ໂຮງງານຊີເມັນຈີນ ຈະກັບຄືນມາເປີດໃໝ່ ຢູ່ອຸດົມໄຊ

ພອນ ພູມມີທອນ
2023.08.10
ໂຮງງານຊີເມັນຈີນ ຈະກັບຄືນມາເປີດໃໝ່ ຢູ່ອຸດົມໄຊ ເຂດບ້ານນຶ່ງເຂດເມືອງໄຊ ແຂວງອຸດົມໄຊ. ເດືອນເມສາ 2022.
RFA

ໃນວັນທີ 28 ກໍຣະກະດາ 2023 ທີ່ຜ່ານມາ ທ່ານອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມ ສິ່ງແວດລ້ອມ ກະຊວງຊັບພະຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ພ້ອມກັບ ທາງການແຂວງອຸດົມໄຊ ແລະ ບໍຣິສັດຊີເມັນ ຈຽງເກີ້ ຈະກັບມາເປີດໂຄງການ ຂຸດຄົ້ນ ວັດຖຸດິບ ຄືນໃໝ່ ຢູ່ບ້ານນາທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງຈະຂຸດຄົ້ນຫີນ ເພື່ອໄປຜລິດ ຊິເມັນ. ທີ່ຜ່ານມາ ບໍຣິສັດຊີເມັນ ຈຽງເກີ້ ໄດ້ຖືກປິດໄປໃນໄລຍະ 3 ປີ ຍ້ອນຂໍ້ຂັດແຍ່ງຫລາຍຢ່າງ ໂດຍສະເພາະ ບັນຫາບໍ່ຈ່າຍຄ່າຊົດເຊີຍເຣື່ອງທີ່ດິນ ໃຫ້ປະຊາຊົນຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ເຊິ່ງການປະຊຸມຄັ້ງນີ້ ຫົໜ້າກົມ ສິ່ງແວດລ້ອມ ຈຶ່ງໄດ້ໃຫ້ ທາງ ແຂວງອຸດົມໄຊ ເກັບຂໍ້ມູນ ເຣື່ອງຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມເຖິງ ແຜນຄຸ້ມຄອງ ແລະ ການຕິດຕາມກວດກາ ຢ່າງລະອຽດ, ການຊົດເຊີຍ ຖ້າຍັງຈ່າຍບໍ່ຄົບ ຕ້ອງຈ່າຍໃຫ້ຄົບ ຈຶ່ງຈະກັບມາເປີດ ໂຄງການຂຸດຄົ້ນ ຊີເມັນໃໝ່ໄດ້.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ່ 3 ສິງຫາ ນີ້ວ່າ:
“ສ້າງໂຮງງານແລ້ວ ຊິຜລິດກໍມີຂໍ້ຂັດແຍ່ງກັນ ເຣື່ອງການລົງທຶນລົງຮອນ ມັນກໍບໍ່ໄປບໍ່ມາ ອຽງໃຕ້ອຽງເໜືອບໍ່ ຫລືວ່າ ແກ້ໄຂກໍຮັບສິນບົນບໍ່ ຫລືວ່າແນວໃດ ມົນເປັນໄປລັກສະນະນັ້ນແຫລະ ໃຫ້ມັນຊັດເຈນແທ້ໆ ກວກກາຄືນທັງໝົດແຫລະ ຜົລກະທົບທີ່ວ່າ ບໍ່ໃຊ້ປະຊາຊົນກໍຈະໄດ້ໃຊ້ ຈຳນວນນັ້ນກໍຍັງມີຢູ່.

ທີ່ຜ່ານມາ ບໍຣິສັດຊີເມັນ ຈຽງເກີ້ ໃນແຂວງອຸດົມໄຊນີ້ ເປີດມາປະມານ 10 ປີ ແລ້ວ ໃນຕອນນັ້ນ ມີປະຊາຊົນສູນເສັຽທີ່ດິນ ປະເພດຕ່າງໆ ສ່ວນໃຫຍ່ເປັນດິນກະສິກັມ ໄຮ່ ສວນ ທີ່ນາ ຈຳນວນ 462 ຕອນ ໃນ 4 ບ້ານ ແລະ ມີເຮືອນປຸກສ້າງອື່ນໆ 300  ກວ່າແຫ່ງ ແຕ່ທາງການໄດ້ຊົດເຊີຍໄປຈຳນວນນຶ່ງ ອີກຈຳນວນນຶ່ງ ກໍຍັງບໍ່ທັນໄດ້ຊົດເຊີຍ.

ຂະນະ ທີ່ເຈົ້າໜ້າທີ່ ເມືອງນາໝໍ້ ທ່ານນຶ່ງກ່າວວ່າ ບໍຣິສັດຊິເມັນຈຽງເກີ້ນີ້ ເປັນບໍຣິສັດ ທີ່ເຂົ້າມາສັມປະທານ ຕໍ່ຈາກບໍຣິສັດກ່ອນໜ້ານີ້ ທີ່ມາສັມປະທານດິນ ທີ່ຕ້ອງຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ເຊິ່ງທ່ານກໍຈື່ບໍ່ໄດ້ ເພາະມັນດົນມາແລ້ວ.
“ບໍຣິສັດ ອັນນີ້ ເປັນບໍຣິສັດທີ່ຊື້ຫຸ້ນຕໍ່ຈາກບໍຣິສັດ ທີ່ສັປທານກ່ອນຫັ້ນເນາະ ຜູ້ບໍຣິສັດທີ່ຊົດເຊີຍນ່າ ມາຟື້ນຟູໂຮງງານຄືນໃໝ່ ໂຕນີ້ຂໍ້ມູນ ກ່ຽວກັບຜົລກະທົບນີ້ບໍ່ມີເດ້.
ຂະນະທີ່ ຊາວບ້ານ ບ້ານນາທົ່ງ ທ່ານນຶ່ງ ກ່າວວ່າ ໂຮງງານຊິເມັນ ຈຽງເກີ້ ດັ່ງກ່າວ ປ່ຽນນັກລົງທຶນມາຫລາຍຄົນ ແລະ ກໍສ້າງຕັ້ງມາດົນແລ້ວ ປັຈຸບັນນີ້ ບໍຣິສັດຊິເມັນ ຈຽງເກີ້ ອຸມໄຊ ຍັງບໍ່ຈ່າຍຄ່າຊົດເຊີຍໃຫ້ຊາວບ້ານຄົບເທື່ອ ສ່ວນທີ່ຄ່າຊົດເຊີຍ ໃຫ້ຊາວບ້ານ ໄປແລ້ວຈຳນວນນຶ່ງ ເຂົາຄິດໄລ່ 1 ຕອນ 1 ແສນປາຍກີບ ຫາ 2 ແສນກີບ ເຊິ່ງຫລາຍປີມາແລ້ວ ກໍລາຄາຖືກ ພໍໃຈ ຫລື ບໍ່ພໍໃຈ ກໍຕ້ອງຍິນຍອມ.

“ການຊົດເຊີຍ ກໍເເມ່ນຫລາຍປີ ຜ່ານມາແລ້ວເດ້ ອັນນີ້ ແມ່ນຄ່າຊົດເຊີຍກະຖືກ ກະມີຈຳນວນນຶ່ງ ເພິ່ນບໍ່ເວົ້າເຮັກຕ້າ ຄືວ່າຕອນນຶ່ງ 2 ແສນບໍ່ ແສນປາຍບໍ່ນີ້ແຫລະ ຢູ່ຫ່າງໄກໜ້ອຍນຶ່ງ ເພິ່ນກໍບໍ່ມີເງິນຊົດເຊີຍ ຫລືແນວໃດ ກະຍັງຄ້າງໄວ້ ປະໄວ້ຫັ້ນແຫລະ.

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ໂຮງງານດັ່ງກ່າວນີ້ ຈະມີຈຸດຜລິດຊີເມັນຈຸດນຶ່ງ ຈຸດຂຸດຄົ້ນຈຸດນຶ່ງ ສ່ວນໃຫຍ່ ດິນທີ່ຊາວບ້ານເສັຍໄປ ກໍຈະເປັນດິນກະສິກັມ ຮົ້ວສວນ ໄຮ່ນາ ຊາວບ້ານ ກໍບໍ່ໄດ້ໂຍກຍ້າຍໄປໃສກັນໄກ ກໍຢູ່ໃກ້ກັບຈຸຜລິດກໍມີ ຢູ່ຫ່າງອອກໄປກໍມີ ສ່ວນຈຸດຂຸດຄົ້ນຊີເມັນ ກໍຢູ່ຫ່າງໄກຊາວບ້ານຢູ່.
“ເພິ່ນກໍໄດ້ເອົາຈຸດການຜລິດກໍດີໄຮ່ນາ ພໍ່ແມ່ປະຊາຊົນ ສ້າງຕັ້ງໂຮງງານຊື່ໆ ຢູ່ບ່ອນເກົ່ານີ້ແຫລະ ແລ້ວກໍແມ່ນຈຸດທີ່ສອງ ກໍແມ່ນຈຸດຫີນປູນເນາະ ຢູ່ຫ່າງໄກໜ້ອຍນຶ່ງ.

ຊາວບ້ານ ເມືອງນາໝໍ້ ແຂວງອຸດົມໄຊ ທ່ານນຶ່ງກໍກ່າວວ່າ ໂຮງງານຜລິດຊິເມັນ ກໍຢູ່ໃກ້ຖນົນໃຫຍ່ ມີຮົ້ວກັ້ນສູງ ອ້ອມຂ້າງມີເຮືອນປະຊາຊົນ ແລະຄາດວ່າ ຈະສຽງດັງລົບກວນຊາວບ້ານຢູ່ ຖ້າມີການຜລິດຊີເມັນ.
“ແຂວງອຸດົມໄຊ ມານີ້ ມັນຮອດນາທົ່ງກ່ອນແລ້ວ ປະມານ 4 ຫລັກ ນີ້ມາຮອດ ໂຕເມືອງນາໝໍ້ ເຂົາສ້າງດົນແລ້ວ ແຕ່ເຂົາຫາກໍເປີດ ໄລຍະແລ້ວມານີ້ນ່າ ບໍ່ຮອດເດືອນດຽວນີ້ເດ່ ເຂົາເປີດນ່າ ມັນຕິດເຮືອນຄົນ ເລີຍກຳແພງເຂົາເຈົ້າເນາະ ເຂົາອ້ອມກຳແພງໄວ້ ກະມີເຮືອນຕິກເຂົາກໍນ່າຈະຜລິດຊິມັງ.
ເຖິງຢ່າງໃດກໍຕາມ ຜ່ານມາ 10 ປີແລ້ວ ຊາວບ້ານນາທົ່ງ ທີ່ຍັງບໍ່ໄດ້ຄ່າຊົດເຊີຍ ກໍມີຄວາມຫວັງຢູ່ ແຕ່ບໍ່ສາມາດມີສິດມີສຽງໄດ້ ເພາະເປັນເຣື່ອງຂອງເຈົ້າໜ້າທີ່ ຖ້າທາງການ ແຂວງອຸດົມໄຊ ຊົດເຊີຍໃຫ້ ກໍເປັນເຣື່ອງທີ່ດີ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຊັບພະຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ກໍຕ້ອງກວດກາ ເຣື່ອງຜົລກະທົບຄັກແນ່ ແລ້ວຈະເຮັດຣາຍງານໄປຍັງຂັ້ນ ກະຊວງຊັບພະຍາກອນ ທັມມະຊາ ແລະ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.