ບົ້ງທຳລາຍຜົລປູກ ຣະບາດ ຢູ່ຫຼາຍແຂວງ
2023.07.14

ໃນໄລຍະເດືອນມິຖຸນາ ແລະ ເດືອນ ກໍຣະກະດາ 2023 ນີ້ ຊາວກະສິກອນລາວ ກຳລັງປະເຊິນກັບການແຜ່ຣະບາດຂອງບົ້ງ ມາທໍາລາຍຜົລປູກຂອງເຂົາເຈົ້າ ເປັນຕົ້ນ ເຂົ້ານາ, ເຂົ້າໄຮ່, ໝາກສາລີ ແລະ ມັນຕົ້ນ ເຮັດໃຫ້ຜົລປູກເສັຽຫາຍເປັນຈຳນວນຫຼາຍ ໂດຍສະເພາະຢູ່ແຂວງຫົວພັນ ແລະ ແຂວງບໍຣິຄຳໄຊ.
ນອກຈາກນີ້ແລ້ວ, ຊາວກະສິກອນຢູ່ແຂວງຕ່າງໆ ໃນທົ່ວປະເທດ ຕ່າງກໍ່ໄດ້ຮັບຜົລກະທົບຈາກການແຜ່ຣະບາດ ຂອງບົ້ງເຊັ່ນດຽວກັນ.
ດັ່ງຊາວກະສິກອນ ຜູ້ປູກໝາກສາລີ ຢູ່ແຂວງສວັນນະເຂດ ຜູ້ນຶ່ງ ກ່າວໃນວັນທີ 13 ກໍຣະກະດາ 2023 ນີ້ວ່າ:
“ໂອ້ຍ! ເປັນແບບນີ້ບໍ່ໄດ້ກິນແຫຼະ. ໂຕບົ້ງກິນ ກິນຈົນກຸດຈົນຮ້ຽນ ໃສບໍ່ໄດ້ກິນແຫຼະເດນີ້ ສີດຢາກະສີດຢາແຫຼະ ສີດແລ້ວກະມີໃໝ່.”
ແຕ່ຢາປາບສັດຕຣູພືດ ທີ່ຊາວກະສິກອນລາວນິຍົມໃຊ້ ຈະແມ່ນຢາທີ່ເຮັດຈາກສມຸນໄພ ທັມມະຊາຕ ເຊິ່ງມີລາຄາສູງກວ່າຢາເຄມີ ຍ້ອນວ່າຢາດັ່ງກ່າວມີຄວາມປອດໄພ ຕໍ່ຊາວກະສິກອນຫຼາຍກວ່າ ເຖິງແມ່ນວ່າ ຢາສມຸນໄພ ຈະມີປະສິດທິພາບໃນການຂ້າບົ້ງ ດ້ອຍກວ່າຢາເຄມີກໍ່ຕາມ.
ຜູ້ຂາຍຢາປາບສັດຕຣູພືດ ນາງນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າ:
“ໂອ້! (ລູກຄ້າສ່ວນຫຼາຍ) ຢູ່ພາກໃຕ້ເຈົ້າ ເພາະວ່າຄັນພວກທີ່ເຂົາເຈົ້າເອົານີ້ ກໍ່ໂມແດ່. ເຂົາເຈົ້າຍ້ານເຄມີລະຈະເອົາໄປໃຊ້ ແຕ່ວ່າໂຕນີ້ມັນຈະບໍ່ຕາຍທັນທີ. ເຮົາຈະຕ້ອງໄດ້ພົ່ນຊ້ຳ ເພາະວ່າຣິດມັນຈະບໍ່ແຮງຄືເຄມີຊີ້ນ່າ.”
ນາງກ່າວຕຶ່ມວ່າ ຢູ່ໃນແຂວງໄຊຍະບູຣີ ກໍ່ພົບການແຜ່ຣະບາດຂອງບົ້ງແລ້ວ ໂດຍສະເພາະຢູ່ເມືອງທົ່ງມີໄຊເຊິ່ງຍັງບໍ່ທັນມີພາກສ່ວນກ່ຽວຂ້ອງ ລົງມາກວດກາແລະແກ້ໄຂບັນຫາ ຊາວກະສິກອນຕ້ອງໄດ້ຫາຊື້ຢາຂ້າສັດຕຣູພືດ ມາສີດເອງ.
ຫຼ້າສຸດ, ໄດ້ເກີດການຣະບາດຂອງບົ້ງ ຢູ່ແຂວງຫົວພັນ ຈຳນວນ 7 ເມືອງ ປະກອບມີ ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງຊຳໃຕ້, ເມືອງກວັນ, ເມືອງຊຽງຄໍ້, ເມືອງແອດ ແລະເມືອງຊ່ອນ ມີຜູ້ໄດ້ຮັບຜົລກະທົບຫຼາຍກວ່າ 4,500 ຄອບຄົວ ເນື້ອທີ່ໄດ້ຮັບຜົລກະທົບ 2,369 ເຮັກຕາຣ໌ ເສັຽຫາຍທັງໝົດ 78 ກວ່າເຮັກຕາຣ໌, ອີງຕາມການລາຍງານ ຂອງຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແຂວງຫົວພັນ.
ສຳລັບຜົລກະທົບ ແລະຄວາມເສັຽຫາຍ ຂອງພື້ນທີ່ເພາະປູກ ແຕ່ລະປະເພດ, ຕາມການຣາຍງານຂອງພາກສ່ວນດັ່ງກ່າວ ປະກອບມີ ເນື້ອທີ່ນາໄດ້ຮັບຜົລກະທົບ 1,879 ເຮັກຕາຣ໌ ເສັຽຫາຍ 46 ກວ່າເຮັກຕາຣ໌, ເນື້ອທີ່ປູກເຂົ້າໄຮ່ ໄດ້ຮັບຜົລກະທົບ 441 ເຮັກຕາຣ໌ ເສັຽຫາຍ 29 ກວ່າເຮັກຕາຣ໌ ແລະ ເນື້ອທີ່ປູກໝາກສາລີ ໄດ້ຮັບຜົລກະທົບ 60 ເຮັກຕາຣ໌ ເສັຽຫາຍ 1.9 ເຮັກຕາຣ໌.
ໃນເບື້ອງຕົ້ນ, ທາງພາກສ່ວນກ່ຽວຂ້ອງ ຂອງແຂວງຫົວພັນໄດ້ປະສານສົມທົບກັບ ອຳນາດການປົກຄອງທ້ອງຖິ່ນເພື່ອນຳວິຊາການ ລົງຊຸກຍູ້ການປ້ອງກັນ ແລະຄວບຄຸມການ ແຜ່ຣະບາດບົ້ງໂດຍການສີດຢາຂ້າບົ້ງໃນພື້ນທີ່ການຣະບາດແລ້ວ ປະມານ 633 ກວ່າເຮັກຕາຣ໌ ພ້ອມທັງຮຽກຮ້ອງໃຫ້ຊາວກະສິກອນ ຊ່ວຍກັນຕິດຕາມ ແລະຄວບຄຸມການຣະບາດ ທັງປະສານຫາພາກສ່ວນກ່ຽວຂ້ອງ ລົງມາກວດກາ ແລະ ແກ້ໄຂ ເພື່ອບໍ່ໃຫ້ເກີດຜົລເສັຽຫາຍຫຼາຍຂຶ້ນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງຫົວພັນ ເພື່ອສອບຖາມຣາຍລະອຽດຕຶ່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຈົ້າໜ້າທີ່ຂັ້ນບ້ານ ນາງນຶ່ງ ຢູ່ແຂວງຫົວພັນ ກ່າວວ່າ:
“ວ່າງແລ້ວນີ້ລະນໍ, ເຮົາກະເອົາເຂົ້າໃໝ່ໆ ເຂົ້ານາແຊງນີ້ເຮົານຳມາໄປລະ ຖ້າບໍ່ຝົນລະຕົກຍັນຫຼາຍ ເຮົາກໍ່ເອົາຢາໂຕນີ້ໄປສີດ. ທາງແຂວງເຂົາເອົາໄປໃຫ້ມັນບໍ່ແຮງນັ້ນຢານັ້ນ ບໍ່ຕາຍລະໂຕແມງນີ້.”
ນອກຈາກນີ້ແລ້ວ, ຊາວກະສິກອນ ນາງນຶ່ງ ຢູ່ແຂວງບໍ່ແກ້ວ ກ່າວວ່າ ໄຮ່ໝາກສາລີຂອງນາງ ກໍ່ເສັຽຫາຍຈາກບົ້ງເຂົ້າມາກິນໃບເຊັ່ນດຽວກັນ ຈຶ່ງຕ້ອງໄດ້ໃຊ້ຢາຂ້າບົ້ງແບບຢາເຄມີ ຕາມຄຳແນະນຳຂອງຮ້ານຄ້າ ເພື່ອກຳຈັດບົ້ງຢ່າງໄວວາ ບໍ່ໃຫ້ຜົລປູກເສັຽຫາຍໄປຫຼາຍກວ່ານີ້:
“ຄືບົ້ງກິນສາລີນ່າ. ບົ້ງກິນສາລີ ເຂົາເຈົ້າແນະນຳສານເຄມີຫັ້ນ ຕາຍໄວໂຕນີ້ ຮອດ 10 ກຣາມ ຕາຍເດ ຣິດມັນຍາກແຮງນໍ.”
ການແຜ່ຣະບາດ ຂອງສັດຕຣູພືດຕ່າງໆ ຖືເປັນບັນຫາທີ່ຊາວກະສິກອນຕ້ອງໄດ້ພົບພໍ້ຢູ່ປະຈຳ
ແຕ່ຍ້ອນວ່າໃນປີ 2023 ນີ້ ໄດ້ເກີດປະກົດການເອວນີໂຢ (El Niño) ທີ່ເຮັດໃຫ້ສະພາບອາກາດມີການປ່ຽນແປງ ໂດຍສະເພາະຢູ່ປະເທດລາວ ເຮັດໃຫ້ຝົນຕົກນ້ອຍລົງ ແລະຂາດຊ່ວງ ສົ່ງຜົລໃຫ້ການແຜ່ຣະບາດຂອງສັດຕຣູພືດມີຄວາມຮຸນແຮງ ແລະ ແກ່ຍາວຫຼາຍຂື້ນ.