ສານປົກຄອງສູງສຸດ ຂອງໄທຍ ຍົກຟ້ອງຄະດີ ຊື້-ຂາຍໄຟຟ້າ ຈາກເຂື່ອນ ໄຊຍະບູຣີ

ໄຊຍາ
2022.08.17
ສານປົກຄອງສູງສຸດ ຂອງໄທຍ ຍົກຟ້ອງຄະດີ ຊື້-ຂາຍໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ເຄືອຂ່າຍ ຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ຟ້ອງຮ້ອງ ສັນຍາການ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ຂອງ 5 ໜ່ວຍງານ ທີ່ກ່ຽວຂ້ອງ ຂອງພາກຣັຖ ໃນປະເທດໄທຍ ຮັບຟັງຄຳພິພາກສາ ຂອງສານປົກຄອງສູງສຸດ, ນະຄອນຫຼວງບາງກອກ ປະເທດໄທຍ ວັນທີ 17 ສິງຫາ 2022.
RFA

ໃນວັນທີ 17 ສິງຫາ ປີ 2022 ສານປົກຄອງກາງຂອງໄທຍ ໄດ້ນັດອ່ານຄຳພິພາກສາ ຂອງສານປົກຄອງສູງສຸດ ໂດຍໄດ້ຢືນຕາມຄຳພິພາກສາ ຂອງສານປົກຄອງຊັ້ນຕົ້ນ ຄືໃຫ້ຍົກຟ້ອງ ກໍຣະນີເຄືອຂ່າຍຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ຟ້ອງຮ້ອງ ສັນຍາການຊື້-ຂາຍ ໄຟຟ້າຈາກເຂື່ອນໄຊຍະບູຣີ ຂອງ 5 ໜ່ວຍງານ ທີ່ກ່ຽວຂ້ອງ ຂອງພາກຣັຖໃນປະເທດໄທຍ.

ທາງສານມີຄວາມເຫັນວ່າ ການເຮັດສັນຍາ ຊື້-ຂາຍ ກະແສໄຟຟ້າ ຈາກເຂື່ອນໄຊຍະບູຣີ ບໍ່ໄດ້ປະກົດຢ່າງຈະແຈ້ງວ່າ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະຕໍ່ຜູ້ຟ້ອງຮ້ອງໂດຍຕຣົງ ອີກທັງຜູ້ຖືກຟ້ອງ ກໍໄດ້ເຮັດຂັ້ນຕອນປຶກສາຫາລືລ່ວງໜ້າ ຫຼື Procedures for Notification, Prior Consultation and Agreement (PNPCA) ກັບຊາວບ້ານຢູ່ໄທຍແລ້ວ 3 ຄັ້ງ ໃນແຂວງຊຽງຮາຍ, ແຂວງເລີຍ ແລະ ແຂວງນະຄອນພະນົມ ຈຶ່ງເຫັນວ່າເປັນການເຮັດໜ້າທີ່ ແບບຖືກຕ້ອງບໍ່ໄດ້ລະເລີຍ ຕໍ່ໜ້າທີ່ ແຕ່ຢ່າງໃດ ແລະຜູ້ຖືກຟ້ອງ ກໍບໍ່ມີໜ້າທີ່ປະເມີນຜົລ ກະທົບຈາກສັນຍາຊື້-ຂາຍ ໄຟຟ້າດັ່ງກ່າວນັ້ນ ຈຶ່ງຖືວ່າຜູ້ຟ້ອງຄະດີບໍ່ມີ ອຳນາດໃນການປ້ອງຮ້ອງເຣື່ອງນີ້ໄດ້.

ກ່ຽວກັບເຣື່ອງນີ້ ຍານາງ ສ. ຣັດຕະນະມະນີ ພົລກ້າ ທະນາຍຄວາມ ຈາກມູລນິທິສູນຂໍ້ມູນ ຊຸມຊົນໃນຖານະ ທະນາຍຄວາມຂອງເຄືອຂ່າຍ ຊາວໄທຍ 8 ແຂວງ ລຸ່ມແມ່ນໍ້າຂອງ ກ່າວຕໍ່ສື່ມວນຊົນ ໃນວັນທີ 17 ສິງຫາ ນີ້ວ່າ:

ສານເຫັນວ່າກໍຣະນີສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ບໍ່ໄດ້ສົ່ງຜົລກະທົບ ໂດຍຕຣົງຕໍ່ຜູ້ຟ້ອງຄະດີ ຫຼືປະຊາຊົນລຸ່ມແມ່ນໍ້າຂອງ ແຕ່ເຣື່ອງທີ່ມີຜົລກະທົບ ແມ່ນເກີດຈາກເຂື່ອນໄຊຍະບູຣີ ບໍ່ແມ່ນເກີດຍ້ອນສັນຍາຊື້-ຂາຍໄຟຟ້າ ເຖີງແມ່ນວ່າ ທາງພວກເຮົາຟ້ອງວ່າສັນຍາຊື້-ຂາຍ ໄຟຟ້າ ສົ່ງຜົລໃຫ້ມີການກໍ່ສ້າງ ເຂື່ອນໄຊຍະບູຣີ ກໍຕາມແຕ່ສານກໍຍັງເຫັນວ່າ ເປັນເຣື່ອງໄກອອກໄປ ຈຶ່ງເຫັນພ້ອມຕາມຄຳພິພາກສາ ຂອງສານປົກຄອງຊັ້ນຕົ້ນ ໃຫ້ຍົກຟ້ອງ.

ຍານາງ ກ່າວຕື່ມວ່າໃນໝໍ່ໆນີ້ ທາງເຄືອຂ່າຍພາກປະຊາສັງຄົມ ຂອງໄທຍກໍຈະມີການປະຊຸມກັນ ພາຍໃຕ້ຫົວຂໍ້ປະຕິບັດການແຫ່ງຊາຕ ວ່າດ້ວຍທຸຣະກິຈ ກັບສິດທິມະນຸສ ເພື່ອທີ່ຈະມີການຫາລື ກ່ຽວກັບແຜນທີ 2 ຂອງການປົກປ້ອງ ຜົລກະທົບ ຂອງຊາວບ້ານລຸ່ມແມ່ນໍ້າຂອງ ພາຍຫຼັງຈາກແຜນທຳອິດ ກໍຄືການຟ້ອງຮ້ອງສານ ປົກຄອງໄດ້ສິ້ນສຸດລົງແລ້ວ ໃນໄລຍະເວລາ 10 ປີ.

ໃນຂະນະທີ່ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຊຶ່ງເປັນຜູ້ຟ້ອງຮ້ອງ ອັນດັບທີ 1 ຂອງຄະດີນີ້ ໃຫ້ສັມພາດ ພາຍຫຼັງຟັງຄຳພິພາກສາ ຂອງສານປົກຄອງສູງສຸດວ່າ:

ຂ້າພະເຈົ້າຄິດວ່າ ເປັນຄຳເຫັນທີ່ຕ່າງມຸມຫຼາຍກວ່າ ຕ່າງຄົນຕ່າງມີເຫດຜົລ ສານກໍມີເຫດຜົລ ຂອງສານແຕ່ວ່າເລິກໆ ພວກເຮົາກໍມີຄວາມຄິດເຫັນ ອີກມຸມນຶ່ງ ກໍຕ້ອງຍອມຮັບ ຄຳຕັດສິນຂອງສານເນາະ.

ສ່ວນ ຍານາງ ອ້ອມບຸນ ທິບສຸນາ ເຄືອຂ່າຍພາກປະຊາສັງຄົມ ລຸ່ມນໍ້າຂອງພາກອີສານ ແລະ ຜູ້ຟ້ອງອັນດັບທີ 4 ຂອງຄະດີນີ້ໄດ້ໃຫ້ຄຳເຫັນວ່າ:

ກໍຍອມຮັບຜົລການຕັດສິນຂອງສານ ແລະກໍໄດ້ຂໍ້ຄິດໃນການຕໍ່ສູ້ ເພື່ອປົກປ້ອງແມ່ນໍ້າຂອງ ເພີ່ມຕື່ມ ອັນນີ້ເປັນປະເດັນ ທີ່ຊ່ອຍຊີ້ໃຫ້ພວກເຮົາ ເຫັນວ່າປະເດັນ ທີ່ຈະຕ້ອງຟ້ອງປະເດັນ ທີ່ຈະຕ້ອງນໍາຂໍ້ມູນຂ່າວສານ ຫຼັກຖານອີ່ຫຍັງຕ່າງໆ ເກີດຂຶ້ນ ແລ້ວຈະນໍາເຂົ້າ ມາສູ່ສານອີກເທືື່ອນຶ່ງ ໃນຂັ້ນຕອນຕໍ່ໄປ.

ທ່ານ ອຳນາດ ໄຕຣຈັກ ເຄືອຂ່າຍລຸ່ມແມ່ນໍ້າຂອງ ແຂວງນະຄອນພະນົມ ໃນຖານະຜູ້ຟ້ອງຮ້ອງ ອັນດັບທີ 11 ຂອງຄະດີນີ້ກໍໄດ້ກ່າວວ່າ:

ກໍທຳໃຈມາແຕ່ບ້ານແລ້ວ ແຕ່ຢ່າງໜ້ອຍສານກໍຍັງໄດ້ຊີ້ແຈງ ໃຫ້ພວກເຮົາໄດ້ເຫັນຄວາມຊັດເຈນ ໃນການຟ້ອງ ເຖິງແມ່ນວ່າຜົລອອກມາ ຈະບໍ່ກົງຕາມທີ່ພວກເຮົາ ຄາດຫວັງຊຶ່ງໃນ ໄລຍະ 10 ປີ ທີ່ພວກເຮົາໄດ້ພະຍາຍາມ ຕໍ່ສູ້ ແລະຮີບໂຮມຂໍ້ມູນ ຜົລກະທົບທີ່ມັນເກີດຂຶ້ນ.

ໃນຂະນະດຽວກັນ ຍານາງ ພຽນພອນ ດີເທດ ຜູ້ອຳນວຍການ ຝ່າຍຣົນນະຣົງ ອົງການແມ່ນໍ້າສາກົນ ທີ່ໄດ້ເຂົ້າຮ່ວມຮັບຟັງ ຄຳພິພາກສາ ຂອງສານປົກຄອງສູງສຸດ ໃນຄັ້ງນີ້ໄດ້ກ່າວດ້ວຍນໍ້າສຽງ ເສົ້າໃຈວ່າ:

ຮູ້ສຶກວ່າ ຕຳຣວດຢູ່ໃສ ຄວາມເດືອດຮ້ອນ ກຳລັງເກີດຂຶ້ນ ແມ່ນໍ້າຂອງກຳລັງຖືກທຳລາຍ ທຸກຄົນກຳລັງເດືອດຮ້ອນ ແລ້ວເຮົາຈະຂໍເພິ່ງພາກສ່ວນໃດໄດ້ ເຮົາຢາກເຫັນຄວາມເປັນທັມ ເທົ່ານັ້ນເອງ ບໍ່ໄດ້ຢາກໄດ້ເງິນ ຄ່າຊົດເຊີຍ ແຕ່ຢາກໃຫ້ແມ່ນໍ້າຂອງ ຢູ່ໄດ້ ໃຫ້ປະຊາຊົນຢູ່ໄດ້ ຢາກໃຫ້ລູກຫຼານຢູ່ໄດ້.

ທາງດ້ານຊາວບ້ານ ແຄມແມ່ນໍ້າຂອງ ຢູ່ເມືອງຊຽງຄານ ແຂວງເລີຍ ທີ່ລໍຖ້າຟັງຄຳພິພາກສາ ຂອງສານກໍໄດ້ໃຫ້ສັມພາດຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ພາຍຫຼັງຮູ້ຜົລຄຳພິພາກສາ ຂອງສານວ່າ ເຖິງຢ່າງໃດກໍຕາມກໍຈະບໍ່ຍອມທໍ້ຖອຍ ແລະຫາແນວທາງສູ່ຕໍ່ໄປ.

ຮູ້ຢູ່ແລ້ວວ່າ ສູ້ບໍ່ໄດ້ແຕ່ກາສູ້ໄປຫັ້ນແລ້ວ ເຮົາຕ້ອງສູ້ເນາະ ເພາະວ່າບໍ່ສູ້ບໍ່ໄດ້ເດ ສູ້ບໍ່ໄດ້ກໍບໍ່ຊະນະ ກາບໍ່ເປັນຫຍັງ ກາສູ້ໃໝ່ສູ່ມື້ນີ້ກາເກີດຢູ່ ກາເຫັນຢູ່ແລ້ວເດ້ວ່າ ເປັນຈັ່ງໃດນໍ້າຫັ້ນ ສູ່ມື້ນີ້ກໍຂຶ້ນໄວ ເອົານໍາບໍ່ທັນຜັກຫຍ້າ ກະຕາຍໝົດ.

ໃນຂະນະທີ່ ທ່ານ ຊານໄຊ ດາຈັນ ຫົວໜ້າຊາວປະມົງ ບ້ານຫາດຄຳພີ ເມືອງປາກຊົມ ແຂວງເລີຍ ກໍ່ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ສິງຫາ ວ່າ ການຍົກຟ້ອງຂອງສານ ກໍອີງໃສ່ຂໍ້ມູນ ຈາກວິຊາການ ບໍ່ໄດ້ລົງມາເບິ່ງໂຕຈີງວ່າ ນໍ້າຂອງເສັຽຫາຍຫຼາຍຊໍ່າໃດ.

ເພາະວ່າການຄິດມາດົນແລ້ວເນາະ ເພາະວ່າມັນກາຄ້າຍໆ ວ່າຕີນຊ້າງຢຽບປາກນົກ ແບບວ່າທາງນັ້ນກໍສານສິຍົກຟ້ອງ ແບບວ່າຂໍ້ມູນກາໜັ່ງຢູ່ ແຕ່ເອົາຢູ່ໃນຫ້ອງແອ ບໍ່ມາລົງພື້ນທີ່ເບິ່ງ ສະນັ້ນກາຢາກທຸກສິ່ງທຸກຢ່າງ ຢາກໃຫ້ພວກທີ່ເອົາຂໍ້ມູນ ຫຼືວ່າເອົາແມ່ນຫຍັງ ກາຕ້ອງໄດ້ລົງມາພື້ນທີ່ ມາເບິ່ງວ່ານໍ້າຂອງ ມັນເປັນຈັ່ງໃດ ຈັ່ງໃດສິ່ງແວດລ້ອມ ລະບົບນິເວດມັນເສັຽຫາຍ ຈັ່ງໃດຢາກມາເບິ່ງ ຢາກໃຫ້ລົງພື້ນທີ່ ມາເບິ່ງບໍ່ແມ່ນຂຽນເອົາ ແຕ່ຢູ່ໃນຫ້ອງແອຣ໌ ນັກວິຊາການຜູ້ນັ້ນ ດຣ. ຜູ້ນີ້ຈັ່ງສິນ່າ.

ສຳລັບການຟ້ອງຮ້ອງ ກໍຣະນີ ສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ໄດ້ເກີດຂຶ້ນທຳອິດ ໃນວັນທີ 7 ສິງຫາ ປີ 2012 ໂດຍຜູ້ຟ້ອງຮ້ອງຄະດີ 37 ຄົນ ມາຈາກ 8 ແຂວງລຸ່ມແມ່ນໍ້າຂອງ ໃນປະເທດໄທຍທີ່ເປັນເຄືອຂ່າຍ ອົງການພາກປະຊາສັງຄົມ ຂອງໄທຍ.

ເຄືອຂ່າຍອົງການ ພາກສ່ວນປະຊາສັງຄົມ ຂອງໄທຍ ໄດ້ຍື່ນຟ້ອງຕໍ່ສານປົກຄອງ ໄດ້ຟ້ອງ 5 ໜ່ວຍງານພາກຣັຖ ຂອງໄທຍປະກອບດ້ວຍການໄຟຟ້າ ຝ່າຍຜລິຕແຫ່ງປະເທດໄທຍ, ຄະນະກັມມະການນະໂຍບາຍ ພລັງງານແຫ່ງຊາຕ, ກະຊວງພລັງງານ, ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແລະ ຄະນະຣັຖມົນຕຣີ ໂດຍໃຫ້ເຫດຜົລວ່າສັນຍາ ຊື້-ຂາຍ ໄຟຟ້າ ລະຫວ່າງການໄຟຟ້າ ຝ່າຍຜລິຕແຫ່ງປະເທດໄທຍ ແລະ ບໍຣິສັດ ໄຊຍະບູຣີ ພາວເວີ້ຣ໌ ຈຳກັດ ນັ້ນບໍ່ມີຄວາມສົມບູນ ແລະບໍ່ໄດ້ປະຕິບັດຕາມຂັ້ນຕອນການປຶກສາຫາລື ລ່ວງໜ້າ ຫຼື PNPCA ຮວມທັງການປະຕິບັດ ຕາມກົດໝາຽ ໃນປະເທດ ແລະການອະນຸມັດ ຂອງຄະນະຣັຖມົນຕຣີ ທີ່ລົງນາມໃນສັນຍາຊື້-ຂາຍໄຟຟ້າ ກໍບໍ່ຊອບທັມ ດ້ວຍກົດໝາຽ.

ຈົນໃນທີ່ສຸດ ໃນວາຣະຄົບຮອບ 10 ປີ ຂອງຄະດີດັ່ງກ່າວນີ້ ເຖິງແມ່ນວ່າ ທາງສານປົກຄອງ ສູງສຸດ ຂອງໄທຍ ກໍໄດ້ພິພາກສາ ຍົກຟ້ອງໄປເປັນທີ່ຮຽບຮ້ອຍ ກໍຕາມ ແຕ່ທາງເຄືອຂ່າຍ ຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ກໍຢືນຢັນວ່າ ຈະມີການຫາແນວທາງ ຟ້ອງຮ້ອງອີກຕື່ມເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.