ມາຕການກໍາຈັດໄມ້ເຖື່ອນ

ສິດນີ
2016.06.15
F-Logs ໄມ້ທີ່ຖືກຕັດໄວ້ ໃນປ່າ ຊຶ່ງສ່ວນຫຼາຍ ແມ່ນຍາກ ໃນການຄົ້ນຫາ ວ່າເປັນຂອງໃຜ
RFA

ເຈົ້າຫນ້າທີ່ ຣະດັບສຸງ ສປປລາວ ກ່າວວ່າ ການບັງຄັບ ໃຫ້ ປະຕິບັດ ຄໍາສັ່ງຫ້າມ ເຄື່ອນຍ້າຍ ໄມ້ທ່ອນ ຫລື ເກັບເອົາ ທ່ອນໄມ້ ໃນປ່າ ທີ່ເອີ້ນວ່າ ສນາມ 1 ທີ່ ເປັນໄມ້ລົ້ມ ນັ້ນ ແມ່ນເພື່ອ ແກ້ໄຂບັນຫາ ການຄ້າ ໄມ້ເຖື່ອນ ໃນລາວ, ຫຼັງຈາກ ທີ່ ທາງການລາວ ພົບວ່າ ກຸ່ມ ທຸຣະກິດ ໄດ້ຈ້າງຊາວບ້ານ ທ້ອງຖິ່ນ ໃຫ້ ເຂົ້າໄປ ລັກຕັດໄມ້ ໃນປ່າ ເພື່ອເຮັດໃຫ້ ເປັນໄມ້ລົ້ມ ຢ່າງ ຫຼວງຫຼາຍ.

ທ່ານ ທອງພັດ ວົງມະນີ ຮອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ ສປປລາວ ກ່າວ ຕໍ່ຫນັງສືພິມ ວຽງຈັນທາມສ ໃນວັນສຸກ ວ່າ, ຖ້າຫາກ ຍັງ ອະນຸຍາດ ໃຫ້ມີການ ຂົນໄມ້ລົ້ມ ອອກຈາກປ່າ ຢູ່ຕໍ່ໄປ ຈະເປັນຊ່ອງໂວ່ ໃຫ້ ມີການຄ້າໄມ້ ທີ່ ຜິດກົດໝາຍ ເພີ້ມຂຶ້ນ.

ທ່ານກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ນຶ່ງວັນ ທີ່ຈັດຂຶ້ນ ໂດຍກະຊວງ ກະສິກັມ ແລະ ປ່າໄມ້ ຮ່ວມກັບບັນດາ ຫົວຫນ້າ ຫ້ອງການ ປ່າໄມ້ ຈາກແຂວງຕ່າງໆ ເພື່ອ ອະທິບາຍ ກ່ຽວກັບ ການ ບັງຄັບໃຊ້ ດຳຣັດ ນາຍົກ ຣັຖມົນຕຣີ ໃນເດືອນ ຜ່ານມາ ໃນ ມາຕການ ປ້ອງກັນ ແລະ ປາບປາມ ການຄ້າໄມ້ ເຖື່ອນ ໃນລາວ.

ທ່ານວ່າ ຄໍາສັ່ງ ດັ່ງກ່າວ ແມ່ນຫ້າມ ການເຄືື່ອນຍ້າຍ ຫລື ເກັບໄມ້ ທຸກປະເພດ ອອກຈາກ ສນາມ 1 ພ້ອມທັງຫ້າມ ສົ່ງໄມ້ ທີ່ບໍ່ທັນ ແປຮູບ ອອກຂາຍ ຕ່າງປະເທດ ໃນນັ້ນ ຮວມທັງ ທ່ອນໄມ້ ທີ່ຖືກຕັດ ແລະ ໄມ້ດິບ, ເພື່ອ ອັດຊ່ອງໂວ່ ໄມ້ເຖື່ອນ ໃນລາວ.

ສນາມ 1 ໝາຍເຖິງ ໄມ້ ທີ່ຖືກຕັດໄວ້ ໃນປ່າ ແຕ່ ຍັງບໍ່ທັນ ຖືກເກັບເທື່ອ, ສນາມ 2 ແມ່ນໄມ້ ທີ່ເກັບມາກອງ ໄວ້ແລ້ວ ແລະ ສນາມ 3 ແມ່ນ ໄມ້ ທີ່ຢູ່ໃນ ໂຮງເລື່ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.