ສັດຕຣູພືດ ທຳລາຍເຂົ້າໃນນາ 51 ເຮັກຕ້າຣ໌ ໃນ 5 ບ້ານ ຂອງເມືອງປາກລາຍ

ພູວົງສ໌
2023.09.13
ສັດຕຣູພືດ ທຳລາຍເຂົ້າໃນນາ 51 ເຮັກຕ້າຣ໌ ໃນ 5 ບ້ານ ຂອງເມືອງປາກລາຍ ຮູບໂຕຢ່າງ ທີ່ຜ່ານມາ ຊາວບ້ານ ຊື້ຢາຂ້າແມງໄມ້ ມາພົ່ນຂ້າເພັ້ຽຈັກຈັ່ນ ທີ່ທໍາລາຍຕົ້ນເຂົ້າ.
ນັກຂ່າວ ພົລເມືອງ

ແມງໄມ້ປະເພດ ເພັ້ຽຈັກຈັ່ນ ແລະ ແມງບົ່ວ ທຳລາຍເຂົ້າໃນນາ ຂອງຊາວບ້ານ 5 ບ້ານ ຄື ບ້ານກາງ, ບ້າງນາຕ້າ, ບ້ານນາໂພ, ບ້ານເມືອງປາ ແລະ ບ້ານນາກາງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ເສັຽຫາຍ 51 ເຮັກຕ້າຣ໌ປາຍ, ອີງຕາມການຣາຍງານ ຂອງທ່ານ ສຸລິຈັນ ສີລະປະມວນ, ຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງປາກລາຍ ໃນວັນທີ 4 ກັນຍາ 2023 ທີ່ຜ່ານມາ ທີ່ໄດ້ລົງພື້ນທີ່ກວດກາໂຕຈິງ.

ຂະນະທີ່ຊາວບ້ານ ບ້ານກາງ ເມືອງປາກລາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ທີ່ຜ່ານມາວ່າ ການຣະບາດ ຂອງສັດຕຣູພືດດັ່ງກ່າວ ທີ່ມາທຳລາຍເຂົ້າຊາວບ້ານ ເປັນມາໄດ້ 1 ເດືອນແລ້ວ, ເຖິງແມ່ນວ່າ ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງປາກລາຍ ພ້ອມທ່ານເຈົ້າແຂວງ ໄດ້ລົງກວດກາ ແລະ ໄດ້ແກ້ໄຂ, ໂດຍໃຫ້ຢາມາພົ່ນ ເພື່ອຂ້າແມງໄມ້ແລ້ວ ພວກແມງໄມ້ ກໍຍັງບໍ່ໝົດໄປເທື່ອ ຍັງຄົງຣະບາດຢູ່ ແລະ ຢາຂ້າແມງໄມ້ ທີ່ທາງຂັ້ນເທິງ ໃຫ້ຊາວບ້ານ ກໍບໍ່ພຽງພໍ ຊາວບ້ານຈຶ່ງຕ້ອງແກ້ໄຂບັນຫາເອງ ໂດຍການໄປຊື້ຢາຂ້າແມງໄມ້ ມາພົ່ນເອງຕື່ມ ໃນລາຄາທີ່ແພງສົມຄວນ.

“ລະວ່າງເດືອນແລ້ວນີ້ແຫຼະ ແມງໄມ້ມັນກິນເຂົ້າ ໝົດທົ່ງເລີຍ. ປີຜ່ານໆມາ ກໍບໍ່ມີໃຜເປັນຫຍັງ. ກະອຸກໃຈຫັ້ນແຫຼະເນາະ. ບ້ານກາງ ນີ້ ໜັກໜ່ວງຫຼາຍ. ທາງເຈົ້າເມືອງ, ເຈົ້າແຂວງ ເພິ່ນລົງມາກວດ ເອົາຢາມາໃຫ້ຢູ່, ແຕ່ວ່າ ເພິ່ນໃຫ້ກໍບໍ່ພໍ, ຫັ້ນນ່າ. ໂອ້ຍ, ຍັງຫຼາຍ ເພາະວ່າ ຫາກໍເຣີ່ມລົງມື 2-3 ມື້ນີ້ນຶ່ງ, ເປັນເຮັກຕ້າຣ໌ 2 ເຮັກຕ້າຣ໌ ກໍມີ, ນາເຂົາເຈົ້ານ່າ. ພໍດີຊິໄດ້ສີດນີ້ນ່າ, ເຂົາເຈົ້າກໍໄປຊື້ຕາມຮ້ານ.”

ຊາວບ້ານ ບ້ານກາງ ທ່ານນີ້ ກ່າວຕື່ມວ່າ ກ່ອນໜ້າທີ່ທາງການ ຈະລົງມາກວດກາ ກໍມີນາເຂົ້າຊາວບ້ານ ຕາຍໝົດທົ່ງກໍມີ ທາງການກໍໄດ້ພຽງແຕ່ຊ່ອຍເຫຼືອເຂົ້າເປືອກ, ໂດຍຄິດໄລ່ຕາມຄວາມເປັນຈິງ ເປັນຕົ້ນວ່າ ນາຜູ້ໃດ ເຮັດນາເຂົ້າໝົດ 2 ເປົ໋າ ເພິ່ນກໍໃຫ້ 2 ເປົ໋າ, ເຊິ່ງເປັນການຊ່ອຍເຫຼືອເບື້ອງຕົ້ນ ເພາະເສັຽຫາຍໄປແລ້ວ.

ຢ່າງໃດກໍຕາມ, ເຂົ້າໃນນາທ່ານເອງ ກໍເຣີ່ມຖືກແມງໄມ້ ທຳລາຍແລ້ວເຊັ່ນກັນ, ແຕ່ຍັງບໍ່ເຖິງ 1 ເຮັກຕ້າຣ໌, ຕົ້ນເຂົ້າເຣີ່ມເຫຼືອງ ບາງສ່ວນຕາຍແລ້ວກໍມີ, ເຊິ່ງທ່ານເອງ ຍັງຕ້ອງໄປຫາຊື້ຢາມາພົ່ນ ແລະ ລາຄາຢາ ກໍແພງຫຼາຍ.

“ນາເອື້ອຍ ກຳລັງເຣີ່ມເຫຼືອງແລ້ວ. ບາດນຶ່ງມັນກໍເຣີ່ມຍຸບ ມັນກິນທາງຮາກ, ຊີ້ນ່າ. ແລ້ວເອື້ອຍກຳລັງຊອກຊື້ຢາໄປຂ້າ ກ່ອງນຶ່ງກໍ 1,000 ປາຍບາທພຸ້ນໄດ໋, ບໍ່ໄດ້ແມ່ນຖືກໆໄດ໋. ຢາເປັນຢາມີສານເຄມີ ມັນຂິວຫຼາຍ ໄດ້ແຕ່ຂ້າກາງຄືນ. ເຂົາກໍແນະນຳ ປິດປາກ-ປິດດັງ, ເຮັດໃສ່ຖົງຕີນຖົງມືຢູ່. ຜູ້ຄືເອື້ອຍນີ້ ນາກໍເຣີ່ມຍຸບ, ຄັນຖ້າວ່າບໍ່ມີ ກໍຈະໄດ້ຊອກຊື້ກິນຫັ້ນແຫຼະ.”

ຂະນະດຽວກັນ, ຊາວບ້ານ ທີ່ຖືກຜົລກະທົບ ອີກທ່ານນຶ່ງ ກໍກ່າວວ່າ ແມງໄມ້ ກໍຍັງຣະບາດຢູ່, ທ່ານເອງ ປູກເຂົ້າປະມານ 2 ເຮັກຕ້າຣ໌ ກໍຖືກແມງໄມ້ທຳລາຍໄປແລ້ວ ປະມານ 4-5 ໄຮ່ ແລະ ກໍໄດ້ນ້ຳຢາຂ້າແມງໄມ້ ທີ່ທາງການໃຫ້ມາ ໄປພົ່ນຂ້າແມງໄມ້ຢູ່, ແຕ່ກໍບໍ່ພຽງພໍ. ບາງຄົນ, ກໍຕ້ອງໄດ້ເອົາຣົຖໄຖນາ ໄຖນາທົ່ງທີ່ແມງໄມ້ທຳລາຍຖິ້ມ ແລ້ວປູກໃໝ່, ແຕ່ທ່ານເອງ ກໍຈະບໍ່ປູກໃໝ່ແລ້ວ, ແຕ່ຈະຮັກສາອັນທີ່ມີໄວ້, ເຊິ່ງປີນີ້ຄາດວ່າ ເຂົ້າຈະບໍ່ພໍກິນ, ຈົນຕ້ອງໄດ້ຊື້ເຂົ້າກິນເຊັ່ນກັນ.

“ກະຫາກເປັນ ຕາຍໄປປະມານ 4-5 ໄຮ່ ເປັນເຫຼືອງໆ, ລະກະໃບແຫ້ມ ແລ້ວກໍຕາຍ. ເອົາຢາມາແຕ່ຫ້ອງການກະສິກັມ ມາໃສ່, ພົ່ນເບິ່ງ ກໍບໍ່ດີເດ້. ບາງຄົນ, ເຂົາກໍໄຖຖິ້ມ ແລ້ວກະປູກໃໝ່ ກໍສ່ຽງໄປຈັ່ງຊັ້ນແຫຼະ. ບາງຄົນ, ກໍເຫຼືອງໆຢູ່, ແຕ່ບໍ່ທັນຕາຍ, ແຕ່ມັນກໍຈະຕາຍໝົດແລ້ວລະ. ແລ້ວມັນຕາຍສ່ຳນີ້ ແລ້ວກະກິນ ກໍຈະພໍຕີ້.”

ທາງດ້ານຊາວບ້ານ ບ້ານນາຕ້າ ເມືອງປາກລາຍ ທ່ານນຶ່ງ ກໍກ່າວວ່າ ກໍຍັງເຫັນຊາວບ້ານ ບ້ານເມືອງປາ, ບ້ານນາໂພ ແລະ ບ້ານນາກາງ ຈົ່ມກັນຢູ່ວ່າ ຍັງຖືກແມງໄມ້ທຳລາຍເຂົ້າ ເຮັດໃຫ້ເຂົ້າຕາຍ ຈຳນວນຫຼາຍ, ເຊິ່ງເປັນປີທຳອິດ ທີ່ເກີດຂຶ້ນ.

“ເຫັນຕາມນາເຂົາເຈົ້ານີ້ ກໍມີຢູ່, ຕາຍແດ່ ແຖວເມືອງປາ ບໍ່, ແຖວນາໂພ ແຖວນາຕ້າ, ຊີ້ກະມີ. ເຂດອື່ນກໍໜ້າຈະມີຄືກັນ. ຫາກໍເປັນປີນີ້ ປະມານເດືອນ 7 ເດືອນ 8 ນີ້ເບາະ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງປາກລາຍ ແຂວງໄຊຍະບູຣີ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ເຖິງສາເຫດທີ່ແທ້ຈິງ ແລະ ການແກ້ໄຂເພີ່ມຕື່ມ, ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ນອກຈາກນີ້, ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກໍໄດ້ກ່າວວ່າ ໃນເມືອງຊຽງຮ່ອນ ໃນໄລຍະເດືອນກ່ອນ ກໍໄດ້ເກີດແມງໄມ້ຣະບາດ ໃສ່ນາເຂົ້າຊາວບ້ານ ເຊັ່ນກັນ, ເຊິ່ງເປັນເພັ້ຽ ແລະ ເຂົ້າຕິດພຍາດໃບໄມ້ ເຮັດໃຫ້ໃບເຫຼືອງ ແລະ ຕົ້ນເຂົ້າກໍຕາຍ ເສັຽຫາຍ 4 ບ້ານ ປະມານ 3 ເຮັກຕ້າຣ໌, ເຊິ່ງກໍບໍ່ໄດ້ເກີດຂຶ້ນຫຼາຍ. ປັດຈຸບັນ, ແກ້ໄຂໄດ້ແລ້ວ, ໂດຍເຈົ້າໜ້າທີ່ ໄດ້ນຳເອົາຢາຂ້າແມງໄມ້ ໄປພົ່ນຂ້າ. ສ່ວນສາເຫດ ຄາດວ່າ ເກີດຈາກພັນເຂົ້າໃໝ່ ທີ່ທາງເມືອງ ນຳເຂົ້າມາຈາກໄທຍ. ສ່ວນເຂົ້າພື້ນເມືອງ ທີ່ນາຕິດກັນ ພັດບໍ່ເປັນຫຍັງ.

“ຊຽງຮ່ອນນີ້ ບໍ່ມີຫຍັງແລ້ວ. ທຳອິດເພັ້ຽລົງ ແລ້ວມັນຕິດພຍາດໃບໄມ້, ເອົາຢາໃຫ້ປະຊາຊົນເຂົາສີດ ແກ້ໄຂໄດ້ແລ້ວ. ເສັຽຫາຍນີ້ ປະມານ 2-3 ເຮັກຕ້າຣ໌ຊື່ໆແຫຼະ. ສ່ວນຫຼາຍມັນເກີດກັບເຂົ້າ ພັນປັບປຸງນີ້ນ່າ, ພັນໃໝ່ທີ່ເຮົາໄດ້ເອົາເຂົ້າມາ, ເກີດກັບເຂົ້າ ກຂ.6. ເຮົາເອົາແນວພັນມາແຕ່ໄທຍ ຄືວ່ານາຕິດກັນ, ຊີ້ເນາະ ພັນໃດທີ່ເປັນພັນພື້ນເມືອງ ທີ່ມັນແຂງແຮງຫັ້ນນ່າ ບໍ່ເປັນຫຍັງ.”

ອີງຕາມການຣາຍງານ ຂອງທ່ານ ສຸລິຈັນ ສີລະປະມວນ, ຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງປາກລາຍ ໃນວັນທີ 4 ກັນຍາ 2023 ທີ່ຜ່ານມາ ພົບວ່າ ແມງໄມ້ທຳລາຍນາເຂົ້າ ໃນເມືອງປາກລາຍ ແຂວງໄຊຍະບູຣີ ເສັຽຫາຍຈາກເພັ້ຽຈັກຈັ່ນ 4 ບ້ານ ປະມານ 45 ເຮັກຕ້າຣ໌. ເສັຽຫາຍ 100% ຈຳນວນ 16 ຄອບຄົວ, ອັນປະກອບດ້ວຍບ້ານກາງ ເສັຽຫາຍ 6 ຄອບຄົວ, ບ້ານນາຕ້າ ເສັຽຫາຍ 10 ຄອບຄົວ. ສ່ວນບ້ານນາໂພ ເສັຽຫາຍ 10% ແລະ ບ້ານເມືອງປາ ເສັຽຫາຍ 40%.

ສ່ວນຄວາມເສັຽຫາຍ ຈາກແມງບົ່ວ ມີ 1 ບ້ານ ຄື ບ້ານນາກາງ ມີ 7 ຄອບຄົວ ເສັຽຫາຍປະມານ 6 ເຮັກຕ້າຣ໌, ເຊິ່ງເສັຽຫາຍ 20% ແລະ ຍັງຈະລົງຕິດຕາມແກ້ໄຂ ການຣະບາດ ຂອງແມງໄມ້ ທີ່ເປັນສັດຕຣູພືດ ເພີ່ມຕື່ມ ທີ່ເຂົ້າມາທຳລາຍນາເຂົ້າ ຂອງປະຊາຊົນ ເພື່ອບໍ່ໃຫ້ຣະບາດ ເປັນວົງກວ້າງກວ່ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.