ເກີດບົ້ງຝູງ ທຳລາຍເຂົ້ານາປີ ໃນເຂດເມືອງໂຂງ ຂ. ຈຳປາສັກ

ພູວົງສ໌
2024.08.07
ເກີດບົ້ງຝູງ ທຳລາຍເຂົ້ານາປີ ໃນເຂດເມືອງໂຂງ ຂ. ຈຳປາສັກ ນີ້ເປັນພຽງຮູບໂຕຢ່າງປະກອບ ເຊິ່ງຊາວນາກຳລັງພົ່ນຢາຂ້າສັດຕູພືດ ທີ່ທໍາລາຍຕົ້ນເຂົ້າ.
ຮູບພາບຈາກພົນລະເມືອງ

ການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ມີຄວາມແຫ້ງແລ້ງຮຸນແຮງ ແລະ ແກ່ຍາວ ໃນບາງເຂດ ຂອງປະເທດລາວ ເຮັດໃຫ້ປະມານ ທ້າຍເດືອນມິຖຸນາ ຫາຕົ້ນເດືອນກໍລະກົດ 2024 ເກີດປະກົດການ ໃນບາງເຂດ ທີ່ບໍ່ເຄີຍມີບົ້ງຝູງ ບຸກທຳລາຍເຂົ້ານາປີ ກໍມີໃຫ້ເຫັນ ໃນປີນີ້ ເປັນຕົ້ນແມ່ນ ຢູ່ກຸ່ມນາຝັ່ງ ເມືອງໂຂງ ແຂວງຈຳປາສັກ ທີ່ບົ້ງຝູງ ທຳລາຍເຂົ້ານາປີ ຂອງຊາວນາ ໃນໄລຍະເຂົ້າອ່ອນ ຫຼືຍັງເປັນຕົ້ນກ້າ.

ຕໍ່ເຫດການນີ້, ແມ່ນາ ຈາກກຸ່ມນາຝັ່ງ ຜູ້ທີ 1 ກ່າວວ່າ ຊາວນາ ກຸ່ມນາຝັ່ງ ສ່ວນຫຼາຍ ຈະພາກັນຕົກກ້າ ແຕ່ທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ ແລ້ວຫຼັງຈາກຕົກກ້າໄປ ປະມານ 14-25 ວັນ, ບົ້ງຝູງ ກໍລົງມາທຳລາຍ ເຂົ້າອ່ອນທັນທີ ຈຶ່ງຄາດວ່າ ຜົນຜະລິດເຂົ້ານາປີ ໃນປີນີ້ ຈະບໍ່ໄດ້ເຕັມເມັດເຕັມໜ່ວຍ. ດັ່ງແມ່ນາ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ສິງຫາ ນີ້ວ່າ:

“ປີນີ້ ແມ່ນບົ້ງ. ໂອ້ຍ, ກ້າກະຈົນບໍ່ໄດ້ດຳ, ໄດ້ຕົກໃໝ່. ລະກໍບາງຄົນ ຈົນຊື້ຢາມາສີດ ຈັ່ງໄດ້ດຳ. ກໍບໍ່ເຄີຍເຫັນ, ມັນຮ້ອນແຮງບໍ່ ປີນີ້. ມັນກິນຍອດ ກິນອີ່ຫຼີອີ່ຫຼໍເດ້ ປີນີ້ໄດ໋. ຜູ້ບໍ່ອັນນີ້ແນ່ ຈົນໄດ້ຫວ່ານໃໝ່ອີກ ກ້ານ່າ. ເອີ່, ຊິໄດ້ກ່ຽວຢູ່, ແຕ່ວ່າ ມັນຊິບໍ່ໄດ້ເຕັມ ເພາະວ່າ ສັດຕູພືດນີ້ແລ້ວ. ຜ່ານມາມີຢູ່ ແບບວ່າ ຫອຍມາກິນເຂົ້າ ອີ່ຫຍັງ ອີ່ຫຍັງ, ແຕ່ວ່າປີນີ້ ມັນມີທັງບົ້ງ ກິນຈົນຊິໃຫ້ໝົດ.”

ຊາວນາ ກຸ່ມນາຝັ່ງ ຜູ້ທີ 2 ກ່າວເຖິງສະພາບ ກ່ອນບົ້ງຝູງ ຈະບຸກທຳລາຍ ເຂົ້ານາປີ ໃນປີນີ້ວ່າ ໄລຍະກຽມດິນ ເພື່ອລົງຕົ້ນກ້າ ຕົນເອງໄດ້ຂຸດດິນ ພົບໄຂ່ເປັນຝັກ ຂອງບົ້ງ ຈຳນວນຫຼວງຫຼາຍ ທັງທີ່ແຕ່ກ່ອນ ບໍ່ເຄີຍເຫັນ ແລ້ວຫຼັງຈາກເອົາຕົ້ນກ້າລົງ ໄດ້ປະມານ 2 ສັປດາ ບົ້ງຝູງ ກໍບຸກກັດກິນ ຕົ້ນກ້າເລີຍ ພ້ອມຄາດວ່າ ຜົນຜະລິດເຂົ້ານາປີ ຈະບໍ່ໄດ້ເຕັມເມັດເຕັມໜ່ວຍ ເຊັ່ນກັນ ຍ້ອນຕົ້ນກ້າ ບໍ່ສົມບູນ ຕັ້ງແຕ່ຕົ້ນ. ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ໄລຍະເຮົາຕົກກ້າຫັ້ນ ບົ້ງຫຼາຍ, ຊື້ຢາມາສີດໂລດ. ເບິ່ງຍາມເຮົາຂຸດດິນນີ້, ມັນເປັນຝັກຢູ່ນຳດິນ ເປັນໂຕໄຂ່ມັນຫັ້ນ ຫຼືວ່າ ມັນເປັນນຳອາກາດບໍ່, ເຮົາກໍມາເຫັນປີນີ້ແຫຼະ. ມັນບໍ່ສົມບູນ ມາຕັ້ງແຕ່ຕົ້ນ ກົກໃດທີ່ວ່າ ບົ້ງມັນລົງ ມັນຈະກຸດລົງໄປໂລດ ຫຍໍ້ລົງ ບໍ່ໃຫຍ່ ບໍ່ຫຍັງແຫຼະ ບໍ່ແຕກ ບໍ່ຫຍັງແລ້ວ. ຊາມມັນຊິຟື້ນຂຶ້ນໃໝ່ ກໍໃຊ້ເວລາ ໃຊ້ງົບປະມານຫຼາຍ, ຊິໃສ່ປຸ໋ຍ.”

ທາງດ້ານຊາວບ້ານ ຈາກກຸ່ມນາຝັ່ງ ນາງໜຶ່ງ ກ່າວວ່າ ໃນໄລຍະ ທີ່ບົ້ງຝູງ ບຸກທຳລາຍເຂົ້ານາປີ ຂອງຊາວນານັ້ນ, ທາງຫ້ອງການກຳສິກຳ ແລະ ປ່າໄມ້ ເມືອງໂຂງ ກໍໄດ້ແຈ້ງການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພີ່ມການເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມການລະບາດ ຂອງບົ້ງຝູງ ລົງນາເຂົ້າ ໃນວັນທີ 23 ກໍລະກົດ 2024 ພ້ອມຄາດວ່າ ຜົນຜະລິດເຂົ້ານາປີ ໃນປີນີ້ ຈະໄດ້ເກັບກ່ຽວຢູ່ ຍ້ອນຊາວນາ ພາກັນໄປຊື້ຢາເຄມີ ມາຂ້າບົ້ງຝູງທັນ. ດັ່ງຍານາງກ່າວວ່າ:

“ມັນພວມລະບາດ ເຂົາກະເອົາຢາລົງໄປສີດລະງັບ ມັນກໍຢູ່ແລ້ວເດ້. ແຈ້ງການທົ່ວເມືອງ ກະປະຊາຊົນ ເຂົາກໍໝັ່ນມາຊື້ຢາ ຢູ່ຫ້ອງການກະສິກຳ. ບໍ່ແມ່ນມັນຊິຕາຍໝົດ ຄືຫອຍກິນເຂົ້າດອກ, ຫອຍກິນເຂົ້າ ມັນກິນໝົດກົກ. ບາດນີ້, ບົ້ງມັນກິນແຕ່ໃບ. ຊິໄດ້ເກັບກ່ຽວຢູ່ ເພາະວ່າດຽວນີ້ ເຂົ້າມັນກໍຂຶ້ນມາ ປົກກະຕິແລ້ວເດ້.”

ສ່ວນເຈົ້າໜ້າທີ່ ແຂວງຈຳປາສັກ ນາງໜຶ່ງ ກ່າວວ່າ ບົ້ງຝູງ ຈະບຸກທຳລາຍຕອນໃດ ທາງການທ້ອງຖິ່ນ ບໍ່ສາມາດເຕືອນລ່ວງໜ້າໄດ້ ຍ້ອນແຕ່ລະປີ ບໍ່ເຄີຍມີ ແລະ ມັນເປັນເຫດການກະທັນຫັນ ພ້ອມຢັ້ງຢືນວ່າ ການລະບາດ ຂອງບົ້ງຝູງ ຢູ່ກຸ່ມນາຝັ່ງ ເທື່ອນີ້ ແມ່ນຄວບຄຸມໄດ້ແລ້ວ ແລະ ຍັງບໍ່ມີຜົນເສຍຫາຍ ຫຼາຍປານໃດ. ດັ່ງຍານາງກ່າວວ່າ:
“ຄືດຽວນີ້, ຖືວ່າເຮົາ ສາມາດຄວບຄຸມໄດ້ແລ້ວ ເພາະວ່າ ມັນມີແຕ່ຕອນເຮົາຕົກກ້າໃໝ່ ລົງຢູ່ກ້າອ່ອນ. ສ່ວນຫຼາຍ ກະແມ່ນນາຢອດ, ນາຫວ່ານຫັ້ນ ມັກລົງ. ຖືວ່າບ້ານໜຶ່ງ ກະບໍ່ມີໝົດທຸກຕອນນ່າ ເພາະຜົນຜະລິດ ຄິດວ່າ ກະຊິໄດ້ຢູ່ ເພາະເຮົາອາໄສວ່າ ມັນໂຕລົງກ້າ, ກ້າອ່ອນ ບາດໂຕລົງເຂົ້າເອງ ມັນບໍ່ລົງ, ອັນນັ້ນລຳແກ່ ມັນກະບໍ່ລົງນ່າ.”

ເຈົ້າໜ້າທີ່ ແຂວງຈຳປາສັກ ຍານາງນີ້ ກ່າວຕື່ມວ່າ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ໃນເຂດເມືອງໂຂງ ປີນີ້ ຖືວ່າມີຄວາມແຫ້ງແລ້ງຮຸນແຮງ ແລະ ແກ່ຍາວ ທັງທີ່ບໍ່ເຄີຍເປັນມາກ່ອນ ຈຶ່ງເຮັດໃຫ້ ພໍໝົດໄລຍະແຫ້ງແລ້ງ ມາຕໍ່ລະດູຝົນ ກໍເກີດມີບົ້ງຝູງ ເຂົ້າມາທຳລາຍ ຜົນຜະລິດ ຂອງປະຊາຊົນ. ດັ່ງຍານາງກ່າວວ່າ:

“ມັນແຫ້ງແລ້ງອີ່ຫຼີ ອີ່ຫຼໍເນາະ. ຖ້າຖືກຝົນມາ ລະມັນກໍມີ ໃບຫຍ້າອີ່ຫຍັງ ໃບອ່ອນ ມັນກໍເກີດຂຶ້ນມາເນາະ. ແມງກະບີ້, ແມງກະເບື້ອຫຼາຍ, ຫັ້ນນ່າ. ບາດນີ້, ຈາກນັ້ນ ພໍດີຖືກອັນ ເຮົາຫວ່ານກ້າໄປ ມັນປົ່ງຂຶ້ນມາ ມັນອ່ອນ ມັນກະລົງໄປຫັ້ນ. ມັນແກ່ຍາວຫຼາຍ ແຫ້ງແລ້ງ, ແມງກະບີ້ ແມງກະເບື້ອ ກໍຫຼາຍ ເນື່ອງຈາກມັນເປັນ ລັກສະນະແຫ້ງແລ້ງ, ຈັ່ງຊັ້ນຫັ້ນນ່າ.”

ຍານາງກ່າວມ້ວນທ້າຍວ່າ ວິທີປ້ອງກັນ ບໍ່ໃຫ້ມີການລະບາດ ຂອງບົ້ງຝູງ ກໍຄື ຖ້າຊາວນາ ພົບເຫັນການລະບາດ ຂອງບົ້ງຝູງ ໃຫ້ລະບາຍນ້ຳ ເຂົ້າໄຮ່ນາ ຈົນຖ້ວມຍອດ ຂອງຕົ້ນກ້າ ຫຼືຕົ້ນເຂົ້າ ແລ້ວເອົາສະຫວິງ ຫຼືເຂິງ ສ້ອນເອົາໂຕບົ້ງ ໄປທຳລາຍ ພ້ອມທັງໃຫ້ໝັ່ນ ລົງສຳຫຼວດ ຕິດຕາມຕາກ້າ ແລະ ເຂົ້ານາ ເປັນປະຈຳ. ຂະນະທີ່ຊາວນາ ຈາກກຸ່ມນາຝັ່ງ ກ່າວວ່າ ການເຮັດນາປີ ຂອງຊາວນາ ກຸ່ມນາຝັ່ງ ແມ່ນອາໄສນ້ຳຝົນ. ດັ່ງນັ້ນ, ຈະບໍ່ສາມາດເປັ່ງນ້ຳ ເຂົ້ານາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.