ຝຸງບົ້ງທໍາລາຍສວນ ໝາກສາລີ

ມະນີຈັນ
2020.06.01
F-Caterpillar ສະພາບຂອງຕົ້ນສາລີ ທີ່ ໂຕບົ້ງກັດກິນ ແລະ ກໍາລັງຣະບາດ ຢູ່ຫຼາຍແຂວງ ຂອງລາວ
ນັກຂ່າວພົລເມືອງ

ພາຍຫລັງທີ່ຊາວສວນສາລີ ບ້ານ ຕັງເງີຍ ເມືອງຫລາ ແຂວງອຸດົມໄຊ 5 ຄອບຄົວ ປະສົບບັນຫາ ຝຸງບົ້ງທໍາຣາຍ ສວນໝາກສາລີ ເນື້ອທີ່ 16 ເຮັກຕາ ແລະຄິດວ່າ ຈະບໍ່ໄດ້ຜົລຜລິດນັ້ນ ພວກເຂົາເຈົ້າ ຢາກຮຽກຮ້ອງໃຫ້ ທາງການທີ່ກ່ຽວຂ້ອງ ຊ່ອຍເຫລືອ ເປັນຢາຂ້າບົ້ງ ຫລື ແນວພັນສາລີ ປະເພດ 1, ອີງຕາມຄໍາເວົ້າຂອງຊາວສວນ ບ້ານຕັງເງີຍ ຕໍ່ RFA ໃນມື້ວັນທີ 1 ມິຖຸນາ ນີ້:

“ກໍຕົກໃຈໂອ໊ ກໍຄິດວ່າສິບໍ່ໄດ້ແລ້ວສາລີປີນີ້ ຍ້ອນວ່າມັນມີບົ້ງຫຼາຍ ຢາກໃຫ້ເປັນໂຄງການ ລົງມາກວດເບິ່ງວ່າ ຢາຊນິດມາແກ້ໄຂແບບນີ້ ຫລືເປັນແນວພັນປະເພດ 1 ກໍແບບເມັດຮູບນ້ອຍ ແຕ່ວ່າເມັດໃຫຍ່ ເນາະ.”

ທ່ານກ່າວຕື່ມວ່າ ຝຸ້ງບົ້ງເລີ່ມເຂົ້າທໍາຣາຍຕົ້ນສາລີ ແຕ່ວັນທີ 24 ພຶສພາ ທີ່ຜ່ານມາ ຫລັງຈາກນັ້ນ ຊາວສວນສາລີ ກໍໄດ້ຣາຍງານ ກ່ຽວກັບ ເຣຶ່ອງດັ່ງກ່າວ ໃຫ້ອໍານາດການປົກຄອງບ້ານຮັບຮູ້ ເພື່ອຣາຍງານຕໍ່ໃຫ້ ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫລາ ເພື່ອຂໍໃຫ້ເພິ່ນລົງມາ ຊ່ອຍແກ້ໄຂບັນຫາດັ່ງກ່າວ.

ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງຫລາ ທ່ານນຶ່ງ ກ່າວພາຍຫລັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຮັບຣາຍງານ ກ່ຽວກັບເຣຶ່ອງທີ່ວ່ານັ້ນແລ້ວ ກໍໄດ້ເຮັດບົດຣາຍງານ ໄປຍັງຜແນກກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ.

ຜ່ານໄປ 2 ມື້ ຄືເຖິງວັນທີ 28 ພຶສພາ ກົມສົ່ງເສີມສູນປ້ອງກັນພຍາດພືດ ແຫ່ງຊາດ ກໍໄດ້ສົ່ງຢາຂ້າບົ້ງ ໃຫ້ຊາວສວນ 5 ຄອບຄົວທີ່ໄດ້ ຮັບຜົລກະທົບພ້ອມທັງບອກໃຫ້ຮູ້ຈັກ ວິທີການໃຊ້ໃນການກໍາຈັດບົ້ງນັ້ນ, ແລະວ່າ ສໍາລັບແນວພັນສາລີ ແມ່ນຈະໄດ້ສເນີໃຫ້ ພາກສ່ວນ ກ່ຽວຂ້ອງຊ່ອຍເຫລືອ:

“ປີນີ້ນ່າ ມີແຕ່ເອົາຢາໄປຊ່ວຍ ຄວບຄຸມຫັ້ນ ມອບຢຸກມອບຢາ ໃຫ້ຂະເຈົ້າ ແລ້ວມອບໃຫ້ຂະເຈົ້າ ເຮັດຕໍ່ຫັ້ນເດ໊ ເຮົາຝຶກ ໃຫ້ຂະເຈົ້າເກັ່ງ ແລ້ວໃຫ້ຂະເຈົ້າເຮັດເອງ. ຖ້າໄທເຮົາ ໄດ້ຂໍ້ມູນເພີ່ມເຕີມ ກໍສິໄດ້ສເນີຢາ ກັບແນວພັນທາງຂັ້ນເທິງຊ່ວຍອີກ.”

ແລະທີ່ບ້ານພູຄໍາ ເມືອງແບງ ແຂວງອຸດົມໄຊ ຫຼາຍຄອບຄົວກໍໄດ້ຖືກຝຸງບົ້ງ ທໍາຣາຍສວນສາລີ 30 ເຮັກຕາ ໃນເນື້ອທີ່ທັງໝົດ 50 ປາຍ ເຮັກຕາ. ເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຮັດບົດຣາຍງານ ຜົລເສັຽຫາຍນັ້ນ ໄປຍັງກົມປູກຝັງ ເພື່ອສເນີໃຫ້ພິຈາຣະນາ ງົບປະມານ ຈັດຊື້ແນວພັນພືດທົດແທນ ຮວມທັງຢາຂ້າບົ້ງ ແລະ ອຸປກອນຕ່າງໆ ໃຫ້ຊາວສວນ ທີ່ໄດ້ຮບຜົລກະທົບ.

ສໍາລັບຢູ່ເມືອງໜອງແຮດ ແຂວງຊຽງຂວາງ ຊາວບ້ານ ຍອດຮວາຍ ຍອດຊາວ ຍອດຄໍາ ກໍ່ຫາດ ແລະໜອງແຫ້ມ ແມ່ນໄດ້ຮັບຊ່ອຍເຫຼືອ ຈາກອົງການຈັດຕັ້ງສາກົລ ອະນຸຮັກ ໝາກສາລີ ຫລື CIMMYT ໂດຍມີຜູ້ຊ່ຽວຊານ ຈາກປະເທດ ເຢັຽຣະມັນ ແລະໄທ ນໍາພັນແມງແຄງ ພິຄາດ 50-60 ໂຕ ມາໃຫ້ຊາວສວນ ທົດລອງລ້ຽງ ເພື່ອປາບບົ້ງໂຕອ່ອນ ທີ່ຈະເຕີບໂຕມາກິນໝາກສາລີນັ້ນ.

ພ້ອມກັນນັ້ນກໍພາເຮັດດອກໄຟ ແລະກາກນໍ້າຕານ ເພື່ອເປັນເຫຍື່ອລໍ້ບົ້ງໂຕແມ່ ມາຕິດກັບດັກ. ແຕ່ແມງແຄງພິຄາດ ຈະປາບບົ້ງໄດ້ຜົລ 100% ຫລືບໍ່ນັ້ນ ຕ້ອງໄດ້ລໍຖ້າເບິ່ງ ໃນທ້າຍເດືອນນີ້, ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ເມືອງ ໜອງແຮດ ກ່າວໃນມື້ດຽວກັນນີ້ວ່າ:

“ມັນກໍກິນໂຕບົ້ງນີ້ ໄປຊອກກິນເອງນ່າ ຕາມແຜນເພິ່ນວ່າ ເຮັກຕານຶ່ງ ໄລ່ເປັນພັນໂຕ ປ່ອຍໃສ່ 1 ເຮັກຕາ ກໍກິນຂະເຈົ້າກໍທົດລອງມາ ແລ້ວ, ເຮົາກໍບໍ່ໄດ້ທົດລອງລ້ຽງມັນຫລາຍ ບໍ່ທັນຮູ້ໂຕແມງແຄງ ຊອກໄດ້ ກິນໂຕບົ້ງມັນສິ 100% ບໍ່.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວສວນສາລີ ທັງ 5 ບ້ານທີ່ວ່ານັ້ນ ໄດ້ສືບຕໍ່ຂຍາຍພັນ ແມງແຄງພິຄາດ ໃຫ້ໄດ້ 1 ພັນໂຕ ຕໍ່ເຮັກຕາ ເພື່ອ ປາບບົ້ງໄດ້ຕາມທີ່ຜູ້ຊ່ຽວຊານ ມາແນະນໍາໃຫ້ ຊຶ່ງຄາດວ່າປະມານທ້າຍ ເດືອນນີ້ຈະໄດ້ແມງແຄງພິຄາດໂຕແມ່ ທັງໝົດປະມານ 3 ພັນໂຕ ທີ່ພ້ອມຈະກິນບົ້ງໄດ້. ສ່ວນຜົລເສັຽຫາຍຂອງໝາກສາລີ ຢູ່ທັງ 5 ບ້ານນັ້ນ ແມ່ນຍັງບໍ່ໄດ້ຮວບຮວມ ຢ່າງລະອຽດເທື່ອ.

ໃນຕົ້ນເດືອນພຶສພາ ທີ່ຜ່ານມາ ຢູ່ບ້ານ ແສນພົນ ແລະບ້ານ ບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູຣີ ທັງໝົດ 67 ຄອບຄົວ ກໍປະເຊີນບັນຫາຝຸງບົ້ງ ທໍາຣາຍສວນສາລີ 148 ເຮັກຕາ, ເບື້ອງຕົ້ນ ພາກສ່ວນກ່ຽວຂ້ອງ ໄດ້ຊ່ອຍເຫລືອຢາຂ້າບົ້ງ ໃຫ້ຊາວສວນສາລີ 4 ຄອບຄົວ ທີ່ໄດ້ຮັບຜົລກະທົບຫຼາຍກວ່າໝູ່ນັ້ນ. ສ່ວນຄອບຄົວທີ່ເຫຼືອ ຕ້ອງໄດ້ຊື້ຢາຂ້າບົ້ງເອົາເອງ ຍ້ອນວ່າທາງການບໍ່ມີງົບປະມານພຽງພໍ ທີ່ຈະຊ່ອຍໄດ້ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.