ຮອງນາຍົກ ເຕືອນ ເຣື້ອງເງິນ ຊ່ອຍເຫຼືອ
2018.10.11
ຮອງນາຍົກຣັຖມົນຕຣີ ສປປລາວ ເຕືອນທາງການແຂວງອັດຕະປື ໃນການໃຊ້ງົບປະມານ ຈາກ ການຊ່ອຍໃຫ້ ມີປະສິດທິຜົລ ແລະໂປ່ງໃສ ໃນຂນະທີ່ ນັກວິຊາການລາວ ວິຈານທາງການແຂວງອັດຕະປື ເລື້ອງຄວາມໂປ່ງໃສ ໃນການໃຊ້ເງິນ.
ທາງການແຂວງອັດຕະປື ອອກຂໍ້ຕົກລົງໃຫ້ຊື້ ບ້ານສຳເຣັດຮູບຈາກປະເທດໄທ ໃນລາຄາ 70 ລ້ານກີບຕໍ່ນຶ່ງຫຼັງ ແລ ະການບຸກເບີກເນື້ອທີ່ ດິນປຸກສ້າງ ທີ່ຢູ່ຖາວອນ ໃຫ້ຜູ້ປະສົບພັຍ ຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນລາຄາ 28 ລ້ານກີບ ຕໍ່ນຶ່ງເຮັກຕາ. ແຕ່ໃນຕົວຈິງ ລາຄາບ້ານບໍ່ເກີນ 45 ລ້ານ ຖ້າໃຊ້ຜູ້ຮັບເໝົາກໍ່ສ້າງ ພາຍໃນລາວ ແລະຄ່າບຸກເບີກທີ່ດິນ ພຽງແຕ່ 5 ລ້ານກີບ ຕໍ່ນຶ່ງເຮັກຕາ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ໄດ້ກ່າວ ໃນເວລາທີ່ປະຊຸມ ກັບທາງການແຂວງອັດຕະປື ໃນວັນທີ 9 ຕຸລາ ຕອນນຶ່ງວ່າ:
"ຄວນໃຊ້ເງິນບໍຣິຈາກໃຫ້ມີປະສິດທິຜົນສູງສຸດ ແລະຄວນດຳເນີນການຢ່າງໂປ່ງໃສ."
ການນຳໃຊ້ເງິນ ເຂົ້າໃນໂຄງການກໍ່ສ້າງຕ່າງໆ ບໍ່ວ່າຈະເປັນການສ້າງບ້ານພັກຊົ່ວຄາວ ແລະ ການບຸກເບີກທີ່ດິນນັ້ນ ຈະຕ້ອງມີການປະມູນ, ດັ່ງນັກວິຊາການ ທີ່ເຮັດວຽກພັທນາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
"ບໍ່ຄັກຫັ້ນແຫລະ ເພາະວ່າ ເງິນຈຳນວນນັ້ນ ຈຳນວນມະຫາສານ ເປັນຕື້ໆ ຈັ່ງຊິເນາະ ໂດຍລະບຽບການເງິນ ໂດຍລະບຽບການໃຊ້ຈ່າຍ ແລ້ວ ໂດຍຫລັກການລະ ມັນກະຕ້ອງມີການປະມູນ ການແຂ່ງຂັນການປະມູນຈົບເຈືອຫັ້ນລະເນາະ ເຖິງວ່າເພິ່ນຊິເວົ້າວ່າ ອາດຈະສຸກເສີນ ຮີບດ່ວນ ຫຍັງກະແລ້ວແຕ່ ວ່າເຮົາເວົ້າວ່າ ຫລັກການມັນຈະຕ້ອງມີການປະມູນ."
ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ ບໍຣິສັດ ທີ່ໄດ້ສັມປະທານບຸກເບີກທີ່ດິນ ແລະສ້າງເສັ້ນທາງສ່ວນຫຼາຍແມ່ນ ບໍຣິສັດ ທີ່ໃກ້ຊິດກັບ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ແລະ ເຈົ້າແຂວງອັດຕະປື. ແຕ່ ທ່ານ ລັດຕະນະພອນ ຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ທາງການແຂວງ ບໍ່ມີນອກມີໃນຫຍັງ ກັບບໍຣິສັດບຸກເບີກນັ້ນ.