ການຈັດເວທີ ໃຫ້ຂໍ້ມູນ ກ່ຽວກັບ ໂຄງການເຂື່ອນ ຫຼວງພຣະບາງ ຄັ້ງທີ 1 ຢູ່ ແຂວງນະຄອນພນົມ, ປະເທດໄທຍ ເມື່ອວັນທີ 24 ທັນວາ ຜ່ານມານີ້ ເປັນພຽງ ການຈັດສາກ ແລະ ເຊື່ອວ່າ ຈະບໍ່ມີ ການນໍາເອົາ ຂໍ້ຄິດເຫັນ ຫຼື ຂໍ້ຄັດຄ້ານ ຂອງປະຊາຊົນ ທີ່ເຂົ້າຮ່ວມນັ້ນ ໄປພິຈາຣະນາ ແຕ່ຢ່າງໃດ, ອີງຕາມຄໍາເວົ້າ ຂອງຜູ້ຕາງໜ້າ ເຄືອຂ່າຍ ພາກປະຊາຊົນໄທຍ 7 ແຂວງ ລຸ່ມນໍ້າຂອງ ຕໍ່ RFA ໃນມື້ ວັນທີ 25 ທັນວາ ນີ້.
“ຖ້າເວົ້າ ກະບໍ່ມີຜົລ ເພາະວ່າ ເຂົາເຮັດມາ ໝົດແລ້ວ. ແບບວ່າ ຢາກໄດ້ ຣາຍຊື່ເຮົາ ແລະ ຜູ້ເຂົ້າຮ່ວມ ຊື່ໆຫັ້ນນະ ໄປສະແດງ ຄວາມຄິດເຫັນ ກະເວົ້າໄປ ເຂົາກະບໍ່ເອົາ ຕາມທີ່ເຮົາເວົ້າຫັ້ນນະ ເພາະວ່າ ພວກນີ້ ເຂົາເຮັດຄ້າຍໆ ໄປເປັນໜ້າມ້າ ໃຫ້ເຂົາ ຄ້າຍໆກັບ ໄປເປັນຕາຢາງ ໃຫ້ເຂົາຊື່ໆ ຫັ້ນນະ.”
ທ່ານກ່າວຕື່ມວ່າ ທາງເຄືອຂ່າຍ ພາກປະຊາຊົນໄທຍ 7 ແຂວງ ລຸ່ມແມ່ນໍ້າຂອງ ບໍ່ໄດ້ໄປເຂົ້າຮ່ວມ ເວທີດັ່ງກ່າວ ຍ້ອນບໍ່ມີ ຜົລແນວໃດ ຕາມມາ. ສຽງຂອງປະຊາຊົນ ບໍ່ສາມາດ ຍັບຍັ້ງ ການສ້າງເຂື່ອນ ຫຼວງພຣະບາງ ໄດ້ຢູ່ແລ້ວ, ເຊິ່ງກ່ອນທີ່ ຈະສ້າງເຂື່ອນ ໄຊຍະບູຣີ ທາງ ພາກສ່ວນ ກ່ຽວຂ້ອງ ກໍໄດ້ຈັດ ເວທີ ໃຫ້ຂໍ້ມູນ ແກ່ປະຊາຊົນ ຄືກັນ, ແຕ່ແລ້ວ ກໍສ້າງ ໂດຍບໍ່ຟັງ ຫາງສຽງ ຂອງປະຊາຊົນ.
ສາສດາຈານ ດຣ. ທວນທອງ ຈຸທາເກດ, ອາຈານ ປະຈໍາສາຂາ ວິຊາປະມົງ ມະຫາວິທຍາລັຍ ອຸບົນຣາຊທານີ ຂອງໄທຍ ທີ່ໄດ້ເຂົ້າຮ່ວມ ເວທີດັ່ງກ່າວ ກ່າວຕໍ່ RFA ວ່າ:
(ສຽງໄທ)
“ທ່ານເວົ້າວ່າ ກະຕ້ອງ ຍອມຮັບວ່າ ອໍານາດ ອະທິປະຕັຍ ໃນການສ້າງເຂື່ອນ ຫຼວງພຣະບາງ ຂຶ້ນຢູ່ກັບ ຣັຖບານລາວ, ແຕ່ຖ້າຫາກວ່າ ທາງການລາວ ເບິ່ງເຫັນ ເຖິງຂໍ້ສັງເກດ ທາງວິຊາການ ຫຼືວ່າ ຂໍ້ຮຽກຮ້ອງ ຂອງຊາວປະມົງ ຫຼືຊຸມຊົນ ລຸ່ມແມ່ນໍ້າຂອງ, ທາງການລາວ ກໍອາຈມີ ຂະບວນການ ພິຈາຣະນາໃໝ່ ໃຫ້ຮອບຄອບ ກວ່ານີ້.”
ດຣ. ຈັນສະແຫວງ ບຸນຍົງ, ເອກອະທິບໍດີ ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຕາງໜ້າ ຣັຖບານລາວ ທີ່ເຂົ້າຮ່ວມ ເວທີນັ້ນ, ໃຫ້ສັມພາດ ສື່ມວນຊົນ ຊ່ອງ 3 ຂອງໄທຍ ວ່າ ທາງການລາວ ໝັ້ນໃຈວ່າ ບໍຣິສັດ ຜູ້ອອກແບບ ໂຄງການເຂື່ອນ ຫຼວງພຣະບາງ ຈະເຮັດ ການກໍ່ສ້າງ ອອກມາໄດ້ດີ ຄືກັບ ໂຄງການເຂື່ອນ ໄຊຍະບູຣີ, ເຊິ່ງໂຄງການເຂື່ອນ ຫຼວງພຣະບາງ ອາຈເຣີ່ມ ລົງມືກໍ່ສ້າງ ກ່ອນເຂື່ອນ ປາກແບງ ແລະ ເຂື່ອນປາກລາຍ.
ຢ່່າງໃດກໍຕາມ, ເວທີໃຫ້ຂໍ້ມູນ ກ່ຽວກັບ ໂຄງການເຂື່ອນ ຫຼວງພຣະບາງ ແກ່ປະຊາຊົນ ໃນໄທຍ ຍັງຈະຈັດ ຂຶ້ນອີກ 2 ຄັ້ງ, ເຊິ່ງຄັ້ງທີ 2 ຢູ່ແຂວງ ເລີຍ ແລະ ຄັ້ງທີ 3 ຢູ່ແຂວງອຸບົນ, ໂດຍມີ ເຈົ້າໜ້າທີ່ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາຕ ຂອງໄທຍ, ເຈົ້າໜ້າທີ່ທາງການລາວ ແລະ ຫຼາຍພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.