ປະຊາຊົນ ຂ. ອຸດົມໄຊ ຢ້ານເສັຽດິນໃຫ້ໂຄງການ ໂລຈິສຕິກ

ຈຳປາທອງ
2022.02.10
ປະຊາຊົນ ຂ. ອຸດົມໄຊ ຢ້ານເສັຽດິນໃຫ້ໂຄງການ ໂລຈິສຕິກ ພື້ນທີ່ເຂດບ້ານນາຮ້ວງ ເມືອງໄຊ ແຂວງອຸດົມໄຊ ນຶ່ງໃນເຂດສຳຣວດໂຄງການ ໂລຈິສຕິກ
ຮູບພາບ: Google Earth

ກະຊວງອຸດສາຫະກັມ ແລະການຄ້າ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ໃນມືື້ວັນທີ 7 ກຸມພານີ້ ໃຫ້ສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ ສຶກສາຄວາມເປັນໄປໄດ້ ຂອງໂຄງການພັທນາ ເຂດອຸດສາຫະກັມ ແລະສູນໂລຈິສຕິກ ເພື່ອສ້າງສູນປ່ຽນຖ່າຍສິນຄ້າ ໃນເຂດຫລັກ 17 ບ້ານນາຮ້ວງ ແລະເຂດຫລັກ 22 ລຽບຕາມເສັ້ນທາງຖນົນ ເລກທີ 13  ຢູ່ເມືອງໄຊ ແລະຢູ່ບ້ານນາສະຫວ່າງ, ບ້ານນາໝໍ້ ແລະບ້ານຂວາງຄໍາ ເມືອງນາໝໍ້ ແຂວງອຸດົມໄຊ.

ຢູ່ບ້ານນາຮ້ວງ ຊຶ່ງເປັນບ້ານນຶ່ງ ທີ່ຈະໄດ້ຖືກການສໍາຣວດ ສຶກສາຄວາມເປັນໄປໄດ້ຂອງໂຄງການນັ້ນ ຊາວບ້ານຈໍານວນນຶ່ງ ມີຄວາມກັງວົນ ຢ້ານຈະສູນເສັຍທີ່ດິນຂອງພວກຕົນ ໃຫ້ໂຄງການນີ້ ເນື່ອງຈາກຢູ່ເຂດບ້ານນາຮ້ວງ ບໍ່ມີດິນຂອງຣັຖເລີຍ, ມີແຕ່ດິນຂອງປະຊາ ຊົນລ້ວນໆ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາກໍານົດຄ່າຊົດເຊີຍ ຄວາມເສັຍຫາຍໃຫ້ຢ່າງຄັກແນ່, ຍ້ອນວ່າ ມາຮອດມື້ນີ້ແລ້ວ ຊາວບ້ານ ແລະອໍານາດການປົກຄອງບ້ານ ກໍຍັງບໍ່ຮູ້ລາຍລະອຽດ ກ່ຽວກັບໂຄງການນີ້, ອີງຕາມຄໍາເວົ້າຂອງຊາວບ້ານບ້ານນາຮ້ວງຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພານີ້.

ດິນ ສງວນເປັນຂອງຣັຖ ມັນບໍ່ມີດອກມີແຕ່ຂອງປະຊາຊົນ ມີຂອງບຸກຄົນ ແລ້ວມີຂອບເຂດດິນລວມຂອງບ້ານ ແລ້ວມີຍາມໃດ ມີການຕອບແທນເນາະ ບໍ່ມີການຕອບແທນເນາະ ເຮັດຍາມໃດ ກວ້າງສໍ່າໃດ ຍາວສໍ່າໃດ ຮອດເວລານັ້ນກໍ 1. ຊາວບ້ານກໍເບິ່ງກັບອໍານາດ ການປົກຄອງບ້ານຫັ້ນ ປຶກສານໍາກັນກັບໂຄງການຫັ້ນ ຈຶ່ງສິຮູ້.

ແລະຊາວບ້ານບ້ານນາໝໍ້ ເມືອງນາໝໍ້ ກໍເວົ້າວ່າ ຕົນກໍມີຄວາມກັງວົນເຊັ່ນດຽວກັນ ຍ້ອນຢ້ານດິນນາ ແລະດິນປູກພືດຕາມລະດູການຂອງຕົນ ຈະເສັຍໃຫ້ໂຄງການດັ່ງກ່າວ. ແຕ່ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ຊົດເຊີຍໃຫ້ຢ່າງເໝາະສົມ ຕາມທີ່ຊາວບ້ານຮ້ອງຂໍ ກໍຈະຍິນຍອມຍົກດິນຂອງຕົນໃຫ້.

ເຮັດເຂົ້ານາ ດິນ ຫລັງຈາກຣະດູແລ້ງ... ກໍເຮັດປູກພືດອັນນັ້ນໄປ ໂອ໋ ເຂົາມາເອົາດິນເອົາດອນເຮົາ ເຮົາສິກິນຫຍັງ ຄັນຖ້າວ່າອັນນັ້ນ ຖືກຜົນກະທົບໄປແລ້ວເນາະ ຄັນຖ້າວ່າທາງໂຄງການ ຊົດເຊີຍໃຫ້ຄວາມເໝາະສົມນີ້ກໍ ເຫັນດີ.

ໃນຂະນະດຽວກັນ ຊາວບ້ານບ້ານຂວາງຄໍາ ເມືອງນາໝໍ້ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ມີຄວາມກັງວົນເຣື່ອງການຈະເສັຍດິນໃຫ້ໂຄງການດັ່ງກ່າວນີ້ ຍ້ອນຢ້ານຈະບໍ່ມີບ່ອນທໍາຢູ່ທໍາກິນ ຖ້າຫາກດິນຂອງຕົນ ຕ້ອງໄດ້ເສັຍໃຫ້ໂຄງການນີ້ແທ້.

ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາຊີ້ແຈງ ກ່ຽວກັບໂຄງການ ແລະຄ່າຊົດເຊີຍຕ່າງໆໃຫ້ຊາວບ້ານເຂົ້າໃຈ.

ທີ່ດິນດັ່ງກ່າວຫັ້ນ ເປັນດິນນາບໍ່ດິນສວນບໍ່ ຫລືວ່າເປັນດິນແຄມນໍ້າບໍ່ ອັນນັ້ນກໍປະຊາຊົນຫັ້ນ ບາງຄົນກໍຈະມີຄວາມຫຍູ້ງຍາກບໍ່ ຫລືມັນຈະກະທົບກ່ຽວກັບປະຊາຊົນ ກ່ຽວກັບຊອກຫາກິນ ຖ້າວ່າເປັນໄປໄດ້ ກໍຢາກໃຫ້ທາງໂຄງການ ມາອະທິບາຍໜ້ອຍນຶ່ງ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ກຸມພານີ້ວ່າ  ທາງເມືອງ ແລະທາງແຂວງນີ້ ກໍໄດ້ເຂົ້າຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ໃນໂຄງການພັທນາອຸດສາຫະກັມ ແລະສູນໂລຈິສຕິກ ສ້າງສາງປ່ຽນຖ່າຍສິນຄ້ານັ້ນຄືກັນ ແລະກໍໄດ້ຮັບຂໍ້ມູນກ່ຽວກັບໂຄງການນີ້ວ່າ ຈະສ້າງສູນລວມປ່ຽນຖ່າຍສິນຄ້າ ໂດຍທີ່ສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ ເປັນຜູ້ຮັບຜິດຊອບໃນໂຄງການີ້ ຊຶ່ງເບື້ອງຕົ້ນ ເປັນພຽງບົດບັນທຶກຄວາມເຂົ້າໃຈກັນ ເພື່ອສຶກສາຄວາມເປັນໄປໄດ້ ໃນໄລຍະ 6 ຫາ 12 ເດືອນ, ຍັງບໍ່ທັນໄດ້ຮັບອະນຸມັດໃຫ້ກໍ່ສ້າງເທື່ອ.

ໄປສໍາຣວດເຂດ ເວົ້າເຣື່ອງການສູນລວມ ການປ່ຽນຖ່າຍສິນຄ້າໃນຂົງເຂດ ໃນພາກພື້ນ ໃນທົ່ວແຂວງ ມັນມີຈຸດນຶ່ງເນາະ ຄືຢູ່ນາເຕີຍ ແລ້ວທີ່ຈະສ້າງໃໝ່ນີ້ ຄືຢູ່ເມືອງນາໝໍ້ນີ້ ອັນນີ້ມີແຕ່ MOU ໃນການສຶກສາຄວາມເປັນໄປໄດ້ ຂັ້ນຕອນ ຍັງບໍ່ໄດ້ກໍານົດແນວທາງໃນການພັທນາເທື່ອ.

ແລະເຈົ້າໜ້າທີ່ປະສານງານ ໂຄງການດັ່ງກ່າວ ຢູ່ແຂວງອຸດົມໄຊ ກໍກ່າວໃນມື້ດຽວກັນນີ້ວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຍັງຢູ່ລະຫວ່າງການສຶກສາ ຄວາມເປັນໄປໄດ້ ຂອງໂຄງການເບື້ອງຕົ້ນເທົ່ານັ້ນ. ຫາກທາງໂຄງການ ຕ້ອງໄດ້ເອົາດິນຊາວບ້ານ ມາສ້າງໂກດັງສິນຄ້າ ກໍຈະມີການຊົດເຊີຍໃຫ້ ຫາກປະຊາຊົນບໍ່ເຫັນດີ ກໍຈະບໍ່ສາມາດຈັດຕັ້ງ ປະຕິບັດໂຄງການນັ້ນໄດ້.

ດິນນີ້ກໍໄປສຶກສາສໍາຣວດ ອັນໃດທີ່ຊົດເຊີຍກໍຊົດເຊີຍ ອັນໃດທີ່ຈະຮ່ວມມືນໍາປະຊາຊົນ ກໍຈະຮ່ວມມືປະຊາຊົນ. ຖ້າປະຊາຊົນບໍ່ເຫັນດີ ບໍ່ໃຫ້ການຮ່ວມມື ເຮົາກໍບໍ່ສາມາດຈັດຕັ້ງປະ ຕິບັດໄດ້ຫັ້ນແຫລະ.

ໂຄງການພັທນາອຸດສາຫະກັມ ແລະສູນໂລຈິສຕິກ ສ້າງສູນປ່ຽນຖ່າຍສິນຄ້ານີ້ ຈະໄດ້ມີການສໍາຣວດພື້ນທີ່ຢູ່ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ໃນເນື້ອທີ່ປະມານ 100 ເຮັກຕາ ແລະອີກບໍ່ດົນນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງ ກໍຈະລົງໄປໃຫ້ຂໍ້ມູນແກ່ປະຊາຊົນ ກ່ຽວກັບໂຄງການນີ້ ເພື່ອຮິບໂຮມຫາງສຽງຂອງປະຊາຊົນ ເປັນຕົ້ນກ່ຽວກັບທີ່ດິນທໍາມາຫາກິນ ທີ່ຈະໄດ້ສູນເສັຍໃຫ້ທາງໂຄງການ ແລ້ວຈະມາຫາທາງແກ້ໄຂ ໃນຂັ້ນຕໍ່ໄປ, ອີງຕາມຂໍ້ມູນຈາກ ຜແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.