ເສືອໂຄ່ງໃນລາວສູນພັນແລ້ວ, ສ່ວນສັດປ່າອີກຫຼາຍຊະນິດ ສ່ຽງຕໍ່ການສູນພັນ
2024.07.31

ເຈົ້າໜ້າທີ່ອົງການກອງທຶນສັດປ່າສາກົນ ຫຼື WWF ໃຫ້ຄໍາເຫັນວ່າ ເສືອໂຄ່ງໃນປ່າທໍາມະຊາດຢູ່ປະເທດລາວ ສູນພັນແລ້ວ ສ່ວນວ່າ ຊ້າງປ່າ, ຄວາຍປ່າ, ງົວກະທິງ ແລະ ເສົາຫຼາ ມີຄວາມສ່ຽງທີ່ຈະສູນພັນ.
ທ່ານ ເອັດວິນ ວ໋ຽກ (Edwin Wiek) ຜູ້ອຳນວຍການ ອົງການກອງທຶນສັດປ່າສາກົນ ຫຼື WWF ທີ່ມີສູນກາງຢູ່ ບາງກອກ, ປະເທດໄທ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 31 ກໍລະກົດວ່າ:
“ສູນພັນ ສູນພັນ ສູນພັນໝົດແລ້ວ, ລາວບໍ່ມີເສືອໂຄ່ງແລ້່ວ ທີ່ລາວອ້າງວ່າ ມີເສືອໂຄ່ງ 1 ໂຕໃນປ່ານັ້ນ ແຕ່ຈີງໆມັນບໍ່ເຫັນມາໄດ້ 10 ປີແລ້ວ, ເຮົາສາມາດສະຫລຸບໄດ້ວ່າ ເສືອໂຄ່ງຢູ່ປະເທດລາວສູນພັນແລ້ວ.”
ການສູນພັນ ຂອງເສືອໂຄ່ງໃນປ່າໄມ້ລາວ ມາຈາກຫຼາຍສາເຫດ ເປັນຕົົ້ນ ການທຳລາຍປ່າໄມ້ ຂອງກຸ່ມລັກຕັດໄມ້ທ່ອນ, ການຈູດປ່າເຮັດໄຮ່, ໂຄງການພັດທະນາຕ່າງໆ ຂອງລັດຖະບານ, ການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນໄຟຟ້າ ແລະ ການສ້າງໂຄງລ່າງພື້ນຖານ ປະເພດຕ່າງງໆ ດັ່ງໜົນຫົນທາງ, ສິ່ງດັ່ງກ່າວ ເປັນການທຳລາຍ ບ່ອນຢູ່ອາສັຍ ຂອງສັດປ່າ, ແລະ ການລ່າສັດປ່າ.
ທ່ານ ເອັດວິນ ວ໋ຽກ (Edwin Wiek) ຜູ້ອຳນວຍການ ອົງການກອງທຶນສັດປ່າສາກົນ ກ່າວຕື່ມວ່າ:
“ມາຈາກການລ່າແລະການບຸກລຸກປ່າ ເປັນປະເດັ່ນໃຫຍ່, ຈີນແລະ ຫວຽດນາມລ່າກັນຫຼາຍພໍສົມຄວນ, ເຮັດໃຫ້ເສືອໂຄ່ງບໍ່ສາມາດຢູ່ໄດ້ ຕາຍໄປໝົດ.”
ປະເທດລາວ ມີປ່າສະຫງວນແຫ່ງຊາດ 19 ແຫ່ງ ແລະ ເຂດອຸທິຍານແຫ່ງຊາຕ 6 ແຫ່ງ ທີ່ກວມເອົາເນື້ອທີ່ ຂອງປະເທດ ປະມານ 4 ລ້ານປາຍເຮັກຕ້າ, ຊຶ່ງປັດຈຸປັນ ກໍາລັງປະເຊີນກັບ ການບຸກລຸກທີ່ດິນ ແລະ ປ່າໄມ້.
ເຂດປ່າສະຫງວນແຫ່ງຊາດ ພູແດນດິນ ຢູ່ແຂວງຜົ້ງສາລີ ທີ່ຕິດກັບປະເທດຈີນ ແລະ ຫວຽດນາມ, ມີເນື້ອທີ່ປ່າໄມ້ ປະມານ 200,000 ປາຍເຮັກຕ້າ ມີການລັກຕັດໄມ້ຫລາຍ ຍ້ອນມັນຢູ່ຫ່າງໄກ ຈາກຕົວເມືອງ, ມີພະນັກງານຄຸ້ມຄອງໜ້ອຍ, ບໍ່ມີການລາດຕະເວນ ເປັນປະຈໍາ.
ໃນທີ່ສຸດ, ທ່ານ ເອັດວິນ ວ໋ຽກ ເວົ້າຕື່ມວ່າ ອີກສາເຫດໜຶ່ງ ທີ່ເຮັດໃຫ້ສັດປ່າ ສ່ຽງຕໍ່ການສູນພັນ ໃນລາວ ນັ້ນ ຍ້ອນການບັງຄັບໃຊ້ກົດໝາຍ ແລະ ການຝຶກອົບຮົມ ເຈົ້າໜ້າທີ່ລາດຕະເວນ ກໍບໍ່ໄດ້ມາດຕະຖານ ໃນການປອ້ງກັນສັດປ່າ.
“ບັນຫາຄືການບັງຄັບໃຊ້ກົດໝາຍຂອງລາວ ແລະ ການຝຶກເຈົ້າໜ້າທີ່ລາດຕະເວນຢູ່ປະເທດລາວ ເຂົ້າບໍ່ທົ່ວເຖິງ.”
ວັນທີ 29 ກໍລະກົດ ເປັນວັນສາກົນອະນຸຮັກເສືອໂຄ່ງ, ຢູ່ປະເທດ ກໍບໍ່ມີການຈັດກິດຈະກໍາຫຍັງທີ່ ປູກຈິດສໍານຶກໃຫ້ຄົນຫັນມາສົນໃຈອະນຸຮັກເສືອໂຄ່ງ. ເສືອໂຄ່ງເປັນສັດກິນເນື້ອ ແລະ ປ່າໄມ້ຈຸດໃດທີ່ມີເສືອໂຄ່ງອາໃສຢູ່ ໝາຍເຖິງປ່າໄມ້ນັ້ນ ມີຄວາມອຸດົມສົມບູນ.
ນັກວິຊາການ ທີ່ເຮັດວຽກດ້ານການອະນຸຮັກສັດນໍ້າ ສັດປ່າ ຢູ່ປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
“ເສືອໂຄ່ງນີ້ ເຮົາຮ້ອງວ່າ ເປັນສັດກິນເນື້ອເນາະ ຖ້າວ່າ ມີໂຕນີ້ ກະຖືວ່າ ເປັນໂຕ Indicator [ໂຕຊີ້ວັດ] ໃຫ້ແກ່ ປ່າໄມ້ ປ່າສົມບູເນາະ ຫຼືວ່າ ບໍ່ສົມບູນຫັ້ນນ່າ ບາດນີ້ ຈາກສະພາບປັດຈຸບັນນີ້ ເຫັນວ່າ ຕັ້ງແຕ່ພາກກາງຈົນໄປຫາໃຕ້ນີ້ນ່າ ປ່າສະຫງວນແຫ່ງຊາດນີ້ມັນໝົດລະ ເພາະວ່າຫຍັງ ອັນນີ້ນຶ່ງເວົ້າເລື່ອງການ ທໍາມາຫາກິນລຸກລໍ້າເນື້ອທີ່ເນາະ.”
ຄວາມອຸດົມສົມບູນຂອງປ່າໄມ່ເປັນແຫຼ່ງອາຫານຂອງປະເພດສັດກິນຊິ້ນ ເມື່ອໃດກໍຕາມ ທີ່ຫ່ວງໂສ້ອາການຂອງສັດກິນຊີ້ນໝົດໄປ ນັ້ນກໍໝາຍເຖິງຈໍານວນເສືອ ຕ້ອງມີການຍ້າຍຖິ່ນຖານ ຫຼື ສູນພັນໄປ ໃນທີ່ສຸດ.
ນັກວິຊາການ ທີ່ເຮັດວຽກດ້ານການອະນຸຮັກສັດນໍ້າ ສັດປ່າ ໄດ້ກ່າວຕື່ມອີກວ່າ:
“ອາຫານການກິນ ແຫຼ່ງອາຫານການກິນຂອງສັດຈໍາພວກກິນເນື້ອນີ້ ມັນກະໜ້ອຍລົງເດ້ ລະກະເຮັດໃຫ້ການຕໍ່ສູ້ຊີວິດ ຫຼືວ່າ ຄວາມ ຢູ່ລອດມັນກະໜ້ອຍລົງຫັ້ນແຫຼເນາະ ບວກກັບປະເພດພວກຄ້າຂາຍສັດ ເຖື່ອນນິນ່າເນາະ ກະເຮັດໃຫ້ມັນມີປະຊາກອນ ຄຶດວ່າຫຼຸດລົງ ໝົດໄປນະ.”
ທີ່ຜ່ານມາ, ອົງການຈັດຕັ້ງສາກົນ ທີ່ເຮັດວຽກດ້ານການອະນຸຮັກສັດປ່າ ໄດ້ລາຍງານວ່າ ພົບເສື່ອໂຄ່ງຢູ່ເຂດປ່າສະຫງວນນໍ້າແອດ-ພູເລີຍ ຢູ່ພາກເໜືອຂອງປະເທດລາວ.
ອີງຕາມຂໍ້ມູນຈາກນັກວິຊາການ ທີ່ເຮັດວຽກດ້ານການອະນຸຮັກສັດນໍ້າ, ສັດປ່າ, ຢູ່ປະເທດລາວມີຟາມເສືອຢູ່ໂຄ່ງ ຢູ່ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ແຕ່ ເປັນຟາມປິດ ໂດຍບໍ່ອະນຸຍາດໃຫ້ຄົນເຂົ້າໄປທ່ຽວຊົມ.
ອີງຕາມຂໍ້ມູນຈາກກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ, ໄລຍະ 8 ປີ ທີ່ຜ່ານມາ ຄື ປີ 2014 ຫາປີ 2022, ມີປ່າໄມ້ຖືກທໍາລາຍ ຫລາຍກວ່າ 320,000 ເຮັກຕ້າຣ໌ ຍ້ອນຖືກໄຟໃໝ້ ຈາກການຈູດໄຮ່, ຖາງປ່າເຮັດໄຮ່ ແລະ ການບຸກເບີກເນື້ອທີ່ປ່າໄມ້ ເພື່ອເຮັດການກະເສດ ແລະ ຍ້ອນການພັດທະນາ ໂຄງການຂະໜາດໃຫຍ່ຕ່າງໆ, ໃນນັ້ນເນື້ອທີ່ປ່າໄມ້ ຖືກທໍາລາຍໜັກທີ່ສຸດ ຄືແຂວງອຸດົມໄຊ, ຫລວງນໍ້າທາ, ແລະ ແຂວງຫລວງພຣະບາງ.