2 ເດືອນຕົ້ນປີ, ລາວ ຂາດດຸນການຄ້າ 228 ລ້ານໂດລ້າຣ໌
2024.04.30

2 ເດືອນຕົ້ນປີ 2024 ນີ້, ປະເທດລາວ ຍັງສືບຕໍ່ຂາດດຸນການຄ້າ ເຖິງແມ່ນວ່າ ສາມາດຜະລິດສິນຄ້າ ເພື່ອສົ່ງອອກໄດ້ ສ່ວນໃດສ່ວນໜຶ່ງ ແລ້ວກໍຕາມ, ໂດຍໃນເດືອນມັງກອນ ພົບເຫັນການຂາດດຸນການຄ້າ ມູນຄ່າ 188 ລ້ານໂດ່ລ້າຣ໌ສະຫະລັດ ແລະ ເດືອນກຸມພາ ຂາດດຸນການຄ້າ ມູນຄ່າ 40 ລ້ານໂດ່ລ້າຣ໌ສະຫະລັດ, ລວມມູນຄ່າ ຂາດດຸນການຄ້າ 2 ເດືອນ ມູນຄ່າ 228 ລ້ານໂດ່ລ້າຣ໌ສະຫະລັດ.
ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຮູ້ຈັກວຽກງານ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ ຕົ້ນຕໍທີ່ເຮັດໃຫ້ ປະເທດລາວ ຍັງຂາດດຸນການຄ້າ ແມ່ນຍ້ອນຜົນກະທົບ ຈາກອັດຕາແລກປ່ຽນ ແລະ ການອ່ອນຄ່າ ຂອງເງິນກີບ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ເມສາ ນີ້ວ່າ:
“ມັນຜົນກະທົບ ມາຈາກເງິນນີ້ແຫຼະ ເລື່ອງເງິນອ່ອນຄ່າ ມັນກະເປັນແນວນັ້ນແຫຼະ ເພາະວ່າ ພື້ນຖານເສດຖະກິດເຮົາ ຍັງບໍ່ທັນແຂງແຮງເດ້. ລັດຖະບານ ກະສົ່ງເສີມຢູ່, ແຕ່ວ່າ ມັນປັດໄຈ ທີ່ຈະຊ່ອຍໜູນ ມັນກະຍັງຫຼາຍອັນ ທີ່ຍັງບໍ່ທັນສາມາດ ແກ້ໄຂໃຫ້ມັນສອດຄ່ອງໄດ້.”
ທ່ານຍັງກ່າວອີກວ່າ ປັດຈຸບັນ, ລັດຖະບານລາວ ກະມີຄວາມພະຍາຍາມສູງ ທີ່ຈະສົ່ງເສີມ ໃຫ້ປະຊາຊົນລາວ ຜະລິດສິນຄ້າ ເປັນສະບຽງອາຫານ ແລະ ເພື່ອສົ່ງອອກ, ແຕ່ກະຕ້ອງຍອມຮັບວ່າ ບໍ່ປະສົບຜົນສຳເລັດ ເທົ່າທີ່ຄວນ ເພາະປັດໄຈ ໃນການຜະລິດ ສິນຄ້າຕ່າງໆ ບໍ່ເອື້ອອຳນວຍ ທັງເລື່ອງຂອງຕົ້ນທຶນ ການຜະລິດ, ແຫຼ່ງທຶນກູ້ຢືມ, ເຕັກນິກ-ວິຊາການ ແລະ ຕະຫຼາດຮອງຮັບ.
ຫາກເວົ້າສະເພາະ ມູນຄ່າການນຳເຂົ້າ ແລະ ສົ່ງອອກ ໃນເດືອນກຸມພາ ນີ້, ປະເທດລາວ ສາມາດບັນລຸໄດ້ ປະມານ 1,101 ລ້ານໂດ່ລ້າຣ໌ສະຫະລັດ, ແຍກເປັນມູນຄ່າສົ່ງອອກ 530 ລ້ານໂດ່ລ້າຣ໌ສະຫະລັດ, ມູນຄ່າການນຳເຂົ້າ 570 ລ້ານໂດ່ລ້າຣ໌ສະຫະລັດ ແລະ ຂາດດຸນການຄ້າ 40 ລ້ານໂດ່ລ້າຣ໌ສະຫະລັດ.
ກ່ຽວກັບວຽກງານ ການສົ່ງເສີມ ການຜະລິດເປັນສິນຄ້າ ໃນລາວນີ້, ຊາວລາວນາງໜຶ່ງ ກ່າວວ່າ ປັດຈຸບັນ ສິນຄ້າລາວ ເປັນຕົ້ນ ແປ້ງນົວ, ປາແດກ, ແຟັບ ຫຼືພວກພືດ-ຜັກ ເຖິງວ່າຈະຜະລິດ ອອກມາຂາຍ ໃນຕະຫຼາດໄດ້, ແຕ່ກະມີຈຳນວນໜ້ອຍ ແລະ ຍັງຂາດຄຸນນະພາບ ເຮັດໃຫ້ປະຊາຊົນລາວ ຍັງພາກັນໄປຊື້ ສິນຄ້າທີ່ນຳເຂົ້າມາ ຈາກຕ່າງປະເທດ ຢູ່ຄືເກົ່າ. ດັ່ງຊາວລາວນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະມີ, ແຕ່ກະບໍ່ຫຼາຍ ເທົ່າຂອງນຳເຂົ້າ ຈາກຕ່າງປະເທດ, ຫັ້ນນ່າ. ຄືວ່າຫັ້ນແຫຼະ ຄົນລາວເຮົາ ກະຊິວ່າບໍ່ສົ່ງເສີມກັນ ກະວ່າແມ່ນເນາະ. ຄືແບບແປ້ງນົວ ຜະລິດອອກມາຈັ່ງຊີ້ ມັນກະສ່ວນໜ້ອຍ, ຫັ້ນນ່າ ຊິພາກັນກິນ ເພາະວ່າ ເຂົາເຄີຍກິນຂອງໄທ ມາແລ້ວ, ຊີ້ນ່າເນາະ. ຄຸນນະພາບຕ້ອງໜ້າຈະມາກ່ອນ.”
ຊາວລາວທ່ານໜຶ່ງ ໃນແຂວງຫົວພັນ ທີ່ມີກິດຈະການ ປູກໝາກໄມ້ເມືອງໜາວ (ໝາກສະຕໍເບີຣີ້) ເພື່ອສົ່ງອອກໄປ ປະເທດຫວຽດນາມ ກ່າວວ່າ ເຖິງວ່າຜົນຜະລິດໝາກໄມ້ ຈະສົ່ງອອກໄດ້ຫຼາຍຂຶ້ນ, ແຕ່ຊາວກະສິກອນລາວ ພັດບໍ່ໄດ້ກຳໄລ ພໍເທົ່າໃດ ເພາະຕົ້ນທຶນ ໃນການຜະລິດ ເພີ່ມຂຶ້ນ ແລະ ເມື່ອສົ່ງອອກໄປຂາຍແລ້ວ ພັດເສຍປຽບ ໃນເລື່ອງຂອງຄ່າເງິນກີບ ເພາະໄລຍະນີ້ ເງິນກີບອ່ອນຄ່າລົງ ຢ່າງໜັກ. ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ທຸກອັນ ມັນເວົ້າເລື່ອງການຂາຍອອກ, ຫັ້ນນ່າ ກະມີແຕ່ລາຄາ ເວົ້າເລື່ອງໄພເງິນເຟີ້ ກະຄືເຮົາຮູ້ແຫຼະເນາະ ຢູ່ລາວຫັ້ນນ່າ ໄທເຮົາມັນກະໄດ້ ຮັບຜົນກະທົບນັ້ນ. ເງິນລາວ, ເງິນຫວຽດ ເກືອບວ່າເທົ່າທຽມກັນຄຄູ່ມື້ນີ້.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ຫຼື ADB ປະຈຳລາວ ກ່າວວ່າ ໂດຍລວມແລ້ວ ສະພາບເສດຖະກິດ-ການເງິນ ຂອງລາວ ຖືວ່າຍັງມີ ຄວາມອ່ອນໄຫວຢູ່, ໂດຍສະເພາະເລື່ອງ ຂອງອັດຕາແລກປ່ຽນ ແລະ ເງິນກີບອ່ອນຄ່າ ທີ່ຍັງບໍ່ສາມາດ ແກ້ໄຂບັນຫາໄດ້ ຢ່າງເປັນຮູບປະທັມເທື່ອ ຈຶ່ງເຮັດໃຫ້ສົ່ງຜົນກະທົບ ຕໍ່ການນຳເຂົ້າ ແລະ ສົ່ງອອກສິນຄ້າ ເພາະມັນເວົ້າເຖິງ ເງິນຕາຕ່າງປະເທດ ໃນການຊື້-ຂາຍສິນຄ້າ. ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຍັງອ່ອນໄຫວຢູ່ ເພາະວ່າ ປັດໄຈຫຼັກກະຄື ເລື່ອງອັດຕາແລກປ່ຽນ ການອ່ອນຄ່າ ຂອງເງິນກີບ. ກະຄືວ່າ ຢາກໃຫ້ມີການຜະລິດ ເພື່ອຫຼຸດຜ່ອນ ການນຳເຂົ້າແດ່ເນາະ ຫຼືຜະລິດ ເພື່ອການສົ່ງອອກ. ຂໍ້ຫຍຸ້ງຍາກກະຄື ຈຸດສຸມມັນບໍ່ມີ, ແຮງງານມັນກະແຈກກະຈາຍ. ດຽວນີ້ສິນຄ້າແມ່ນຫຍັງ ມັນກະຕ້ອງໄດ້ນຳເຂົ້າມາ.”
ທ່ານກ່າວຕື່ມວ່າ ໄລຍະຜ່ານມາ ຫຼາຍອົງການຈັດຕັ້ງສາກົນ ກະໄດ້ແນະນຳ ໃຫ້ລັດຖະບານ ສົ່ງເສີມໃຫ້ປະຊາຊົນລາວ ຜະລິດສິນຄ້າ ເປັນສະບຽງອາຫານ ແລະ ເພື່ອສົ່ງອອກ, ແຕ່ການຈັດຕັ້ງປະຕິບັດ ແມ່ນພົບຄວາມຫຍຸ້ງຍາກ ຫຼາຍສົມຄວນ ເພາະລັດຖະບານລາວ ບໍ່ໄດ້ມີແນວທາງ ທີ່ເປັນຮູບປະທັມ ບວກກັບລັດຖະບານລາວ ຂາດສະພາບຄ່ອງ ທາງການເງິນ, ຂາດຄົນງານ ຈຶ່ງເຮັດໃຫ້ວຽກງານ ການຜະລິດສິນຄ້າ ເພື່ອທົດແທນ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ບໍ່ສຳເລັດຜົນ.
ຫຼ້າສຸດນີ້, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກະໄດ້ກຳນົດທິດທາງ ຢູ່ໃນກອງປະຊຸມ ສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ ໃນວັນທີ 25-26 ເມສາ 2024 ທີ່ຜ່ານມາວ່າ ຈະສືບຕໍ່ ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທັມ ເພື່ອແກ້ໄຂ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂບັນຫາ ນ້ຳມັນເຊື້ອໄຟ, ເລັ່ງຫັນການເກັບລາຍຮັບ ເປັນທັນສະໄໝ ຄຽງຄູ່ກັບ ການແກ້ໄຂຊ່ອງຫວ່າງ ການຮົ່ວໄຫຼ ຂອງງົບປະມານ ທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ.
ສຳລັບສິນຄ້າ ທີ່ປະເທດລາວ ສົ່ງອອກຫຼາຍທີ່ສຸດ ໃນຮອບ 2 ເດືອນຕົ້ນປີ ແມ່ນມັນຕົ້ນ ທີ່ມີມູນຄ່າປະມານ 95 ລ້ານໂດ່ລ້າຣ໌ສະຫະລັດ ແລະ ສິນຄ້າອື່ນໆ ຕາມລຳດັບ. ສ່ວນປະເທດ ທີ່ປະເທດລາວ ສົ່ງອອກຫຼາຍທີ່ສຸດ 2 ລຳດັບທຳອິດ ຄື ຈີນ ປະມານ 198 ລ້ານໂດ່ລ້າຣ໌ສະຫະລັດ ແລະ ໄທ ປະມານ 134 ລ້ານໂດ່ລ້າຣ໌ສະຫະລັດ.
ຂະນະທີ່ສິນຄ້າ ທີ່ປະເທດລາວ ນຳເຂົ້າຫຼາຍທີ່ສຸດ ແມ່ນ້ຳມັນກາຊວນ ປະມານ 103 ລ້ານໂດ່ລ້າຣ໌ສະຫະລັດ. ສ່ວນປະເທດ ທີ່ປະເທດລາວ ນຳເຂົ້າຫຼາຍທີ່ສຸດ 2 ລຳດັບທຳອິດ ຄື ໄທ ປະມານ 309 ລ້ານໂດ່ລ້າຣ໌ສະຫະລັດ ແລະ ຈີນ ປະມານ 298 ລ້ານໂດ່ລ້າຣ໌ສະຫະລັດ.