ໄຟຟ້າລາວ ຂາດທຶນ 1,000 ຕື້ກີບ ປີ 2023

ອຸ່ນແກ້ວ
2024.04.19
ໄຟຟ້າລາວ ຂາດທຶນ 1,000 ຕື້ກີບ ປີ 2023 ສຳນັກງານ (ຫ້ອງການ) ຣັຖວິສາຫະກິຈ ໄຟຟ້າລາວ, ນະຄອນຫຼວງວຽງຈັນ, ວັນທີ 14 ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ໃນປີ 2023 ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ຫຼື EDL-Gen ທີ່ເປັນບໍລິສັດລູກ ຂອງລັດວິສາຫະກິດໄຟຟ້າລາວ ຂາດທຶນໄປແລ້ວປະມານ 1,000 ຕື້ກີບ.

ອີງຕາມຂໍ້ມູນຈາກທາງການລາວ, ລາຍຮັບທັງໝົດ ຂອງບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ໃນປີ 2023 ປະມານ 3,000 ຕື້ ກີບ ສ່ວນວ່າ ລາຍຈ່າຍປະມານ 4,000 ຕື້ກີບ. ໜຶ່ງໃນສາເຫດຂອງການຂາດທຶນ ກໍມາຈາກບັນຫາເງິນກີບເຟີ້ ແລະ ອ່ອນຄ່າ.

ເຈົ້າໜ້າທີ່ລັດວິສາຫະກິດ ໄຟຟ້າລາວ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ວ່າ:

ຂາດທຶນໝົດ ສະພາບຄື ເໝືອນຮູ້ຂ່າວແຫຼະ ເງິນກີບກະເຟີ້ແດ່ ແລ້ວບາດນີ້ ເຮັດໃຫ້ອັດຕາການແລກປ່ຽນ ຫັ້ນເພີ່ມຂຶ້ນ ມັນກະເລີຍວ່າ ກະທົບລາຍຈ່າຍຂອງບໍລິສັດ ທຸກຢ່າງເປັນເງິນຕາຕ່າງປະເທດ.

ອີງຕາມບົດລາຍງານປະຈໍາປີ 2023 ຂອງບໍລິສັດຜະລິດໄຟຟ້າລາວ ມະຫາຊົນ, ເຂື່ອນທີ່ບໍລິສັດ ຜະລິດໄຟຟ້າລາວຄຸ້ມຄອງ 100 ເປີເຊັນ ຈໍານວນ 10 ໂຄງການ ລວມກໍາລັບຕິດຕັ້ງປະມານ 700 ເມກະວັດ ສາມາດຜະລິດພະລັງງານ ໄດ້ເກືອບ 3,000 ກິກະວັດໂມງ (GWH).

ການຜະລິດໄຟຟ້າ ຈາກເຂື່ອນຜູ້ຜະລິດໄຟຟ້າ ເອກະລາດ ທີ່ບໍລິສັດຜະລິດໄຟຟ້າລາວ ເຂົ້າໄປຖືຮຸ້ນ ລວມກໍາລັງຕິດຕັ້ງປະມານ 1,000 ເມກະວັດ ສາມາດຜະລິດໄຟຟ້າໄດ້ ປະມານ 4,000 ກິກະວັດໂມງ.

ລາຍຮັບຂອງບໍລິສັດ ປະກອບມີ ລາຍຮັບຈາກການຂາຍໄຟຟ້າ ໃຫ້ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ກໍາໄລຈາກການລົງທຶນ ໃນທຸລະກິດສາຂາຮຸ້ນ ແລະ ບໍໍລິສັດຮຸ້ນສ່ວນ ແລະ ລາຍຮັບອື່ນໆ ລວມທັງໝົດປະມານ 3,000 ຕື້ກີບ.​

ສ່ວນວ່າ ລາຍຈ່າຍ ປະກອບມີ ລາຍຈ່າຍຕົ້ນທຶນການຂາຍ, ລາຍຈ່າຍການດໍາເນີນງານ, ລາຍຈ່າຍການເງິນ, ລາຍຈ່າຍອາກອນກໍາໄລ ແລະ ຂາດທຶນອັດຕາແລກປ່ຽນ ລວມທັງໝົດ ປະມານ 4,000 ຕື້ກີບ.

ຊາວລາວບາງຄົນ ເຫັນວ່າ ການຂາດທຶນແບບນີ້ ສຸດທ້າຍກໍເປັນພາລະຂອງລັດຖະບານ ທີ່ຈະຕ້ອງຮັບຜິດຊອບ. ຊາວລາວ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ຊ້ວງໄລຍະເງິນເຟີ້ນີ້ແຫຼະ ໂຕນີ້ແຫຼະ ໂຕທີ່ມັນເຮັດໃຫ້ມີການ ອັດຕາແລກປ່ຽນເງິນນີ້ ມັນເຟີ້ຢູ່ຈຸດໂຕນີ້, ກະຖິ້ມໂຍນໃຫ້ກັບລັດຖະບານຫັ້ນແຫຼະ ໄປບໍ່ລອດແຫຼະ.​

ທີ່ຜ່ານມາ ມີການປະຕິຮູບລັດວິສາຫະກິດ ລວມທັງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິວັດ ຜະລິດໄຟຟ້າລາວ ເພື່ອແກ້ໄຂບັນຫາ ການຂາດທຶນ, ແຕ່ ກໍຍັງຂາດທຶນຄືເກົ່າ.

ຊາວລາວອີກ ທ່ານໜຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

ຖ້າວ່າ ເຈົ້າປ່ຽນແລ້ວ ມັນຍັງຄືເກົ່ານີ້ ຄິດວ່າ ການປ່ຽນແປງນີ້ ອາດຈະເປັນປ່ຽນແຕ່ຮູບການ ຫຼອກລວງຊື່ໆ ເຫັນເບາະ ມັນບໍ່ແມ່ນວ່າ ເຮັດເລັ້ນເນາະ ບໍ່ແມ່ນເພິ່ນສໍ້ລາດບັງຫຼວງ ເພື່ອການສວຍໂອກາດບໍ້.

ນອກຈາກນີ້ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຍັງມີໜີ້ທີ່ຈະຕ້ອງຈ່າຍຊໍາລະກັບຖາບັນການເງິນຕ່າງໆ ແລະ ຈະຕ້ອງຈ່າຍໜີ້ເປັນສະກຸນເງິນຕ່າງປະເທດ ນັ້ນ ຍິ່ງເຮັດໃຫ້ບໍລິສັດຂາດທຶນຈາກອັດຕາແລກປ່ຽນ ນໍາອີກດ້ວຍ.

ເຈົ້າໜ້າທີ່ ທະນາຄານພັດທະນາອາຊີ ຫຼື ADB ປະຈໍາລາວ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ວ່າ:  

ດຽວນີ້ ຕົ້ນທຶນຄ່າໃຊ້ຈ່າຍ ໃນການຜະລິດຈະເພີ່ມຂຶ້ນ ຂຶ້ນໄປຕາມອັດຕາເງິນເຟີ້ເບາະ ການສົ່ງ ອອກໄຟຟ້າ ມັນກະບໍ່ໄດ້ນໍາເງິນເຂົ້າມາເທື່ອ ມັນຍັງໄປໃຊ້ໜີ້ຢູ່, ຢູ່ລາວ ມັນມີບັນຫາຍ້ອນ ໜຶ່ງ ການກູ້ຢືມທີ່ເກີນຄວາມສາມາດຕົວເອງ.

ສໍາລັບໂຄງການເຂື່ອນໄຟຟ້າ ທີ່ບໍລິສັດ ຜະລິດໄຟຟ້າລາວ ຖືຮຸ້ນ 100​ ເປີເຊັນ ປະກອບມີ ໂຄງການເຂື່ອນນໍ້າຄານ 2, ເຂື່ອນນໍ້າສະນາ, ເຂື່ອນນໍ້າຊອງ, ເຂື່ອນນໍ້າງື່ມ 1, ເຂື່ອນນໍ້າມັງ 3, ເຂື່ອນນໍ້າລີກ, ເຂື່ອນເຊເສັດ 1, ເຂື່ນເຊເສັດ 2, ເຂື່ອນເຊລະບໍາ ແລະ ເຂື່ອນຫ້ວຍລໍາພັນໃຫຍ່.

ສ່ວນໂຄງການທີ່ ບໍລິສັດ ຜະລິດໄຟຟ້າລາວ ເຂົ້າໄປຖືຮຸ້ນ ແຕ່ 10-60% ລວມມີ ເຂື່ອນໄຊຍະບູລີ 20%, ເຂື່ອນດອນສະໂຮງ 20%, ເຂື່ອນເທີນຫີນບູນ 60%, ເຂື່ອນຫ້ວຍລໍາພັນຕອນລຸ່ມ 60%, ແລະ ເຂື່ອນນໍ້າທາ 1 ໃນອັດຕາ 20%.

ອີງຕາມຂໍ້ມູນຈາກທະນາຄານໂລກລະບຸວ່າ ສັດວິສາຫະກິດໄຟຟ້າ ຍັງຕິດໜີ້ກັບຕ່າງປະເທດ ກວມເອົາປະມານ 30% ຫຼື ປະມານ 4 ຕື້ໂດລ້າຣ໌ ຂອງຈໍານວນໜີ້ສິນ ສາທາລະນະ.

ໃນປີ 2020, ລັດຖະບານ ໄດ້ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ, ອະດີດຫົວໜ້າກົມແຜນການ ແລະ ການລົງທຶນ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າມາຮັບຕໍາແໜ່ງເປັນຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດໄຟຟ້າ ເພື່ອແກ້ໄຂບັນຫາໜີ້ສິນ, ແຕ່ ການແກ້ໄຂ ກໍຍັງບໍ່ໄປຮູບປະທໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.