ເມືອງໂຂງຢ້ານປາຂ່າ ສູນພັນ
2019.03.15
ທາງການເມືອງໂຂງ ແຂວງຈໍາປາສັກ ກັງວົນນໍາເຣຶ່ອງການປົກປັກຮັກສາປາຂ່າ 4 ໂຕ ສຸດທ້າຍ ທີ່ຍັງເຫລືອຢູ່ແມ່ນໍ້າຂອງໃນເຂດແດນ ຂອງລາວ ຍ້ອນຢ້ານປາຂ່າຈະສູນພັນໄປ ໃນຂນະທີ່ ຊາວກໍາພູຊາ ຍັງລັກລອບເຂົ້າມາຫາປາ ຢູ່ຝັ່ງລາວ ໂດຍໃຊ້ເຄື່ອງມື ຜິດກົດໝາຍ ຫຼາຍຢູ່ ຮວມທັງເອົາໄຟຟ້າຊ໊ອດນຳດ້ວຍ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ປະມົງແຂວງຈຳປາສັກ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມິນາ ນີ້:
"ມາຢູ່ນີ້ ຢູ່ດ້ວຍຄວາມງຽບ ຄວາມປອດພັຍດີແລ້ວ ບ່ອນມັນຢູ່ນີ້ ວັງປາຂ່ານີ້ ແຕ່ກຳປູເຈັຍມັນກໍຫຼົບເຂົ້າມາ ຜູ້ຫາຜິດກົດໝາຍຫັ້ນແຫຼະ ຕົວພໍ່ເປັນຫ່ວງນຳ ພວກມັນຫາກິນແບບຜິດກົດໝາຍ ມາປົກປັກຮັກສາກໍຈັ່ງວ່າເປັນຫ່ວງນຳ ແຕ່ປາຂ່ານີ້ແຫຼະ ຄືກຳປູເຈັຽມັນກໍຢາກດື້ແດ່, ມັນກໍເຮັດແບບວ່າເອົາໄຟຟ້າຊ໊ອດ ຫຍັງນີ້ແຫລະ ພວກຂ້ອຍເປັນຫ່ວງມັນຫລາຍ."
ທ່ານກ່າວຕື່ມວ່າ ປັດຈຸບັນ ປະຊາຊົນແຂວງຊຽງແຕງ ຂອງກຳພູຊາ ລັກຂ້າມຝັ່ງມາຫາປາໃນເຂດວັງສງວນປາຂ່າ ບ້ານຫາງຄອນ ເມືອງ ໂຂງຫຼາຍຂຶ້ນ ແລະການຫາປານັ້ນ ກໍມັກໃຊ້ໄຟຟ້າຊ໊ອດປາ ຊຶ່ງເປັນເຄື່ອງມືຫາປາ ທີ່ເປັນອັນຕະລາຍ ຕໍ່ປາຂ່າຫຼາຍ ໃນຂນະທີ່ປາ ຢູ່ຝັ່ງ ກຳພູຊາດຽວນີ້ ເລີ້ມມີໜ້ອຍລົງ ແລະຊາວກຳພູຊາ ພາກັນຍຶດອາຊີບປະມົງ ຫລາຍຂຶ້ນ.
ເພື່ອແກ້ໄຂບັນຫາດັ່ງກ່າວ ທາງການເມືອງໂຂງ ແລະອຳນາດການປົກຄອງ ບ້ານຫາງຄອນ ກໍພຍາຍາມສະກັດກັ້ນ ແລະລົງກວດກາ ເດືອນນຶ່ງ 15 ຄັ້ງ. ເມື່ອກວດພົບຊາວກຳພູຊາ ມາຫາປາກໍໄດ້ຕັກເຕືອນ ແລະໃຫ້ກັບຄືນບ້ານ. ແຕ່ອີກ 2 ເດືອນຂ້າງໜ້າ ກໍຈະບໍ່ໄດ້ລົງ ໄປກວດກາ ຄືເກົ່ານີ້ໄດ້ອີກ ເພາະທຶນ ໃນໂຄງການຂອງອົງການປົກປ້ອງ ສິ່ງແວດລ້ອມໂລກ ເພື່ອ ໃຊ້ເຂົ້າໃນການເຄື່ອນໄຫວ ກວດກາ ແລະປົກປ້ອງປາຂ່າ ຈະໝົດໄປໃນເດືອນເມສາ ທີ່ຈະມາເຖິງນີ້, ແລະ ກໍຍັງບໍ່ທັນມີ ໜ່ວຍງານໃດ ມາຊ່ອຍເຫລືອເທື່ອ ດັ່ງທີ່ທ່ານກ່າວວ່າ:
"ເພິ່ນໃຫ້ມາແລ້ວກໍຖືວ່າ ເງິນກໍບໍ່ທັນໄດ້ເຂົ້າມາອີກ ມີເງິນໜ້ອຍນຶ່ງມາ ກໍຢາກໄດ້ມາປູກຈິດສຳນຶກ ໃຫ້ພໍ່ແມ່ປະຊາຊົນ ມາການປູກການລ້ຽງ ແລະສອງມາ ເຮົາກໍແບບມາໃຊ້ໜ່ວຍກວດກາ ລາດຕະເວນ ເປັນນ້ຳມູກນ້ຳມັນ ສິ່ງແວດລ້ອມໂລກ ທຶນຮອນ ມັນກໍສິໝົດ ໂຄງການເດືອນ ສີ່ນີ້ ມັນກໍສິໝົດໄປແລ້ວ."
ສຳລັບການຊ່ອຍເຫລືອຂອງທາງການແຂວງຈຳປາສັກ ແລະເມືອງໂຂງ ໃນວຽກງານທີ່ວ່ານັ້ນ ທ່ານເວົ້າວ່າ ໃນຣະຍະຜ່ານມາ ໄດ້ສົ່ງນັກ ວິຊາການ ລົງມາຊ່ອຍໃຫ້ຄຳແນະນຳ ກ່ຽວກັບວິທີການປ້ອງກັນ ປາ ຫຼາຍຊນິດ ແລະໂຄສະນາໃຫ້ປະຊາຊົນຮູ້ຮັກສາ ປາຂ່າ ແຕ່ເມື່ອເວົ້າ ເຣຶ່ອງງົບປະມານ ທີ່ຈະເອົາມາຊ່ອຍໃນການເຄື່ອນໄຫວ ວຽກງານນັ້ນຍັງບໍ່ທັນມີມາເທື່ອ.