ໜ່ວຍກວດກາປ່າໄມ້ ຍຶດສັດປ່າ ຫວງຫ້າມ

ໄຊຍາ
2020.03.05
f-wild ສັດປ່າທີ່ຫວງຫ້າມ ມີວາງຂາຍຕາມຕລາດ
RFA/VD

ສັດປ່າປະເພດຄຸ້ມຄອງ ແລະ ສັດປ່າຫວງຫ້າມ ຫລາຍຊນິດ ພາຍໃນແຂວງອຸດົມໄຊ ເຊັ່ນ: ນົກ, ຟານ, ໝູປ່າ, ກວາງ ທີ່ວາງຂາຍຕາມ ຕລາດສົດ ແລະ ຮ້ານອາຫານແຄມທາງນັ້ນ ໄດ້ຖືກເຈົ້າໜ້າທີ່ອອກກວດລ້າງ ຍຶດເອົາມາທຳລາຍ ເມື່ອວັນທີ 26 ກຸມພາ ຜ່ານມາ. ດັ່ງ ເຈົ້າໜ້າທີ່ ກອງກວດກາປ່າມໄມ້ ຜແນກກະສິກັມແລະປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 05 ມີນາ ວ່າ: ສັດປ່າທີ່ນຳ ເອົາມາຂາຍສ່ວນຫລາຍ ແມ່ນແຍກເປັນຊິ້ນສ່ວນນ້ອຍໆ.

"ກໍໄປກວດຕລາດເຫັນຫັ້ນນ່າ ເອົາມາຂາຍສ່ວນຫລາຍກໍມີນົກແດ່ ໂຕຟານກໍມີໂຕໝູປ່າ ກໍມີສິນ່າ ໂຕກວາງ ບໍ່ເຂົາເອົາມາຂາຍແຕ່ເປັນ ຊິ້ນສ່ວນເລັກໆນ້ອຍໆ ຫັ້ນນ່າເພາະວ່າການຄຸ້ມຄອງ ມັນບໍ່ຮອດແລ້ວມັນກວ້າງໃດ໋."

ທ່ານໄດ້ກ່າວສລຸບວ່າເຈົ້າໜ້າທີ່ເຣີ້ມລົງກວດກາສັດປ່າ ແຕ່ເດືອນທັນວາປີກາຍ ມາເຖິງເດືອນກຸມພາ ປີນີ້ ສາມາດຍຶດສັດປ່າໄດ້ຈຳນວນ 414 ຊິ້ນສ່ວນ ນໍ້າໜັກ 155 ກິໂລ ໃນນີ້ເປັນຊິ້ນສ່ວນສັດປ່າຫວງຫ້າມ ບັນຊີ 1 ມີ 02 ຊິ້ນສ່ວນຄື ກວາງ, ລີງລົມ ແລະ ບ່າງ. ສ່ວນສັດປ່າປະເພດຄຸ້ມຄອງ ບັນຊີ 2 ມີ 301 ຊິ້ນສ່ວນ ຄື; ຟານ, ນົກ, ເຈັຍ, ໝູປ່າ ແລະ ຊິ້ນສ່ວນສັດປ່າທົ່ວໄປ 107 ຊິ້ນສ່ວນ.

ຕໍ່ກໍຣະນີດັ່ງກ່າວເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ກໍໄດ້ກ່າວວ່າ ພວກເຮົາໄດ້ມີການລົງໂທດ ຕໍ່ຜູ້ນໍາເອົາສັດປ່າມາຂາຍນັ້ນໂດຍ ການປັບໃໝຕາມກົດໝາຍ ແລະ ຕັກເຕືອນບໍ່ໃຫ້ຣະເມີດ ຕໍ່ກົດໝາຍຂອງການຄຸ້ມຄອງສັດປ່າ.

"ອັນນີ້ມັນກໍຂຶ້ນກັບຮູບການຄະດີເນາະ ຮູບການມັນໜັກມັນເບົາຊໍ່າໃດ ແຕ່ວ່າອັນນີ້ກໍມີໃນມາຕການປັບໃໝນັ້ນເນາະ, ເຮົາເຮັດຫຼາຍກໍມີ ແຕ່ວ່າ ການໂຄສະນາກໍເວົ້າເຣື່ອງຄວາມເຂົ້າໃຈ ປະຊາຊົນເນາະ."

ຜ່ານມາທາງການລາວກໍໄດ້ຮ່ວມມືກັບກອງທຶນສັດປ່າໂລກ WWF ປະຈຳລາວພຍາຍາມບັງຄັບໃຊ້ກົດໝາຍ ເພື່ອສະກັດກັ້ນການລ່າ ແລະ ຄ້າຂາຍສັດປ່າປະເພດຫວງຫ້າມ ຊຶ່ງມີວາງຂາຍຢູ່ຕລາດສົດ ໃນແຂວງຕ່າງໆ ຂອງລາວ ແຕ່ກໍຍັງມີຄວາມຫຍຸ້ງຍາກ ຫລາຍຢ່າງໃນພາກ ປະຕິບັັດໂຕຈິງ ເຊິ່ງບໍ່ສາມາດປະຕິບັດໄດ້.

ເຖີງແມ່ນວ່າຈະມີຄູ່ຮ່ວມງານຫລາຍພາກສ່ວນ ລົງໂຄສະນາເຜີຍແຜ່ ຕ້ານການລ່າສັດຫວງຫ້າມ ແຕ່ກໍຍັງພົບເຫັນປະຊະຊົນນຳເອົາສັດປ່າ ມາຂາຍທັງຂາຍແບບເປີດແປນ ແລະ ຫລັກຂາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.