ປະຊາຊົນ ໃຫ້ຄວາມສົນໃຈ ເຂົ້າຊົມສວນສັດ ບ້ານເກິນ
2022.09.22

ມູລນິທິອະນຸຮັກສັດປ່າລາວ ຊ່ອຍເຫລືອສວນສັດບ້ານເກິນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ບໍ່ໃຫ້ປະຊາຊົນທົ່ວໄປ ທີ່ເຂົ້າເບິ່ງໄດ້ເສັຍຄ່າ ເພື່ອສົ່ງເສີມໃຫ້ ພວກເຂົາເຈົ້າມີຄວາມຕື່ນຕົວ ໃນການອະນຸຮັກສັດປ່າ ໃນຂະນະທີ່ ຫລັກສູຕ ສາມັນສຶກສາຂອງລາວ ຍັງບໍ່ທັນໃຫ້ຄວາມສໍາຄັນ ກ່ຽວກັບເຣື່ອງດັ່ງກ່າວພໍເທົ່າໃດ, ອີງຕາມຄໍາເວົ້າ ຂອງນັກຮຽນ ທີ່ຫາກໍຮຽນຈົບ ຊັ້ນມັທຍົມປີທີ 7 ຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້.
“ໂຮງຮຽນ ມ.ຕົ້ນ. ຈົນຮອດ ມັທຍົມ ມັນກໍບໍ່ມີການລົງໂຕຈິງແບບຫັ້ນ ມັນບໍ່ມີເລີຍທັສນະສຶກສາ ມັນກໍສອນຕາມຕໍາລາຮຽນ ຢ່າງດຽວ ມັນບໍ່ມີເລີຍ ກໍເລີຍບໍ່ຮູ້ວ່າຊິສົນໃຈຫຍັງ.”
ເຖິງແມ່ນວ່າ ທີ່ຜ່ານມາ ກະຊວງສຶກສາທິການ ແລະກິລາ ແລະພາກສ່ວນທີ່ ກ່ຽວຂ້ອງ ຈະກໍານົດການຮຽນຮູ້ກ່ຽວກັບການອະນຸຮັກສັດປ່າ ໄວ້ໃນຫລັກສູຕ ຊັ້ນປະຖົມ ແລະມັທຍົມສຶກສາແລ້ວກໍຕາມ. ແຕ່ກໍເປັນເຣື່ອງກ່ຽວກັບສັດທົ່ວໄປ ຫລາຍກວ່າສັດປ່າຫວງຫ້າມ ຫລືສັດປ່າຫາຍາກ ແລະອີກຢ່າງນຶ່ງ ກໍຍັງບໍ່ມີ ການພານັກຮຽນ ໄປເບິ່ງສັດຊະນິດຕ່າງໆ ຢູ່ໃນສວນສັດໃດໆເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການປັບປຸງ ຫລັກສູຕການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາ ແໜ່ງນາງນຶ່ງເວົ້າວ່າ:
“ມັນເປັນຫົວຂໍ້ທີ່ແຊກເຂົ້າໄປ ໃນວິຊາອື່ນໆ. ບໍ່ແມ່ນ ເປັນວິຊາສະເພາະ ປະຖົມກໍມີ ແຕ່ວິຊາວິທຍາສາຕ ແລະສິ່ງແວດລ້ອມ ມັທຍົມກໍແຊກເຂົ້າໃນວິຊາວິທຍາສາຕ ຊັ້ນມັທຍົມກໍຊິຫລາຍກວ່າ. ຊັ້ນປະຖົມກໍຊິມີຢູ່ 2-3 ບົດ, ສວນສັດເຮົາບໍ່ມີຫລາຍ ແຕ່ຖ້າບໍ່ມີກໍໄດ້ໄປ ສຶກສາຕາມພາບໂພສເຕີ ບ້ານເຮົາບໍ່ມີສວນສັດຫລາຍ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການອະນຸຮັກສັດປ່າ ຢູ່ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ອົງການທີ່ເຮັດວຽກ ກ່ຽວກັບການອະນຸຮັກ ສັດປ່າສາກົລ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ປະເທດລາວ ໄດ້ຮ່ວມມືກັນປັບປຸງ ສວນສັດບ້ານເກິນ ໃຫ້ເປັນສະຖານທີ່ ຮຽນຮູ້ກ່ຽວກັບ ການອະນຸຮັກສັດປ່າ ພື້ນເມືອງ ແລະໂຄສະນາ ປະຊາສັມພັນ ເຣື່ອງຜົລຮ້າຍ ຈາກການລ່າສັດປ່າ.
“ໂຕນີ້ແມ່ນເປັນມູລນິທິຢູ່ ລາວເນາະ ໂຕທີ່ວ່າຂະເຈົ້າສ້າງຂຶ້ນ ແຕ່ກ່ອນມັນເປັນສວນສັດ ທີ່ວ່າຂະເຈົ້າ ເຮັດເປັນຸຣະກິຈ. ແຕ່ວ່າດຽວ ນີ້ມັນເປັນມູລນິທິ ທີ່ວ່າໄທເຮົາເອົາສັດ ທີ່ວ່າພິການ ແລະແມ່ນຫຍັງຕ່າງໆ ມາປົວ ແລ້ວກໍສົ່ງຄືນທັມມະຊາຕຫັ້ນ. ແລ້ວກໍຮັບບໍຣິຈາກ ແມ່ນສັດທີ່ວ່າທາງອື່ນເອົາມາຫັ້ນນ່າ ເຮົາກໍຮັບບໍຣິຈາກ ໝາຍຄວາມວ່າຮັບເອົາ ມີໆຫລາຍຊນິດ ສ່ວນໃຫຍ່ຈະເປັນທຶນຈາກຕ່າງປະເທດ.”
ນາງກ່າວຕື່ມວ່າ ປັດຈຸບັນ ໃນສວນສັດນີ້ ມີສັດທີ່ກອບກູ້ຊີວິຕມາໄດ້ 400 ໂຕ ຮວມທັງສັດ ທີ່ມີແຜນຈະປ່ອຍຄືນສູ່ປ່າ. ນອກຈາກນີ້ ຍັງຈະມີການເປີດເລກໂທຣະສັບສາຍດ່ວນ ເພື່ອຊ່ອຍກອບກູ້ເອົາສັດປ່າ ທີ່ຖືກລ່າ ແລະສົ່ງເສີມການຝຶກອົບຮົມ ໃຫ້ຫລາຍຂຶ້ນ.
ມູລນິທິອະນຸຮັກສັດປ່າລາວ ໄດ້ເຮັດວຽກຮ່ວມກັບຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ຮັບທຶນຊ່ອຍເຫລືອ ສ່ວນໃຫຍ່ຈາກຕ່າງປະເທດ ເພື່ອໃຊ້ເຂົ້າໃນການເບິ່ງແຍງ ແລະປິ່ນປົວສັດປ່າ ແລະປ່ອຍຄືນສູ່ປ່າທັມມະຊາຕ.
ດັ່ງເຈົ້າ ໜ້າທີ່ທີ່ເຮັດວຽກຮ່ວມກັບ ມູລນິທິອະນຸຮັກສັດປ່າລາວ ຜູ້ຂໍສງວນຊື່ ແລະສຽງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:
“ແມ່ນ ເຮົາເຮັດວຽກຮ່ວມ ກັບຣັຖບານລາວ ແລະຣາຍງານຈໍານວນສັດປ່າ ທີ່ກວດພົບຢູ່ຕລາດ ແລະສະຖານທີ່ຕ່າງໆ ທີ່ພວກມັນບໍ່ຄວນຢູ່. ຫລັງຈາກນັ້ນ ເຮົາກໍຣາຍງານໃຫ້ທາງ ການລາວຮູ້ ເພື່ອໃຫ້ຊ່ວຍຍຶດສັດປ່າເຫລົ່ານັ້ນ. ຈາກນັ້ນ ພວກເຮົາຈຶ່ງຈະສາ ມາດນໍາສັດປ່າມາໄວ້ສູນຂອງພວກເຮົາ. ພວກເຮົາຈະປິ່ນປົວມັນຈົນມີສຸຂພາບ ແຂງແຮງ ແລ້ວກໍປ່ອຍຄືນສູ່ປ່າ. ແຕ່ຖ້າມັນບໍ່ສາມາດໃຊ້ຊີວິຕຢູ່ໃນປ່າໄດ້ຄືເກົ່າ ທາງສູນກໍຈະຮັບລ້ຽງໄວ້.”
ທ່ານເວົ້າຕື່ມວ່າ ມູລນິທິອະນຸຮັກສັດປ່າລາວ ໄດ້ຮັບທຶນຊ່ອຍເຫລືອຈາກສະ ຖານທູຕອອສເຕຣເລັຍ, ສະຖານທູຕອັງກິດ, ອົງການທີ່ເຮັດວຽກກ່ຽວກັບການ ອະນຸຮັກສັດປ່າ ຂອງປະເທດຍີ່ປຸ່ນ ແລະເງິນບໍຣິຈາກຈາກປະຊາຊົນພາຍໃນ ແລະຕ່າງປະເທດ ຊຶ່ງປັດຈຸບັນ ຍັງບໍ່ທັນໄດ້ເຮັດວຽກ ຮ່ວມກັບກະຊວງສຶກສາທິການ ແລະກິລາ, ແຕ່ຄາດວ່າໃນອີກບໍ່ດົນນີ້ ຈະຈັດໃຫ້ມີການຮັບນັກສຶກສາ ຝຶກງານ ຈາກມະຫາວິທຍາລັຍແຫ່ງຊາຕ ແລະຈາກມະຫາວິທຍາລັຍ ອື່ນໆ ແລະປະຊາຊົນທົ່ວໄປ ເປັນອາສາສມັກ ອະນຸຮັກສັດປ່າ ແລະເຮັດວຽກ ຮ່ວມກັບທາງສູນໃນຂັ້ນຕໍ່ໄປ.
2 ມື້ທີ່ຜ່ານມາ ນັບແຕ່ມູລນິທິ ອະນຸຮັກສັດປ່າລາວ ເປີດໃຫ້ຄົນເຂົ້າເບິ່ງ ໂດຍ ບໍ່ໄດ້ເສັຍຄ່າ ກໍມີປະຊາຊົນທົ່ວໄປ ເຂົ້າມາເບິ່ງສູນນີ້ເຖິງ 1,100 ປາຍຄົນ. ເຖິງແມ່ນວ່າ ຈໍານວນ ແລະປະເພດສັດປ່າ ຍັງບໍ່ທັນມີຫລາຍກໍຕາມ.
ດັ່ງປະຊາຊົນຜູ້ນຶ່ງ ທີ່ໄດ້ເຂົ້າເບິ່ງ ທັງກ່ອນ ແລະຫລັງ ທີ່ມີການປັບປຸງ ສວນສັດນີ້ເວົ້າວ່າ:
“ໂດຍ ເຂົ້າໄປມື້ນີ້ແລ້ວ ມື້ແລກໆເລີຍ ສ່ວນຫລາຍມີແຂ້ ແລ້ວກໍລີງຫລາຍ. ປັບປຸງໃໝ່ ງາມກວ່າເກົ່າຫລາຍ. ເພິ່ນກໍປັບປຸງຫລາຍຢ່າງເລີຍ ເຂົ້າໄປໃນມັນຈະບໍ່ຄືເກົ່າ. ເອີ ກົງມັນກໍຈະ ຢູ່ບ່ອນເກົ່າເນາະ ແລ້ວກໍສັດມັນກໍຈະມີ ບາງໂຕກໍຫລາຍ. ແລ້ວກໍບາງໂຕກໍໃກ້ຈະສູນພັນແນ່ ກໍທະຍອຍໄປສູນພັນເທື່ອລະໂຕບໍ໋ ດົນໆເທື່ອລະໂຕໄປ.”
ນັບແຕ່ ມູລນິທິອະນຸຮັກສັດປ່າລາວ ເປີດໃຫ້ປະຊາຊົນທົ່ວໄປ ເຂົ້າເບິ່ງໂດຍ ບໍ່ໄດ້ເສັຍຄ່າ ແຕ່ເວລາ 8ໂມງເຊົ້າຫາ 5 ໂມງແລງທຸກໆມື້ ມາແຕ່ວັນທີ 20 ກັນຍານີ້ ກໍມີປະຊາຊົນ ທັງຈາກຕ່າງແຂວງ ແລະຊາວຕ່າງປະເທດ ມາເບິ່ງສວນສັດນີ້.
ດັ່ງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າວ່າ:
“ເພາະວ່າເຮົາ ກະບໍ່ໄດ້ເຂົ້າໄປດົນແລ້ວນ່າ ແຕ່ຄ່າອັນນັ້ນມາແລ້ວ ເຮົາກໍຍັງບໍ່ໄດ້ ໄປເທື່ອ ມີແຕ່ເຫັນມາລົງ ແລ້ວກໍຄິດວ່າຢາກພາກັນໄປອີກຊີ້ນ່າ ແມ່ນໆ ແຕ່ກີ້ແຮງໃຫຍ່ຫລາຍຫັ້ນນ່າ ແຕ່ວ່າໂຕທີ່ເພິ່ນເຮັດໃໝ່ນີ້ເຮົາກໍຍັງບໍ່ຮູ້ເທື່ອ ເພາະວ່າເຮົາກໍຍັງບໍ່ໄດ້ໄປ ກໍຄິດວ່າຊິໄປວັນເສົາ ວັນທິດ ນີ້ຫັ້ນນ່າ.”
ເມື່ອເດືອນກໍຣະກະດາ 2020 ມູລນິທິອະນຸຮັກສັດປ່າລາວ ໄດ້ເຣີ່ມປັບປຸງສວນສັດບ້ານເກິນ ໃຫ້ເປັນສູນອະນຸຮັກສັດປ່າ ແລະເພື່ອສຶກສາຮຽນຮູ້ສັດປ່າພື້ນເມືອງ, ສ້າງຫໍພິພິຕພັນ ວິທຍາສາຕທັມມະຊາຕ, ຈັດກິຈກຳທ່ອງທ່ຽວ ໃຫ້ສະເພາະກຸ່ມ.
ແຕ່ວັນທີ 13 ຫາ 17 ກັນຍານີ້ ອາສາສມັກໜ່ວຍປະຕິບັດການສຶກສາພັທ ນາສັງຄົມ ແລະສິ່ງແວດລ້ອມ ຫລື SEED, ໜ່ວຍສົ່ງເສີມການພັທນາຊັພ ຍາກອນທຳຊາດ ແລະສິ່ງແວດລ້ອມ ຫລື NREP ແລະສູນພັທນາຊົນບົດ ໄດ້ເຮັດວຽກຮ່ວມກັນກັບມູລນິທິອະນຸຮັກສັດປ່າລາວ ຈັດກອງປະຊຸມກ່ຽວກັບການຍຸຕິການຄ້າສັດປ່າຄັ້ງທີ 2 ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງ ຈິດສໍານຶກ ລະຫວ່າງທິມງານອະນຸຮັກສັດປ່າລາວ.