ໝີເພດຜູ້ ອາຍຸ 2 ປີ ສອງໂຕ ຖືກສູນຮັກສາພັນສັດປ່າ ຊ່ວຍຊີວິດ
2024.02.22

ໃນວັນທີ 16 ກຸມພາ 2024 ສູນຮັກສາພັນສັດປ່າ “Free The Bears” ລາຍງານວ່າ ສາມາດຊ່ອຍຊີວີດໝີພຣະຈັນກຳພ້າ (Moon bear cubs) ເພດຜູ້ ເຊິ່ງເປັນພີ່ນ້ອງກັນໄດ້ 2 ໂຕ ພາຍຫຼັງຖືກກັກຂັງໃນກົງມາເປັນເວລາ 2 ປີ ຢູ່ທາງທິດຕາເວັນຕົກສຽງເໜືອ ຂອງປະເທດລາວ ທີ່ມີຊາຍແດນຕິດກັບປະເທດໄທຍ.
ສໍາລັບໝີພຣະຈັນເພດຜູ້ ທັງ 2 ໂຕ ດັ່ງກ່າວ ເປັນໝີທີ່ຊາວບ້ານ ຢູ່ແຂວງໄຊຍະບູລີ ລ້ຽງໄວ້ແຕ່ອາຍຸຍັງນ້ອຍ ແລະເມື່ອໝີທັງສອງໂຕເລີ່ມໃຫຍ່ຂຶ້ນມາ ພວກຂະເຈົ້າຈຶ່ງຕັດສິນໃຈສົ່ງມອບ ໃຫ້ແກ່ສູນຮັກສາພັນສັດປ່າ “Free The Bears”.
ດັ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຣື່ອງນີ້ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 22 ກຸມພາ 2024 ວ່າ:
“ໝີທີ່ຊາວບ້ານເຂົາລ້ຽງເມື່ອກ່ອນ ແຕ່ຍັງນ້ອຍຢູ່ ພໍໃຫຍ່ຂຶ້ນເຈົ້າຂອງເພິ່ນມອບໃຫ້ທາງ ໂຄງການ Free the Bears. ສູນອານຸລັກສັດປ່າ ຢູ່ທີ່ຫລວງພຣະບາງ ເປັນຜູ້ດູແລ ແລະລ້ຽງຕໍ່ໄປ. ແມ່ນແລ້ວ, ໝີດັ່ງກ່າວທາງໂຄງການນີ້ ໄດ້ເອົາມາໄວ້ທີ່ສະຖານທີ່ ລ້ຽງຂອງໂຄງການຢູ່ ຫລວງພະບາງ ບ້ານໜອງໂຕກ ແຂວງໄຊຍະບູລີ. ຢູ່ໃກ້ກັບຈັງຫວັດ ນ່ານ, ເລີຍ ຂອງໄທ.”
ອີງຕາມຂໍ້ມູນ ຂອງສູນຮັກສາພັດສັດປ່າ Free The Bears ລະບຸວ່າທາງສູນໄດ້ເປີດຮັບເງິນບໍລິຈາກເພື່ອນໍາໄປຊ່ອຍເຫຼືອໝີພຣະຈັນທັງ 2 ໂຕນີ້ແລະໝີໂຕອື່ນໆ ທີ່ອາໃສຢູ່ພາຍໃນສູນທັງນີ້ ສຳລັບການຊ່ອຍເຫຼືອອາຫານໝີ ເປັນໄລຍະເວລາ 1 ສັບປະດາມີຄ່າໃຊ້ຈ່າຍຢູ່ 28 ໂດລ້າຣ໌ສະຫະຣັດ. 10 ວັນມີຄ່າໃຊ້ຈ່າຍຢູ່ 40 ໂດລ້າຣ໌ສະຫະຣັດ ແລະ 1 ເດືອນ ມີຄ່າໃຊ້ຈ່າຍ 120 ໂດລ້າຣ໌ສະຫະຣັດ. ສ່ວນການຊ່ອຍເຫຼືອອາຫານ, ສັດຕະວະແພດ ແລະ ອາຫານເສີມ ເຕັມຈຳນວນເປັນເວລາ 1 ເດືອນ ຈະມີຄ່າໃຊ້ຈ່າຍ 195 ໂດລ້າຣ໌ສະຫະຣັດ. ເນື່ອງຈາກໝີພຣະຈັນ ແລະໝີສາຍພັນຕ່າງໆ ພາຍໃນປະເທດລາວ ຍັງມີຈໍານວນຫຼາຍ ໂດຍສະເພາະໃນພື້ນທີ່ປ່າປົກຫຸ້ມ ເຮັດໃຫ້ປະຊາຊົນ ຈຳນວນໜຶ່ງທີ່ອາໄສຢູ່ໃນພື້ນທີ່ເຂດນອກ ນຳເອົາມາລ້ຽງ ຢູ່ໃນກົງ, ຫຼື ບາງສ່ວນກໍນໍາຂາຍ ໃຫ້ນັກທຸຣະກິດ ພາຍໃນພື້ນທີ່ ແຕ່ຖ້າຫາກກວດພົບ ເຈົ້າໜ້າທີ່ກໍຈະຍຶດໝີດັ່ງກ່າວໄວ້ ຍ້ອນເປັນສັດລ້ຽງລູກດ້ວຍນໍ້ານົມ ປະເພດຫວງຫ້າມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງພາກເໜືອ ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ຂະເຈົ້າລ້ຽງແບບຜີດກົດໝາຍເນາະ ຄັນວ່າຜີດກົດໝາຍແລ້ວ ຂະເຈົ້າຮູ້ພວກ ຂະເຈົ້າເອົາໄປຫັ້ນເບິດ (ສູນອະນຸຮັກສັດປ່າ “Free The Bears”) ມີທັງໝີຄວາຍ ໝີອິຫຍັງຫັ້ນນ່າ. ຂະເຈົ້າຈະເອົາໄປຫັ້ນປະຊາຊົນຜູ້ທີ່ວ່າ ຫ່າງໄກສອກຫຼີກຫັ້ນ ເຮັດຜິດກົດໝາຍ. ພວກກອງກວດການີ້ ຈະຍຶດເອົາມາເນາະ ເອົາມາແລ້ວກໍສຶກສາອົບຮົມ ແລ້ວຄັດຈຳນວນຫັ້ນ ແລ້ວເອົາໄປເຂົ້າສູນຢູ່ຫັ້ນແຫຼະ. ຂະເຈົ້າຂັງໃນກົງຫັ້ນແລ້ວຂະເຈົ້າອາໄສພວກທ່ອງທ່ຽວຫັ້ນນ່າ. ມາທ່ຽວບ້ານທ່ຽວເມືອງ ຂະເຈົ້າແຕ່ວ່າ ພວກຂະເຈົ້າກໍບໍ່ຮູ້ສຶກວ່າ ບໍ່ຮູ້ຫຍັງດອກວ່າຊິຜິດກົດໝາຍຫັ້ນນ່າ ບາງກໍລະນີ ນັກທ່ອງທ່ຽວໄປທ່ຽວ ຊົມຫັ້ນນ່າ. ຂະເຈົ້າກໍຢາກໄດ້ລາຍໄດ້ເຂົ້າບ້ານເນາະ ແຕ່ວ່າກົດລະບຽບ ຂອງການອະນຸຮັກຫັ້ນ ຂະເຈົ້າບໍ່ໃຫ້ລ້ຽງເນາະ. ປະຊາຊົນຫັ້ນຂະເຈົ້າບໍ່ມີຄວາມສາມາດ ຈະລ້ຽງເພາະວ່າມັນກິນດີໂພດເນາະ ອາດເປນນັກທຸລະກິດ ຂອງບ້ານຫັ້ນແຫຼະ.”
ອີງຕາມແຈ້ງການ ຂອງກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0638/ກກປມ ລະບຸວ່າ ໃນໄລຍະທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງພົບເຫັນການຄ້າ ຂາຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນ ຈາກສັດປ່າຕາມສະຖານທີ່ຕ່າງໆ ບໍ່ວ່າຈະເປັນຕະຫຼາດ, ໂຮງແຮມ, ຮ້ານອາຫານ, ຫ້າງຮ້ານ, ສະຖານທີ່ທ່ອງທ່ຽວ, ຕາມຖະໜົນຫົນທາງແລະອື່ນໆ ອີກທັງຍັງມີການປະກາດຊື້-ຂາຍ ແລະສ້າງສື່ໂຄສະນາ ແບບວີດີໂອ, ຖ່າຍຮູບພາບການລ່າສັດປ່າ ປະເພດຫວງຫ້າມຜ່ານສື່ສັງຄົມອ໋ອນລາຍນ໌ ໂດຍບໍ່ຢ້ານຕໍ່ກົດໝາຍ ແລະລະບຽບການ.
ທີ່ຜ່ານມາຄົນລາວ ໃນຫຼາຍບ້ານ ແລະຫຼາຍເມືອງ ໃນປະເທດລາວ ຍັງມີການລ້າໝີພຣະຈັນ ແລະ ໝີສາຍພັນຕ່າງໆ ເພື່ອຂາຍໃຫ້ແກ່ນັກທຸຣະກິດ ໃນລາຄາຂ້ອນຂ້າງສູງ ເພື່ອນໍາມາໃຊ້ໃນຈັດສະແດງ ສຳລັບດຶງດູດນັກທ່ອງທ່ຽວ.
ດັ່ງທີ່ຜູ້ຮູ້ກ່ຽວກັບເຣື່ອງນີ້ທ່ານກ່າວວ່າ:
“ໂອ້ມີມີຫຼາຍແຕ່ວ່າ ມັນເອົາມາຍາກຫັ້ນນ່າ ແມ່ນແຫຼະຫຼາຍໆ ລາຄາມັນຍັງສູງຫວາ ມີເບິດທຸກບ່ອນຫັ້ນແຫຼະ. ມີແຕ່ວ່າລາຄາມັນຊິສູງ ອໍ້ປະມານ 50 ກັບ 70 ລ້ານຖ້າເປັນລູກນ້ອຍປະມານ 5 ກິໂລ ຫຼືວ່າ 3 ກິໂລນີ້ກໍແພງປະມານ 50 ນີ້ແຫຼະ. ແມ່ນແຫຼະແຕ່ວ່າທົ່ວລາວນີ້ສົ່ງໄດ້ ບາງເທື່ອກໍເອົາໄປເຂົ້າສວນສັດ ຫຼືວ່າຣີສອດ ບໍ່ເອົາໄປລ້ຽງໂຄສະນາ.”
ປັດຈຸບັນພາຍໃນປະເທດລາວ ຍັງຄົງມີໝີພຣະຈັນ ແລະມີຫຼາຍພັນຕ່າງໆ ອີກເປັນຈໍານວນໜຶ່ງ ກະຈາຍຢູ່ພາຍໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດລາວ ແລະທີ່ຜ່ານມາກໍມີນັກທຸຣະກິດ ບາງຄົນດຳເນີນການຂົນຍ້າຍໝີ ພາຍໃນປະເທດ ແລະລະຫວ່າງປະເທດ.
ດັ່ງຊາວບ້ານທີ່ເກັບເຄື່ອງປ່າ ຂອງດົງ ຂາຍຢູ່ຕະຫຼາດເຂດນອກ ທາງແຂວງພາກໃຕ້ ທ່ານກ່າວວ່າ:
“ໝີຄວາຍບໍ່ ໂຕນີ້ ບໍ່ມີ ບໍ່ສູ້ມີ. ມັນມີໂຕໝີພຣະຈັນ ມັນມີໂຕຂາວ ກັບໂຕດໍາ. ແມ່ນແຫຼະໂຕຂາວ ມັນມີເອີ້ນໝີພຣະຈັນ. ໂຕຄໍາເອີ້ນໝີຄວາຍ ສ່ວນຫຼາຍຢູ່ສູນພຸ້ນນ່າ ມີຢູ່. ແມ່ນແຫຼະສ່ວນຫຼາຍພາຍໃນ ຍັງເຮັດໄດ້ຢູ່ ຂ້ອຍກໍບໍ່ຮູ້ຄືກັນ. ເອີແມ່ນແຫຼະ ສ່ວນຫຼາຍກໍຄົນວຽດເໝົາ.”
ເຖິງແມ່ນວ່າການຊື້-ຂາຍໝີ ເຊິ່ງເປັນສັດຫວງຫ້າມ ຈະມີຄວາມຜິດທາງກົດໝາຍແຕ່ປັດຈຸບັນ ກໍຍັງມີການລັກລອບຊື້-ຂາຍໝີເລື້ອຍໆ ອີກທັງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການອະນຸຮັກສັດ ແລະພໍ່ແມ່ປະຊາຊົນທີ່ເກັບເຄື່ອງປ່າຂອງດົງ ຂາຍຈຳນວນໜຶ່ງ ກໍບອກກັບວິທຍຸເອເຊັຍເສຣີ ກົງກັນວ່າໝີສ່ວນໜຶ່ງ ແມ່ນຖືກລັກລອບ ສົ່ງອອກໄປຍັງປະເທດວຽດນາມ ແຕ່ບໍ່ທັນສາມາດຮັບຮູ້ໄດ້ເທື່ອວ່າ ບັນດາໝີດັ່ງກ່າວນີ້ຖືກນຳໄປເຮັດຫຍັງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງພາກເໜືອ ທ່ານກ່າວຕື່ມວ່າ:
“ບໍ່ແມ່ນນ່າບໍ່ຮູ້ຄັນເຂົ້າວຽດນາມ ແລ້ວຂະເຈົ້າເອົາໄປເຮັດຫຍັງນີ້ ພວກເຮົາບໍ່ຮູ້ຈັກເລີຍເພາະວ່າ ອັນນີ້ຂະເຈົ້າມັກລັກລອບຫັ້ນນ່າ. ລັກລອບເຮົາບໍ່ໄດ້ຂໍ້ມູນ ເຮົາບໍ່ສາມາດໄປເວົ້າໃຫ້ຂະເຈົ້າໄດ້.”
ກ່ອນໜ້ານີ້ ໃນໄລຍະເດືອນທັນວາ 2023 ຜ່ານມາ ສູນຮັກສາພັນສັດປ່າ “Free The Bears” ສາມາດຊ່ອຍເຫຼືອ ຊີວິດໝີພຣະອາທິດ ກຳພ້າ (Sun the Cub) ເພດແມ່ນໄດ້ 1 ໂຕ, ອາຍຸ 2 ປີ ເຊິ່ງຖືເປັນໝີລໍາດັບທີ 125 ໃນປະເທດລາວ ທີ່ທາງສູນໃຫ້ການຊ່ອຍເຫຼືອ. ພາຍຫຼັງໝີໂຕດັ່ງກ່າວນີ້ ຖືກລ້ຽງແບບຜິດກົດໝາຍ ຢູ່ທາງຕອນເໜືອ ຂອງປະເທດລາວ ແລະໄດ້ຮັບອາຫານ ເປັນພຽງສາລີຫວານເທົ່ານັ້ນ.
ຫຼ້າສຸດກອງທຶນ ຕ້ານການຄ້າສັດປ່າ ແບບຜິດກົດໝາຍ (The Illegal Wildlife Trade IWT) ຂອງກະຊວງສິ່ງແວດລ້ອມ, ອາຫານ ແລະ ຊົນນະບົດ (Department for Environment, Food and Rural Affairs: Defra) ຂອງປະເທດອັງກິດ ໄດ້ສະໜັບສະໜູນກອງທຶນເປັນເງິນ 360,000 ຢູໂຣ ຫຼື ປະມານ 9.5 ຕື້ກີບ ເພື່ອແກ້ໄຂບັນຫາການຄ້າສັດ ແບບຜິດກົດໝາຍ ໂດຍສະເພາະໝີ ແລະອະນຸຮັກລະບົບນິເວດ ພາຍໃນປະເທດລາວ.
ນອກຈາກນີ້ ທ່ານ ເມວ ບຣາໂລ ເອກອັກຄະຣາຊທູດ ອັງກິດ ປະຈໍາປະເທດລາວ ໄດ້ເດີນທາງໄປຢ້ຽມຢາມ ສູນຊ່ອຍເຫຼືອໝີ ສູນຮັກສາພັນປ່າ “Free the Bears” ເຊິ່ງສູນໄດ້ປະຕິບັດວຽກງານ ຊຸກຍູ້ເພື່ອຢຸດຕິດການຄ້າໝີ ແລະຍັງເພີ່ມສະຖານທີ່ ຮັບຮອງສຳລັບໝີ ທີ່ຖືກນໍາໄປຟື້ນຟູ ໂດຍການສະໜັບສະໜູນ ຈາກລັດຖະບານອັງກິດ.