ນາຍທຶນຈີນ ບຸກລຸກ ເອົາດິນຊາວບ້ານ ຢູ່ຈຳປາສັກ
2022.08.17

ຊາວບ້ານ ບ້ານແກ້ງໄມ້ເຮັ້ຍ ປະມານ 20 ຄອບຄົວ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືກນາຍທຶນຈີນ ຍາດແຍ່ງເອົາທີ່ດິນທໍາການກະເສຕ ຮວມປະມານ 90 ເຮັກຕ້າຣ໌.
ດິນຕອນດັ່ງກ່າວ ຊາວບ້ານບອກວ່າ ເປັນດິນມູນ ແລະເສັຍພາເສັຍອາກອນ ໃຫ້ແກ່ຣັຖທຸກປີ ແລະຢູ່ລະຫວ່າງ ການປູກມັນຕົ້ນ ໂດຍຊາວບ້ານ ຮຽກຮ້ອງໃຫ້ທາງການລາວ ຊ່ອຍຕິດຕາມກວດກາ ໂຄງການດັ່ງກ່າວ ເພື່ອທວງເອົາທີ່ດິນຄືນ.
ດັ່ງຊາວບ້ານຄົນນຶ່ງ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ສິງຫາ ນີ້ວ່າ:
“ແມ່ນນາຍທຶນຈີນເຂົ້າມາ ຕອນແລກເຂົາເອົາເຂດປ່າສງວນ. ເຂົາກະລາມໆ ເອົາຂອງປະຊາຊົນຫັ້ນນ່າ. ມາຕົວະໃຫ້ປະຊາຊົນວ່າ ເປັນຂອງຣັຖ ສັນຍາກັບນາຍບ້ານ ໂດຍທີ່ວ່າ ບໍ່ສົນນໍາປະຊາຊົນນ່າ ປະຊາຊົນມັນເວົ້າບໍ່ໄດ້ ກະຄືໄດ້ໄປຮ້ອງຟ້ອງ ຮອດສະພາ. ເພິ່ນກະຍັງບໍ່ທັນໄດ້ມາແກ້ໄຂໃຫ້ເທື່ອ.”
ເຫດການ ຍາດແຍ່ງເອົາທີ່ດິນຂອງຊາວບ້ານ ບ້ານແກ້ງໄມ້ເຮັ້ຍ ເກີດຂຶ້ນເມື່ອຊ່ວງເດືອນມິຖຸນາ 2022 ນີ້, ຊາວບ້ານເລົ່າວ່າ ມີນາຍທຶນຄົນລາວ ໄດ້ເຂົ້າມາສັມປະທານທີ່ດິນຣັຖ ໃນຂອບເຂດປ່າສງວນແຫ່ງຊາຕ ຈໍານວນ 60 ເຮັກຕ້າຣ໌ ແລະເຊົ່າທີ່ດິນ ທີ່ຊາວບ້ານຄອບຄອງຢູ່ອີກ 90 ເຮັກຕ້າຣ໌ ເຊິ່ງຮວມທັງໝົດ 150 ເຮັກຕ້າຣ໌ ເພື່ອປູກມັນຕົ້ນ ເປັນໄລຍະເວລາ 3 ປີ ໃນຂະນະທີ່ ຊາວບ້ານໄດ້ຮັບຄ່າເຊົ່າ ປະມານ 3 ລ້ານກີບ ຕໍ່ເຮັກຕ້າຣ໌.
ຊາວບ້ານໄດ້ໃຫ້ຂໍ້ມູນວ່າ ທີ່ດິນ 90 ເຮັກຕ້າຣ໌ ທີ່ຂະເຈົ້າຄອບຄອງຢູ່ນັ້ນ ຢູ່ໃນເຂດປ່າສງວນແຫ່ງຊາຕ ໂດຍທີ່ທາງເຈົ້າໜ້າທີ່ທາງການ ບໍ່ໄດ້ອອກໄປຕາດິນຖາວອນ ຫຼືໃບຕາດິນຂອບຄໍາໃຫ້ເຂົາເຈົ້າ ເຖິງວ່າຂະເຈົ້າ ຈະເສັຍພາສີທີ່ດິນທຸກປີກໍຕາມ.
ຕໍ່ມາ ນາຍທຶນຄົນລາວ ຮ່ວມກັບນາຍບ້ານແກ້ງໄມ້ເຮັ້ຍ ເຊັນສັນຍາສັມປະທານທີ່ດິນຕອນດັ່ງກ່າວ ໃຫ້ກັບນາຍທຶນຈີນ ເພື່ອປູກມັນຕົ້ນແລະກ້ວຍ ໂດຍທີ່ບໍ່ແຈ້ງໃຫ້ກັບຊາວບ້ານ ທີ່ຄອບຄອງທີ່ດິນໄດ້ຮັບຮູ້ ຈົນເຮັດໃຫ້ຊາວບ້ານບໍ່ໄດ້ຮັບຄ່າຊົດເຊີຽ ແລະຍັງຕ້ອງສູນເສັຍທີ່ດິນ ໃຫ້ກັບນາຍທຶນຈີນ.
ອໍານາດການປົກຄອງບ້ານ ແລະເຈົ້າໜ້າທີ່ທ້ອງຖິ່ນ ພາກສ່ວນຕ່າງໆ ບໍ່ໄດ້ສົນໃຈບັນຫາ ຂອງຊາວບ້ານ ແຕ່ໄປເອື້ອເຟື້ອຜົລປໂຍດ ໃຫ້ກັບນາຍທຶນຈີນ ເຂົ້າມາຍາດແຍ່ງເອົາທີ່ດິນທໍາການກະເສຕ ຂອງຊາວບ້ານ ໂດຍອ້າງວ່າ ເປັນໂຄງການພັທນາ ທີ່ໄດ້ຮັບອະນຸຍາດ ຈາກຣັຖບານລາວ.
ດັ່ງຊາວບ້ານຄົນນຶ່ງ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ສິງຫາ ນີ້ວ່າ:
“ມັນເປັນນໍານາຍບ້ານເຮົາເອງ ເພາະວ່າປະຊາຊົນເຂົາກະຍັງຕໍ່ວ່າຢູ່ໃດ໋ ເຣື່ອງໂຕນີ້ກໍຊິວ່າຫັ້ນ ເຂົາຕໍ່ວ່າໄປຮອດວຽງພຸ້ນ ຂໍເກັບມັນກ່ອນ ຜູ້ບາງຄົນກະເອົາ ຍືມເງິນຢືມທອງໄປປູກມັນຫັ້ນແລ້ວ ເວົ້າວ່າຜູ້ເຂົາບໍ່ມີຫັ້ນນ່າ ກະຫຼຸບທຶນແລ້ວ.”
ດິນຕອນດັ່ງກ່າວ ເຖິງແມ່ນວ່າ ຈະເປັນດິນມູນ ແລະ ເສັຍພາສີອາກອນ ໃຫ້ແກ່ຣັຖທຸກປີກໍຕາມ, ແຕ່ຊາວບ້ານ ກໍບໍ່ໄດ້ມີໃດຕາດິນຖາວອນ ແລະເປັນພຽງຜູ້ຖືສິດນໍາໃຊ້ທີ່ດິນເທົ່ານັ້ນ, ສ່ວນທີ່ດິນທໍາການກະເສຕ ທາງເຈົ້າໜ້າທີ່ແຂວງຈໍາປາສັກ ກໍຈັດສັນໃຫ້ທຸກຄອບຄົວແລ້ວ ແຕ່ອາຈໄດ້ຮັບພຽງ 1-2 ເຮັກຕ້າຣ໌ຕໍ່ຄອບຄົວ ເພາະເນື້ອທີ່ມີຈໍາກັດ ແລະຕ້ອງສເລັ່ຽໃຫ້ກັບທຸກຄອບຄົວນໍາດ້ວຍ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ.
ເມື່ອທີ່ດິນບໍ່ພຽງພໍ ທີ່ຈະທໍາການກະເສຕ, ຊາວບ້ານຈໍານວນນຶ່ງ ກໍເຂົ້າໄປບຸກລຸກຂອບເຂດ ປ່າສງວນແຫ່ງຊາຕ ຫຼືທີ່ດິນຂອງຣັຖ ເຊິ່ງບາງຂອບເຂດ ກໍຖືກສັມປະທານ ເພື່ອປູກໄມ້ເສຖກິຈ ຫຼື ໄມ້ອຸດສາຫະກັມ.
ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເຊັຽເສຣີ ໃນມື້ວັນທີ່ 17 ສິງຫາ ນີ້ວ່າ:
“ເຣື່ອງດິນຖາວອນ ມັນກະມີແບບເປັນດິນມູນຂະເຈົ້າຫັ້ນນ່າ. ພະນັກງານຂະເຈົ້າ ກະໄດ້ໄປເຮັດເຣື່ອງການຈັດສັນໃຫ້ຢູ່. ກະຍ້ອນມັນ ແບບລັກສະນະວ່າ ມັນຕົ້ນ ເຂົ້າມາແຮງເນາະ. ມັນເຂົ້າມາແຮງແລ້ວກະ ມັນກະມີປະຊາຊົນຈໍານວນນຶ່ງ ກະບໍ່ຫຼາຍດອກ ມີການບຸກເບີກການຂຍາຍ ເພີ່ມຕື່ມຫັ້ນນ່າ. ພຍາຍາມເວົ້າເຣື່ອງກົດໝາຍ, ເອົາກົດໝາຍທີ່ດິນເຂົ້າໄປແກ້, ເອົາກົດໝາຍປ່າໄມ້ເຂົ້າໄປແກ້.”
ເມື່ອບັນຫາດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທັມ ໃຫ້ກັມຊາວບ້ານ ຊາວບ້ານທີ່ຖືກຜົລກະທົບຢູ່ບ້ານແກ້ງໄມ້ເຮັ້ຍ ຈຶ່ງພາກັນເຮັດໜັງສື ສເນີຕໍ່ສະພາແຫ່ງຊາຕ ຂັ້ນສູນກາງ ເມື່ອປະມານເດືອນກໍຣະກະດາ ທີ່ຜ່ານມານີ້ ເພື່ອໃຫ້ສະພາແຫ່ງຊາຕ ເຂົ້າມາຊ່ອຍຕິດຕາມກວດກາ ໂຄງການລົງທຶນດັ່ງກ່າວ ວ່າມີຄວາມໂປ່ງໃສ ຫຼືບໍ່ ຮວມເຖິງກວດສອບພຶດຕິກັມ ຂອງອໍານາດການປົກຄອງບ້ານ ແລະເຈົ້າໜ້າທີ່ທ້ອງຖິ່ນ ເມືອງຊະນະສົມບູນ ໃນການປະຕິບັດໜ້າທີ່ ວຽກງານຂອງໂຕເອງ, ແຕ່ປັດຈຸບັນ ກໍຍັງມິດງຽບ.
ດັ່ງເຈົ້າໜ້າທີ່ ສະພາແຫ່ງຊາຕ ຂັ້ນສູນກາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ສິງຫາ ນີ້ວ່າ:
“ແມ່ນໆຄືເຄີຍເຫັນຍື່ນມາຢູ່ເຈົ້າ, ແຕ່ວ່າ ຄັນວ່າຍື່ນໄປແລ້ວ ເພິ່ນຍັງບໍ່ແກ້ໄຂ. ກະສາມາດຍື່ນສູນກາງໄດ້ເຈົ້າ. ຍື່ນມາກະໃຫ້ເຫດຜົລວ່າ ມີເອກກະສານໂຕນີ້ ລົງໄປຫາແຂວງແລ້ວເນາະ, ແຕ່ວ່າແຂວງຍັງບໍ່ເຮັດຫຍັງຫັ້ນນ່າ.”
ເມື່ອຕົ້ນປີ 2022 ທີ່ຜ່ານມາ ທາງການແຂວງຈໍາປາສັກ ໄດ້ຣາຍງານວ່າ ປ່າສງວນແຫ່ງຊາຕພາຍໃນແຂວງທຸກແຫ່ງ ກໍາລັງຖືກຄົນຈໍານວນນຶ່ງ ເຂົ້າໄປບຸກລຸກເພື່ອປູກມັນຕົ້ນ ເຮັດໃຫ້ເນື້ອທີ່ປ່າໄມ້ຫຼາຍພັນເຮັກຕ້າຣ໌ຫຼຸດລົງ ແລະດຽວນີ້ ທາງການແຂວງຈໍາປາສັກ ກໍພຍາຍາມທີ່ຈະເຂົ້າໄປສະກັດກັ້ນ ເພື່ອບໍ່ໃຫ້ຄົນເຂົ້າໄປບຸກລຸກເພີ່ມຕື່ມ.
ແນວໃດກໍຕາມ, ກໍມີຣາຍງານວ່າ ຊາວບ້ານຈໍານວນຫຼາຍພັນຄອບຄົວ ຈະພາກັນເຂົ້າໄປບຸກເບີກທີ່ດິນເຂດປ່າສງວນແຫ່ງຊາຕ ເພື່ອປູກມັນຕົ້ນ ຫຼືປູກພືດອື່ນໆ ໃນຂະນະທີ່ ໃນໄລຍະຜ່ານມາ ທາງການລາວໄດ້ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນທັງພາຍໃນ ແລະຕ່າງປະເທດໄປຈົນໝົດ ເພື່ອສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ແລະ ປູກຕົ້ນກາເຟ.