ເຣື້ອງທີ່ເກັບບັນທຶກໄວ້
2023-06-30
ສະມາຊິກສະພາແຫ່ງຊາຕ ຈາກແຂວງຫົວພັນ ໄດ້ສເນີ ຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ຢາກໃຫ້ພາກຣັຖ ພິຈາຣະນາປັບຄ່າແຮງງານ ຂັ້ນຕໍ່າ ໃຫ້ຢູ່ໃນລະດັບ 1,800,000-2,000,000 ກີບ ຕໍ່ເດືອນ ສ່ວນຜູ້ປະກອບການ ເຫັນວ່າ ສູງເກີນທີ່ຈະຈ່າຍໄດ້.
2023-06-29
ສະມາຊິກສະພາແຫ່ງຊາຕ ໄດ້ສເນີໃຫ້ຣັຖບານຊຸກຍູ້ຫົວໜ່ວຍທຸຣະກິຈຕ່າງໆ ປັບຂຶ້ນເງິນເດືອນ ໂດຍຄິດໄລ່ເງິນເດືອນຄົນງານ ຕາມອັດຕຣາເງິນເຟີ້ ຢູ່ພາຍໃນປະເທດ, ຂະນະທີ່ພາກທຸຣະກິຈ ພົບຄວາມຫຍຸ້ງ ທັງການຂຶ້ນເງິນເດືອນ ແລະ ບັນຫາຄົນງານບໍ່ຢາກເຮັດວຽກ ໃນປະເທດ.
2023-06-28
ສນາມບິນສາກົລ ບໍ່ແກ້ວ ທີ່ສ້າງຢູ່ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ໃກ້ຈະສໍາເລັດແລ້ວ, ແຕ່ສາຍການບິນ ພາຍໃນປະເທດ ຍັງບໍ່ມີແຜນ ທີ່ຈະເປີດຖ້ຽວບິນ ໄປສນາມບິນ ດັ່ງກ່າວ ແລະອີງຕາມຂໍ້ມູນເບື້ອງ ເຮືອບິນທີ່ໄປລົງສນາມບິນ ແຫ່ງດັ່ງກ່າວ ສ່ວນໃຫຍ່ ແມ່ນເຮືອບິນເຊົ່າເໝົາລຳ ຂອງຄົນຈີນ.
2023-06-28
ຂ່າວຄືບໜ້າຫຼ້າສຸດ ຂອງທ້າວອາລຸນ ຫຼື “ຈ່ອຍ” ພົມມະລາດ ອາຍຸ 24 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງໄປເຮັດວຽກ ເປັນກັມມະກອນ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ແລະຖືກຈັບ ຕັ້ງແຕ່ປີ 2021, ປັດຈຸບັນ ພົ້ນໂທດແລ້ວ ແລະ ລໍຖ້າສົ່ງກັບຄືນປະເທດ.
2023-06-27
ຣັຖບານລາວ ມີໜີ້ສິນຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ສະຫະຣັຖ ຫຼື ຄິດເປັນ 68.1% ຂອງ GDP ໃນນີ້ຍັງບໍ່ລວມໜີິີ້ສິນ ຈາກທະນາຄານ ແລະ ບໍຣິສັດເອກະຊົນ ພາຍໃນປະເທດ ອີງຕາມບົດຣາຍງານ ເສຖກິຈ ປະຈຳປີ 2022 ຂອງທະນາຄານ ແຫ່ງຊາຕລາວ.
2023-06-27
ທຸກມື້ນີ້ ປະເທດລາວ ບໍ່ພຽງແຕ່ ປະສົບກັບບັນຫາ ທາງດ້ານເສຖກິຈ, ເງິນກີບເຟີ້ ແລະ ສິນຄ້າແພງ, ແຕ່ ຄົນລາວຍັງຖືກຍາດແຍ່ງອາຊີບນໍາອີກ ເຮັດໃຫ້ຄົນພື້ນທີ່ ທີ່ເປັນຄົນລາວ ຈຳນວນບໍ່ໜ້ອຍ ກາຍເປັນລູກຈ້າງ ຂອງຄົນຕ່າງປະເທດ ທີ່ດຳເນີນທຸຣະກິຈ ທີ່ສງວນໄວ້ໃຫ້ຄົນລາວ.
2023-06-27
ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ລົງວັນທີ 21 ມິຖຸນາ 2023 ໃຫ້ປັບຂຶ້ນລາຄານໍ້າມັນ ໃນຂອບເຂດທົ່ວປະເທດ ເປັນຄັ້ງທີ 4 ໃນເດືອນມິຖຸນາ ແລະເຣີ່ມນໍາໃຊ້ລາຄາໃໝ່ ຕັ້ງແຕ່ວັນທີ 22 ມິຖຸນາ 2023 ທີ່ຜ່ານມາ ເຮັດໃຫ້ຜູ້ປະກອບການ ຫຼາຍພາກສ່ວນ ໄດ້ຮັບຜົລກະທົບ ໜັກຂຶ້ນອີກ.
2023-06-26
ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ມີແຜນຈະດຳເນີນໂຄງການ ນໍາໃຊ້ເຕັກໂນໂລຈີ ຮູບແບບໃໝ່ ໃນການປູກເຂົ້າ 3 ຣະດູ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ຂະນະທີ່ຊາວບ້ານ ເປັນຫ່ວງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະອາດສົ່ງຜົລ ຕໍ່ພື້ນທີ່ການກະເສດ ດັ້ງເດີມ.
2023-06-25
ສິນຄ້ານໍາເຂົ້າ ກະທົບ ການຜລິດພາຍໃນ, ຜູ້ປະກອບການ ຜລິດສິນຄ້າ ສນອງພາຍໃນ ຮຽກຮ້ອງໃຫ້ ຣັຖບານ ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມ ໃຫ້ມີຊ່ອງທາງ ໃນການຄ້າຂາຍ ເພື່ອໃຫ້ສິນຄ້າເຫລົ່ານີ້ ສາມາດສ້າງຜົລກຳໄລໄດ້.
2023-06-22
ຣັຖບານ ຈະສົ່ງຄົນງານລາວ ໄປເຮັດວຽກປູກຝັງ ແລະ ປະມົງ ຢູ່ປະເທດເກົາຫລີໃຕ້ ພ້ອມຄາດໝາຍວ່າ ຈະເພີ່ມການຈັດສົ່ງ ຄົນງານໄປເກົາຫລີໃຕ້ ໃຫ້ໄດ້ເຖິງ 1,500-2,000 ຄົນ/ປີ, ສ່ວນປະຊາຊົນ ທີ່ສົນໃຈໄປເຮັດ ໃນປະເທດນີ້ ຕ້ອງເສັຍຄ່າໃຊ້ຈ່າຍຫຼາຍ ຈຶ່ງເຮັດໃຫ້ເກີດ ບັນຫາໜີ້ສິນ ນອກລະບົບ ຕາມມາ.
2023-06-22
ການພັທນາ ເຂດເສຖກິຈໃໝ່ ສີທັນດອນ ໄລຍະທີ່ 1 ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ມີຄວາມຄືບໜ້າໄປຫຼາຍດ້ານ ແລະ ປັດຈຸບັນ ກໍາລັງກໍ່ສ້າງຕຶກແຄນຄູ່, ສນາມກັອບ, ໂຮງແຮມ ແລະ ອາຄານຕ່າງໆ ເຊິ່ງມີມູນຄ່າຫຼາຍກວ່າ 34 ລ້ານປາຍ ໂດລ້າຣ໌ ສະຫະຣັຖ ສ່ວນຊາວບ້ານ ຫຼາຍຄົນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
2023-06-21
ເງິນກີບຍັງເຟີ້ຢ່າງຕໍ່ເນື່ອງ, ອັດຕຣາແລກປ່ຽນ ເງີນບາທຂຶ້ນຮອດ 600,000 ກີບ ແລະ ເງິນໂດລ້າຣ໌ ຂຶ້ນຮອດ 2,000,000 ກີບ ຂະນະນີ້ ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດ ສນອງໃຫ້ ກັບການແລກປ່ຽນໄດ້ ຈຶ່ງເກີດບັນຫາ ການແລກປ່ຽນ ຢູ່ນອກລະບົບຂຶ້ນ.
2023-06-20
ປະເທດລາວ ອາດບໍ່ສາມາດຊຳຣະໜີ້ສິນໄດ້ຕາມເປົ້າໝາຍ ແລະ ອາດຈະຜິດນັດຊຳຣະໜີ້ສິນ ກັບຕ່າງປະເທດ ແລະ ບໍຣິສັດເອກກະຊົນ ເນື່ອງຈາກປະເທດລາວ ກຳລັງຕົກຢູ່ໃນສະພາບເສຖກິຈ ຕົກຕໍ່າ ບວກກັບພາວະເງິນເຟີ້ ແລະເງິນກີບອ່ອນຄ່າ.
2023-06-20
ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ອອກແຈ້ງການ ໃຫ້ໃຊ້ເງິນກີບ ຢູ່ໃນເຂດນັ້ນ, ໃຫ້ພາກທຸຣະກິຈ ແລະຮ້ານຄ້າ ໃຊ້ເງິນກີບ ແລະ ອັດຕຣາແລກປ່ຽນ ປະຕິບັດຕາມ ທີ່ທາງທະນາຄານ ແຫ່ງ ສປປ ລາວ ກໍານົດ.
2023-06-16
ມີການປະກາດຂາຍ ກາສິໂນ ສວັນເລເຈນ ແລະ ຣີສອດ ທີ່ຢູ່ບ້ານໜອງເດີ່ນ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໃຫ້ແກ່ນັກທຸຣະກິຈຊາວ ເຊິ່ງມູນຄ່າການຊື້-ຂາຍ 45 ລ້ານໂດລ້າຣ໌ ສະຫະຣັຖ.