ການລຶບລ້າງສະພາບຄວາມອຶດຫິວ ໃນລາວ ຍັງປະສົບບັນຫາ ຫຼາຍຢ່າງ ອາຈບໍ່ສາມາດ ລຶບລ້າງໄດ້ ພາຍໃນ ປີ 2030 ຍ້ອນຫຼາຍແຂວງ ຢູ່ລາວ ຍັງຂາດງົບປະມານ ໃນການພັທນາ ໂດຍສະເພາະ ການສົ່ງເສີມດ້ານ ກະສິກັມ ການປູກພືດຜັກ, ປູກໝາກໄມ້ໃຫ້ໝາກ ແລະການ ເຮັດໄຮ່, ເຮັດນາ ຍັງບໍ່ທົ່ວເຖິງ.
ຊາວບ້ານບາງຄົນ ກໍຍັງບໍ່ມີດິນທໍາກິນ ເປັນຕົ້ນ: ຢູ່ແຂວງເຊກອງ ໃນນັ້ນ ມີເມືອງກະລຶມ, ເມືອງທ່າແຕງ ແລະເມືອງດາກຈຶ້ງ ຄຸນນະພາບ ຊີວິດຂອງຊາວບ້ານ ສ່ວນໃຫຍ່ຍັງດໍາລົງ ຊີວິດ ດ້ວຍການຫາເຄື່ອງປ່າຂອງດົງ ບໍ່ໄດ້ເຮັດການກະເສດ ເພື່ອການຄ້າຂາຍ ເພາະຢູ່ຕາມ ພູດອຍ ມີແຕ່ເຮັດໄຮ່ເຮັດນາ ຕາມຣະດູການ ພໍກຸ້ມກິນຕົນເອງ ເສັ້ນທາງກໍລໍາບາກ ໃນການ ເຂົ້າເຖິງ ການກິນອາຫານ ກໍບໍ່ຄົບຕາມຫຼັກ ໂພສະນາການ ເຮັດໃຫ້ຍັງມີຄົນຂາດສານອາຫານ ຈໍານວນຫຼາຍ ໃນນັ້ນກໍມີເດັກນ້ອຍ ອາຍຸ 5 ປີ ຂຶ້ນໄປບໍ່ໄດ້ຮັບອາຫານ ຄົບຕາມຫຼັກ ໂພສະນາ ການ ປະມານ 60 ປາຍສ່ວນຮ້ອຍ.
ເຊິ່ງເດັກນ້ອຍ ຍັງມີໂຕຕໍ່າເຕັ້ຽ, ຈ່ອຍຜອມ ກວ່າມາຕຖານ ທີ່ກໍານົດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກໍຣະກະດາ ນີ້:
“ອັນທີ່ຈິງແລ້ວຫັ້ນ ເວົ້າເຣື່ອງການສົ່ງເສີມ ດ້ານກະສິກັມ ມັນກະມີຄວາມຫຍຸ້ງຍາກເນາະ ເພາະວ່າ ການໄປມາຫາສູ່ບ້ານຫັ່ນ ຂີ່ຣົດກັບມື້ນຶ່ງ ແລ້ວກະຍ່າງ ອີກສອງມື້ຈັ່ງຮອດ ຈະເອົາໃສ ມາກິນ ຈັ່ງຊັ້ນນ່າ ເດັກນ້ອຍກັບແມ່ຍິງ ສ່ວນໃຫຍ່ຫັ້ນເນາະ ກະຂາດສານອາຫານ ຍັງຫຼາຍ 60 ປາຍເປີເຊັນ ການຈະເຣີນເຕີບ ຂອງເດັກນ້ອຍ ບໍ່ສໍ່າກັບອາຍຸ ການສົມທຽບມັນບໍ່ໄດ້ ມາຕຖານ ຂອງກະຊວງ ສາທາຣະນະສຸຂ ເຂົາກໍານົດ.”
ທ່ານກ່າວຕື່ມວ່າ ງົປມານທີ່ໄດ້ຈາກຣັຖບານ ກໍບໍ່ພຽງພໍ ເຊິ່ງເປັນໄປໄດ້ຍາກ ທີ່ຈະລຶບລ້າງ ຄວາມອຶດຫິວ ໃຫ້ໄດ້ພາຍ ໃນປີ 2030. ຜ່ານມາ ກໍມີການສົ່ງເສີມ ດ້ານກະສິກັມໃຫ້ຊາວບ້ານ ຢູ່ ໂດຍສະເພາະ ແມ່ນການລ້ຽງສັດ ເປັນຕົ້ນ: ປາ, ໄກ່, ງົວ ໃຫ້ແຕ່ບາງບ້ານ ເທົ່ານັ້ນ ເບື້ອງຕົ້ນ ເນັ້ນໃຫ້ຊາວບ້ານຊ່ອຍເຫຼືອ ຕົນເອງໄປກ່ອນ ພໍໃຫ້ກຸ້ມກິນ ເພາະບໍ່ມີຕລາດ ຮອງຮັບ ທີ່ຈະສ້າງເປັນອາຊີບໄດ້:
“ດ້ານກະສິກັມຫັ້ນເນາະ ຫຼາຍໆໂຄງການກໍເຮັດຢູ່ ແຕ່ວ່າສິ່ງທີ່ມັນເປັນບັນຫາ ເຣື່ອງການຕລາດ ມັນບໍ່ຮອງຮັບ ກໍບໍ່ໝາຍຄວາມວ່າ ຈະໃຫ້ເຂົາເຈົ້າຫຼຸດພົ້ນ ອອກໄປໂລດ ດຽວນີ້ເນາະ ແຕ່ວ່າເຮົາ ກໍພຽງໃຫ້ເຂົາ ມີອາຫານ ທີ່ວ່າກຸ້ມຢູ່ກຸ້ມກິນຫັ້ນ ໄປກ່ອນ ຫຼັງຈາກນັ້ນ ຄ່ອຍຫັນໄປໃສ່ ເສຖກິຈ ເພື່ອວ່າໃຫ້ເຂົາເຈົ້າ ມີຣາຍໄດ້ເສີມ.”
ໃນຂນະທີ່ ຢູ່ແຂວງສາຣະວັນ ກໍຍັງພົບວ່າ ຄຸນນະພາບຊີວິດຊາວບ້ານ ຢູ່ເຂດຫ່າງໄກສອກຫຼີກ ຍັງເຂົ້າໄປບໍ່ເຖິງ ຊາວບ້ານ ຍ້ອນງົບປະມານ ມີຈໍາກັດ ເຊິ່ງກໍຍັງພົບວ່າ ມີຈໍານວນຄົນ ທີ່ມີຄວາມອຶດຫິວ, ທຸກຍາກ, ຂາດສານອາຫານ ໃນນັ້ນປະມານ 70% ສ່ວນໃຫຍ່ເປັນ ເດັກນ້ອຍ ອາຍຸ 5 ປີ ຂຶ້ນໄປ ຢູ່ຕາມເຂດຫ່າງໄກ ສອກຫຼີກ ໃນເມືອງຕະໂອ້ຍ, ເມືອງຕຸ້ມລານ ແລະເມືອງສະມ້ວຍ ເຊິ່ງຍັງຍາກ ທີ່ຈະເຂົ້າເຖິງ ໃນການພັທນາ ດ້ານກະສິກັມ ການກະເສດ ແລະສົ່ງເສີມ ໃຫ້ລ້ຽງສັດ ສ່ວນໃຫຍ່ຊາວບ້ານ ກໍຍັງຍຶດຖື ປະເພນີເກົ່າໆ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສາຣະວັນ ກ່າວວ່າ:
“ປັບປຸງຊີວິດການເປັນຢູ່ ຍັງບໍ່ທັນໄດ້ເຂົ້າເຖິງເຂົາເຈົ້າ ມີງົປມີໜ້ອຍໆ ຄວາມອຶດຫິວເກືອບ 70% ພຸ້ນແຫຼ້ວ ກະຍັງອຶດຫິວຢູ່ເຂດນອກ ຕະໂອ້ຍ, ສະມ້ວຍ, ຕຸ້ມລານ ມັນບໍ່ມີພື້ນທີ່ ເຂົາຊິ ທໍາການຜລິດ ມີແຕ່ເຮັດໄຮ່ ເຮັດນາ ຕາມທັມມະຊາດ ກະອີງໃສ່ຝົນ ປັດຈຸບັນ ກະແຫ້ງແລ້ວກະຍາກ.”
ເຈົ້າໜ້າທີ່ ກ່ຽວຂ້ອງໃນແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ຫາກປຽບທຽບ ຈາກປີ 2019 ທີ່ມີເດັກນ້ອຍຂາດ ສານອາຫານ ຢູ່ເມືອງສນາມໄຊ ໃນອັດຕຣາ 50%, ປັດຈຸບັນ ກໍດີຂຶ້ນປະມານ 80%, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຄວາມອຶດຫິວ ຫຼືຂາດສານອາຫານ ເຊິ່ງກໍຍັງມີ ຈໍານວນນຶ່ງ ແຕ່ຍັງບໍ່ຮູ້ໂຕເລຂ ຈະແຈ້ງ ເຊິ່ງປັດຈຸບັນ ກໍຖືວ່າດີຂຶ້ນຫຼາຍ ຍ້ອນມີໂຄງການຕ່າງໆ ຂອງຕ່າງປະເທດ ຫຼາຍໆພາກສ່ວນ ເຂົ້າມາຊ່ອຍເຫຼືອ ດ້ານໂພສະນາການ ໃນໄລຍະທີ່ເກີດເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ:
“ດຽວນີ້ ປັດຈຸບັນ ຂາດສານອາຫານ ກໍຄ່ອຍໆດີຂຶ້ນແລ້ວ ເຂົາໄດ້ຮັບການຊ່ວຍເຫຼືອ ຈາກໂຄງການ ດ້ານການອາຫານໂລກ ໃຫ້ຂໍ້ມູນ ໃຫ້ການສຸຂສຶກສາ ແລະໃຫ້ອາຫານຕ່າງໆ ກະມີແຜນແລ້ວ ຈະລົບລ້າງຄວາມອຶດຫິວ ໃຫ້ມັນດີຂຶ້ນກວ່າເກົ່າຫັ້ນ ກະມີແຜນຢູ່ແລ້ວ ຕາມພື້ນຖານໂຄ່ງລ່າງ ຫັ້ນແຫຼ້ວ ແຕ່ວ່າບໍ່ໄດ້ສືບຕໍ່.”
ຜ່ານມາ ແມ່ນວ່າ ມີອົງການອາຫານໂລກ ອາຫານ ແລະກະສິກັມ ຂອງສະຫະປະຊາຊາດ ຫຼື UNFAO ແລະໂຄງການອາຫານໂລກ WFP ເຂົ້າມາຊ່ອຍເຫຼືອ ດ້ານອາຫານ ໃຫ້ເດັກນ້ອຍ ແຕ່ລະ ແຂວງຢູ່ລາວ ກໍບໍ່ພຽງພໍເທົ່າທີ່ຄວນ, ຄຸນນະພາບຊີວິດ ຂອງຊາວບ້ານ ກໍຍັງບໍ່ໄດ້ດີຂຶ້ນ ເຖິງແມ່ນວ່າ ຈະມີການສົ່ງເສີມ ດ້ານກະສິກັມ ການລ້ຽງສັດ ເພື່ອຜລິດອາຫານເອງ, ສະນັ້ນ, ການລຶບລ້າງຄວາມອຶດຫິວ ຂຶ້ນຢູ່ກັບການຈັດຕັ້ງ ຂອງທາງຣັຖບານ ໃນການຈັດສັນ ງົບປະມານ ໃຫ້ທົ່ວເຖິງ.
ອົງການສະຫະປະຊາຊາດ ຫຼື UNICEF ປະຈໍາລາວ ຣາຍງານກ່ຽວກັບ ດັຊນີ ຄວາມອຶດຫິວປະຈໍາປີ 2019 ວ່າ ປະເທດລາວ ຖືກຈັດຢູ່ໃນ ປະເພດ ຂັ້ນຮຸນແຮງ ເປັນອັນດັບທີ່ 87 ໃນ ຈໍານວນທັງໝົດ 117 ປະເທດທົ່ວໂລກ ຂີ້ຮ້າຍລົງ ຈາກ ອັນດັບທີ່ 83 ໃນປີ 2018 ປັດຈັຍສໍາຄັນ ມາຈາກການປ່ຽນແປງ ທາງ ສະພາບອາກາດ ທີ່ເຮັດໃຫ້ເກີດພັຍພິບັດຕ່າງໆ ໃນ ປະເທດລາວ ສ່ົງຜົລກະທົບຢ່າງໜັກໜ່ວງ ໃນການຜລິດສະບຽງ ອາຫານໃນລາວ.
ໃນປີ 2019 ແຂວງຜົ້ງສາລີ ມີເດັກນ້ອຍ ອາຍຸຕໍ່າກວ່າອາຍຸ 5 ປີ ຂາດສານອາຫານ ສູງເຖິງ 54% ໂດຍສະເພາະ ແມ່ນຢູ່ບ່ອນຫ່າງໄກ ສອກຫຼີກ, ເດັກນ້ອຍຂາດເຂີນ ດ້ານໂພສະນາ ການ ແລະສຸຂພາບຕ່າງໆ ຍ້ອນງົປະມານ ບໍ່ພຽງພໍ ແລະເສັ້ນທາງ ຫຍຸ້ງຍາກລໍາບາກ ເຂົ້າໄປບໍ່ໄດ້ ເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດລົງໂຄສະນາ ໄດ້ທົ່ວເຖິງ.