ສັດນ້ຳຫຼາຍຊະນິດ ໃນແມ່ນ້ຳຂອງ ສ່ຽງຕໍ່ການສູນພັນ
2024.03.25
ໃນວັນທີ 4 ເດືອນມີນາ ປີ 2024 ນີ້, ກອງທຶນສັດປ່າໂລກ ຫຼື WWF ຣາຍງານວ່າ ປານ້ຳຂອງ ເປັນປາທີ່ຖືກຫຼົງລືມ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນມີແຜນຟື້ນຟູແລະປົກປັກຮັກສາປາແມ່ນ້ຳຂອງຢ່າງຮີບສ່ວນ.
ອົງການສັດປ່າໂລກ ຣາຍງານຕື່ມວ່າ ສັດນ້ຳຢູ່ແມ່ນ້ຳຂອງຢ່າງໜ້ອຍ 19% ຫຼື 218 ຊະນິດ
ໃນຈຳນວນທັງໝົດ 1,148 ຊະນິດ ຕົກຢູ່ໃນຄວາມສຽງຕໍ່ການສູນພັນ ຍ້ອນຫຼາຍສາເຫດ ເປັນຕົ້ນ ຍ້ອນຜົລກະທົບທີ່ຮຸນແຮງ ຄືຈາກການປ່ຽນແປງຂອງດິນຟ້າອາກາດ, ການສູນເສັຽບ່ອນຢູ່ອາໄສຂອງສັດນ້ຳ, ການດູດຊາຍກາງແມ່ນ້ຳຂອງ, ເຂື່ອນໄຟຟ້າແມ່ນ້ຳຂອງ ທີ່ສົ່ງຜົລກະທົບຕໍ່ການໄຫຼຂອງນ້ຳ ແລະເຮັດໃຫ້ຣະດັບແມ່ນ້ຳຂອງປ່ຽນແປງຂື້ນໆລົງໆ ບໍ່ສມໍ່າສເມີ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຂແນງການທ່ອງທ່ຽວຢູ່ເມືອງໂຂງ ແຂວງຈຳປາສັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ມີນາ 2024 ນີ້ວ່າ ປັດຈຸບັນ ເຂດແມ່ນ້ຳຂອງໃນເບື້ອງປະເທດລາວ ເໜືອປະເທດກຳພູຊາບໍ່ມີປາຂ່າແລ້ວ; ປາຂ່າໂຕສຸດທ້າຍຂອງລາວ ຕາຍໄປໄດ້ສອງປີກວ່າແລ້ວ ເຮັດໃຫ້ຜູ້ປະກອບການແລ່ນເຮືອທ່ອງທ່ຽວຕ້ອງປ່ຽນການນຳທ່ຽວ ຈາກການພານັກທ່ອງທ່ຽວໄປເບິ່ງໄປຊົມປາຂ່າ
ມາເປັນການລ່ອງເຮືອເບິ່ງທັມມະຊາດ ແລະບັນຍາກາດຍາມຕາເວັນຕົກດິນ.
“ຕອນນີ້ບໍ່ມີ ປາຂ່າຕາຍເໝິດແຫຼະເຈົ້າ. ແມ່ນແຫຼະ, ບໍ່ມີແຫຼະ2 ປີແລ້ວເດ. ໄປຂີ່ເຮືອເບິ່ງຊົມຕາເວັນຕົກດິນ ແມ່ນຫຍັງຍັງໄດ້ຢູ່, ໄປລ່ອງເຮືອເຈົ້າ.”
ຜູ້ປະກອບການການທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈຳປາສັກທ່ານນຶ່ງ ກໍກ່າວໃນທຳນອງດຽວກັນວ່າ
ບໍ່ມີປາຂ່າຢູ່ໃນແມ່ນ້ຳຂອງຢູ່ເບື້ອງລາວແລ້ວ.
ແຕ່ກໍຍັງມີການບໍຣິການເຮືອນຳທ່ຽວ ໄປເບິ່ງໄປຊົມທິວທັດຕາມເກາະດອນຕ່າງໆ.
“ປາຂ່າມັນບໍ່ມີແລ້ວດຽວນີ້ຫັ້ນນ່າ. ແຕ່ວ່າເຮົາມີແຕ່ຂີ່ເຮືອທ່ຽວເລາະເບິ່ງທັມມະຊາດເກາະດອນຫັ້ນແຫຼະ. ໄປເບິ່ງແຖວດອນສົມ ດອນຊ້າງນັ້ນນ່າ. ມັນມີຫຼາຍໆ ດອນດອກ ດອນເລັກດອນນ້ອຍດອນພວກເຂົາເຈົ້າເຮັດການກະເສດຫັ້ນນ່າ. ໂອ້! ແລ້ວແລ້ວເຈົ້າ. ບໍ່ມີບັນຫາຫຍັງ ເຂື່ອນດອນສະໂຮງ.”
ຢ່າງໃດກໍຕາມ, ໃນບົດລາຍງານໃໝ່ລ້າສຸດ ກອງທຶນສັດປ່າໂລກໄດ້ສແດງຄວາມກັງວົນວ່າ ເຂື່ອນດອນສະໂຮງ ຊຶ່ງເປັນເຂື່ອນຕັນແມ່ນໍ້າຂອງໃນພາກໃຕ້ຂອງລາວ ໄດ້ສົ່ງຜົລກະທົບຢ່າງແຮງຕໍ່ຣະບົບນິເວດຂອງແມ່ນ້ຳຂອງ ເຮັດໃຫ້ປາຫຼາຍຊະນິດ ບໍ່ສາມາດເຄື່ອນຍ້າຍໄດ້ຢ່າງເສຣີ ແລະກໍມີຈຳນວນໜ້ອຍລົງເລື້ອຍໆ ແລະອາດຈະສູນພັນໄປເລີຍໃນອານາຄົດ.
ໃນວັນທີ 11 ກຸມພາ 2024, ທາງການກັມພູຊາຣາຍງານວ່າ ເຈົ້າໜ້າທີ່ໄດ້ພົບເຫັນລູກປາຂ່າ ໃນແມ່ນ້ຳຂອງຢູ່ເຂດບ້ານ ອັນລອງກຳປີ ແຂວງກຣະແຈະ ປະເທດກັມພູຊາຊຶ່ງຢູ່ທາງໃຕ້ຂອງເມືອງໂຂງ ແຂວງຈຳປາສັກ, ໝາຍຄວາມວ່າ ປ່າຂ່າຍັງອອກແມ່ແຜ່ລູກຢູ່ໃນເຂດທີ່ບໍ່ມີເຂື່ອນ, ອີງຕາມຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ຜແນກພາສາຂເມນເມື່ອບໍ່ດົນຜ່ານມາ.
ຜູ້ປະກອບການຮ້ານອາຫານນາງນຶ່ງ ຢູ່ເມືອງຈຳປາສັກແຂວງຈຳປາສັກ ກ່າວວ່າ ປັດຈຸບັນ, ຮ້ານຂອງນາງຂາຍອາຫານປະເພດປາແມ່ນ້ຳຂອງເປັນຫຼັກ. ແຕ່ປາທີ່ຂາຍ ສ່ວນຫຼາຍເປັນປາເຄິ່ງແລະປາເພັ້ຽເທົ່ານັ້ນ. ສ່ວນປາຊະນິດອື່ນໆ ເກືອບບໍ່ມີແລ້ວ ເຣີ່ມຫາຍາກຂື້ນເລື້ອຍໆ.
“ມີແຕ່ກ້ອຍປາແດ່ຫັ້ນ. ປາເຄິ່ງກັບປາເພັ້ຽ. ໂດຍໆສ່ວນຫຼາຍມີແຕ່ເມນູປາ.”
ນອກຈາກປາຂ່າແລ້ວ ປານ້ຳຂອງອີກຊະນິດນຶ່ງ ທີ່ກຳລັງສູນພັນ ກໍແມ່ນ ປາບຶກ ຊຶ່ງເປັນປາທີ່ໃຫຍ່ທີ່ສຸດໃນແມ່ນ້ຳຂອງ. ອົງການຮັກສາສັດປ່າໂລກຣາຍງານວ່າ ຊາວປະໂມງໄທຈັບປາບຶກໂຕນຶ່ງ ນ້ຳໜັກເຖິງ 293 ກິໂລກຣາມ ແລະຍາວເກືອບສາມແມັດ ໄດ້ເມື່ອວັນທີ່ 1 ເດືອນພຶສພາ ປີ 2005 ທີ່ຖືວ່າເປັນປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ. ຫຼັງຈາກນັ້ນມາ ຈຳນວນປາບຶກໃນແມ່ນ້ຳຂອງ ກໍນັບມື້ນັບຫຼຸດໜ້ອຍຖອຍລົງ ປັດຈຸບັນຖືວ່າເປັນສັດນ້ຳ ທີ່ກຳລັງໄດ້ຮັບໄພຂົ່ມຂູ່ແລະໄພອັນຕະຣາຍ ອາດຈະສູນພັນໄປໃນອານາຄົດອັນໃກ້ໆນີ້.
ອົງການຮັກສາສັດປ່າໂລກຣາຍງານຕື່ມວ່າ ຈຳນວນປາບຶກໃນແມ່ນ້ຳຂອງຕອນໃຕ້ ຫຼຸດລົງເຖິງ 90 ສ່ວນຮ້ອຍໃນຣະຍະສິບປີທີ່ຜ່ານມາ ປັດຈຸບັນ ຍັງເຫຼືອຢູ່ປະມານ 300 ໂຕ. ສາເຫດທີ່ສຳຄັນ ທີ່ເຮັດໃຫ້ປາບຶກມີຈຳນວນໜ້ອຍລົງນັ້ນ ກໍແມ່ນ ການຫາປາ ຈັບປາຫຼາຍເກີນໄປ ຫຼືເວົ້າຢ່າງນຶ່ງ ປາບຶກຖືກຈັບ ຖືກມອງ ຫຼືຖືກຂ້າຫຼາຍເກີນໄປ; ນອກຈາກນັ້ນ ແມ່ນ້ຳຂອງ ຊຶ່ງບ່ອນຢູ່ອາໃສແລະບ່ອນອອກແມ່ແຜ່ລູກຂອງປາບຶກ ກໍມີນ້ຳໜ້ອຍລົງ ແມ່ນ້ຳຂອງບົກແຫ້ງເກີນໄປ ແລະນ້ຳທີ່ມີ ກໍບໍ່ມີຄຸນນະພາບດີສຳຣັບການອອກແມ່ແຜ່ລູກຂອງປາບຶກ; ອີກສາເຫດໃຫຍ່ນຶ່ງ ກໍແມ່ນ ເຂື່ອນໄຟຟ້າແມ່ນ້ຳຂອງ ທີ່ສະກັດກັ້ນການຂື້ນລົງຕາມທັມມະຊາດຂອງປາບຶກ ແປວ່າ ເຂື່ອນໄດ້ຕັດວົງຈອນຊີວິດຂອງປາ ເຮັດໃຫ້ປາບໍ່ມີບ່ອນຢູ່ແລະບ່ອນທຳມາຫາກິນ. ສ່ວນສາສດາຈານ ອຽນ ແບຣດ໌ ຈາກມະຫາວິທຍາໄລວິສຄອນຊິນ-ເມດິສັນ ສະຫະຣັຖອາເມຣິກາ ທີ່ໄດ້ສຶກສາກ່ຽວກັບປາໃນແມ່ນ້ຳຂອງມາເປັນເວລາຫຼາຍປີ ໃຫ້ສຳພາດແກ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນຜ່ານມາວ່າ ຢາກໃຫ້ພາກຣັຖທັງລາວແລະໄທຍ ເຫັນຜົລກະທົບທີ່ຈະເກີດຂື້ນ ຈາກການສູນເສັຽພັນປາຍ້ອນການສ້າງເຂື່ອນໃສ່ແມ່ນ້ຳຂອງ ແລະຮຽກຮ້ອງໃຫ້ນັກວິຊາການແລະປັນຍາຊົນ ຊ່ວຍກັນເປັນປາກເປັນສຽງ ແທນປະຊາຊົນທີ່ບໍ່ກ້າປາກ ບໍ່ກ້າເວົ້າ ກ່ຽວກັບຜົນກະທົບຂອງເຂື່ອນ ທີ່ມີຕໍ່ປາໃນແມ່ນ້ຳຂອງ ແລະຕໍ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າ.
“ເຂື່ອນໂຕນີ້ເນາະ, ກະຢາກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເນາະເຫັນເຖິງບັນຫາທີ່ມັນຊິເກີດຂື້ນ ບໍ່ວ່າຊິເປັນອາຊີບຂອງຄົນຫຼືວ່າເຣື່ອງຊີວະນານາພັນ ປູປາໃນນ້ຳແດ່ເນາະທີ່ເປັນມໍຣະດົກຂອງຊາດເນາະ ກະຊິສູນຫາຍໄປນຳ. ຈັ່ງຊັ້ນແລ້ວ, ມັນກະຕ້ອງໄດ້ຄຶດບັນຫາໂຕນີ້ນຳກັນ. ກະຢາກໃຫ້ຫຼາຍຄົນຄຶດຢູ່ ເພາະວ່າສ່ວນຫຼາຍແຫຼະປະຊາຊົນເຂົາຢູ່ໃນບ້ານນ່າ, ເຂົາເຈົ້າກະບໍ່ມັກຢູ່ດອກ ແຕ່ເຂົາເຈົ້າບໍ່ມີທາງຊິເວົ້າໄດ້
ບໍ່ມີໃຜຟັງເຂົາເນາະ. ຈັ່ງຊັ້ນລະກະ ຈຳເປັນຕ້ອງມີຫຼາຍຄົນຊ່ອຍກັນຄຶດ, ຊ່ອຍກັນເວົ້າ.”
ໃໝ່ຫຼ້າສຸດ ໃນວັນທີ 28 ກຸມພາ 2024, ອົງການພາກປະຊາສັງຄົມແລະຊາວບ້ານທີ່ອາໄສຢູ່ແຄມແມ່ນ້ຳຂອງ ທັງລາວແລະໄທຍໄດ້ເຕົ້າໂຮມກັນແລະຈັດຕັ້ງກັນເປັນ “ເຄືອຂ່າຍໂຮມຮັກແມ່ນ້ຳຂອງ” ເພື່ອອະນຸຮັກ ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບແມ່ນ້ຳຂອງ ທີ່ໄດ້ຮັບການສນັບສນູນຈາກອົງການຊ່ວຍເຫຼືອ USAID ຂອງສະຫະຣັຖອະເມຣິກາ. ການຮ່ວມກັນຣະຫວ່າງພາກປະຊາສັງຕົມລາວແລະໄທເທື່ອນີ້ ຖືວ່າເປັນເຫດການສຳຄັນຄັ້ງປະວັດສາດທີ່ມີອົງການພາກປະຊາສັງຄົມລາວ ເຂົ້າຮ່ວມກັບພາກປະຊາສັງຄົມໄທຍ ເພື່ອປົກປັກຮັກສາປາ ແລະແມ່ນ້ຳຂອງ.
ໃນໄລຍະຜ່ານມາ, ສ່ວນຫຼາຍແມ່ນພາກປະຊາສັງຄົມຂອງໄທຝ່າຍດຽວ ທີ່ເຄື່ອນໄຫວຮຽກຮ້ອງໃຫ້ ມີການຄຸ້ມຄອງຮັກສາແມ່ນ້ຳຂອງແລະຂັດຄ້ານໂຄງການສ້າງເຂື່ອນຕັນແມ່ນ້ຳຂອງ ເປັນຕົ້ນເຂື່ອນທີ່ກຳລັງຈະສ້າງຢູ່ໃນຂະນະນີ້ ຄື ເຂື່ອນພູງອຍ, ເຂື່ອນບ້ານກຸ່ມ ແລະເຂື່ອນສະນະຄາມ ທີ່ອາຈຈະສົ່ງຜົລກະທົບຕໍ່ຊີວິດການຫາຢູ່ຫາກິນ ຂອງປະຊາຊົນທັງສອງຝັ່ງລາວແລະໄທ.