ນ້ຳຖ້ວມແຂວງຫຼວງນ້ຳທາ ຜ່ານພົ້ນໄປ ເຫຼືອໄວ້ແຕ່ຄວາມເສັຍຫາຍ
2024.09.24

ນໍ້າຖ້ວມແຂວງຫລວງນໍ້າທາ ເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບ ປະມານ 40,000 ຄົນ ໃນນັ້ນ 2,700 ຄົນ ຂາດທີ່ຢູ່ອາໄສ, ເສັຍຊີວິດ 2 ຄົນ ແລະ ເຮືອນຂອງປະຊາຊົນປະມານ 100 ຫຼັງ ຖືກນໍ້າພັດເສັຍຫາຍ.
ອີງຕາມຂໍ້ມູນຈາກແຂວງຫລວງນໍ້າທາ ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ແຕ່ວັນທີ 9-12 ກັນຍາ ມີຈໍານວນ 46 ບ້ານ ໃນທົ່ວແຂວງ.
ນໍ້າຖ້ວມໃນວັນທີ 9 ກັນຍາ ຈົນມາເຖິງປັດຈຸບັນ ມີຊາວບ້ານຫຼາຍຄອບຄົວ ກໍເລີ່ມກັບມາມ້ຽນເຮືອນ ແລະ ທໍາຄວາມສະອາດເຮືອນຂອງຕົນເອງ ແຕ່ຊາວບ້ານກໍຍັງຕ້ອງການຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານ ຍ້ອນວ່າ ເຂົ້າສານ ແລະ ເຂົ້າເປືອກທີ່ເກັບໄວ້ຖືກນໍ້າພັດເສັຍຫາຍ.
ຊາວບ້ານດອນສໍາພັນ ເມືອງຫລວງນໍ້າທາ ແຂວງ ຫລວງນໍ້າທາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ກັນຍາ ວ່າ:
“ດຽວນີ້ຍັງເກັບມ້ຽນໄປແຕ່ລະມື້ນີ້ແຫຼະ ເຮັດມື້ລະເລັກລະໜ້ອຍໄປເພາະວ່າ ມັນຫຼາຍເຕີບນີ້ແຫຼະ ຄືຊິແມ່ນເຂົ້ານີ້ແຫຼະ ເພາະວ່າ ເຂົ້ານີ້ຂະເຈົ້າມັນຖືກນໍ້າໝົດເອົາໄດ້ນີ້ ເປັນຂີ້ຕົມໝົດເລີຍ ແຕ່ລະຄົວເຮືອນກໍເປັນແບບນັ້ນໝົດ ນາເຂົ້ານີ້ກໍ ປີໜ້າກະເຮັດບໍ່ໄດ້ແລ້ວ ຖ້າວ່າບໍ່ເອົາລົດໄປຈົກໄປແປງມັນ ເຂົ້າຫັ້ນໂຕທີ່ວ່າ ເອົາມາໄວ້ໃນເຮືອນຫັ້ນເບາະ ເປັນຂີ້ຕົມໝົດບາງຄົວເຮືອນກະໄຫຼໄປນໍານ້ໍາໝົດ.”
ບ້ານທົ່ງໃຈເໜືອ ບ້ານທົ່ງໃຈໃຕ້ ບ້ານປ່າສັກ ບ້ານປຸ່ງ ແລະ ບ້ານຫລວງ ເປັນບ້ານທີ່ໄດ້ຮັບຜົນກະທົບຫຼາຍ ຍ້ອນວ່າບ້ານດັ່ງກ່າວຕັ້ງຢູ່ເຂດພື້ນທີ່ລຸ່ມ ທີ່ຮອງຮັບນໍ້າ ໃນເຂດທີ່ໄດ້ຮັບຜົນກະທົບ ແລະ ຊາວບ້ານຕ້ອງການເສື້ອຜ້າ ເຄື່ອງບ່ອນຢູ່ບ່ອນນອນ ລວມໄປເຖິງເຂົ້າສານອາຫານແຫ້ງ ແລະ ເຄື່ອງປຸງຕ່າງໆ ຜູ້ປະກອບການບ້ານພັກ ຢູ່ບ້ານໜອງບົວຫລວງ ເມືອງຫລວງນໍ້າທາ ໄດ້ກ່າວວ່າ:
“ໄດ້ຮັບຜົນກະທົບຫາຍ ຈະເປັນບ້ານພຽງໃຈເໜືອ ບ້ານພຽງໃຈໃຕ້ ເຂດນີ້ຈະຂາດແຄນເສື້ອຜ້າ ກັບບ່ອນນອນບ່ອນຫຍັງນະເຈົ້າ ປະເພດເຮັດນາ ເຮັດຫຍັງແມ່ນຈະເປັນບ້ານ ແຖວບ້ານຫລວງ ບ້ານປຸ່ງ ບ້ານປ່າສັກ ອັນນັ້ນແມ່ນຂະເຈົ້າໄດ້ຮັບຜົນກະທົບເລີຍຊິນ່າເຈົ້າ ການກະເສດໄປໝົດເລີຍນ່າເຈົ້າ ປະເພດເຄື່ອງປຸງກັບເຂົ້າສານແມ່ນ ມັນຈະໄວ້ໄດ້ດົນນະເຈົ້າ ປະຊາຊົນເຂົາຈະ ປະຊາຊົນເຂົາເຈົ້າຍັງຮັກສາໄດ້.”
ປັດຈຸບັນ ຍັງບໍ່ມີພາກສ່ວນໃດເກັບກໍາຂໍ້ມູນ ຄວາມເສັຍຫາຍທີ່ຄິດເປັນມູນຄ່າ ເພື່ອປະມານເມີນການຊ່ວຍເຫຼືອປະຊາຊົນ.
ຊ້ານບ້ານເມືອງຫລວງນສໍ້າທາ ໄດ້ກ່າວ່າ:
“ຕອນນີ້ກະຍັງບໍ່ທັນອັນນັ້ນເທື່ອ ອັນນີ້ນ່າ ເພາະວ່າ ບາງຄົນເສັຍຫາຍເປັນຕື້ ສອງຕື້ ສາມຕື້ ກໍມີ ບາງທີຂະເຈົ້າກໍຈະມາເກັບກໍາຂໍ້ມູນຕີ້ວ່າ ໂຕໃດມັນເສັຍຫາຍ ເຂົາຈັ່ງຊິມາຊົດເຊີຍໃຫ້ຢູ່ເລັກໆນ້ອຍໆຫັ້ນແຫຼະ ອັນນີ້ຍັງບໍ່ມີແຜນເທື່ອ ຕໍ່ໜ້າໄປນີ້ ເຂົາຊິມາເກັບກໍາຂໍ້ມູນຢູ່ດອກ.”
ສ່ວນວ່າ ເດັກນ້ອຍ ແມ່ນຕ້ອງການອຸປະກອນການຮຽນ, ສໍດໍາ, ປຶ້ມ ແລະ ເຄື່ອງນຸ່ງນັກຮຽນ ໃນຂະນະທີ່ໂຮງຮຽນປະຖົມ ແລະ ມັດທະຍົມ 40 ແຫ່ງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.
ຫ້ອງການປົກຄອງແຂວງຫລວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ເລີ່ມຊ່ວຍເຫຼືອຊາວບ້ານໃນເບື້ອງຕົ້ນ ໂດຍສະເພາະອາຫານການກິນ ແຕ່ຊາວບ້ານກໍຍັງຕ້ອງການເສື້ອຜ້າ ເຄື່ອງນອນ.
ເຈົ້າໜ້າທີ່ກ່ຽວຂ້ອງຫ້ອງວ່າການແຂວງຫລວງນໍ້າທາ ໄດ້ກ່າວວ່າ:
“ພວກເຮົາຕ້ອງການທີ່ສຸດກະຄື ເຄື່ອງຢູ່ ເຄື່ອງນອນເນາະ ອາດຈະແມ່ນ ຜ້າເຊື່ອ ຜ້າຫົ່ມ ໝອນ ມຸ້ງ ເຄື່ອງຊິນອນກະໄດ້ ເພາະວ່າ ມັນນໍ້າພັດຂີ້ຕົມມາຖືກເຄື່ອງນອກໝົດ ບໍ່ມີເຄື່ອງໃຊ້ ໄດ້ຖິ້ມໝົດເຄື່ອງຄົວ ພວກເຮົານີ້ເຫັນວ່າ ຝົນໜັກ ມັນຕ້ອງ ມັນຕ້ອງໜາວຫຼາຍເນາະ ພວກເຮົາຕ້ອງການກຽມຄວາມພ້ອມ ລະເປັນເຄື່ອງຄົວ ເປັນໝໍ້ ເປັນຖ້ວຍບ່ວງ ເພາະວ່າ ມັນໄຫຼນໍ້າໝົດເຄື່ອງໃຊ້ສອຍປະຈໍາວັນເນາະ.”
ປະຊາຊົນໃນຫຼາຍແຂວງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເລີີ່ມແຕ່ເດືອນສິງຫາ 2024 ທີ່ຜ່ານມາ ຍັງຕ້ອງການຄວາມຊ່ວຍເຫຼືອ ເຖິງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກທາງການແດ່ແລ້ວ ແຕ່ກໍຍັງບໍ່ພຽງພໍ ຍ້ອນເຂົາເຈົ້າ ຍັງເພິ່ງພາຕົວເອງບໍ່ໄດ້ ບໍ່ວ່າຈະເປັນຊາວບ້ານໃນເມືອງຄອບ ເມືອງເງິນ ເມືອງຊຽງຮອນ ແຂວງໄຊຍະບູລີ, ຊາວເມືອງວຽງຄໍາ ແຂວງຫລວງພະບາງ ແລະ ຫຼ້າສຸດ ຊາວເມືອງຊໍາເໜືອ ແຂວງຫົວພັນ ກໍໄດ້ຮັບຜົນກະທົບຈາກນໍ້າຖ້ວມເຊັ່ນດຽວກັນ.