ຕລາດຫລັກ 8 ບ້ານອຸດົມວິໄລ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ໄຟໄໝ້ ໃນມື້ອວັນທີ 11 ສິງຫານີ້ ເສັຍຫາຍໜັກ, ພວກພໍ່ຄ້າແມ່ຄ້າ ທີ່ໄດ້ຮັບຄວາມເສັຍຫາຍ ໜັກໜ່ວງ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫລືອຢ່າງຮີບດ່ວນ ຍ້ອນໄຟໄໝ້ສິນຄ້າ ແລະເຄື່ອງຂອງເສັຍຫາຍໝົດ ແລະຫລາຍຄົນກໍບໍ່ມີທຶນທີ່ຈະຄ້າຂາຍຕໍ່ໄປໄດ້.
ເຈົ້າຂອງຮ້ານສ້ອມແປງໂທຣະສັບ ຢູ່ໃນຕລາດ ທີ່ໄດ້ຮັບຄວາມເສັຍຫາຍຫລາຍເຖິງ 200 ລ້ານກີບນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫານີ້ວ່າ:
" ເສັຽຫາຍແມ່ນໝົດແບບ 100% ເລີຍ. ບໍ່ໄດ້ຈັກຢ່າງເລີຍ ອາໄລ່ສາງເຮົາເສັຽຫາຍໝົດເລີຍ ເຄື່ອງລູກຄ້າກະໄໝ້ຫລາຍເຄື່ອງ. ໂຕນີ້ໄດ້ຍິນເພິ່ນລົມກັນກະຄືວ່າ ໄຟຟ້າລັດວົງຈອນ ເພິ່ນຍັງບໍ່ວ່າແນວໃດຫັ້ນແຫລະ ເພິ່ນກະບໍ່ທັນມີຄໍາຕອບຫຍັງເລີຍ. "
ຄົນງານຮ້ານຄ້າຜູ້ນຶ່ງເວົ້າວ່າ ຕອນນີ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອີ້ນບັນດາຜູ້ປະກອບການ ແລະພໍ່ຄ້າແມ່ຄ້າ ແຕ່ລະຮ້ານ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດໄຟໄໝ້ນັ້ນ ໄປໃຫ້ຂໍ້ມູນຄວາມເສັຍຫາຍ ແລະເວົ້າເຖິງເຣື່ອງ ແນວທາງແກ້ໄຂຄວາມເດືອດຮ້ອນ ໃນເບື້ອງຕົ້ນ ແລະຄວາມຮຽກຮ້ອງ ຕ້ອງການຂອງຜູ້ປະສົບເຫດ ໄຟໄໝ້ຄັ້ງນີ້ນໍາດ້ວຍ.
" ຕອນນີ້ ກະເພິ່ນຍັງບໍ່ທັນສລຸບອອກມາ. ເພິ່ນເອີ້ນໄປປະຊຸມຢູ່ ບໍ່ມີຜູ້ໄດ້ຮັບບາດເຈັບ ແຕ່ວ່າມັນບໍ່ໃຫ້ເປີດແລ້ວນ່າ ເຈົ້າ. ເພາະວ່າມັນໄໝ້ໝົດເລີຍຂ້າງໃນ ເຄື່ອງໃນຕລາດທັງໝົດເລີຍ. "
ແມ່ຄ້າຮ້ານຂາຍອາຫານສົດ ເວົ້າວ່າ ເຈົ້າໜ້າທີ່ຕໍາຣວດ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ໄປຕລາດເພື່ອສືບສວນ-ສອບສວນຫາຕົ້ນຕໍ ຂອງສາເຫດໄຟໄໝ້ ແລະສອບຖາມພວກພໍ່ຄ້າແມ່ຄ້າ ຊຶ່ງໃນນັ້ນ ມີຮ້ານຄ້າບາງຮ້ານ ບໍ່ໄດ້ຮັບຄວາມເສັຍຫາຍ ແລະກໍຍັງຈະຂາຍເຄື່ອງຕາມປົກກະຕິຢູ່.
" ທາງການເພິ່ນກໍາລັງລົງມາສືບສວນມື້ນີ້ ເຈົ້າ. ເພາະວ່າຕອນນີ້ເຮົາກະຢູ່ໃນຕລາດ ອັນນີ້ຮ້ານເຮົາກະບໍ່ຄ່ອຍໜັກປານໃດ ເພາະວ່າເຮົາບໍ່ໄດ້ມ້ຽນເຄື່ອງໃນຮ້ານ. ເຮົາແມ່ນແມ່ຄ້າຕລາດສົດ ເປັນບ່ອນທາງໃນຕລາດ ຈະເສັຍຫາຍຫລາຍ. "
ເຈົ້າຂອງຮ້ານຂາຍເຄື່ອງຮ້ານນຶ່ງ ທີ່ຢູ່ອ້ອມແອ້ມຕລາດຫລັກ 8 ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫານີ້ວ່າ ໄຟໄໝ້ຕລາດຫລັກ 8 ນີ້ ແມ່ນໄໝ້ພຽງແຕ່ຮ້ານຄ້າ ທີ່ຢູ່ໃນຕລາດເທົ່ານັ້ນ, ບໍ່ໄດ້ໄໝ້ແຜ່ລາມອອກມາທາງນອກ.
" ຫລັກ 8 ຫັ້ນບໍ໋ ບໍ່ ບໍ່ຮອດ ເຈົ້າ ເຮົາບໍ່ໄດ້ຂາຍ ເຮົາມີແຕ່ໂຮມສມຸນພັຍ ເພິ່ນກະບໍ່ມີເຄື່ອງຂາຍແຫລະໄໝ້ໝົດແລ້ວ ຈັ່ງວ່າເດີ້ ເຮົາກະຍັງບໍ່ໄດ້ໄປເບິ່ງຫັ້ນນ່າ. "
ມາຮອດມື້ນີ້ ກໍຍັງບໍ່ສາມາດສລຸບ ຄວາມເສັຍຫາຍໄດ້ຢ່າງຄັກແນ່ວ່າ ໄຟໄໝ້ ຕລາດນັ້ນ ເຮັດໃຫ້ຮ້ານຄ້າເສັຍຫາຍຈັກຮ້ານ ແລະມູນຄ່າເສັຍຫາຍເທົ່າໃດກັນແທ້ ແລະຍັງບໍ່ຮູ້ວ່າສາເຫດຂອງໄຟໄໝ້ ນັ້ນເປັນຍ້ອນຫຍັງກັນແທ້. ເຈົ້າໜ້າທີ່ຄະນະຮັບຜິດຊອບເຣື່ອງນີ້ ກໍາລັງເກັບກໍາ ແລະຮິບໂຮມຂໍ້ມູນນັ້ນຢູ່ ແລະກໍຄາດວ່າ ນ່າຈະຮູ້ຣາຍລະອຽດ ໄດ້ໃນອາທິດໜ້ານີ້.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງສວັນນະເຂດ ເວົ້າໃນມື້ດຽວກັນນີ້ວ່າ:
" ເພິ່ນກະຍັງຊິເກັບຂໍ້ມູນ ແລ້ວຈັ່ຍງານມາທາງເຮົາ ຍັງບໍ່ເຫັນທາງຜູ້ຮັບຜິດຊອບ ເພິ່ນຣາຍງານມາ ກະເຫັນຕາມຮູບຫັ້ນແຫລະ ຕາມທີ່ວ່າເພິ່ນເອົາລົງໃນເຟສ ພາກສ່ວນເພິ່ນຍັງບໍ່ຣາຍງານມາ. "
ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາຜແນກອຸດສາຫະກັມ ແລະການຄ້າ ແຂວງສວັນນະເຂດ ແລະຫ້ອງການອຸດສາຫະກັມ ແລະການຄ້າ ນະຄອນໄກສອນ ພົມວິຫານ ແຕ່ເຈົ້າໜ້າທີ່ທີ່ຮັບຜິດຊອບເຣື່ອງນີ້ ກໍາລັງປະຊຸມກັນຢູ່, ບໍ່ສະດວກທີ່ຈະໃຫ້ຣາຍລະອຽດໄດ້.
ໄຟໄໝ້ຢູ່ຕລາດຫລັກ 8 ເກີດຂຶ້ນເວລາປະມານ 3 ໂມງເຊົ້າ ຂອງມື້ວັນທີ 11 ສິງຫານີ້ ຊຶ່ງເປັນເວລາທີ່ພວກພໍ່ຄ້າແມ່ຄ້າ ສ່ວນໃຫຍ່ ຍັງບໍ່ທັນມາຕຣຽມເປີດຮ້ານ ດັ່ງນັ້ນ ຈຶ່ງບໍ່ໄດ້ເກັບເຄື່ອງຂອງທັນ. ຫລັງຈາກນັ້ນ ເວລາ 6 ໂມງເຊົ້າ ເຈົ້າໜ້າທີ່ຈຶ່ງສາມາດຄວບຄຸມໄຟໄໝ້ໄດ້.
ອີງຕາມຄໍາເວົ້າ ຂອງແມ່ຄ້າຂາຍອາຫານສົດ ຢູ່ຕລາດຫລັກ 8, ຂະນະນີ້ ເຈົ້າໜ້າທີ່ໄດ້ສັ່ງຫ້າມບໍ່ໃຫ້ຊາວບ້ານເຂົ້າໄປໃນຕລາດເດັດຂາດ, ແຕ່ກໍອະນຸຍາດໃຫ້ຮ້ານຂາຍອາຫານສົດ ຕັ້ງບ່ອນຂາຍຊົ່ວຄາວຢູ່ໜ້າຕລາດ ໂດຍບໍ່ໄດ້ເສັຍຄ່າເຊົ່າບ່ອນຂາຍ. ສ່ວນຮ້ານຄ້າປະເພດອື່ນໆ ແມ່ນໃຫ້ຢຸດຂາຍ.