ທຸຣະກິດຂນາດນ້ອຍ-ກາງ ກຳລັງ ຈະລົ້ມ
2020.11.19

ທຸຣະກິຈຂນາດນ້ອຍ ແລະຂນາດກາງ ໃນລາວ ກຳລັງປະເຊີນກັບບັນຫາຂາດທຶນ ແລະມີທ່າອ່ຽງທີ່ຈະຢຸດເຊົາກິຈການຍ້ອນມີຜົລກະທົບ ຈາກການຣະບາດຂອງພຍາດໂຄວິດ-19.
ຕໍ່ຜົລກະທົບທີ່ເກີດຂຶ້ນ ຣັຖບານລາວຍັງບໍ່ມີມາຕການສົ່ງເສີມ ແລະ ຟື້ນຟູທຸຣະກິດເລົ່ານັ້ນຢ່າງເປັນຮູປທັມເພື່ອຊ່ອຍເຫຼືອຜູ້ປະກອບການ ໄລຍະຍາວ. ດັ່ງເຈົ້າຂອງສວນໝາກກ້ຽງ ໃນເມືອງວັງວຽງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 19 ພືສຈິກາ ວ່າ:
"ມັນບໍ່ມີໂຮງຈັກໂຮງງານ ຄືບ້ານເຂົາ, ປູກກ້ວຍ ປູກອ້ອຍ ເຂົາກາຮັບຊື້ ອັນນີ້ເຈົ້າຊິເຮັດໄປລົງທຶນແນວໃດ ບໍ່ມີບ່ອນຮັບຊື້ເນາະ, ຫາກປູກ ແລ້ວເໜົ່າຖີ້ມຢູ່ຫັ້ນເດ້ ມັນບໍ່ມີໂຮງຈັກໂຮງງານຊື້ຄືເມືອງນອກ ເມືອງນາ ຄືເມືອງເຂົາມີໂຮງງານມີ ບໍຣິສັດມາຮັບຊື້ ເນາະມັນກາເປັນ ຕາປູກ ອັນນີ້ເຈົ້າປູກອອກມາແລ້ວ ຊິໄປຂາຍໃຫ້ໃຜ ຕລາດນ້ອຍໆ."
ເຈົ້າຂອງສວນໝາກກ້ຽງກ່າວຕື່ມວ່າ ຣັຖບານສົ່ງເສີມໃຫ້ຄົນລາວ ຫັນມາປູກພືດປູກຜັກ ແລະ ໝາກໄມ້ ແຕ່ພັດບໍ່ມີຕລາດຮອງຮັບຜົລຜລິດ ເຊັ່ນຊາວສວນໝາກກ້ຽງປູກມາແລ້ວບໍ່ມີບໍຣິສັດ ຮັບຊື້ຊາວສວນ ຕ້ອງເອົາໄປຂາຍເອງຕາມຕລາດ.
ສ່ວນຮ້ານຂາຍເຄື່ອງຈັກສານ ໃນນະຄອນຫຼວງວຽງຈັນ ກໍໄດ້ຮັບຜົລກະທົບໜັກຫຼາຍຂາຍເຄື່ອງບໍ່ໄດ້ ເພາະບໍ່ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາ. ສ່ວນລູກຄ້າພາຍໃນ ປະເທດກໍ່ເວົ້າເຄື່ອງຈັກສານ ແພງເກີນໄປ. ອີກຢ່າງນຶ່ງ ການຈ້າງຄົນລາວ ຜລິດຂ້ອນຂ້າງ ຫຍຸ້ງຍາກ ຕ້ອງໄດ້ຈ້າງຄົນໄທຍ ຜລິດສິນຄ້າ ເຊີ່ງມັນເພີ່ມຕົ້ນທຶນຂຶ້ນ. ດັ່ງເຈົ້າຂອງຮ້ານ ຂາຍເຄື່ອງຈັກສານ ໄດ້ກ່າວວ່າ.
"ກາໄດ້ຂາຍປົກກະຕິດຽວນີ້ ກາຍາກຄ້າມີໂຄວິດນີ້ ປົກະຕິເຮົາຈະສົ່ງ ເຄື່ອງອອກຕ່າງແຂວງ ຫຼາຍເນາະ. ດຽວນີ້ກາຍາກແລ້ວດຽວນີ້ຕ່າງ ປະເທດ ກາເຂົ້າມາຫຼີ້ນ ບໍ່ໄດ້ຫັ້ນນ່າ. ສ່ວນມາກເນາະ ຂອງທີ່ລາວ ຈະແພງກວ່າໄທຍ ມັນເປັນງານທີ່ຣະອຽດອ່ອນ ຂະເຈົ້າຢາກໄດ້ຄ່າ ແຮງສູງ ແລ້ວຂະເຈົ້າຈະບອກວ່າມັນຍາກ."
ເຈົ້າຂອງຮ້ານຈັກສານ ກ່າວຕື່ມວ່າຜ່ານມາເຄື່ອງຈັກສານ ຂອງລາວ ຖືວ່າໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວ ຕ່າງປະເທດຫຼາຍ. ແຕ່ພໍເກີດການຣະບາດ ຂອງພຍາດໂຄວິດ-19 ກໍ່ເຮັດໃຫ້ທຸຣະກິຈ ໄດ້ຮັບ ຜົລກະທົບ. ທັງຜູ້ຂາຍແລະຜູ້ຜລິດສົ່ງ.
ທຸຣະກິດຣີສອດ ແລະ ຮ້ານກາເຟ ໃນເມືອງວັງວຽງ ທີ່ຕ້ອງເພີ່ງພາລູກຄ້າ ທີ່ເປັນນັກທ່ອງທ່ຽວ ຕ່າງປະເທດໂດຍຕົງ. ຊ່ຽງຕໍ່ການຂາດທຶນ ເຖີງຂັ້ນຍຸບກິຈການໄປເລີຍ ຖ້າສະພາບການພຍາດໂຄວິດ-19 ຍັງວິກິດແບບນີ້. ດັ່ງເຈົ້າຂອງຣີສອດ ແລະ ຮ້ານກາເຟ ໄດ້ກ່າວວ່າ.
"ກະຕຸ້ນບໍ່ໄດ້ດອກເພາະວ່າເຮົາມັນປ່ອຍ ຂະຍັບໂຕຫັ້ນນ່າ ແບບເອີ ໃຜກາບໍ່ມີຣາຍໄດ້ແລ້ວ ກາເລີຍຕ້ອງດູແລຕົວເອງ ຫຼາຍກ່ວາມັນໆ ພັນກັນໝົດເລີຍເດ້ນີ້ແຕ່ ເອື້ອຍກາບໍ່ຢາກເຮັດແລ້ວ ມັນເຮົາບໍ່ມີແຮງ ແລ້ວຫັ້ນນ່າ."
ຕໍ່ກັບຜົລກະທົບທີ່ເກີດຂຶ້ນ ເມື່ອວັນທີ 11 ພຶສຈິກາ ຜ່ານມາ ຣັຖບານລາວໄດ້ກູ້ຢືມເງິນ ຈາກທະນາຄານໂລກ 40 ລ້ານໂດລາ ສະຫະຣັຖ ເພື່ອນໍາມາຟື້ນຟູ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງໃນລາວ ໃນຮູບແບບການປ່ອຍສິນເຊື່ອ ດອກເບັ້ຍຕໍ່າ 30% ຕໍ່ປີ ໃຫ້ກັບຜູ້ປະ ກອບການ. ດັ່ງເຈົ້າໜ້າທີ່ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ໄດ້ກ່າວວ່າ:
"ເພາະວ່າສ່ວນຫຼາຍ ເພີ່ນກາຢາກກະຕຸ້ນທຸຣະກິຈ SME ນີ້ແຫຼະຢູ່ລາວ ເຣົານີ້ແຕ່ວ່າພາບລວມເຮົາ ມັນກາຟື້ນຂຶ້ນມານ້ອຍນຶ່ງ ແດ່ແລ້ວ ຫັ້ນນ່າ ຄ່ອຍໆ ແບບກະຕຸ້ນ ກາພຍາຍາມຊ່ອຍກັນຜັກດັນຫຼາຍໆ ໂຄງການຂະເຈົ້າກາແບບຢາກ ສົ່ງເສີມໂຕນີ້ຫັ້ນນ່າ."
ເຈົ້າໜ້າທີ່ຊ່ຽວຊານດ້ານ SME ກະຊວງອຸດສາຫະກັມແລະການຄ້າ ມີຄວາມກັງວົນ ຕໍ່ທຸຣະກິຈຂນາດນ້ອຍໃນລາວ ມີຄວາມຊ່ຽງເຖິງຂັ້ນ ປິດກິຈການຍ້ອນການຟື້ນໂຕ ຂ້ອນຂ້າງຊ້າເມື່ອ ທຽບກັນທຸຣະກິຈ ຂນາດນ້ອຍ ຂອງປະເທດເພື່ອນບ້ານ ດັ່ງຂແນງບໍຣິການ, ຂາຍເຄື່ອງ ຍ່ອຍ ຮ້ານອາຫານ, ໂຮງແຮມ ແລະທ່ອງທ່ຽວ ເຊິ່ງຕ້ອງເພີ່ງພາ ຣາຍໄດ້ຈາກນັກທ່ອງທ່ຽວ ຕ່າງປະເທດ. ດັ່ງເຈົ້າໜ້າທີ່ຊ່ຽວຊານ ທຸຣະກິດຂນາດນ້ອຍກ່າວວ່າ:
"ກວມເອົາຢູ່ໃນຂແນງການ SME ນີ້ແຫຼະ 90% ປາຍທີ່ໄດ້ຮັບຜົລກະທົບ ຄິດວ່າຖ້າເຮົາເປີດບ້ານເປີດເມືອງນີ້ ຖ້າສະຖານະການມັນດີຂື້ນ ມັນກາຈະໄດ້ຮັບການ ຟື້ນຟູ ເພາະວ່າມັນຈະປັນ ບູຣິມະສິດອັນນຶ່ງ ຂອງຣັຖບານລາວ ທີ່ຈະສົ່ງເສີມໂຕນີ້. ເພາະວ່າ ເຮົາກາພຍາຍາມ ທີ່ຈະສົ່ງເສີມ SME ໃຫ້ຂະເຈົ້າເຕີບໃຫຍ່ ໃຫ້ຂະເຈົ້າເຂັ້ມແຂງ ກາຫວັງ ຄືກັນເນາະຢາກໃຫ້ມັນ ຟື້ນຟູໄວໆນີ້ຫັ້ນແຫຼະ ເພາະວ່າພວກເຮົາ ກໍຈະໄດ້ ກ້າວໄປພ້ອມກັນ ອີກເທື່ອນຶ່ງ."
ຕໍ່ບັນຫາດັ່ງກ່າວທາງພາກຣັຖບານລາວ ໄດ້ອອກມາຕການຮີບດ່ວນເພື່ອຜ່ອນຜັນ ການສຳລະອາກອນເຊັ່ນ ເລື່ອນການສຳລະ ຄ່າທາງ, ຕໍ່ເວລາການສົ່ງເອກກະສານ ຣາຍງານການເງິນ, ຍົກເວັ້ນອາກອນ ຣາຍໄດ້ຜູ້ທີ່ໄດ້ຮັບເງິນ ເດືອນນ້ອຍ, ຍົກເວັ້ນອາກອນຣາຍໄດ້ ພາກ ທຸຣະກິດ ຜູ້ທີ່ມີຣາຍຮັບ ປະຈຳປີແຕ່ 50-100 ລ້ານກີບ ເປັນເວລາ 3 ເດືອນ, ຍົກເວັ້ນອາກອນ ປັບ ຫຼຸດອັດຕຣາດອກເບັ້ຍ ພື້ນຖານຂອງ ທະນາຄານກາງ, ປັບຫຼຸດອັດຕຣາດອກເບັ້ຍ ແກ່ພາກທຸຣະກິຈ, ປັບຣາຄານໍ້າມັນ, ຄວບຄຸມຣາຄາສິນຄ້າ, ແນະນໍາກະຊວງທີ່ກ່ຽວຂ້ອງ ປັບຫຼຸດຄ່າໄຟຟ້າ, ນໍ້າປະປາ ແລະ ຄ່າອິນເຕີເນັດ.