ຂ.ອຸດົມໄຊ ໄຟໄໝ້ ປ່າສງວນ
2020.04.04
ເກີດເຫດໄຟໄໝ້ປ່າສງວນແຫ່ງຊາດພູຫີຜີ ແລະປ່າຜລິດແຫ່ງຊາດ ສາຍນໍ້າງາ ນັບແຕ່ກາງເດືອນມີນາເປັນຕົ້ນມາເຮັດໃຫ້ປ່າໄມ້ຫຼາຍຈຸດ ຖືກທຳລາຍຢ່າງຫລວງຫລາຍ ທາງການຄາດວ່າປ່າໄມ້ ຖືກໄຟໄໝ້ ເສັຍຫາຍເຖີງ 10 ພັນປາຍເຮັກຕ້າ. ຕໍ່ສະພາບການດັ່ງກ່າວທາງການ ໄດ້ຣະດົມປະຊາຊົນ 06 ບ້ານ ທີ່ຢູ່ເຂດໃກ້ຄຽງປ່າສງວນເຂົ້າດັບໄຟປ່າ ຈົນສາມາດດັບມອດໄດ້ ແຕ່ຍັງຕ້ອງເຝົ້າຣະວັງຕິດຕາມ ຢ້ານວ່າ ໄຟປ່າອາດຈະໄໝ້ອີກ. ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 31 ມີນາວ່າ: ສາເຫດການເກີດໄຟໄໝ້ປ່າສງວນແຂວງອຸດົມໄຊ ເທື່ອນີ້ບໍ່ແມ່ນຍ້ອນ ທຳມະຊາດແຕ່ເກີດຈາກຄົນເປັນຜູ້ກໍ່ເຫດ.
"ມັນມີຫລາຍຈຸດເນາະທີີ່ໄໝ້ ແຕ່ຣະຈຸດກໍໄດ້ດັບມອດໄປ ອັນເກີດນີ້ທາງທຳມະຊາດຄືຈະບໍ່ແມ່ນ ຍ້ອນມະນຸດເຮົາເຮັດຍ້ອນການໄປຫາຢູ່ ຫາກິນໄປເກັບຜັກ ໄປເກັບກູ້ຂອງປ່າຂອງດົງເບາະ ຈົງໃຈຈູດເບາະ ກອກຢາບໍ່ຮັບຜິດຊອບບໍ່ ອັນນີ້ກໍ່ອາດເປັນໄປໄດ້."
ໄຟໄໝ້ປ່າສງວນແຫ່ງຊາດ ແຂວງອຸດົມໄຊປີນີ້ ຮ້າຍແຮງກ່ວາປີຜ່ານມາ ໝອກຄັວນດຳໄດ້ ປົກຄຸມໄປທົ່ວແຂວງອຸດົມໄຊ ແລະ ແຂວງ ໃກ້ຄຽງອັນໄດ້ສ້າງຜົລກະທົບ ໃຫ້ກັບປະຊາຊົນ ຢ່າງຮ້າຍແຮງ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວ ຢືນຢັນຕໍ່ ເອເຊັຽເສຣີ ວ່າ:
"ກ່າໄດ້ຮັບຄວາມເດືອດຮ້ອນໝົດທົ່ວແຂວງຫັ້ນແຫລະ ແລະມັນກໍມືດ ໝົດນີ້ແຫລະ ຄວັນຫລາຍສົມຄວນຫັ້ນແຫລະ ບ້ານໃດກໍໄດ້ຮັບຄືກັນ ໝົດນີ້ແຫລະບໍ່ແມ່ນແຕ່ ບ້ານທີ່ຕິດກັບປ່າສງວນພູຫີຜີ."
ໃນຂນະດຽວກັນທາງເຈົ້າໜ້າທີ່ ໄດ້ກ່າວວ່າປີນີ້ທາງແຂວງຂາດງົບປະມານ ນໍ້າໃຊ້ເຂົ້າໃນ ການປ້ອງກັນພັຍພິບັດ ດັ່ງເຊັ່ນການປ້ອງກັນໄຟ ໄໝ້ປ່າສງວນແຫ່ງຊາດ ຍັງບໍ່ທັນໄດ້ນໍາ ສເນີເຂົ້າກອງທຶນພັຍພິບັດ. ສະນັ້ນຈື່ງຈຳເປັນຣະດົມ ປະຊາຊົນເຂົ້າມາອາສາມອດດັບໄຟປ່າຊ່ອຍ. ເຖິງວ່າປີ່ນີ້ບໍ່ມີງົບປະມານແຕ່ ທາງຄະນະຮັບຜິດຊອບ ກໍໄດ້ສເນີຂໍທຶນຕໍ່ພາກສ່ວນກ່ຽວຂ້ອງແລ້ວ.
"ໂຕນີ້ຄວາມຫຍຸ້ງຍາກ ກໍມີແຕ່ເຣື່ອງງົບປະມານ ເຮົານີ້ແລ້ວລົງໄປດັບ ໄປມອດຫັ້ນເພາະວ່າບໍ່ໄດ້ເຂົ້າຢູ່ໃນແຜນ ຫລືວ່າງົບກອງທຶນເຣື່ອງ ພັຍພິບັດກໍໄດ້ໄປຕາມເງື່ອນໄຂໂຕຈິງ ເປັນສະຖານະການສຸກເສີນ ໄດ້ຣະດົມກັນເອົາກຸ້ມກັນເອັງ ຫັ້ນແຫລະໄປມາ ຢູ່ກິນ."
ສ່ວນປະຊາຊົນຜູ້ທີ່ເຄີຍອາສັຍຫາເຄື່ອງປ່າຂອງດົງ ກັບປ່າສງວນແຫ່ງດັ່ງກ່າວ ໄດ້ກ່າວ່າຜ່ານມາປ່າດົງເຂດນີ້ ກໍເສັຍຫາຍຫລາຍຢູ່ແລ້ວ ຍິ່ງມາເກີດເຫດການຊໍ້າອີກ ກໍຍິ່ງເຮັດໃຫ້ເຄື່ອງປ່າຂອງດົງຫາຍາກ ຂື້ນຕື່ມ.
"ປະຊາຊົນໄປຫາເຄື່ອງປ່າຂອງດົງ ຄືຈະຫາຍາກແລ້ວເພາະໄຟລາມ ປ່າໄປໝົດແລ້ວ ມັນລາມໄປຕະພືດຕະພື ນີ້ຊາວໜຸ່ມໄປມອດ ຕອນເຊົ້າມື້ນີ້ ຖືວ່າສຳເຣັດສັດປ່າ ນີ້ບໍ່ຕາຍມັນບໍ່ມີສັດປ່າແລ້ວ ແຖວນີ້ ກາໜີ ໄປຢູ່ບ່ອນຫລີກພັຍອັນຕະລາຍ."
ນອກຈາກໄຟໄໝ້ປ່າໃນແຂວງອຸດົມໄຊແລ້ວ ໃນເດືອນດຽວກັນນັ້ນປ່າຢູ່ແຂວງຫລວງນໍ້າ, ແຂວງບໍ່ແກ້ວ, ແຂວງຫລວງພຣະບາງ, ແຂວງໄຊຍະບູລີ ແລະ ຈຳປາສັກ ກໍຖືກໄຟໄໝ້ ເຊັ່ນກັນແຕ່ທາງການລາວ. ຍັງບໍ່ທັນໄດ້ສລຸບວ່າເນື້ອທີ່ປ່າຖືກໄຟໄໝ້ເສັຍຫາຍເທົ່າໃດ.