ຮ້າຍຄ້າຍ່ອຍກັງວົນ 7-11 ຈະເປີດຢູ່ ລາວ
2020.09.02
ຜູ້ປະກອບການຮ້ານຄ້າຍ່ອຍໃນລາວ ຈະໄດ້ຮັບຜົລກະທົບໜັກ ຍ້ອນລູກຄ້າຈະຫລຸດລົງ ເມື່ອຮ້ານຄ້າສະດວກຊື້ 7-11 ຂອງນັກລົງທຶນ ໄທຍ ທີ່ເປີດໃຫ້ບໍຣິການ 24 ຊົ່ວໂມງ ເຂົ້າມາເປີດ ແຟຣນຈາຍ ຢູ່ລາວໃນໄວໆນີ້. ດັ່ງຜູ້ປະກອບການຮ້ານຄ້າຍ່ອຍ ໃນນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນມື້ທີ 31 ສິງຫາ ຜ່ານມານີ້ວ່າ:
“ກະທັມມະດາ ບາງຮ້ານມັນກະແນ່ນອນ ມັນກະຖືກໄປເລັກໆນ້ອຍໆ ນັ້ນແຫລະ ມັນເວົ້າເຣື່ອງ ຜູ້ຢູ່ໃກ້ ມັນກະຊື້ໃກ້ຄຽງເນາະ ແນວນັ້ນ ແລ້ວ. ບໍ່ເປັນຫຍັງ ເຮົາກະປັບໄປຕາມ ປະເທດ ຊາດບ້ານເມືອງຂອງການຄ້າຂາຍ.”
ທ່ານເວົ້າວ່າ ຫາກມື້ໃດຮ້ານຄ້າ 7-11 ເຂົ້າມາເປີດບໍຣິການ ກໍຍອມຮັບສະພາບການປ່ຽນແປງ ເຖິງຈະມີຜົລກະທົບໜັກແນວໃດກໍຕາມ. ລູກຄ້າ ຈະຫລຸດລົງ, ການຄ້າຂາຍເຄື່ອງຍ່ອຍ ຈະບໍ່ດີຄືເກົ່າ. ແຕ່ຜູ້ປະກອບການຮ້ານຄ້າຍ່ອຍ ທຸກຄົນໃນລາວ ກໍຕ້ອງໄດ້ຄົ້ນຄວ້າ ສຶກສາຮູບແບບການຄ້າ ຂາຍໃໝ່ໆ ເພື່ອໃຫ້ທຸຣະກິດ ຂອງພວກຕົນ ຢູ່ລອດໄດ້.
ຜູ້ປະກອບການຮ້ານຄ້າຍ່ອຍ ຢູ່ນອກນະຄອນຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ຮ້ານຄ້າຍ່ອຍໃນຕົວເມືອງ ອາຈໄດ້ຮັບຜົລກະທົບໜັກ. ແຕ່ສໍາລັບຮ້ານຄ້າ ຂອງຕົນ ອາຈບໍ່ໄດ້ຮັບຜົລກະທົບໜັກ ພໍປານໃດ ເພາະຂາຍເຄື່ອງຍ່ອຍ ໃຫ້ຄົນທຸກຍາກ ຢູ່ບ້ານນອກ:
“ເອີ ຊຸມແມ່ກະຂາຍໃຫ້ໄທບ້ານນອກ ກຸ່ມຄົນຈົນນີ້ແລ້ວ ຈົນເລັກນ້ອຍຢູ່ຕາມບ້ານນອກ ເຂົາຈົນ ຊື້ກິນ ກະຂາຍເລັກຂາຍນ້ອຍ ກະຂາຍຢູ່ ຕາມບ້ານນີ້ແລະ.”
ທີ່ນະຄອນຫລວງວຽງຈັນ ຊາວລາວທ່ານນຶ່ງ ກ່າວວ່າຫາກຮ້ານ 7-11 ມາເປີດແທ້ ກໍເປັນເຣື່ອງດີ ເພາະບໍ່ເຄີຍເຫັນຮ້ານຄ້າໃດທີ່ເປີດໃຫ້ ບໍຣິການ 24 ຊົ່ວໂມງ ມາກ່ອນ. ນອກຈາກນີ້ ໃນນະຄອນຫລວງ ກໍມີນັກທ່ອທ່ຽວ ຕ່າງປະເທດຫລາຍ ກະຖືວ່າເປັນຕົວ ເລືອກທີ່ດີ ໃນການຊື້ສິນຄ້າ:
“ໂອ໊ ກະໄດ້ຫັ້ນລະເນາະ ເພາະວ່າໂຊນນີ້ ມັນມີນັກທ່ອງທ່ຽວຫລາຍ ແລ້ວເຂົາທ່ຽວກາງຄືນກະມີ ສິໄດ້ຢູ່ອ້າຍວ່າ ຄືວ່າແຫຼະກາງຄືນມາ ຫົນທາງແຄມຂອງ ເຂົາບໍ່ຍ່າງຫລາຍ ທໍ່ນັ້ນແຫລະ ບັນຫາຄັນສິເປີດ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ ໄດ້ຍິນແຕ່ຂ່າວຈາກໄທຍວ່າຈະເຂົ້າມາ ເປີດຮ້ານ 7-11 ໃນລາວ ແຕ່ກໍຍັງບໍ່ເຫັນ ທາງບໍຣິສັດ ເຂົ້າມາລົມ ກັນເທື່ອວ່າ ຈະເປີດມື້ໃດປີໃດແທ້.
ທ່ານເວົ້າອີກວ່າ ການເຂົ້າມາລົງທຶນຂອງຮ້ານ 7-11 ໃນລາວໄລຍະທໍາອິດ ຊາວຄ້າຂາຍຍ່ອຍໃນລາວ ອາຈຍັງບໍ່ໄດ້ຮັບຜົລກະທົບໜັກ ປານໃດ. ແຕ່ເມື່ອໃດ ທີ່ມີການຂຍາຍສາຂາ ໄປຕາມບ້ານ ຕາມເມືອງ ແລະແຂວງ, ເມື່ອນັ້ນຜູ້ປະກອບການຮ້ານຄ້າຍ່ອຍ ຈະຕ້ອງໄດ້ ຮັບຜົລກະທົບ ແຕ່ຈະໜ້ອຍ ຫລື ຫລາຍພຽງໃດນັ້ນ ກໍຕ້ອງໄດ້ສຶກສາກັນເພີ່ມຕື່ມ.
ການເຂົ້າມາຂອງຮ້ານ 7-11 ກໍມີທັງຂໍ້ດີ ແລະຂໍ້ເສັຽ. ແຕ່ມາເບິ່ງສະພາບເສຖກິດຂອງລາວ ກໍອາຈມີຜົລເສັຽຫລາຍກວ່າ ຍ້ອນວ່າສິນຄ້າ 70-80% ຕ້ອງນໍາເຂົ້າມາຈາກໄທ. ມີພຽງອີກ ປະມານ 20% ເປັນສິນຄ້າ ໃນລາວ ປະເພດ ຊາ ກາເຟ ແລະໝາກໄມ້ອົບແຫ້ງ ຊຶ່ງຖືວ່າ ລາວຍັງເສັຽປຽບຫລາຍສົມຄວນ:
“ໄດ້ຂ່າວວ່າສິມາເປີດເນາະ ແຕ່ບໍ່ຮູ້ວ່າຊ່ວງໃດ ປີນີ້ເບາະ ຫຼືວ່າປີໜ້າຫັ້ນນ່າ. ຜົລກະທົບທີ່ວ່າ ດ້ານລົບຫລືວ່າດ້ານບວກ ຍັງບໍ່ທັນໄດ້ມີ ອອກມາຫລາຍ. ແມ່ນແຫລະ ກະທົບແນ່ນອນ ຢູ່ແລ້ວ ຮ້ານຄ້າຍ່ອຍໆ ກັບຕລາດສົດ. ຕລາດຍ່ອຍໆທົ່ວໄປນີ໊ ສິນຄ້າລາວຈໍານວນນຶ່ງ ແຕ່ວ່າເນັ້ນໜັກໆ ແມ່ນສິນຄ້າໄທ ສິນຄ້ານ່າຈະ 70-80% ພຸ້ນລະ ຢູ່ລາວເຮົາຜະລິດ ໄດ້ສ່ວນນຶ່ງ ຍັງບໍ່ຫລາຍຄືຢູ່ໄທເທື່ອ.”
ຜູ້ຕາງໜ້າບໍຣິສັດ CP Laos ຈໍາກັດກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ບໍຣິສັດ CP All ປະເທດໄທຍ ໄດ້ເຂົ້າມາສຶກສາຄວາມ ເປັນໄປໄດ້ ໃນການເຮັດສັນຍາແຟຣນຈາຍ ສໍາລັບລົງ ທຶນຕັ້ງຮ້ານ 7-11 ໃນລາວເມື່ອປີ 2019 ແລະ ໄດ້ຮັບອະນຸຍາດ ຈາກຣັຖບານ ລາວແລ້ວ ຊຶ່ງຕາມແຜນ ຄາດວ່າຈະດໍາເນີນການໃນປີ 2020 ນີ້.
ແຕ່ເກີດການຣະບາດຂອງເຊື້ອພຍາດໂຄວິດ-19 ກ່ອນຈຶ່ງເຮັດໃຫ້ບໍຣິສັດ ຍັງບໍ່ສາມາດເຂົ້າມາກໍ່ສ້າງໄດ້ເທື່ອ ແລະຍັງບໍ່ຮູ້ວ່າ ຈະເລີ່ມໄດ້ ເມື່ອໃດກັນແທ້:
“ເປັນບໍຣິສັດໃນເຄືອດຽວກັນແຕ່ວ່າ 7-11 ເຮົາຍັງບໍ່ທັນໄດ້ມີກໍານົດການວ່າ ຈະເຂົ້າມາມື້ໃດ ເພາະວ່າມັນມາຖືກຊ່ວງໂຄວິດແດ່ ຍັງບໍ່ ທັນໄດ້ ເລີ່ມເທື່ອ ສຶກສາຂໍ້ມູລ. ທີ່ຈິງເຮົາສໍາຣວດຕັ້ງແຕ່ກ່ອນໂຄວິດ ພຸ້ນ ແລະພໍດີມາເຈີໂຄວິດ ພໍດີເລີຍ ກະເລີຍໄດ້ຢຸດສງັກກ່ອນ.”
ອີງຕາມຣາຍງານຂອງຕລາດຫລັກຊັບ ແຫ່ງປະເທດໄທ ວັນທີ 28 ສິງຫາ 2020, ບໍຣິສັດ CP ALL ແຈ້ງເຖິງຄວາມຄືບໜ້າ ກ່ຽວກັບ ການເຂົ້າມາ ເຮັດສັນຍາແຟຣນຈາຍເພື່ອລົງທຶນ ຕັ້ງຮ້ານ 7-11 ໃນລາວ ໂດຍຕັ້ງເປັນບໍຣິສັດລາວ ພາຍໃຕ້ຊື່ບໍຣິສັດ CP ALL Laos ຈໍາກັດ ໂດຍມີທຶນ ຈົດທະບຽນ 20 ຕື້ກີບ ຫລື 2.2 ລ້ານໂດລາ ສະຫະຣັຖ ເປັນເວລາ 30 ປີ ແລະ ສາມາດຕໍ່ໄດ້ອີກ 2 ເທື່ອ ເທື່ອລະ 20 ປີ.
ປັດຈຸບັນບໍຣິສັດ CP ALL ມີສາຂາ 7-11 ໃນປະເທດໄທທັງໝົດ 12,089 ສາຂາ ແລະວາງເປົ້າໝາຍເປີດໃຫ້ໄດ້ 13,000 ສາຂາໃນປີ 2021 ແລະ ໃນທົ່ວໂລກມີປະມານ 65,000 ສາຂາ.
ເມື່ອເດືອນພຶສພາ ປີນີ້ ບໍຣິສັດ CP ALL ໄດ້ເຮັດສັນຍາເປີດຮ້ານ ແຟຣນຈາຍ 7-11 ຢູ່ກໍາພູຊາ ແລະວາງເປົ້າໝາຍ ທີ່ຈະເປີດໃຫ້ໄດ້ ປະມານ 50 ສາຂາທົ່ວປະເທດ.