ສັດປ່າຫຼາຍກວ່າ 300 ໂຕ ຖືກເຈົ້າໜ້າທີ່ ຍຶດໄດ້ ຢູ່ເມືອງດາກຈຶງ
2023.08.24
ອົງການສັດປ່າໂລກ ປະຈໍາປະເທດລາວ ຫລື WWF Laos ຣາຍງານວ່າ ໜ່ວຍງານບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະສັດປ່າ ແຂວງເຊກອງ ແລະເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ເມືອງດາກຈຶງ ໄດ້ລົງກວດກາ ການລັກຂາຍສັດປ່າ ໃນລະຫວ່າງວັນທີ 16 ແລະ 17 ສິງຫານີ້ ໂດຍສະເພາະສັດປ່າ ປະເພດຫວງຫ້າມ ຢູ່ໃນບັນຊີ 1 ແລະ ສັດປ່າປະເພດຄຸ້ມຄອງ ຢູ່ໃນບັນຊີ 2 ຕາມເສັ້ນທາງ ແລະຕາມຕລາດ ໃນເຂດເທສບານເມືອງດາກຈຶງ ແລະໄດ້ກວດພົບ ແລະ ຍຶດຊິ້ນສ່ວນສັດປ່າ ແລະສັດປ່າໄດ້ທັງໝົດ 338 ໂຕ. ໃນຈໍານວນນີ້ ມີສັດຕາຍ 36 ໂຕ ຊຶ່ງມີທັງກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ນົກຂວາ, ນົກເຂົາ ແລະສັດປ່າ ທີ່ຍັງເປັນຢູ່ 302 ໂຕ ຊຶ່ງມີທັງ ນົກປະຫລຽວ ຫລື ນົກຂວາ (ນົກກະທົວ), ອົ້ນ ຖືກປ່ອຍເຂົ້າປ່າຄືນສູ່ທັມມະຊາຕ, ສ່ວນສັດທີ່ຕາຍແລ້ວ ໄດ້ທໍາລາຍຖິ້ມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:
“ຜ່ານການກວດກາ ແຕ່ລະຄັ້ງ ກໍຖືວ່າສົ່ງທຽບໃນຄັ້ງນີ້ກໍຖືວ່າ ຄັ້ງນີ້ເປັນຄັ້ງທໍາອິດ ທີ່ພວກເຮົາ ໄດ້ກວດຍຶດ ຫລາຍສົມຄວນເນາະ ເປັນປະເພດຊິ້ນສ່ວນສັດປ່າເນາະ. ແມ່ນເຮົາໄດ້ພົບຕາມທ້ອງຕລາດ ທີ່ລັກລອບວາງຂາຍ ສ່ວນປະເພດນົກຄື ຕົວທີ່ຍັງເປັນ ພວກເຮົາກໍກວດ ການລັກລອບຂາຍ ຂອງບຸກຄົນ ນິຕິບຸກຄົນເນາະ ທີ່ເກັບຊື້ນໍາພໍ່ແມ່ ປະຊາຊົນໄປຂາຍ ຢູ່ຕ່າງແຂວງ ຫລື ສົ່ງຕ່າງປະເທດ. ປະເພດນົກຂວາ, ນົກປະຫລຽວ ສ່ວນຫລາຍກໍລັກລອບ ສົ່ງອອກໄປທາງໄທຍ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ຜູ້ກະທໍາຜິດຄັ້ງທໍາອິດ, ຖ້າຫາກວ່າກະທໍາຄວາມຜິດໃນລັກສະນະດຽວກັນນີ້ ຕື່ມອີກ ຈະຖືກດໍາເນີນຄະດີ ຕາມລະບຽບກົດໝາຍ.
ຢູ່ຕລາດໃນເຂດເທສບານ ເມືອງດາກຈຶງ ຍັງມີການຂາຍສັດປ່າຢູ່ ເປັນຕົ້ນ ກະຮອກ ແລະສັດນ້ອຍອື່ນໆ ແລະຢູ່ເຂດນອກ ຍັງມີການລັກຂາຍສັດປ່າ-ສັດໃຫຍ່ ເປັນຕົ້ນ ຟານ, ກວາງ ແລະໝູປ່າ, ຊາວບ້ານລ່າເອົາມາກິນ, ເຫລືອກິນກໍຂາຍ.
ດັ່ງຊາວບ້ານ ຢູ່ເມືອງດາກຈຶງ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ກໍມີຂາຍພວກຂະເຈົ້າ ລັກຂາຍກໍມີຢູ່. ຢູ່ເຮືອນຂະເຈົ້າຫັ້ນແຫລະ ບໍ່ ຕລາດ ສັດນ້ອຍ. ຕົວຮອກອິຫຍັງ ສັດໃຫຍ່ ເຂົາໄວ້ເຮືອນ ຕົວຟານ ຕົວກວາງ ໝູປ່າ. ເປັນວິຖີຊີວິດເຂົາຫັ້ນນ່າ ເຂົາຢູ່ຕັ້ງແຕ່ເດີມ ເຂົາເຫລືອກິນແລ້ວ ເຂົາເອົາມາຂາຍ ເພາະວ່າປະຊາຊົນເຂົາບໍ່ມີແນວເຮັດ ບໍ່ມີອາຫານ.”
ລາວເວົ້າຕື່ມວ່າ ປັດຈຸບັນ ຢູ່ໜ້າຕລາດໃນເຂດເທສບານເມືອງ ມີການຕິດປ້າຍໂຄສະນາ ຫ້າມລ່າ ແລະຊື້-ຂາຍ ສັດປ່າ ແລະຜລິຕພັນສັດປ່າ, ພືດປ່າ ແລະ ມີເຈົ້າໜ້າທີ່ກວດກາຣົຖເມ ແລະຣົຖຂົນສົ່ງ ຕາມສາຍທາງ ເປັນປະຈໍາ ເຮັດໃຫ້ ການຂົນສົ່ງສັດປ່າ ເປັນໄປໄດ້ຍາກຂຶ້ນ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ເວົ້າວ່າ ການລັກລອບລ່າສັດປ່າ ແລະການຊື້-ຂາຍ ສັດປ່າ ມີຢູ່ຫລາຍເມືອງ ຫລາຍແຂວງ ໃນທົ່ວປະເທດ ເປັນຕົ້ນຢູ່ເມືອງ ຄໍາເກີດ ແຂວງບໍຣິຄໍາໄຊ ບາງຄັ້ງຄາວ ຍັງພົບເຫັນການຄ້າຂາຍ ສັດປ່າຢູ່ໃນຕລາດ ແຕ່ກໍບໍ່ຫລາຍ, ຊາວບ້ານຍັງອາໄສເຄື່ອງປ່າ ຂອງດົງຢູ່.
“ບາງເທື່ອກໍມີ ບາງເທື່ອກໍບໍ່ມີ. ເຮົາກໍຫ້າມເຂົາບໍ່ໄດ້ເນາະ ເຂົາຫາຢູ່ຫາກິນ. ບາງເທື່ອເຂົາກໍໄດ້ໜ້ອຍ ບາງເທື່ອເຂົາກໍໄດ້ຫລາຍ ແຕ່ວ່າຂາຍກໍບໍ່ເຫັນມີຫລາຍດອກ ແຕ່ວ່າໄປບາງເທື່ອ ກໍເຫັນບາງເທື່ອ ບາງເທື່ອກໍບໍ່ເຫັນ. ສ່ວນຫລາຍເຂົາກໍຫາາກິນ ມາຫຍັງນີ້ແຫລະ.”
ຢູ່ເມືອງຮ້ຽມ ແຂວງຫົວພັນ ປັດຈຸບັນ ມີການພົບເຫັນການຄ້າຂາຍສັດປ່າ ໜ້ອຍລົງ ຍ້ອນມີເຈົ້າໜ້າທີ່ອຸທິຍານແຫ່ງຊາຕນໍ້າແອດ-ພູເລີຍ ລາດຕະເວນກວດກາຢູ່ຕລອດ, ເມື່ອກວດພົບເຫັນ ໄດ້ປ່ອຍ ຫລື ທໍາລາຍຖິ້ມ.
ປັດຈຸບັນ ອຸທິຍານແຫ່ງຊາຕນໍ້າແອດ-ພູເລີຍ ໄດ້ຮ່ວມມືກັບອົງການ ອະນຸຮັກສັດປ່າ ຫຼື WCS ເພື່ອອະນຸຮັກສັດປ່າ ໃນເຂດອຸທິຍານ; ໄດ້ສົ່ງເສີມໃຫ້ປະຊາຊົນ ມີລາຍໄດ້ແທນການລ່າສັດປ່າ, ການລັກຕັດໄມ້ ແລະການໃຊ້ທີ່ດິນ ໃນເຂດອຸທິຍານ ໂດຍການເປັນອາສາສມັກ ລາດຕະເວນ ແລະເປັນຄົນນໍາທ່ຽວ.
ດັ່ງທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເວົ້າວ່າ:
“ຢູ່ເມືອງຮ້ຽມ ເຂົາມີທີມງານລາຕເວນຕລອດເດ້ ມັນມີກອງຄຸ້ມຄອງອຸທຍານແຫ່ງຊາຕ ພູເລີຍປະຈໍາຢູ່ເມືອງຮ້ຽມນີ້ ເຂົາອອກລາຕເວນຕາມສາຍທາງ ຕາມປ່າຕລອດ ຕລາດເຂົາກໍໄປກວດຕລອດ ຜ່ານມາອຸທິຍານຖ້າ ຈັບມາໄດ້ແລ້ວ ເຂົາກໍທໍາລາຍໝົດຫັ້ນນ່າ ເຂົາມີໂຄງການ WCS ໂດຍສະເພາະຕົວອະນຸຮັກສັດປ່າ ຢູ່ເມືອງຮ້ຽມ.”
ຊາວບ້ານຢູ່ເມືອງຫົວເມືອງ ແຂວງຫົວພັນ ນາງນຶ່ງເວົ້າວ່າ ໃນເຂດບ້ານຂອງຕົນ ບໍ່ມີການລັກລ່າສັດແລ້ວ ຍ້ອນເປັນບ້ານທ່ອງທ່ຽວ ຊຶ່ງເປັນສ່ວນນຶ່ງຂອງອຸທິຍານແຫ່ງຊາຄນໍ້າແອດ-ພູເລີຍ ແຕ່ສໍາລັບຢູ່ບ້ານອື່ນໆ ກໍອາດຍັງມີການລ່າສັດປ່າຢູ່ ແຕ່ຈະບໍ່ມີການຂາຍແບບຈົ່ງແຈ້ງ ປານໃດ ຍ້ອນມີເຈົ້າໜ້າທີ່ ກວດກາ, ບາງ ເທື່ອເລາະຂາຍ.
“ສະເພາະຢູ່ບ້ານເຮົາມັນບໍ່ມີ ແຕ່ວ່າຢູ່ບ້ານອື່ນມັນຄືສິຍັງມີຢູ່ ເພາະວ່າບ້ານເຮົາເປັນບ້ານແຫລ່ງທ່ອງທ່ຽວຫັ້ນນ່າ ແຕ່ວ່າຂາຍທ້ອວຕລາດເລີຍອາດບໍ່ມີ ລ່າມາແລ້ວບາງເທື່ອ ຂະເຈົ້າກໍໄປຂາຍ ຂາຍລະມີຜູ້ໄປຊື້ກິນບໍ່ ພວກທີ່ລັກລອບກໍຊິມີ ແຕ່ວ່າເຮົາກໍບໍ່ຮູ້ເນາະ ສ່ວນຫລາຍມັນກໍເປັນສັດ ປະເພດນ້ອຍດອກ ເປັນຕົວກະຮອກ ຕົວໄນ ຕົວໝູປ່າ ຟານ ອັນນີ້ແຫລະຂະເຈົ້າມັກລ່າມາກິນຫັ້ນນ່າ.”
ການຄ້າຂາຍສັດປ່າ ຢູ່ປະເທດລາວ ນອກຈາກຈະລັກຂາຍ ຕາມຕລາດແລ້ວ ປັດຈຸບັນ ພໍ່ຄ້າແມ່ຄ້າ ທີ່ຮັບຊື້ ແລະຂາຍສັດປ່າ ໃຊ້ຊ່ອງທາງອອນລາຍນ໌, ຈະຂາຍຜ່ານກຸ່ມຂາຍເຄືອງປ່າ ຂອງດົງຫລາຍກຸ່ມໃນເຟສບຸກຄ໌. ສັດປ່າຫວງຫ້າມ ແລະສັດປ່າຄຸ້ມຄອງ ທີ່ຖືກລ່າ, ຖືກຈັບ ແລະຄ້າຂາຍຫລາຍທີ່ສຸດ ທີ່ວິທຍຸເອເຊັຽ ເສຣີ ເຄີຍຣາຍງານ ແມ່ນລູກເສືອໂຄ່ງເປັນ, ຊາກເສືອແມວ, ງາຊ້າງ, ກະຮອກໝໍ້, ບ່າງ, ລິ່ນ, ເໝັ້ນ, ຟານ ແລະປາຝາ.