ບໍຣິສັດ ຂຸດຄົ້ນແຮ່ເຫຼັກຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ ນໍ້າຊານ

ໄຊຍາ
2022.05.23
ບໍຣິສັດ ຂຸດຄົ້ນແຮ່ເຫຼັກຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ ນໍ້າຊານ ແຜນທີ່ສແດງເຂດເມືອງລ່ອງແຈ້ງ ແຂວງໄຊສົມບູນ ທີ່ບໍຣິສັດ ເອທີ ອໍໂຕ້ ມາຍນິ້ງ ຈຳກັດ ຊຶ່ງເປັນບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງນັກລົງທຶນຈີນ ໄດ້ໃຊ້ຣົຖຂຸດບຸກທຳລາຍໄຮ່-ສວນ ທີ່ຊາວບ້ານໃຊ້ປູກມັນຕົ້ນ, ສາລີ, ໝາກກ້ຽງ, ອ້ອຍ ເບື້ອງຕົ້ນເສັຽຫາຍປະມານ 4,000 ຕາແມັດ.
Photo: RFA

ໃນວັນທີ 21 ພຶສພາ 2022 ຜ່ານມາຊາວບ້ານນຶ່ງຄອບຄົວ ຢູ່ບ້ານນໍ້າຊານ ເມືອງລ່ອງແຈ້ງ ແຂວງໄຊສົມບູນໄດ້ຖືກ ບໍຣິສັດ ເອທີ ອໍໂຕ້ ມາຍນິ້ງ ຈຳກັດ ຊຶ່ງເປັນບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງນັກລົງທຶນຈີນ ໄດ້ໃຊ້ຣົຖຂຸດບຸກທຳລາຍໄຮ່-ສວນ ທີ່ຄອບຄົວໃຊ້ປູກມັນຕົ້ນ, ສາລີ, ໝາກກ້ຽງ, ອ້ອຍ ເບື້ອງຕົ້ນເສັຽຫາຍປະມານ 4,000 ຕາແມັດ.

ບໍຣິສັດດັ່ງກ່າວ ເຂົ້າມາທຳລາຍຜົລປູກໂດຍບໍ່ຈ່າຍເງິນ ຄ່າຊົດເຊີຍໃຫ້ຄອບຄົວ ທີ່ເປັນເຈົ້າຂອງສວນເຖິງແມ່ນວ່າ ທາງຄອບຄົວຈະບໍ່ໄດ້ມີໃບຕາດິນກໍຕາມ ແຕ່ໄດ້ຄອບຄອງດິນເພື່ອເຮັດໄຮ່ ເຮັດສວນ ບ່ອນນັ້ນມາແຕ່ສມັຍ ບັນພຣະບູຣຸດ ຊຶ່ງທາງບໍຣິສັດຄວນຈະຈ່າຍຊົດເຊີຍ ຄ່າຜົລປູກໃຫ້ຄອບຄົວກ່ອນຄືກັບຄອບຄົວອື່ນໆ ທີ່ໄດ້ຮັບຜົລກະທົບດິນ ບໍ່ແມ່ນເອົາຣົຖມາຂຸດທຳລາຍຖິ້ມໂດຍບໍ່ໄດ້ຮັບອະນຸຍາດ.

ດັ່ງຊາວບ້ານທີ່ໄດ້ຖືກຜົລກະທົບ ຢູ່ບ້ານນໍ້າຊານ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພາ ນີ້ວ່າ:

ບໍຣິສັດນີ້ຄື ບໍຣິສັດ ເອທີອໍໂຕ ມາຍນິ້ງ ຈຳກັດ ເຂົາຂຸດຄົ້ນບໍ່ເຫຼັກແລ້ວເພິ່ນມາຂຸດເລີຍ ຍັງບໍ່ມີໃບຕາດິນ ແຕ່ວ່າເອື້ອຍກໍບໍ່ໄດ້ຮຽກຮ້ອງ ຂໍຄ່າຂອງດິນແຕ່ຮຽກຮ້ອງ ຂໍຄ່າຜົລກະທົບຜົລປູກເອື້ອຍອັນນີ້ ຊາວບ້ານອື່ນກາມີແດ່ເພິ່ນກາຊົດເຊີຍ ໄປໝົດແລ້ວແຕ່ມາຮອດເອື້ອຍ ເອື້ອຍກໍບໍ່ເຂົ້າໃຈວ່າເພິ່ນຄືເຮັດຈັ່ງຊີ້.

ຍານາງໄດ້ກ່າວຕື່ມວ່າ ຈາກທີ່ໄດ້ໂພສຄຣິບວີດີໂອວ່າ ເປັນບໍຣິສັດ ໂກເອໂກ ຈຳກັດ ເຂົ້າມາທຳລາຍນັ້ນ ບໍ່ແມ່ນບໍຣິສັດ ໂກເອໂກ ຊຶ່ງມື້ນັ້ນເວົ້າຜິດຍ້ອນວ່າສື່ຄ້າຍຄືກັນ ຊຶ່ງຂໍອະພັຍນໍາດ້ວຍ ເນື່ອງຈາກໃນມື້ນັ້ນເສັຽໃຈຫຼາຍ ທີ່ຜົລປູກທີ່ເຮັດມາຖືກທຳລາຍເສັຽຫາຍ.

ທີ່ຜ່ານມາ ບໍຣິສັດ ເອທີ ອໍໂຕ້ມາຍນິ້ງ ຈຳກັດ ພ້ອມເຈົ້າໜ້າທີ່ທ້ອງຖິ່ນ ເຈົ້າໜ້າທີ່ເມືອງກໍໄດ້ເຂົ້າມາໂອ້ລົມ ກັບຄອບຄົວຕົນກ່ຽວກັບເຣື່ອງຄ່າຊົດເຊີຍ ຜົລປູກຈະຈ່າຍໃຫ້ປະມານ 20 ລ້ານກີບ ແຕ່ທາງຄອບຄົວຍັງບໍ່ຕົກລົງ ຍ້ອນວ່າຄ່າຊົດເຊີຍໜ້ອຍເກີນໄປ ເນື່ອງຈາກໄຮ່ສວນຂອງຕົນທີ່ຖືກດິນສັມປະທານ ຫຼາຍເຮັກຕ້າຣ໌ ຊຶ່ງຄ່າຊົດເຊີຍທີ່ບໍຣິສັດຈະຈ່າຍ ແມ່ນບໍ່ກຸ້ມຄ່າກັບຄ່າແຮງງານ ຄ່າໃຊ້ຈ່າຍຕ່າງໆ ທີ່ໄດ້ລົງທຶນໄປ. ພາຍຫຼັງທີ່ເກີດເຫດການນີ້ຂຶ້ນອີກ ກໍມີການໂອ້ລົມກັນອີກເທື່ອນຶ່ງ ຊຶ່ງທາງບໍຣິສັດບອກວ່າ ຈະຈ່າຍຄ່າຊົດເຊີຍໃຫ້ ແຕ່ຍັງບໍ່ໄດ້ຣະບຸວ່າຈະຈ່າຍເທົ່າໃດ.

ດັ່ງຍານາງຜູ້ໄດ້ຮັບຜົລກະທົບ ກ່າວຕື່ມວ່າ:

ເຄີຍໄດ້ເວົ້າແລ້ວຫຼາຍຄັ້ງ ເອື້ອຍຍັງບໍ່ໄດ້ຕົກລົງ ອັນຄ່າຊົດເຊີຍນີິ້ເອື້ອຍບໍ່ໄດ້ຮ້ອງວ່າເທົ່າໃດ ຖືກເທົ່າໃດເອື້ອຍກາເອົາມື້ນັ້ນ ເພິ່ນໄປຂຸດຄົ້ນເພິ່ນກາສິຈ່າຍ ແຕ່ບ່ອນນັ້ນບ່ອນດຽວ 20 ລ້ານກີບອັນເພິ່ນບໍ່ໄດ້ບອກວ່າ ຈະມາຈ່າຍມື້ໃດ.

ໃນເຣື່ອງດັ່ງກ່າວນີ້ ຊາວບ້ານຄົນອື່ນໃນເຂດນໍ້າຊານ ກໍຖືກຜົລກະທົບເຊັ່ນກັນ ໃນເຣື່ອງຄ່າຊົດເຊີຍທີ່ໜ້ອຍເກີນ ແຕ່ຫຼາຍຄົນກໍຕ້ອງຍອມຮັບ ເພາະບໍ່ຢາກມີບັນຫາ ເນື່ອງຈາກຄົນສ່ວນໃຫຍ່ເປັນຄົນຊົນເຜົ່າມົ້ງທີ່ບໍ່ໄດ້ມີໃບຕາດິນ. ຕໍ່ກໍຣະນີດັ່ງກ່າວກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາໃຫ້ກັບປະຊາຊົນໂດຍສະເພາະ ທີ່ດິນທຳມາຫາກິນລ້ຽງຄອບຄົວ.

ດັ່ງຍານາງຜູ້ໄດ້ຮັບຜົລກະທົບ ກ່າວຕື່ມວ່າ:

ເປັນຫຍັງຄືບໍ່ເຫັນໃຈປະຊາຊົນ ຄົນທຸກຍາກ ກາໃຫ້ເງິນປະຊາຊົນປະຊາຊົນ ກາດີໃໄປເຮັດບ່ອນໃໝ່ແລ້ວກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຫຼືໃຫ້ຄວາມເປັນທັມໃຫ້ແກ່ປະຊາຊົນ ຄ່າຊົດເຊີຍມັນໜ້ອຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ໃນແຂວງໄຊສົມບູນ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງ ກ່າວວ່າໄດ້ເຫັນຄລິບວີດີໂອ ທີ່ຊາວບ້ານຄົນດັ່ງກ່າວເຜີຍແຜ່ວ່າ ບໍຣິສັດຂອງຄົນຈີນດັ່ງກ່າວບຸກ ໄປທຳລາຍສວນຂອງເຂົາເຈົ້າ ທີີ່ຖືກດິນສັມປະທານປະມານ 2-3 ເຮັກຕ້າຣ໌.

ຊຶ່ງເຣື່ອງນີ້ ທາງອຳນາດການປົກຄອງເມືອງ ແລະບໍຣິສັດຂອງຄົນຈີນດັ່ງກ່າວ ກໍມີການໂອ້ລົມກັນແລ້ວໂດຍທາງບໍຣິສັດຈະຕ້ອງຮັບຜິດຊອບຄ່າຊົດເຊີຍຜົລປູກເຫັນວ່າປະມານ 20 ລ້ານກີບຕາມທີ່ຕົກລົງກັນສ່ວນຄ່າດິນບໍ່ໄດ້ຈ່າຍ ຍ້ອນຊາວບ້ານບໍ່ມີໃບຕາດິນ ແລະຣັຖບານໃຫ້ສັມປະທານ ນັກລົງທຶນໄປແລ້ວກໍຕ້ອງຍິນຍອມໄປໂດຍຕຣົງ.

ເຂດນັ້ນມັນເປັນເຂດ ທາງຣັຖບານອະນຸຍາດໃຫ້ສັມປະທານເນາະ ກາແນ່ນອນແຫຼະທາງບ້ານອັນບໍ່ມີໃບຕາດິນ ເປັນຂອງຕົນເອັງບໍຣິສັດຈີນນ່າ ເຂົາກໍສາມາດເຂົ້າໄປໄດ້ເພາະວ່າ ມັນເປັນເຂດສັມປະທານຂອງເຂົາເດ້ ເຄີຍເຄລັຽກັນແລ້ວເນາະແຕ່ວ່າ ລົມກັນບໍ່ຕົກແຕກຫັ້ນນ່າເຈົ້າຂອງດິນ ພັດວ່າຢາກໄດ້ຫຼາຍຄ່າຊົດເຊີຍຫັ້ນນ່າ ແຕ່ທາງບໍຣິສັດພັດບໍ່ຢາກເສັຽຫຼາຍຫັ້ນ ທາງບໍຣິສັດກໍຈ່າຍໃຫ້ຢູ່ແລ້ວເນາະຜູ້ກ່ຽວບໍ່ຍີນຍອມຫັ້ນນ່າ ເມື່ອໄດ້ໜ້ອຍຫັ້ນນ່າ.

ທ່ານໄດ້ກ່າວຕື່ມວ່າ ທີ່ຜ່ານມາບໍຣິສັດດັ່ງກ່າວໄດ້ສັມປະທານ ຈາກຣັຖບານເພື່ອຈະຊອກຫາແຮ່ເຫຼັກ ໄດ້ຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ນໍ້າຊານທີ່ຖືກສັມປະທານດິນ ໃນເຂດນັ້ນໄປໝົດແລ້ວ ຊຶ່ງມີພຽງນຶ່ງຄອບຄົວດັ່ງກ່າວເທົ່ານັ້ນ ທີ່ບໍ່ຍອມຮັບເອົາຄ່າຊົດເຊີຍ ເພາະວ່າຄ່າຊົດເຊີຍມັນໜ້ອຍ ຈຶ່ງເກີດຂໍ້ຂັດແຍ່ງກັນ.

ຂະນະດຽວກັນ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ໃນແຂວງໄຊສົມບູນ ທ່ານນຶ່ງໄດ້ກ່າວເຖິງກໍຣະນີນີ້ວ່າ ຖ້າຫາກຊາວບ້ານບໍ່ມີໃບຕາດິນ ກໍໝົດສິດເຮັດຫຍັງບໍ່ໄດ້ ນອກຈາກຈະຍອມຮັບເອົາຄ່າຊົດເຊີຍ ຈາກບໍຣິສັດຕາມຈຳນວນ ທີ່ບໍຣິສັດຕ້ອງຈ່າຍ ເຖິງແມ່ນວ່າຈະໄດ້ໜ້ອຍກໍຕາມ ດີກ່ວາບໍ່ໄດ້ແລະເມື່ອຖືກເອົາດິນໄປແລ້ວ ການທີ່ພາກຣັຖຈະຫາດິນໃຫ້ປະຊາຊົນ ທຳມາຫາກິນບ່ອນອື່ນນີ້ຢ່າງຖາວອນໃນລາວ ກໍຍັງເປັນເຣື່ອງຍາກຢູ່.

ດັ່ງທ່ານໄດ້ກ່າວວ່າ:

ຄັນຣັຖເພິ່ນມີ່ໂຄງການ ສະເພາະແລ້ວກາໄດ້ເອົາໃຫ້ຣັຖພັທນາເນາະ ດິນທີ່ປະຊາຊົນນັ້ນໄປຈັບໄປຈອງຊົ່ວຄາວສື່ໆ ກາເຜົ່າອື່ນກາມີຫຼາຍຫັ້ນແຫຼະ ເຮັດໄຮ່ເລື່ອນລອຍກະດາຍສິໃຫ້ ຣັຖເພິ່ນຊອກດິນໃຫ້ຄືສິເປັນໄປໄດ້ຍາກ ຕາມກົດໝາຽເພິ່ນກາມີກຳນົດຢູ່ເນາະ ໃຫ້ດິນທຳກິນນ່າໃຫ້ທຳກິນໄປຊັ້ນ.

ແຂວງໄຊສົມບູນ ກໍເປັນແຂວງນຶ່ງທີ່ມີນັກລົງທຶນວຽດນາມ ແລະຈີນ ເຂົ້າມາສັມປະທານດິນເປັນຈຳນວນຫຼາຍ ເພື່ອຂຸດຄົ້ນແຮ່ທາດແຮ່ເຫຼັກຕ່າງໆ ສົ່ງອອກໄປປະເທດວຽດນາມ ແລະປະເທດຈີນ. ໃນຕົ້ນເດືອນມິຖຸນາປີ 2021 ເມືອງລ່ອງແຈ້ງ ແຂວງໄຊສົມບູນໄດ້ອະນຸຍາດ ໃຫ້ບໍຣິສັດເອກຊົນທີ່ສ່ວນໃຫຍ່ເປັນຂອງຈີນ ແລະວຽດນາມ ເຂົ້າສຳຣວດການຂຸດຄົ້ນແຮ່ເຫຼັກ ໃນເນື້ອທີ່ 7,624 ເຮັກຕ້າຣ໌ ໃນນີ້ຢູ່ເຂດບ້ານນໍ້າຊານ 556 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 25, 2022 12:11 AM

ຂໍ້ຂັດແຍ່ງທີ່ດິນລະຫວ່າງປະຊາຊົນກັບນາຍທຶນ ມີມາຢູ່ເລື້ອຍໆ ແຕ່ທາງລັດຖະບານ ກໍບໍ່ສາມາດແກ້ໄຂບັນຫານີ້ໄດ້ ເຊິ່ງຜູ້ທີ່ໄດ້າບຜົນກະທົບຫລືວ່າ ໄດ້ຮັບຄວາມເດືອດຮ້ອນ ກໍ່ແມ່ນຊາວບ້ານຜູ້ທຸກຍາກຕາມເຄີຍ. ສ່ວນນາຍທຶນ ແມ່ນໄດ້ປຽບຕາມເຄີຍ ແລະ ເຈົ້າຫນ້າທີ່ ຜູ້ທີ່ໄດ້ຄ່ານາຍຫນ້າ ສືບຮັ່ງມີໄປເລື້ອຍໆ. ສຳລັບເຈົ້າຫນ້າທີ່ຮັບຜິດຊອບ ເບິ່ງຄືວ່າ ບໍ່ເຂົ້າໃຈແລະບໍ່ຮູ້ເລື້ອງຫຍັງເລີຍ. ເຈົ້າຫນ້າທີ່ລັດບໍ່ຮູ້ຮອດຫນ້າທີ່ຮັບຜິດຊອບ ຂອງຕົວເອງ ກິນເງິນເດືອນ ທີ່ໄດ້ມາຈາກການເກັບພາສີຂອງປະຊາຊົນ ແຕ່ບໍ່ເຮັດວຽກຫຍັງ ໃຫ້ປະຊາຊົນເລີຍ. ເຮັດແນວໃດ ມັນຊິເປັນບ້ານເປັນເມືອງ ເຮັດແນວໃດ ມັນຊິຈະເລີນຄືບ້ານເພິ່ນ.