ຝົນຕົກໜັກ, ເຂື່ອນປ່ອຍນ້ຳ ເພີ່ມຂຶ້ນ, ປະຊາຊົນ ຮັບຜົນກະທົບ

ຈຳປາທອງ
2022.08.15
ຝົນຕົກໜັກ, ເຂື່ອນປ່ອຍນ້ຳ ເພີ່ມຂຶ້ນ, ປະຊາຊົນ ຮັບຜົນກະທົບ ສະພາບ ລະດັບນ້ຳຂອງ ທີ່ເພີ່ມຂຶ້ນ ໃນໄລຍະທີ່ຝົນຕົກໜັກ ແລະ ເຂື່ອນຢູ່ພາກເໜືອ ປ່ອຍນ້ຳເພີ່ມຂຶ້ນ, ວັນທີ 13 ເດືອນສິງຫາ 2022.
Photo: RFA

ໃນອາທິດທີ່ຜ່ານມາ ຍ້ອນຝົນຕົກໜັກ ແລະຫລາຍເຂື່ອນຢູ່ທາງພາກເໜືອຂອງລາວ ໄດ້ລະບາຍນໍ້າອອກເພີ່ມຂຶ້ນ ເພາະໜ້າເຂື່ອນມີປາຣິມານນໍ້າຫລາຍ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງເພີ່ມສູງຂຶ້ນ ຖ້ວມເຂດການຜລິຕ ຮວມທັງເຂົ້າໃນນາຂອງປະຊາຊົນເສັຍຫາຍ.

ເວົ້າສະເພາະເຂື່ອນໄຟຟ້າໄຊຍະບູຣີ, ອີງຕາມການຣາຍງານ ຂອງກົມຊົລປະທານ ຂອງໄທຍໃນມື້ວັນທີ 14 ສິງຫານີ້, ໃນວັນທີ 11 ແລະ 12 ສິງຫາ ມີຝົນ ຕົກໜັກຕິດຕໍ່ກັນ ຢູ່ແຂວງຫລວງພຣະບາງ ເຮັດໃຫ້ນໍ້າໄຫລຜ່ານເຂື່ອນໄຊຍະບູຣີເພີ່ມຫລາຍຂຶ້ນ, ຄາດວ່າໃນວັນທີ 13 ແລະ 14 ສິງຫາ ປະຣິມານນໍ້າໄຫລຜ່ານເຂື່ອນໄຊຍະບູຣີ ປະມານ 9,000 ຫາ 10,000 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ທ້າຍເຂື່ອນນີ້ມີລະດັບນໍ້າເພີ່ມຂຶ້ນ.

ແຕ່ໄດ້ມີການແຈ້ງເຕືອນ ໃຫ້ປະຊາຊົນຮູ້ຫລັງນໍ້າຖ້ວມແລ້ວ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ສິງຫານີ້.

ທາງການໄດ້ເຮັດແຈ້ງມື້ວັນເສົາ 13 ສິງຫານີ້ ເນາະ. ທາງໂຄງການເຮົາກໍໄດ້ເຮັດ ຫາຫ້ອງການວ່າ ໃຫ້ເພິ່ນເຊັນແຈ້ງ ຫາບັນດາເມືອງທີ່ຢູ່ທ້າຍເຂື່ອນ ເຮົາກໍກະກຽມມ້ຽນມັດເຂົ້າຂອງ ຂອງປະຊາຊົນ ຫັ້ນນ່າ. ເຮົາກໍອີງໃສ່ການຣາຍງານ ຂອງໂຄງການເນາະ ມັນເປັນໜ່ວຍນໍ້າທີ່ວ່າ ໄຫລຈາກຫົວເຂື່ອນເນາະ  ເພາະວ່າ ໂຄງການນໍ້າອູ ຫລວງພຣະບາງ ທີ່ວ່ານໍ້າຫລາຍແລ້ວ ຂະເຈົ້າກໍປ່ອຍມາ.

ທ່ານກ່າວຕື່ມວ່າ ໃນໄລຍະລະດູຝົນຂອງແຕ່ລະປີ ບໍຣິສັດໄຊຍະບູຣີພາວເວີຣ໌ຈໍາກັດ ຈະອອກແຈ້ງການໃຫ້ຫ້ອງວ່າການປົກຄອງ ແຂວງໄຊຍະບູຣີຮູ້ ເພື່ອໃຫ້ຊ່ອຍແຈ້ງເຕືອນປະຊາຊົນ ທີ່ອາສັຍຢູ່ເຂດທ້າຍເຂື່ອນນໍ້າອູ ເປັນຕົ້ນ ເມືອງໄຊຍະບູຣີ, ເມືອງປາກລາຍ ແລະເມືອງແກ່ນທ້າວ ໃຫ້ຕຽມຮັບມືກັບນໍ້າຂອງ ທີ່ອາຈຂຶ້ນຢ່າງໄວວາ, ຕຣຽມມ້ຽນມັດເຄື່ອງຂອງ ຮວມທັງຜົລຜະລິຕ ແລະສັດລ້ຽງໄປໄວ້ທີ່ສູງ ແລະຕິດຕາມຂ່າວ ຈາກເຂື່ອນໄຟຟ້າໄຊຍະບູຣີ ໄປຈົນກວ່າວ່າ ຈະເຂົ້າສູ່ສະພາບປົກກະຕິ.

ສໍາລັບເຣື່ອງຣາຍລະອຽດ ຂອງການລະບາຍນໍ້າອອກຈາກເຂື່ອນ ຕ່າງໆນັ້ນ ແມ່ນຍັງບໍ່ຮູ້ວ່າ ຈະປ່ອຍນໍ້າຕື່ມອີກຫລາຍເທົ່າໃດ ແລະຈະເຮັດໃຫ້ລະດັບນໍ້າຂອງ ແລະແມ່ນໍ້າສາຂາເພີ່ມສູງຂຶ້ນເທົ່າໃດ ຍ້ອນທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ແຈ້ງມາໃຫ້ຮູ້.

ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງໄຊຍະບູຣີ ນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ມີແຕ່ໂຕຂອງຫ້ອງວ່າການ ວ່າໃຫ້ຕຽມວັດລະດັບນໍ້າ. ນໍ້າຂຶ້ນຊື່ໆ ກ່ອນໂຕນີ້ນ່າ. ປ່ອຍແທ້ມັນຍັງບໍ່ມີເທື່ອ ພວກເຮົາກໍຍັງບໍ່ຮູ້ດອກ...ບາດນັ້ນ ພວກຂະເຈົ້າຈະແຈ້ງເອງ. ໂຕນີ້ເຮົາກໍເຫັນແຕ່ແຈ້ງໂຕນັ້ນຫັ້ນເນາະ ເພາະວ່າ ອິປ່ອຍນີ້ເຮົາກໍຍັງບໍ່ໄດ້ເຫັນແຈ້ງວ່າ ເພິ່ນເຮັດແນວໃດ ເພາະວ່າເຮົາກໍເຫັນຕາມແຈ້ງການ ຂອງຫ້ອງວ່າການເລີຍ. ທີ່ຕາມໄດ້ອ່ານຫັ້ນ ເພິ່ນຍັງບໍ່ຮູ້ເລີຍວ່າ ຈະປ່ອຍແນວໃດກັນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຂອງບໍຣິສັດໄຊຍະບູຣີ ພາວເວີຣ໌ ຈໍາກັດ ເພື່ອຂໍຮູ້ຣາຍລະອຽດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ໃນໄລຍະດຽວກັນ ເຂື່ອນໄຟຟ້ານໍ້າອູ 1 ແລະ 2 ຢູ່ເມືອງປາກອູ ແຂວງຫລວງພຣະບາງ ແລະເຂື່ອນໄຟຟ້ານໍ້າອູ 3 ແລະ 4 ຢູ່ເມືອງຂວາ ແຂວງຜົ້ງສາລີ ກໍໄດ້ລະບາຍນໍ້າອອກຈາກເຂື່ອນ ໃນມື້ວັນທີ 11 ສິງຫາ ເຮັດໃຫ້ນໍ້າໄຫລມາສົມ ທົບກັບນໍ້າເຂດລຸ່ມເຂື່ອນ.

ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຜົ້ງສາລີ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ສິງຫານີ້ວ່າ:

ປ່ອຍອອກແຕ່ມື້ວັນສຸກ 11 ສິງຫານີ້ພຸ້ນໃດ໊. ຕາມປົກກະຕິນີ້ແຫລະ ເພິ່ນກໍບໍ່ໄດ້ປ່ອຍຫລາຍປານໃດ໋ ກໍຕາມປົກກະຕິນີ້ແຫລະ. ອັນນີ້ນໍ້າອູຫັ້ນນ່າ ຂອງເຮົານໍ້າອູ 3 ເດ້ເນາະ. ແມ່ນແຫລະນໍ້າອູ 3 ໃນລຸ່ມຕີ້ ນໍ້າອູ 4 ນີ້ນໍພວກເອື້ອຍນີ້ແຫລະບໍ່ຮູ້ໄດ໊. ເພິ່ນກໍບໍ່ໄດ້ແຈ້ງ ມີແຕ່ເພິ່ນແຈ້ງວ່າ ຈະປ່ອຍນໍ້າ ແລ້ວກໍແຈ້ງໃຫ້ປະຊາຊົນເນາະ. ເຕືອນຫັ້ນຈຸຢູ່ໃນແຄມນໍ້າຫັ້ນນ່າ ແລ້ວເພິ່ນກໍປ່ອຍຕາມປົກກະຕິຫັ້ນແຫລະ.

ພາຍຫລັງເກີດຝົນຕົກໜັກ ແລະນໍ້າຖ້ວມໃນຫລາຍພື້ນທີ່ ເຮັດໃຫ້ເນື້ອທີ່ການ ຜລິຕຂອງປະຊາຊົນຢູ່ບໍຣິເວນແຄມຂອງ ແລະແມ່ນໍ້າສາຂາໄດ້ຮັບຜົລກະທົບຫລາຍສົມຄວນ. ພາກສ່ວນກ່ຽວຂ້ອງກໍໄດ້ພະຍາຍາມ ຮວບຮວມຂໍ້ມູນ ຄວາມເສັຍຫາຍໃນເຂດທີ່ນໍ້າຖ້ວມ ແຕ່ຍັງບໍ່ທັນແລ້ວເທື່ອ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:

ເພິ່ນກໍາລັງຮວບຮວມຂໍ້ມູນຢູ່ ຍັງບໍ່ແລ້ວເທື່ອ. ບໍ່! ມັນເປັນນໍ້າໄຫລຜ່ານ ມັນກໍມາແຕ່ຫລາຍບ່ອນຫັ້ນ. ຈາກແຂວງຫລວງພຣະບາງ ມັນກໍລົງມາໄຫລ ມັນມາຫລາຍທາງນ່າ. ກໍາລັງອັນນັ້ນຢູ່ ຄະນະກັມການເພິ່ນກໍາລັງຮວບຮວມຢູ່.

ພ້ອມດຽວກັນນີ້ ນັກຂ່າວທ້ອງຖິ່ນຢູ່ແຂວງໄຊຍະບູຣີ ຜູ້ນຶ່ງກໍເວົ້າເຖິງການເກັບ ກໍາຂໍ້ມູນ ແລະການຊ່ອຍເຫລືອ ຜູ້ຖືກຜົລກະທົບ ຈາກພັຍນໍ້າຖ້ວມນັ້ນວ່າ ຍັງບໍ່ສາມາດຕອບສນອງ ຢ່າງຮີບດ່ວນໄດ້ ຄືກັນກັບເຫດນໍ້າຖ້ວມເມື່ອປີຜ່ານໆມາ ຍ້ອນເນື້ອທີ່ທີ່ຖືກຜົລກະທົບ ມີຢູ່ຫລາຍບ້ານ, ຫລາຍເມືອງ ສ່ວນຫລາຍແມ່ນເປັນທົ່ງໄຮ່, ທົ່ງນາ ຂອງປະຊາຊົນ ທີ່ນໍ້າຍັງຖ້ວມຢູ່ໃນຂະນະນີ້.

ເມືອງຄອບມາເມືອງຊຽງຮ່ອນ ສ່ວນເມືອງເງິນແມ່ນບໍ່ຖືກ, ແຕ່ມັນຖືກຫົນທາງລະຫວ່າງ ຊຽງເງິນ ຫາຊຽງຮ່ອນ. ຂົວເປ່ເພຢູ່ເມືອງຫົງສາ ມີຢູ່ 2 ບ້ານທີ່ວ່າຕິດກັບແຄມແມ່ນໍ້າ. ໄຊຍະບູຣີຫັ້ນແມ່ນ ບ້ານນາມອມ, ບ້ານທ່າ ໄປຫາໂຕແຂວງຫັ້ນນ່າ. ການເສັຽຫາຍຕ່າງໆ ຍາກຈະຄົບແດ່ໜ້ອຍນຶ່ງ. ມັນພື້ນທີ່ທໍາການຜະລິຕ ຂອງຂະເຈົ້າ. ບ່ອນນໍ້າຖ້ວມລະກໍມີ ແລ້ວກໍເຂົ້າໄປຫາແບບຫຍູ້ງຍາກຫັ້ນນ່າ.

ເຖິງແມ່ນວ່ານໍ້າຖ້ວມຢູ່ຫລາຍບ້ານ, ຫລາຍເມືອງ ໃນແຂວງໄຊຍະບູຣີ ຈະຫລຸດລົງແລ້ວ ແຕ່ກໍມີບັນຫາຮ້າຍແຮງ ເປັນຕົ້ນຢູ່ເຂດເທສບານເມືອງຄອບ ແລະບ້ານແປງຄໍາ ເມືອງຊຽງຮ່ອນ ທີ່ມີເນື້ອທີ່ການຜະລິຕຢູ່ແຄມນໍ້າ ໄດ້ຮັບຜົລກະທົບເສັຽຫາຍ ແຕ່ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫລືອເທື່ອ.

ດັ່ງຊາວບ້ານ ຢູ່ເມືອງຄອບນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ນໍ້າຖ້ວມຫລາຍຢູ່ ແຕ່ວ່າເຣີ່ມແຫ້ງແລ້ວແຕ່ຖ້າວ່າ ຝົນຕົກມາກໍອາຈຖ້ວມອີກເນາະ ມັນຖ້ວມທົ່ງນາພຸ້ນນ່າ. ອໍ໋ຫລາຍເຕີບເນາະ ເພາະວ່າເຂົ້ານາຫັ້ນມັນຈະບໍ່ລຸກຂຶ້ນເລີຍເນາະ. ຜົລເສັຽຍຫາຍມັນ ນໍ້າຫາກໍ່ຖ້ວມມື້ວານນີ້ ຊີ້ເນາະ. ພາກສ່ວນກ່ຽວຂ້ອງນີ້ກໍກໍາລັງຕິດຕາມເນາະ ສະຖານະການບ້ານເມືອງ ແຕ່ວ່າຍັງບໍ່ທັນອັນຍັງບໍ່ທັນທີ່ວ່າ ຈະເຂົ້າມາຊ່ວຍເຫລືອ.

ໃນມື້ວັນທີ 11 ແລະ 12 ສິງຫານີ້ ມີຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ເມືອງຄອບ ແລະເມືອງຊຽງຮ່ອນ ແຂວງໄຊຍະບູຣີ ເຮັດໃຫ້ນໍ້າປ່າໄຫລລົງແມ່ນໍ້າສາ ຂາຕ່າງໆ ເກີດນໍ້າຖ້ວມບ້ານເຮືອນ, ພື້ນທີ່ທໍາການຜະລິຕ ຂອງປະຊາຊົນ ແລະຖນົນຫົນທາງບາງສາຍ ໂດຍສະເພາະແມ່ນບ້ານທີ່ຕັ້ງຢູ່ລຽບແຄມສາຍນໍ້າ ເສັຽຫາຍຫລາຍ. ສະເພາະຢູ່ເມືອງຄອບ ມີ 5 ບ້ານ ທີ່ໄດ້ຮັບຜົລກະທົບ ຄືບ້ານຫົວນົກກົດ,​ ບ້ານນໍ້າພ້າວ, ບ້ານສະຖານ, ບ້ານຜາບ່ອງ, ບ້ານຫ້ວຍພະນ້ອຍ ແລະບ້ານໄຮ່, ສ່ວນຢູ່ເມືອງຊຽງຮ່ອນ ແມ່ນບ້ານປົ່ງຄໍາ ແຕ່ຍັງບໍ່ທັນສາມາດປະເມີນ ຄ່າເສັຽຫາຍໄດ້.

ກ່ອນໜ້ານີ້ ທ່ານ ເພັດພິໄຊ ສຸນວິໄລ ຮອງເຈົ້າແຂວງ ແລະທັງເປັນຫົວໜ້າ ຄະນະກັມມະການຄຸ້ມຄອງພັຍພິບັດ ແຂວງໄຊຍະບູຣີ ໄດ້ກ່າວວ່າ ເນື່ອງຈາກແຂວງໄຊຍະບູຣີ ໄດ້ຮັບຜົລກະທົບຈາກພະຍຸມູ້ນຫລານ ເຮັດໃຫ້ນໍ້າຖ້ວມ 5 ເມືອງ, ລະຫວ່າງເມືອງໄຊຍະບູຣີ ແລະເມືອງຫົງສາ ເສັ້ນທາງຖືກຕັດຂາດ, ພື້ນທີ່ການຜະລິຕ ແລະລ້ຽງສັດຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍຈໍານວນນຶ່ງ. ສະເພາະຢູ່ເທສບານເມືອງໄຊຍະບູຣີ ແມ່ນໍ້າຮຸ່ງ ຂຶ້ນຂຶ້ນເຖິງ 5 ແມັດຫາ 6.5 ແມັດ ຊຶ່ງຈຸດອັນຕຣາຍແມ່ນຢູ່ລະດັບ 7 ແມັດ. ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກາດພາວະສຸກເສີນ ແລະຕຣຽມກໍາລັງພົລ ໄວ້ຊ່ອຍເຫລືອປະຊາຊົນ ປະມານ 600 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.