ຍັງບໍ່ມີວິທີ ແກ້ບັນຫາ ການລັກລອບ ລະເບີດປາ ໃນແມ່ນ້ຳຂອງ

ສຸພັດຕາ
2022.08.17
ຍັງບໍ່ມີວິທີ ແກ້ບັນຫາ ການລັກລອບ ລະເບີດປາ ໃນແມ່ນ້ຳຂອງ ແມ່ນ້ຳຂອງ ໃນຣະດູນ້ຳລົງ ທີ່ມັກມີການລັກລອບ ລະເບີດປາ.
RFA

ປັດຈຸບັນ ຍັງມີຊາວບ້ານ ບໍຣິເວນເມືອງສັງທອງ ນະຄອນຫຼວງວຽງຈັນ ຍັງລັກລອບລະເບີດປາ ໃນແມ່ນໍ້າຂອງຕໍ່ເນື່ອງ ໂດຍສະເພາະ ເຂດບ້ານອ່າງນ້ອຍ ແລະບ້ານອ່າງສັມມະນາ ທີ່ມີການໃຫ້ສັມປະທານ ການລະເບີດພູ ຂອງນັກລົງທຶນໄທຍ ກັບຈີນ ທີ່ກົງກັນຂ້າມກັບເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ.

ສ່ວນໃຫຍ່ ຈະເປັນເຈົ້າໜ້າທີ່ຂັ້ນບ້ານ ທີ່ມີສ່ວນກ່ຽວຂ້ອງ ໃນການລະເບີດປາ ເພາະຈະບໍ່ສາມາດຫາລະເບີດ ຊນິດໄດນາໄມຕ໌ (Dynamite) ໄດ້ ເຊິ່ງເປັນຊນິດດຽວກັບ ທີ່ເອົາໄວ້ລະເບີດພູ ໃນເຂດສັມປະທານ ຖ້າຫາກເປັນຊາວບ້ານທັມມະດາ ຈະບໍ່ສາມາດມີລະເບີດໄວ້ໃນຄອບຄອງໄດ້.

ຊາວບ້ານໃນເມືອງສັງທອງ ທ່ານນຶ່ງ ກໍໄດ້ກ່າວວ່າ ທີ່ຜ່ານມາ ມີຜູ້ລັກລອບລະເບີດປາ ໃນແມ່ນໍ້າຂອງຢູ່ ເຊິ່ງເຈົ້າໜ້າທີ່ ກໍຈັບໄປດໍາເນີນຄະດີຕາມກົດໝາຍແລ້ວ ເພາະຢູ່ລາວ ກໍມີກົດໝາຍຄຸ້ມຄອງ, ແຕ່ປັດຈຸບັນນີ້ ລາວເອງກໍເຊື່ອວ່າ ຍັງມີຜູ້ລັກລອບເຮັດຢູ່ ໂດຍເຂົາເຈົ້າຈະໄປລັກລະເບີດປາ ໃນຕອນກາງຄືນ ເຊິ່ງກໍເປັນສິ່ງທີ່ບໍ່ດີ ເພາະຈະເຮັດໃຫ້ປາຕາຍ ສູນພັນໝົດ:

“ແຕ່ງີ້ນີ້ ກໍເຫັນວ່າເຂົາເຈົ້າມີ ແລ້ວເຂົາເຈົ້າຈັບກັນແລ້ວ ແຕ່ວ່າຢູ່ແຖວນີ້ບໍ່ໄດ້ຍິນຂ່າວເທື່ອ. ຖ້າເຂົາຈະເຮັດ ເຂົາຈະໄປລັກເຮັດຍາມມື້ຄືນ, ຍາມຄົນບໍ່ເຫັນຊິນ່າ. ກະຜິດກົດໝາຍຄືກັນ ເພິ່ນກໍຈັບຄືກັນ ປັບໃໝອິຫຍັງ ແລ້ວກະຍຶດຂອງກາງ, ແລ້ວກະບາງເທື່ອ ກະຕິດຄຸກພຸ້ນແຫຼະ. ມັນສົ່ງຜົລກະທົບ ແລ້ວກະມັນເຮັດໃຫ້ປານ້ອຍຕາຍຊິນ່າ ມັນຈະເຮັດໃຫ້ປາສູນພັນ.”

ການລະເບີດປາ ຫຼືຊັອດປາ ໃນແມ່ນໍ້າຂອງ ຈະມີທຸກທີ່ຕາມຊາຍແດນ ຝັ່ງລາວ ສ່ວນໃຫຍ່ ຜູ້ລັກລອບລະເບີດປາ ຈະລັກເຮັດໃນຣະດູໜາວ ແລະໄລຍະລະດູແລ້ງ ເພາະນໍ້ານີ້ງແລະແຫ້ງລົງ ຈະບໍ່ສາມາດລັກເຮັດໃນລະດູຝົນໄດ້ ຍ້ອນວ່າ ນໍ້າຂຶ້ນສູງແລະມີຄວາມເລິກ.

ທີ່ຜ່ານມາ ເຈົ້າໜ້າທີ່ຝັ່ງໄທຍ ແລະລາວ ກໍມີການປະສານງານກັນຕລອດ ໃນການປ້ອງກັນ ແຕ່ກໍຍັງມີຜູ້ລັກລອບລະເບີດປາຢູ່ ໂດຍຈະມີເຈົ້າໜ້າທີ່ຂັ້ນບ້ານ ຮ່ວມມືນໍາດ້ວຍ ຫຼືອາດເປັນຍາດພີ່ນ້ອງກັນ.

ສາເຫດທີ່ເຂົາເຈົ້າ ລັກລອບລະເບີດປາ ໃນແມ່ນໍ້າຂອງ ຍ້ອນວ່າ ເປັນວິທີທີ່ງ່າຍ ແລະຫາປາໄດ້ໄວ, ແຕ່ບໍ່ໄດ້ຄໍານືງ ເຖິງຜົລກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະສັດນໍ້າເກີດການສູນພັນ ແລະຊາວບ້ານແຄມຂອງຝັ່ງໄທຍທີ່ຫາປາ ກໍຈະໄດ້ຮັບຜົລກະທົບ ໂດຍຫາປາໄດ້ຍາກຂຶ້ນເຊັ່ນກັນ.

ດັ່ງເຈົ້າໜ້າທີ່ ຕໍາຣວດນໍ້າ ຝັ່ງທາງເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ໄດ້ກ່າວວ່າ:

“ລົມກັນມາຕລອດນະ ລະຫວ່າງເມືອງກັບເມືອງ ແຂວງກັບແຂວງນີ້. ມັນກໍຍັງມີການລັກລອບເຮັດ ມັນກໍເອົາຈາກລະເບີດຫິນນີ້ແຫຼະ ມາລະເບີດປາ. ມັນກໍເປັນວິທີທີ່ງ່າຍ ແລ້ວກໍໄດ້ປາໂຕໃຫຍ່ ສ່ວນຫຼາຍຕາມແນວຊາຍແດນລາວ. ມັນກໍຈະມີທຸກບ່ອນ ມັນກໍຜິດ ກ່ຽວກັບວິຖີຊີວິຕຂອງໄທຍ ເຮັດການປະມົງ ແລ້ວປາມັນກໍຢູ່ບ່ອນບໍຣິເວນນັ້ນແລ້ວ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງສັງທອງ ຍັງບໍ່ໄດ້ຮັບຣາຍງານ ວ່າມີຜູ້ລັກລອບລະເບີດປາໃນແມ່ນໍ້າຂອງເທືອ.

ດັ່ງເຈົ້າໜ້າທີ່ຂັ້ນເມືອງ ໃນເມືອງສັງທອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ:

“ຜ່ານມາກໍບໍ່ເຫັນຂ່າວຄາວນ່າ ວ່າມີລະເບີດອິຫຍັງປາຫັ້ນນ່າ ຜູ້ໃດລະເບີດປາ ກະຜິດຫັ້ນແຫຼ້ວ ເຮົາມີລະບຽບຢູ່ເດ້ ການໄປຫາປາ ເຮົາກະມີລະບຽບອີກ ຊ່ວງໄລຍະຫັ້ນນ່າ 6 ໂມງແລ້ງກໍໃຫ້ເຂົ້າຝັ່ງໝົດເຮືອ.”

ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບດ້ານສິ່ງແວດລ້ອມ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ວ່າ ຝັ່ງລາວ ກໍມີກົດໝາຍຄຸ້ມຄອງສັດນໍ້າ ບໍ່ໃຫ້ມີການໃຊ້ໄຟຟ້າຊັອດປາ ແລະລະເບີດປາ ເພາະຈະເຮັດໃຫ້ສັດນໍ້າສູນພັນ, ແຕ່ເຈົ້າໜ້າທີ່ບໍ່ໄດ້ເຂັ້ມງວດ ຈຶ່ງເຮັດໃຫ້ມີການລະເບີດປາ ໃນແມ່ນໍ້າຂອງ ແລະເຊື່ອວ່າ ຍັງຕ້ອງມີຜູ້ລັກລອບເຮັດຢູ່ ເວລາຜູ້ໃດຈະຫາປາໃນແມ່ນໍ້າຂອງ ກໍບໍ່ໄດ້ກວດກາ, ແຕ່ຖ້າຫາກເຈົ້າໜ້າທີ່ພົບເຫັນ ກໍຖືກຈັບໄປດໍາເນີນຄະດີ ຕາມກົດໝາຍ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບດ້ານສິ່ງແວດລ້ອມ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ບໍ່ໄດ້ເຂັ້ມງວດປານນັ້ນ ຖືວ່າຫ້າມ. ກໍຫ້າມບໍ່ໄດ້ຮ້ອຍເປີເຊັນດອກ. ບາງເທື່ອເຂົາກະມີຄົນລັກໄປ ແຕ່ວ່າຄັນເຫັນມີແບບນັ້ນ. ເຂົາກໍຈັບ ນຶ່ງປາເລັກປານ້ອຍ ໃກ້ຄຽງກໍຕາຍໝົດແຫຼະເນາະ. ສອງປາເປັນໝັນ ອອກແມ່ແຜ່ລູກດັບສູນຫັ້ນແຫຼະ.”

ອີງຕາມປະມວນກົດໝາຍອາຍາ ໝວດທີ່ 9 ການກະທໍາຜິດ ກ່ຽວກັບຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ມາດຕຣາ 336 ການທໍາລາຍຊັພຍາກອນນໍ້າ ບຸກຄົນໃດ ຫາກໄດ້ໃຊ້ສານພິດ, ວັດຖຸລະເບີດ, ສານເຄມີ, ກະແສໄຟຟ້າ ຫຼືວິທີການປະມົງ ທີ່ຕ້ອງຫ້າມ ຫຼືເຄື່ອງມືໃຊ້ປໂຍດ ຈາກຜລິຕພັນສັດນໍ້າ ຫຼືທໍາລາຍຊັພຍາກອນສັດນໍ້າ ເຊິ່ງກໍ່ໃຫ້ເກີດຄວາມເສັຍຫາຍ ຈະຖືກລົງໂທດຕັດອິສຣະພາບ ແຕ່ 6 ເດືອນ ຫາ 3 ປີ ຫຼືດັດສ້າງ ໂດຍບໍ່ຕັດອິສຣະພາບ ແລະຈະຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.