ທາງດ່ວນ ແຕ່ແຂວງອຸດົມໄຊ ຫາບໍ່ເຕັນ ແຂວງຫຼວງນໍ້າທາ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເມືອງຫຼວງນໍ້າທາ 89 ຄອບຄົວ

ຈຳປາທອງ/ເພັດສະຫຍາມ
2025.02.13
ທາງດ່ວນ ແຕ່ແຂວງອຸດົມໄຊ ຫາບໍ່ເຕັນ ແຂວງຫຼວງນໍ້າທາ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເມືອງຫຼວງນໍ້າທາ 89 ຄອບຄົວ ຮູບພາບປະກອບ: ເສັ້ນທາງ ສາຍໜຶ່ງ ຢູ່ ສປປ ລາວ. ປີ 2024.
RFA

ຊາວບ້ານ 89 ຄອບຄົວ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ຈະຖືກຜົນກະທົບ ຈາກໂຄງການກໍ່ສ້າງທາງດ່ວນ ແຂວງອຸດົມໄຊ ຫາ ບໍ່ເຕນ, ໄລຍະທາງ 76 ກິໂລແມັດ ປະກອບດ້ວຍ ບ້ານນາເຕີຍ, ບ້ານບໍ່ປຽດ , ບ້ານຕີນຕົກ ແລະ ບ້ານບໍ່ເຕນ. 

ແຕ່ຊາວບ້ານ ທີ່ຢູ່ໃນເຂດບ້ານ ທີ່ຈະຖືກຜົນກະທົບນັ້ນ ຍັງບໍ່ທັນຮູ້ເທື່ອ ວ່າຄອບຄົວຂອງເຂົາເຈົ້າ ແລະຊາວບ້ານບ່ອນໃດ ຈະຖືກຜົນກະທົບ ຍ້ອນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລວມທັງເຈົ້າໜ້າທີ່ຂັ້ນບ້ານ ຍັງບໍ່ໃຫ້ຂໍ້ມູນຢ່າງຈະແຈ້ງ,

ດັ່ງ ຊາວບ້ານ ທ່ານໜຶ່ງ ໃນເຂດ 4 ບ້ານດັ່ງກ່າວນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ ນີ້ວ່າ:

“ຍັງໆ ເຂົາຍັງບໍ່ທັນລົງມືນ່າ ໄດ້ຍິນແຕ່ຂ່າວຊື່ໆ ຈັກວ່າເຂົາເອົາໄປທາງໃດ ກໍບໍ່ຮູ້. ເສັ້ນທາງເພິ່ນຜ່ານໄປທາງໃດ ກະບໍ່ຮູ້ເລີຍນ່າ ຄັນຖືກ ເຂົາກະຈະຊົດເຊີຍໃຫ້ ຄືເສັ້ນທາງລົດໄຟແລ້ວກ໋າ ເບິ່ງກໍ.”

ໃນຂະນະທີ່ຊາວບ້ານ ຢູ່ເຂດບ້ານນາເຕີຍ ນາງໜຶ່ງ ກ່າວວ່າ ລາວເອງ ຫາກໍຮູ້ຂ່າວ ວ່າຈະມີການກໍ່ສ້າງທາງດ່ວນ ຜ່ານເຂດບ້ານນາເຕີຍ ແຕ່ກໍຍັງບໍ່ຮູ້ຄັກແນ່ວ່າ ຈະສ້າງຜ່ານບ່ອນໃດ, ມີແຕ່ຊາວບ້ານພາກັນສັນນິຖານວ່າ ອາດກໍ່ສ້າງ ຂະໜາດກັບເສັ້ນທາງ ລົດໄຟລາວ-ຈີນ.

“ບໍ່ ບໍ່ຮູ້ເທື່ອກໍ ຈັກເຂົາຈະເອົາແຖວໃດ ເຮົາກະບໍ່ຮູ້ເທື່ອນີ້ ໄດ້ຍິນເວົ້າວ່າ ຈະໄປເອາທາງເບື້ອງພຸ້ນບໍ່ ເບື້ອງທາງລົດໄຟພຸ້ນຕິເບາະ ອັນນີ້ ຂ້ອຍກະບໍ່ໄດ້ຮູ້ນ່າ ເພາະວ່າປະຊາຊົນ ບໍ່ໄດ້ຮູ້ນຳນາຍບ້ານ ບໍ່ໄດ້ຍິນໃຜແຈ້ງການມາເທື່ອ.”

ວັນທີ 11 ກຸມພາ 2025 ແຂວງຫລວງນໍ້າທາ ຈັດກອງປະຊຸມລາຍງານຄວາມຄືບໜ້າ ແລະ ປຶກສາຫາລືວຽກງານຕ່າງໆ ຂອງໂຄງການກໍ່ສ້າງທາງດ່ວນ ແຕ່ແຂວງອຸດົມໄຊ ຫາ ບໍ່ເຕັນ ໄດ້ປືກສາຫາລື ກ່ຽວກັບວຽກງານຕ່າງໆ ຂອງໂຄງການກໍ່ສ້າງທາງດ່ວນ ເປັນຕົ້ນ ການກໍານົດລາຄາຫົວໜ່ວຍຊົດເຊີຍ ຂອງໂຄງການ, ການສັງລວມຜົນກະທົບ ທີ່ອາດຈະເກີດຂຶ້ນຕໍ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ, ຂຶ້ນແຜນງົບປະມານ, 

ການກໍານົດເວລາ ຂອງການລົງກວດກາ ຕົວຈິງພາກສະໜາມ ແລະ ອື່ນໆ.

ແຕ່ເຈົ້າໜ້າທີ່ ຄະນະຮັບຜິດຊອບໂຄງການນີ້ ປະຕິເສດໃຫ້ສຳພາດ, ຂະນະທີ່ເຈົ້າໜ້າທີ່ ພະແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງນ້ຳທາ ທ່ານໜຶ່ງ ກ່່າວວ່າ ຍັງຢູ່ໃນຂັ້ນຕອນຫາລື ແລະ ບໍ່ສາມາດ ໃຫ້ຮູ້ຫຼາຍໄປກວ່ານີ້ໄດ້.

“ເຫັນແຕ່ຢູ່ຂ່າວ ຢູ່ຫຍັງນ່າ ບໍ່ຮູ້ວ່າເຂົາປະຊຸມກັນແນວໃດ ໂອອັນນີ້ ໂທລົມຜູ້ກ່ຽວເລີຍ ຂະແໜງກ່ຽວຂ້ອງ ມີຫຍັງພົວພັນກັບຜູ້ກ່ຽວເດີ້.”

ໂຄງການກໍ່ສ້າງທາງດ່ວນ ອຸດົມໄຊ ຫາ ບໍ່ເຕັນ ແມ່ນເປັນໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ໄລຍະທີ 4 ເຊິ່ງປະກອບດ້ວຍ ໄລຍະທີ 1 ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ, ໄລຍະທີ 2 ເມືອງວັງວຽງ ຫາ ແຂວງຫຼວງພຣະບາງ, ໄລຍະທີ 3 ແຂວງຫຼວງພຣະບາງ ຫາ ອຸດມໄຊ ລວມຄວາມຍາວ ທັງໝົດ 440 ກິໂລແມັດ

ໂຄງການນີ້ ລົງທຶນກໍ່ສ້າງ ໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ຈຳກັດ ແຂວງຢູນນານ ຄາດວ່າຈະໃຊ້ງົບປະມານ 6 ຕື້ໂດລ້າ ສະຫະລັດ, ເມື່ອສ້າງແລ້ວ ຈະຖືກບໍລິຫານ ໃນຮູບແບບ BOT, ໄລຍະສໍາປະທານ 50 ປີ. ຫຼັງຈາກນັ້ນ ຈະຖືກມອບໃຫ້ລັດຖະບານລາວ ເປັນຜູ້ຄຸ້ມຄອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.