“ຢູ່ເມືອງລາວ ໃຊ້ເງິນກີບລາວ” ຄຳກະຕຸ້ນ ໃນສາມຫຼ່ຽມຄຳ
2023.06.20

ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ ໄດ້ໄປຊີ້ນໍາ ຄະນະຄຸ້ມຄອງ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ໃນມື້ວັນທີ 15 ມິຖຸນາ 2023 ໃຫ້ນໍາໃຊ້ເງິນກີບ ໃນການຊື້-ຂາຍ ແລກປ່ຽນ ຫລື ຊໍາລະຄ່າບໍຣິການ ຕ່າງໆ ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ເພື່ອປະຕິບັດຕາມທິດທາງ “ຢູ່ເມືອງລາວໃຊ້ເງິນກີບລາວ” ແລະເພື່ອກະຕຸ້ນໃຫ້ເງິນກີບແຂງຄ່າຂຶ້ນ, ອີງຕາມການຣາຍງານ ຂອງວຽງຈັນໃໝ່ ວັນທີ 19 ມິຖຸນານີ້.
ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍໄດ້ອອກແຈ້ງການ ໃນມື້ວັນທີ 16 ມິຖຸນານີ້ ໃຫ້ບັນດາຫົວໜ່ວຍວິສາຫະກິຈ, ຮ້ານຄ້າ, ແມ່ຄ້າຊາວຂາຍ ໃນເຂດເສຖກິຈ ພິເສດດັ່ງກ່າວ ໃຊ້ເງິນກີບ ໃນການຊື້-ຂາຍສິນຄ້າ ແລະຄ່າບໍຣິການ, ອັດຕຣາແລກປ່ຽນ ແມ່ນໃຫ້ກໍານົດຕາມອັດຕຣາແລກປ່ຽນ ຂອງທະນາຄານແຫ່ງ ສປປ ລາວ ແລະທຸກຮ້ານ ຕ້ອງໄດ້ຕິດປ້າຍປໂຍກທີ່ວ່າ “ສົ່ງເສີມການບໍຣິໂພກ ນໍາໃຊ້ສະກຸນເງິນກີບ” ເປັນພາສາຈີນ ແລະພາສາລາວ ໂດຍມີຄໍາວ່າ “ສົ່ງເສີມການບໍຣິໂພກ ນໍາໃຊ້ສະກຸນເງິນກີບ”.
ດັ່ງເຈົ້າໜ້າທີ່ ເຂດເສຖກິຈພິເສດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ມິຖຸນານີ້ວ່າ:
“ສ່ວນຫລາຍນີ້ ຢູ່ໃນເຂດເນາະ ມັນເງິນຕະກູນ ເງິນບາທ ເງິນໄທຍ ເຂົາມັກໃຊ້ ຄົນລາວ ກໍຕ້ອງຮັບໃຊ້ເງິນກີບເຮົາຫັ້ນແຫລະ. ບາງບຸກຄົນຫລືນັກທຸຣະກິຈ ນ່າ ຢາກປະຕິເສດເງິນກີບເຮົາ ໃນນາມພາກຣັຖເຮົານີ້ ຖືວ່າກະເຊີນຊວນ ແມ່ຄ້າຊາວຂາຍ ຕ້ອງໃຊ້ເງິນກີບຫັ້ນແຫລະ ບໍ່ຢາກໃຫ້ປະຕິເສດວ່າຊັ້ນສາ.”
ໃນແຈ້ງການ ສະບັບດັ່ງກ່າວ ກໍານົດເອົາໄວ້າວ່າ ຖ້າຫາກວິສາຫະກິຈ ຫລືບຸກຄົນໃດ ຫ້າມບໍ່ໃຫ້ຮັບເອົາສະກຸນເງິນກີບ ໃນການຊໍາລະສິນຄ້າ ກໍລະນີພະນັກງານ ຂອງຂແນງການ ທີ່ກ່ຽວຂ້ອງລົງ ກວດພົບເຫັນ ຈະໄດ້ໃຫ້ໂຈະ ກິຈການທັງໝົດ ພ້ອມທັງປັບໃໝ. ກ່ຽວກັບເຣື່ອງທີ່ວ່ານີ້ ແມ່ຄ້ານາງນຶ່ງ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ແຈ້ງການທີ່ທາງເຂດເສຖກິຈ ພິເສດສາມຫລ່ຽມຄໍາ ໃຫ້ຫັນມາໃຊ້ເງິນກີບແທນເງິນຢວນ, ເງິນບາທ ນັ້ນເປັນເຣື່ອງຍາກຫລາຍ ສໍາລັບຊາວຄ້າຂາຍ ໃນໄລຍະເງິນກີບອ່ອນຄ່າ ລົງຢູ່ນີ້. ສາເຫດສ່ວນນຶ່ງກໍຍ້ອນວ່າ ຊາວຄ້າຂາຍສ່ວນໃຫຍ່ ນໍາສິນຄ້າ ມາຈາກໄທຍ, ໃນເວລາເອົາມາຂາຍ ຢູ່ລາວກໍຕ້ອງຕັ້ງລາຄາຂາຍສິນຄ້າ ເປັນເງິນບາທ ເພື່ອຈະບໍ່ຕ້ອງໄດ້ເອົາເງິນກີບ ໄປແລກເອົາເງິນບາທ, ມັນຂາດທຶນ ແລະສ່ວນນຶ່ງກໍເປັນຍ້ອນຄົນຈີນ ຢູ່ໃນເຂດເສຖກິຈພິເສດ ນີ້ ມີຈຳນວນຫຼາຍ ຈຶ່ງນິຍົມໃຊ້ແຕ່ເງິນຢວນ ມາມາດົນແລ້ວ, ຈະໃຫ້ໃຊ້ເງິນກີບແມ່ນຍາກ, ເປັນໄປບໍ່ໄດ້.
“ຢູ່ຕົ້ນເຜິ້ງນີ້ ໃຊ້ເງິນກີບຢາກຍາກ ເປັນໄປບໍ່ໄດ້ໂຕນີ້ ເພາະວ່າ ຢູ່ຕົ້ນເຜິ້ງສ່ວນຫລາຍ ກະຄືເງິນເຟີ້ ແລ້ວກະ 2 ມາຄົນຈີນຫລາຍ ຈະມີແຕ່ເງິນຢັວນ ກັບເງິນບາທ ສ່ວນຫລາຍແມ່ນສິນຄ້າ ອິຫຍັງ ເຮົາເອົາມາແຕ່ໄທຍ ຈ່າຍເປັນເງິນບາທ. ເຮົາກໍຕ້ອງໄດ້ຂາຍເປັນເງິນບາທ ກະເງິນກີບແມ່ນຈ່າຍແທ້ ແລ້ວເຂົາກໍໄລ່ເຣດສູງ ໄປຊື້ເຄື່ອງໂຕໃໝ່ ມັນກໍບໍ່ໄດ້ແລ້ວຫັ້ນນ່າ.”
ໃນຂະນະດຽວກັນນັ້ນ ຊາວຄ້າຂາຍໃນເຂດເສຖກິຈ ດັ່ງກ່າວຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ນີ້ ຍັງບໍ່ສາມາດປະຕິບັດໄດ້ເທື່ອ ທີ່ຈະໃຊ້ແຕ່ເງິນ ກີບຊື້-ຂາຍ ເພາະເອົາເງິນກີບໄປແລກເງິນບາທຍາກ ເຂົາບໍ່ເອົາເງິນກີບ ແລະຄົນຈີນຢູ່ເຂດນີ້ຫລາຍ ເຂົາໃຊ້ເງິນຢວນ.
“ເປັນໄປບໍ່ໄດ້ເນາະ ຊິຫາເງິນກີບແລກບາທ ກໍຍາກ ບາງຄົນກໍມີເງິນບາທ ນ່າ ເຂົາບໍ່ມີເງິນກີບ ເຮົາກໍຈໍາເປັນໄດ້ຮັບ ເພາະເຮົາຂາຍເຄື່ອງເນາະ. ຢູ່ໃນເຂດນີ້ຄົນຈີນ ເຂົາຫລາຍ ແລ້ວພັດມີເງິນຢວນໂຕນີ້ ມັນຕ້ອງໄດ້ໃຊ້ຢູ່ແລ້ວ ຊັ້ນນ່າ. ຢ່າງຄົນງານ ເຮັດວຽກເຂົາກໍຈ່າຍເປັນເງິນຢວນຊັ້ນນ່າ.”
ຊາວລາວ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ອີກຜູ້ນຶ່ງກໍເວົ້າວ່າ ໃນເຂດເສຖກິຈ ພິເສດນີ້ ເຫັນແຕ່ໃຊ້ເງິນຢວນ ເພາະມັນເປັນເມືອງຈີນໄປແລ້ວ ແລະຖ້າແມ່ນຢູ່ເມືອງຕົ້ນເຜິ້ງ ສ່ວນໃຫຍ່ກໍໃຊ້ແຕ່ເງິນບາທ, ມີການແລກປ່ຽນ ເງິນກັນໃນຕລາດມືດ, ຣັຖບານຄວບຄຸມບໍ່ໄດ້, ຄົນລາວບໍ່ຄ່ອຍໃຊ້ເງິນກີບແລ້ວ.
“ຢູ່ໃນເຂດເຂົາເຈົ້າ ກໍໃຊ້ແຕ່ເງິນຢວນຫັ້ນແຫລະ ໃຊ້ແຕ່ເງິນບ້ານເຂົາຫັ້ນແຫລະ ຍາກເພາະຣັຖບານຄຸມບໍ່ໄດ້ ເຮົາເອົາເງິນກີບ ໄປແລກເງິນບາທ ຢູ່ທະນາຄານເນາະ ສົມມຸດວ່າເຮົາຢາກໄດ້ 3 ໝື່ນຈັ່ງຊີ້ ທະນາຄານປ່ອຍໃຫ້ແຕ່ 5 ພັນ ໝື່ນດຽວ ເວົ້າແລ້ວຈະເອົາເງິນໃສ ຄືໄປໄທຍຈັ່ງຊີ້ ຍາມເຈັບຍາມປ່ວຍ ເຂົາບໍ່ໄດ້ຮັບເງິນກີບຫັ້ນນ່າ.”
ຄົນລາວ ຢູ່ໃນເຂດເສຖກິຈນີ້ ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນໃຊ້ແຕ່ເງິນຢວນ, ຖ້າຢູ່ນອກເຂດນີ້ກໍໃຊ້ແຕ່ເງິນບາທກັນຫລາຍ, ຍ້ອນເງິນກີບອ່ອນຄ່າ, ຖ້າຈະໃຊ້ເງິນກີບ ເຂົາກໍເອົາ ແຕ່ເຂົາຄິດໄລ່ໃຫ້ຫລຸບທຶນ.
“ຢູ່ໃນພິເສດສາມຫລຽມເນາະ ເຂົາເຈົ້າຈະໃຊ້ແຕ່ເງິນຢັວນ ກະຢູ່ນອກກະມີແຕ່ເງິນບາທ ອັນນີ້ໃຊ້ກໍໃຊ້ນໍາເຂົາເຈົ້າ ເພາະວ່າກະເງິນກີບມັນອ່ອນຄ່າ ຖ້າຈ່າຍເງິນກີບຂະເຈົ້າກະເອົາ ແຕ່ຈະໄລ່ສູງຫັ້ນນ່າ ເຮົາກໍຈະໄດ້ຫລຸດທຶນຫັ້ນນ່າ.”
ມາເຖິງປັດຈຸບັນ ແຈ້ງການ ທີ່ທາງເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກໃນມື້ວັນທີ 16 ມິຖຸນານີ້ນັ້ນ ກໍຍັງບໍ່ສາມາດປະຕິ ບັດໄດ້ເທື່ອ ເພາະທາງການລາວຍັງບໍ່ມີເງິນຕຣາຕ່າງປະເທດ ໃຫ້ຄົນແລກປ່ຽນໄດ້ຕາມຄວາມຕ້ອງການ ແລະເຈົ້າໜ້າທີ່ທາງການລາວ ກໍຍັງບໍ່ສາມາດຕິດຕາມ ກວດກາ ແລະລົງໂທດຜູ້ແລກປ່ຽນເງິນຕຣາ ນອກລະບົບໄດ້ຢ່າງຈິງຈັງ, ຍັງມີການແລກປ່ຽນເງິນຕຣາ ຕ່າງປະເທດ ຢູ່ຕລາດມືດຄືເກົ່າ.