະດັບ, ຄົນຈີນຈະສັ່ງຊື້ ຈາກນາຍໜ້າລາວ, ແຕ່ເຂົາຄວາຍດ່ອນ ຢູ່ລາວຫາຍາກ, ພວກນາຍໜ້າຈະຕິດຕໍ່ຊື້ ມາຈາກໄທຍ ທີ່ມີຫລາຍ ໃນລາຄາກິໂລນຶ່ງແຕ່ 1.5-2 ລ້ານກີບ.
“ຊື້ເຂົາຄວາຍດ່ອນ ນໍາທາງໄທຍ ຢູ່ໄທຍນີ້ມີຫລາຍ, ຫລາຍກວ່າລາວອີກ. ກະເຂັ້ມງວດຄືກັນເດ໋ ຂ້ອຍຊື້ໂລລະ 1.5 ລ້ານ-1.6 ລ້ານກີບຕໍ່ກິໂລ. ຖ້າຄູ່ 2 ໂລຂຶ້ນໄປ ຂ້ອຍຊື້ໂລລະ 1.8-2 ລ້ານ ຂ້ອຍສົ່ງໃຫ້ເຂົາເຈົ້າຢູ່ຈີນ ເຂົາເຈົ້າເອົາໄປເຮັດເຄື່ອງປະດັບ.”
ນອກຈາກເຂົາຄວາຍດ່ອນ ທີ່ນາຍໜ້າລາວຮັບຊື້ ຈາກປະເທດໄທຍ ຂາຍໄປຈີນແລ້ວ, ຄົນວຽດນາມກໍຮັບຊື້ເຂົາກວາງນໍາອີກດ້້ວຍ ຊຶ່ງສ່ວນໃຫຍ່ເອົາໄປປຸງຢາ ແລະເຮັດເຄື່ອງປະດັບ, ແຕ່ກໍຍັງບໍ່ເຫັນວ່າ ເຈົ້າໜ້າທີ່ຈັບຂະບານການນີ້ໄດ້ເທື່ອ.
“ກວາງໃຫຍ່ ສ່ວນຫລາຍຄົນວຽດມັກຊື້. ລາຄາຢູ່ວຽດສູງເດ໋ ຄົນວຽດສ່ວນຫລາຍວ່າມັນເປັນຢາ. ເຂົາເຈົ້າໄປໂຊຕາມເຮືອນນ່າ. ເຣື່ອງຜິດ ກໍຜິດແຕ່ຢູ່ລາວນີ້ຕໍາຣວດຍັງນໍາຈັບ ໃນເຄືອຂ່າຍປະເດັນນີ້ບໍ່ໄດ້ເທື່ອ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ໄປຫາກອງທຶນສັດປ່າໂລກ ຫລື WWF ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ອີງຕາມການຣາຍງານ ຂອງກອງປະຊຸມລະຫວ່າງ ແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ຂອງໄທຍ ໃນມື້ວັນທີ 5 ສິງຫານີ້ແລ້ວແມ່ນວ່າ ຢູ່ເມືອງຕົ້ນເຜິ້ງ ໃນປີ 2019 ຢຶດເຂົາກວາງ, ກະດູກແມວ ແລະງາຊ້າງໄດ້ 500 ປາຍກິໂລ, ມູນຄ່າຫລາຍກວ່າ 60,000 ໂດລ້າຣ໌ສະຫະຣັຖ.
ງາຊ້າງທີວ່ານັ້ນ ເຈົ້າໜ້າທີ່ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງເວົ້າວ່າ ບໍ່ແມ່ນງາຊ້າງລາວ, ເປັນງາຊ້າງມາຈາກອາຟຣິກາ ເພາະຢູ່ລາວຊ້າງມີໜ້ອຍ.
ການຮ່ວມມືກັນ ລະຫວ່າງລາວ-ໄທຍ ທີ່ວ່ານີ້ ຈະມີການກວດກາເຂັ້ມງວດກວ່າເກົ່າ ໂດຍສະເພາະຣົຖທີ່ຂົນເຄື່ອງໃນຕູ້ຄອນເທນເນີ້ຣ໌ ທີ່ຜ່ານຂົວມິຕພາບລາວ-ໄທແຫ່ງທີ 4.
ສໍາລັບຜູ້ກະທໍາຜິດ ຖານມີສັດປ່າປະເພດຫວງຫ້າມ ໄວ້ໃນຄອບຄອງ ແມ່ນມີຄວາມຜິດ ຕາມປະມວນກົດໝາຍຍາຍາ ມາດຕຣາ 334 ທີ່ລະບຸວ່າ ບຸກຄົນໃດຫາກລັກລອບ ເອົາສັດນໍ້າ-ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິຕ, ຊາກ ຫລືຊິ້ນສ່ວນ ແລະອະວັຍວະ ຂອງສັດ ເພື່ອຄ້າຂາຍ ຫລືມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິສຣະພາບ ແຕ່ 3 ເດືອນ ຫາ 5 ປີ ແລະຖືກປັບໃໝແຕ່ 3 ລ້ານ ຫາ 10 ລ້ານກີບ. ໃນກໍຣະນີ ມີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລືກໍ່ຄວາມເສັຍຫາຍ ທີ່ມີມູນຄ່າ ແຕ່ 50 ລ້ານກີບຂຶ້ນໄປ ຈະຖືກລົງໂທດຕັດອິສຣະພາບ ແຕ່ 2 ປີ ຫາ 5 ປີ ແລະຈະຖືກປັບໃໝສອງເທົ່າ ຂອງຈໍານວນຄວາມເສັຍຫາຍທັງໝົດ.
ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນປີ 2018 ເຈົ້າໜ້າທີ່ ໄດ້ຍຶດຣົຖບັນທຸກ 4 ຄັນ ທີ່ຂົນຊາກສັດປ່າ ຜິດກົດໝາຍ ຊຶ່ງກໍາລັງຈະຂົນໄປປະເທດໄທຍ ຜ່ານດ່ານທ້ອງຖິ່ນແຫ່ງນຶ່ງ ຢູ່ເມືອງນີ້.